ຣັຖບານ ຈະອອກໃບຕາດິນ 3 ແສນຕອນ ທົ່ວປະເທດ ໃນປີ 2024

0:00 / 0:00

ຣັຖບານ ມີແຜນຈະອອກໃບຕາດິນ ໃນທົ່ວປະເທດ ໃຫ້ໄດ້ 300,000 ຕອນ ໃນປີ 2024 ໂດຍນໍາໃຊ້ການຄຸ້ມຄອງທີ່ດິນ ຫັນເປັນທັນສໄມ ແລະ ໃຊ້ລະບົບດິຈິຕອລ.

ໃນວັນທີ 16 ມົກກະຣາ, ຍານາງ ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ ໄດ້ຣາຍງານ ຢູ່ໃນກອງປະຊຸມ ກ່ຽວກັບທິດທາງຄາດໝາຍສູ້ຊົນ ໃນການອອກໃບຕາດິນ.​

ສະເພາະຢູ່ແຂວງ ສວັນນະເຂດ ໃນປີ 2024 ມີແຜນອອກໃບຕາດິນໃຫ້ໄດ້ 30 ພັນຕອນ ໂດຍສະເພາະດິນກະສິກັມ ແລະ ດິນທີ່ປະຊາຊົນ ເຮັດການຜລິດ ທີ່ຢູ່ໃນເຂດປ່າສງວນ, ປ່າປ້ອງກັນ ແລະ ປ່າຜລິດ ເຮັດໃຫ້ ການອອກໃນຕາດິນມີຄວາມຫຍຸ້ງຍາກ.

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສວັນນະເຂດ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 19 ມົກກະຣາ ວ່າ:

" ຂຶ້ນໄປເບື້ອງຕົ້ນ 30 ພັນຕອນ ສ່ວນຫຼາຍ ຢູ່ສວັນ ຢູ່ດິນກະສິກັມ . ຄັນເອົາເອົາຈໍານວນຕອນຫຼາຍ ເພາະວ່າ ດິນກວ້າງຫັ້ນນ່າ ມື້ນຶ່ງ ມັນແທກໄດ້ 2 ຕອນ ຈັ່ງຊີ້ນ່າ."

ຍານາງກ່າວຕື່ມວ່າ ປີ 2023 ທີ່ຜ່ານມາ ແຂວງ ສວັນນະເຂດ ມີກ້ອງສໍາຣວດວັດແທກທີ່ດິນພຽງແຕ່ 2-3 ໜ່ວຍ ແຕ່ ກ້ອງດັ່ງກ່າວ ຕ້ອງໄດ້ໝູນວຽນກັນໃຊ້ 15 ເມືອງ ແຕ່ ໃນປີນີ້ ເກືອບທຸກເມືອງ ໄດ້ຮັບກ້ອງແລ້ວ ແລະ ຄາດວ່າ ໃນປີ 2024 ຈະສາມາດອອກໃບຕາດິນໄດ້ຕາມເປົ້າໝາຍທີ່ກໍານົດໄວ້.

ແຂວງບໍລິຄໍາໄຊ ມີແຜນການຈະອອກໃບຕາດິນໃຫ້ໄດ້ປະມານ 20 ພັນຕອນ ໃນນັ້ນເປັນດິນທີ່ນອນຢູ່ໃນເຂດ ປ່າສງວນ ປ່າປ້ອງກັນ ແລະ ປ່າຜລິດ, ແຕ່ແຂວງຍັງຂາດບຸກ ທີ່ຈະມາດໍາເນີນການ. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງບໍລິຄໍາໄຊ ໄດ້ກ່າວວ່າ:

“20,056 ຕອນ 7 ເມືອງທົ່ວແຂວງ ເລື່ອງບຸກຄະລາກອນຫັ້ນເນາະ. ມັນກໍມີຄວາມຫຍຸ້ງຍາກ ມີຜູ້ເຂົ້າຜູ້ອອກ. ຄ່າແຮງງານມັນກໍຍາກ ຂ້ອນຂ້າງຕໍ່າຫັ້ນນ່າ ຄັນໄປແລ້ວ ທາງເຮົາກໍປະກາດຮັບຕລອດ ພະນັກງານຫັ້ນນ່າ.”

ທ່ານ ກ່າວຕື່ມວ່າ ໃນປີ 2024 ຈະສູ້ຊົນອອກໃບຕາດິນໃຫ້ໄດ້ຕາມເປົ້າໝາຍ ໂດຍຈະສຸມໃສ່ເມືອງ ບໍລິຄັນ, ເມືອງຄໍາເກີດ, ເມືອງວຽງທອງ ແລະ ເມືອງໄຊຈໍາພອນ.

ແຂວງຈໍາປາສັກ ການອອກໃບຕາດິນ ຈະໄວກວ່າ ຖ້າວ່າປະຊາຊົນດໍາເນີນແລ່ນເອກກະສານດ້ວຍຕົນເອງ ແທນທີ່ຈະລໍຖ້າເຈົ້າໜ້າທີ່. ປະຊາຊົນແຂວງຈໍາປາສັກ ໄດ້ກ່າວວ່າ:

" ບາງເທື່ອກໍໄວ ບາງເທື່ອກໍຊ້າ ຢູ່ໃນບ້ານ ຜູ້ວ່າ ໄດ້ ກໍໄດ້ ຜູ້ບໍ່ໄດ້ ຍັງມີເຮືອນ ຫັ້ນນ່າ . ຄັນວ່າ ເຮົາມາເອງ ແລ່ນເອງ ມາເທື່ອ ມັນຊິໄວກວ່າ ກວ່າເຮົາຊິສເນີໄປຕາມຂັ້ນຕອນ. ຄັນວ່າ ເຮົາຖ້າມັນຊິເປັນງວດເນາະ ວ່າຊິສາ."

ຢູ່ແຂວງອຸດົມໄຊ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ລົງມາວັດແທກທີ່ດິນ ໃຫ້ຊາວບ້ານໄດ້ ເຊັ່ນ ຢູ່ບ້ານແສງສຸວັນ ເມືອງໄຊ ປະຊາຊົນຈໍານວນຫຼາຍ ຍັງບໍ່ທັນໄດ້ໃບຕາດິນຂອບທອງ.

ປະຊາຊົນ ແຂວງອຸດົມໄຊ ໄດ້ກ່າວວ່າ:

“ສ່ວນຫຼາຍ ເຂົາມາອອກໃຫ້ດິນປຸກສ້າງຊື່ໆ ດິນກະສິກັມ ຍັງບໍ່ມີເທື່ອ ສົມມຸດວ່າ ເຂົາຜູ້ທີ່ມີນາຫັ້ນ ເຂົາກໍມີນາແດ່ເດ້ ມີສ່ວນແດ່ເດ້. ເຂົາກໍເສັຽຮອດສອງແສນປາຍແຫຼະປີນີ້ ເຂົາບໍ່ມາເຮັດເທື່ອ ປີກາຍ ເຂົາມາເຮັດໄທຫົວນໍ້າບາກໝົດແລ້ວ, ແຕ່ຍັງແສງສຸວັນເຮົາ ຍັງບໍ່ທັນໄດ້ ເຂົາບໍ່ເຮັດ ບໍ່ຍາກຫຼາຍ ເຂົາມາຢູ່ໄດ້ພຽງ 2 ອາທິດ, 3 ອາທິດ ເຂົາກໍເຮັດໝົດແລ້ວ.”

ອີງຕາມຍານາງ ບຸນຄໍາ ວໍລະຈິດ ຣັຖມົນຕຣີກະຊວງຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ຢູ່ ໃນກອງປະຊຸມສລຸບ ການຈັດຕັ້ງປະຕິບັດ ວຽກງານຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ໃນວັນທີ 17 ມົກກະຣາ 2024 ທີ່ຣາຍງານວ່າ ການຈັດຕັ້ງປະຕິບັດໂຕຈິງ ແຕ່ປີ 2021-2023 ສາມາດອອກໃບຕາດິນ ໃນທົ່ວປະເທດໄດ້ທັງໝົດ ເກືອບ 400,000 ຕອນ.

ນອກຈາກນີ້ ຢູ່ໃນກອງປະຊຸມສະພາແຫ່ງຊາຕ ໃນວັນທີ 6 ພຶສຈິກາ 2023, ຍານາງ ບຸນຄໍາ ວໍລະຈິດ ໄດ້ກ່າວວ່າ ໃນປີ 2021-2025 ຣັຖບານຈະອອກໃບຕາດິນ ໃຫ້ໄດ້ຕື່ມອີກ 1.6 ລ້ານຕອນ ສ່ວນວ່າ ທີ່ຜ່ານມາ ຣັຖບານໄດ້ອອກໃບຕາດິນ ສໍາເລັດມາແລ້ວຈໍານວນ 1.5 ລ້ານຕອນ.