ຫຼາຍໂຄງການລົງທຶນ ຝ່າຝືນກົດ


2013.04.29
f-pollution ໂຮງງານ ຜລິດເຈັ້ຽ ໃນເຂດ ບຶງທາຕຫລວງ ວຽງຈັນ ປ່ອຍນໍ້າເສັຽ ປະສົມສີ ສານເຄມີ ລົງູສູ່ ຫ້ວຍຮ່ອງ ອອກເວີນກວ້າງ ຂອງບຶງ.
Screen captured from WWT Consulting video

 

ມີຫລາຍ ໂຄງການ ລົງທຶນ ໃນລາວ ຍັງບໍ່ສົ່ງ ເອກສານ ຢັ້ງຢືນ ກ່ຽວກັບ ຜົນກະທົບ ຕໍ່ ສີ່ງແວດລ້ອມ ໃຫ້ທາງການ.

ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ເປິດເຜີຍວ່າ ຍັງມີຫລາຍ ໂຄງການ ການລົງທຶນ ໃນລາວ ທີ່ຮັບ ອານຸມັດ ໄປແລ້ວ ກ່ອນກົດໝາຍ ສີ່ງແວດລ້ອມ ໄດ້ນຳມາ ປະຕິບັດ ບໍ່ຍອມສົ່ງ ເອກສານ ຢັ້ງຢືນ ສີ່ງແວດລ້ອມ ໃຫ້ ທາງການລາວ ຫລັງຈາກ ທີ່ຫາງການ ອອກກົດໝາຍ ໃໝ່ ແລະ ປະກາດໃຫ້ ເຈົ້າຂອງ ທຸກໂຄງການ ສົ່ງເອກສານ ຢັ້ງຢືນວ່າ ໂຄງການນັ້ນໆ ຈະບໍ່ສົ່ງ ຜົນກະທົບ ຕໍ່ ສີ່ງແວດລ້ອມ. ດັ່ງທ່ານ ກ່າວວ່າ:

“ຕອນເຮົາ ອານຸຍາດ ຫັ້ນ (ອານຸຍາດ ດຳເນີນ ໂຄງການຕ່າງໆ) ກົດໝາຍ ເຣື້ອງ ສີ່ງແວດລ້ອມ ກໍຍັງບໍ່ ທັນໄດ້ອອກ ແຕ່ວ່າ ດຽວນີ້ແລ້ວ ການອານຸຍາດ ຜ່ານໄປນັ້ນ ມັນມີ ເຣື້ອງ ສີ່ງແວດລ້ອມ ຫັ້ນ ເຮົາແນະນຳ ໃຫ້ເຂົາ ປະກອບ ໜັງສື ເຣື້ອງ ສີ່ງແວດລ້ອມ ນີ້ມັນ ຂ້ອນຂ້າງຍາກ ໂຕນີ້ ໃຫ້ເຂົາ ເຮັດຄືນນີ້ ມັນກໍຍາກ ໜ້ອຍໜື່ງ”.

ທ່ານວ່າຕາມ ກົດໝາຍໃໝ່ ວ່າດ້ວຍການ ປົກປັກ ຮັກສາ ສີ່ງແວດລ້ອມ ຣະບຸວ່າ ໃຫ້ອົງການ ປົກຄອງ ທ້ອງຖີ່ນ ມີສ່ວນຮ່ວມ ໃນການ ຮັກສາ ຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ແລະ ການດຳເນີນ ໂຄງການ ຫຼື ກິຈກັມໃດ ທີ່ຈະເກິດ ຜົນກະທົບ ຕໍ່ ສີ່ງແວດລ້ອມ ຈະບໍ່ ອະນຸຍາດ ໃຫ້ດຳເນີນໄດ້ ນອກຈາກ ຈະມີການ ສຶກສາ ແລະ ປະເມີນ ຜົນກະທົບ ສີ່ງແວດລ້ອມ ແລະ ມີການ ຮັບຟັງ ຄວາມຄິດ ຄວາມເຫັນ ຂອງ ປະຊາຊົນ ແລະ ຜູ້ທີ່ມີສ່ວນ ກ່ຽວຂ້ອງ ອົງການຣັຖ ແລະ ເຈົ້າໜ້າທີ່ ກໍບໍ່ສາມາດ ຣະບຸໄດ້ວ່າ ມີຈັກໂຄງການ ທີ່ ບໍ່ສົ່ງໃບ ຢັ້ງຢືນ ສິ່ງແວດລ້ອມ ມາໃຫ້ຣັຖບານ ຮູ້ ແລະວ່າ ອຸດສາຫະກັມ ທີ່ ສົ່ງຜົນກະທົບ ຕໍ່ສີ່ງແວດລ້ອມ ທີ່ຍັງບໍ່ໄດ້ ແກ້ໃຂ ໃນຣະຍະ ທີ່ຜ່ານມາ ສ່ວນຫລາຍ ແມ່ນຂະແໜງ ການຂຸດຄົ້ນ ບໍ່ແຮ່ ຊື່ງມີການໃຊ້ ສານເຄມີ ໂດຍບໍ່ໄດ້ ມີການ ຄວບຄຸມ ແລະ ນ້ຳເສັຍ ທີ່ປ່ອຍ ຈາກ ໂຮງງານ ກໍບໍ່ໄດ້ ມີການບຳບັດ ກ່ອນປ່ອຍລົງສູ່ ແຫລ່ງນ້ຳ ທັມມະຊາດ ຊື່ງທຸກມື້ນີ້ ກໍມີຜົນກະທົບ ຕໍ່ ປະຊາຊົນ ໃນຫລາຍເຂດ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.