ຊາວບ້ານໂພວາ ແຂວງຄຳມ່ວນ ຈຳນວນ 200 ປາຍຄອບຄົວ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຮງງານຊິເມັນ ໃນຫຼາຍດ້ານ ເຖິງແມ່ນວ່າ ຈະໄດ້ຮັບຄ່າຊົດເຊີຍ ທີ່ບໍ່ສົມເຫດສົມຜົລ ໃນລະຍະ 3 ປີ ເປັນເງິນ 400 ລ້ານກີບ ກໍຕາມ, ຫຼ້າສຸດ ຊາວບ້ານເວົ້າວ່າ ທາງໂຮງງານ ໄດ້ເຂົ້າມາຂຸດ ເອົາດິນຫນຽວ ໃນບໍຣິເວນຮອບບ້ານ ແຕ່ເດືອນກຸມພາ ເປັນຕົ້ນມາ ໂດຍເວົ້າວ່າຈະຈ່າຍ ຄ່າຊົດເຊີຍໃຫ້ ເມືອງມະຫາໄຊ ແລະ ໃຫ້ເປັນຜູ້ມອບ ໃຫ້ແກ່ຊາວບ້ານ, ແຕ່ເທົ່າເຖິງ ປັດຈຸບັນ ຊາວບ້ານ ກໍຍັງບໍ່ໄດ້ ຮັບຄ່າຊົດເຊີຍ ນັ້ນເລີຍ. ດັ່ງຊາວບ້ານ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 23 ມິນາ ນີ້ວ່າ:
"ເຣື້ອງດິນຫນຽວນີ້ຍັງ ເພິ່ນເອົາໄປຖາມມື້ນີ້ ສະນ້ຳແມ່ນຫຍັງກະຍັງ ເລື້ອງຖນົນຫົນທາງ ວ່າສິເຮັດໃຫ້ ແມ່ນຫຍັງ ກະຍັງບໍ່ມີ ຍັງຄົ້ນຄວ້າ ດິນໜຽວ ເພິ່ນເອີ້ນໄປຖາມວ່າ ຊົດເຊີຍຫມົດແລ້ວ ໄທຂ້ອຍ ລະບອກວ່າ ຍັງບໍ່ໄດ້ຮັບ ມື້ນີ້ກະຂື້ນໄປ ຫ້ອງການປົກຄອງ ໄດ້ຮັບແນວໃດ ຂະເຈົ້າວ່າ ຊົດເຊີຍຫມົດ ແລ້ວເພິ່ນລະເອີ້ນຂ້ອຍ ໄປຖາມມື້ນີ້".
ທ່ານວ່າເຣື້ອງນີ້ ເຈົ້າຫນ້າທີ່ເມືອງມະຫາໄຊ ໄດ້ເຮັດຂໍ້ຕົກລົງ ກັບໂຮງງານຊິເມັນເອງ ສ່ວນຄ່າຊົດເຊີຍ ທີ່ທາງໂຮງງານ ວ່າໄດ້ມອບໃຫ້ ແລ້ວນັ້ນ ມັນຢູ່ໃສ ຊາວບ້ານຢາກໃຫ້ ເຈົ້າຫນ້າທີ່ ເມືອງມະຫາໄຊ ສອບຖາມກັບໂຮງງານ ອີກວ່າໃຫ້ເມື່ອໃດກັບໃຜ ຈຳນວນໜ້ອຍຫຼາຍ ປານໃດ ກໍຢາກຮູ້ ຄາດວ່າຈະໄດ້ຮັບ ຄຳຕອບ ໃນໄວໆນີ້.
ທ່ານກ່າວຕື່ມວ່າ ເລີ້ມຕັ້ງແຕ່ ໂຮງງານຊິເມັນ ມາຕັ້ງຢູ່ທີ່ນີ້ ຊາວບ້ານ ໄດ້ຮັບຜົລກະທົບ ຢ່າງຫຼວງຫຼາຍ ເປັນຕົ້ນຖນົນ ປ່າເພ ເປັນຫລຸມ ເນື່ອງຈາກໂຮງງານ ໃຊ້ຣົດສິບລໍ້ ເຂົ້າ-ອອກເປັນປະຈຳ. ທາງໂຮງງານສັນຍາ ວ່າຈະຂຸດສະນ້ຳໃຫ້, ເທົ່າເຖິງປັດຈຸບັນ ກໍຍັງບໍ່ເຫັນຂຸດ ແລະ ຈະສ້າງຫລັງຄາ ໂຮງຮຽນໃຫມ່ ໃຫ້ ກໍຍັງບໍ່ສ້າງ.
