ເຫດຜົລຫຍັງ ປ່າສງວນ-ເຂດອຸທິຍານ ແຫ່ງຊາຕ ຖືກບຸກລຸກຫຼາຍຂຶ້ນ

ຈຳປາທອງ
2023.07.11
ເຫດຜົລຫຍັງ ປ່າສງວນ-ເຂດອຸທິຍານ ແຫ່ງຊາຕ ຖືກບຸກລຸກຫຼາຍຂຶ້ນ ໂຄງການພັທນາແຫ່ງນຶ່ງ ຢູ່ກາງປ່າ ທາງພາກເໜືອຂອງລາວ. ວັນທີ 16 ຕຸລາ ປີ 2022.
RFA

ປະເທດລາວ ມີປ່າສງວນແຫ່ງຊາຕ 19 ແຫ່ງ ແລະເຂດອຸທິຍານແຫ່ງຊາຕ 6 ແຫ່ງ ທີ່ກວມເອົາເນື້ອທີ່ຂອງປະເທດ ປະມານ 4 ລ້ານປາຍ ເຮັກຕ້າຣ໌ ຊຶ່ງປັດຈຸປັນກໍາລັງປະເຊີນ ກັບການບຸກລຸກທີ່ດິນ, ການລ່າສັດປ່າ, ການຕັດໄມ້ ຂອງນັກລົງທຶນ, ຣັຖບານ ແລະຊາວບ້ານ ຈໍານວນນຶ່ງ. ໂຕຢ່າງ ເຂດປ່າສງວນແຫ່ງຊາຕ ພູແດນດິນ ຢູ່ແຂວງຜົ້ງສາລີ ທີ່ຕິດກັບປະເທດຈີນ ແລະວຽດນາມ ຊຶ່ງມີເນື້ອທີ່ປ່າໄມ້ ປະມານ 200,000 ປາຍເຮັກຕ້າຣ໌ ມີການລັກຕັດໄມ້ຫລາຍ ຍ້ອນມັນຢູ່ໄກຕົວເມືອງ, ມີພະນັກງານຄຸ້ມຄອງໜ້ອຍ, ບໍ່ມີການລາດຕະເວນ ເປັນປະຈໍາ.

ດັ່ງເຈົ້າໜ້າທີ່ຄຸ້ມຄອງ ປ່າສງວນແຫ່ງຊາຕ ແຫ່ງນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນມີ 21 ມິຖຸນາ 2023 ວ່າ:

ມີພະນັກງານ 6 ຄົນເນາະຄຸ້ມຄອງປ່າ ສງວນທົ່ວແຂວງ ປ່າສງວນພວກເຮົາ ມັນຕິດກັບຊາຍແດນວຽດນາມ ກັບຈີນນີ້ນ່າ. ກະມີຫັ້ນແຫລະເນາະ ເຣື່ອງລັກລອບຫັ້ນນ່າເນາະ. ມັກເຂົ້າມາຫັ້ນນ່າ ພວກເຮົາກະໄດ້ອາໄສກອງກໍາລັງທະຫານຊາຍແດນຫັ້ນແຫລະ ເພິ່ນຊ່ວຍ.”     

ທ່ານກ່າວຕື່ມວ່າ ຍ້ອນປ່າສງວນແຫ່ງນີ້ ມີພື້ນທີ່ກວ້າງໃຫຍ່ ແຕ່ມີເຈົ້າໜ້າທີ່ປະຈໍາໜ້ອຍດຽວ, ງົບປະມານກໍມີຈໍາກັດ ຈຶ່ງເຮັດໃຫ້ການຄຸ້ມຄອງ, ການລາດຕະເວນ ບໍ່ສາມາດປະຕິບັດໄດ້ ທົ່ວເຖິງ, ປີນຶ່ງມີການລາດຕະເວນພຽງ 2-3 ຄັ້ງເທົ່ານັ້ນ.

ຢູ່ອຸທິຍານແຫ່ງຊາຕ ນໍ້າແອດ-ພູເລີຍ ທີ່ແຂວງຫົວພັນ ຊຶ່ງມີເນື້ອທີ່ປະມານ 170,000 ເຮັກຕ້າຣ໌ ກໍຍັງມີຊາວບ້ານຈໍານວນນຶ່ງ ເຂົ້າໄປລັກຕັດໄມ້, ລ່າສັດປ່າ ແລະຍັງຖາງປ່າເຮັດໄຮ່ ຢູ່ຫລາຍ, ແຕ່ບໍ່ເປັນຂະບວນການໃຫຍ່ ຈຶ່ງບໍ່ໄດ້ຖືກດໍາເນີນຄະດີ. ເຈົ້າໜ້າທີ່ຄຸ້ມຄອງ ອຸທິຍານແຫ່ງນີ້ ເວົ້າໃນມື້ດຽວກັນນີ້ວ່າ ການລັກຕັດໄມ້ ແລະການລ່າສັດປ່າ ຖືເປັນພັຍຄຸກຄາມ ປ່າໄມ້ຢ່າງນຶ່ງ ທີ່ຣັຖບານຈະຕ້ອງຫາແນວທາງ ປ້ອງກັນ ເພື່ອບໍ່ໃຫ້ປ່າ ໄມ້ ແລະສັດປ່າ ຖືກທໍາລາຍໜັກໄປກວ່ານີ້ ເຖິງມັນຈະມີທຸກປີ.

ຖາມວ່າມີການບຸກລຸກ ກະມີທຸກປີ. ລ່າສັດ ຫລືວ່າ ບຸກລຸກປ່າ, ຖາງປ່າເຮັດໄຮ່. ເຂົາ ປະຊາຊົນ ບໍ່ມີພື້ນທີ່ເດ້ເນາະ ຫລື ມັນບໍ່ງາມແລ້ວ ເຮັດບ່ອນເກົ່າ. ເຂົາກະບຸກລຸກເຂົ້າໄປໄກໆຫັ້ນແຫລະ.

ຢູ່ແຂວງບໍ່ແກ້ວ ປ່າສງວນແຫ່ງຊາຕ ນໍ້າກ່ານ ທີ່ມີເນື້ອທີ່ປະມານ 136,000 ເຮັກຕ້າຣ໌ ຍັງຄຸ້ມຄອງບໍ່ໄດ້ດີ, ມີການລັກຕັດໄມ້ ແລະລ່າສັດປ່າ ຢ່າງຕໍ່ເນື່ອງ, ຍັງພົບເຫັນການຂາຍສັດປ່າ ຢູ່ຕາມຕລາດ ແລະແຄມທາງ. ປັດໄຈທີ່ເຮັດໃຫ້ການຄຸ້ມຄອງ ປ່າສງວນແຫ່ງຊາຕ ບໍ່ມີປະສິດທິພາບ ແລະຍັງຖືກບຸກລຸກ ຢ່າງຕໍ່ເນື່ຶອງນັ້ນ ແມ່ນຍ້ອນການຂາດ ເຂີນງົບປະມານ ແລະເຈົ້າໜ້າທີ່ຄຸ້ມຄອງ ກໍມີໜ້ອຍ ດັ່ງເຈົ້າໜ້າທີ່ຄຸ້ມຄອງ ປ່າສງວນແຫ່ງຊາຕນໍ້າກ່ານ ທ່ານນຶ່ງ ເວົ້າໃນມື້ວັນມີ 21 ມິຖຸນາ 2023 ວ່າ:

ຄວາມຈິງນີ້ມັນກະມີເນາະ ບາງເທື່ອໄປກວດຕລາດ ກະຍັງເຫັນຍັງເອົາມາຂາຍຫັ້ນ. ເຂົາກະຊິມີຫັ້ນແຫລະ ແຕ່ວ່າພວກເຮົາໄປກວດ ບາງເທື່ອກະເຈີ ບາງເທື່ອກະບໍ່ເຈີຫັ້ນນ່າ. ມັນຄຸ້ມຄອງມັນບໍ່ລອດແຫລະ ມັນກວ້າງ. ພວກເຮົາກະສເນີຫລາຍແລ້ວວ່າ ຢາກໄດ້ປະມານ 30-40 ຄົນ. ທາງຣັຖເພິ່ນກະຕອບສນອງ ບໍ່ໄດ້ ເຣື່ອງຣັຖກອນຫັ້ນນ່າ.

ເຣື່ອງການບຸກລຸກພື້ນທີ່ປ່າໄມ້ ປະຊາຊົນຜູ້ນຶ່ງຢູ່ເມືອງທ່າແຕງ ແຂວງເຊກອງ ເວົ້າວ່າ ບໍ່ວ່າຈະເປັນປ່າປະເພດໃດກໍຕາມ ສໍາລັບຊາວບ້ານ ແມ່ນມີເປົ້າໝາຍໝາຍ ດຽວກັນ ຄືການຖາງປ່າເຮັດໄຮ່, ຕັດໄມ້ເຮັດເຮືອນ ແຕກຕ່າງຈາກຄົນຕ່າງປະເທດ ທີ່ເຂົ້າມາສັມປະທານເອົາທີ່ດິນ ແລະປ່າໄມ້ ແລ້ວຕັດເອົາຕົ້ນໄມ້ໄປຈົນໝົດ ໂຕຢ່າງຢູ່ແຂວງເຊກອງ ແລະອັດຕະປື ທີ່ີນັກລົງທຶນວຽດນາມ ເຂົ້າມາສັມປະທານເຂດປ່າໄມ້ຫລາຍສິບ ພັນເຮັກຕ້າຣ໌ ເພື່ອປູກຕົ້ນກາເຟ, ຢາງພາຣາ ແລະມັນຕົ້ນ.

ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ຮິດກັນປູກ ແຕ່ມັນຕົ້ນນີ້ແຫລະ. ດິນຈົນວ່າບໍ່ມີບ່ອນເປົ່າວ່າງ. ໄປທາງໃດກະເຕັມແຕ່ມັນຕົ້ນໝົດ ມີແຕ່ວຽດທາງເຊກອງເຮົານີ້. ໄປຫາທາງອັດຕະປື ມີແຕ່ພວກວຽດລົງທຶນ. ເຮັດລານມັນ, ເຮັດກາເຟ, ເຮັດຢາງພາຣາ ເຂົ້າມາລົງທຶນນີ້ ບໍ່ໜ້ອຍໆແຫລະ.

ເມື່ອປີກາຍ ອົງການອະນຸຮັກສັດປ່າ ຫຼື WWF ປະຈໍາລາວ ຣາຍງານວ່າ ການບໍຣິໂພກສັດປ່າ ສົ່ງຜົລກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ, ເຮັດໃຫ້ທັມມະຊາຕ ຊຸດໂຊມ ຍ້ອນການລ່າ ແລະນໍາເອົາສັດປ່າ ທີ່ມີຄວາມສໍາຄັນຕໍ່ລະບົບນິເວດນັ້ນໄປ. ປັດຈຸບັນ ຢູ່ປະເທດລາວ ມີສັດປ່າສງວນ 67 ຊະນິດໃນຈໍານວນ 105 ຊະນິດ ທີ່ກໍາລັງຖືກລ່າ ແລະຖືກນໍາອອກຈາກຖິ່ນ ທີ່ພວກມັນຢູ່ອາໄສ ເພື່ອບໍຣິໂພກ ແລະການຄ້າຂາຍ. ປະຊາຊົນລາວຜູ້ນຶ່ງ ທີ່ເຮັດວຽກ ດ້ານສິ່ງແວດລ້ອມ ນໍາຊຸມຊົນ ເວົ້າວ່າ ຫາກຈະຫ້າມບໍ່ໃຫ້ປະຊາຊົນ ຕັດໄມ້ ຫລື ລ່າສັດປ່າ ກໍຄົງເປັນເຣື່ຶອງຍາກຫລາຍສົມຄວນ ເພາະການຖາງປ່າເຮັດໄຮ່ ຫລືລ່າສັດປ່າ ເພື່ອກິນໃນຄອບຄົວ ຫລືຂາຍຕາມຕລາດ ເປັນວິຖີຊີວິດ ໃນການທໍາມາຫາກິນ ຂອງພວກເຂົາເຈົ້າ. ເຖິງພວກເຂົາເຈົ້າ ຈະຮູ້ວ່າ ການກະທໍາຄື ແນວນັ້ນ ຈະມີຜົລກະທົບຕາມມາ ແຕ່ຍ້ອນຄອບຄົວທຸກຍາກ ຈໍາເປັນຕ້ອງໄດ້ດິ້ນຮົນ ເພື່ອຄວາມຢູ່ລອດ, ບໍ່ມີທີ່ດິນທໍາກິນ ແລະອາຊີບ ບໍ່ໝັ້ນຄົງ.

ດັ່ງທີ່ທ່ານກ່າວວ່າ:

ເຂົາກະຫາກິນຢູ່ຫັ້ນແຫລະ. ເປັນຮີດຄອງປະເພນີເຂົາ. ຍຶດຖືໂຕນີ້ຢູ່ຫັ້ນນ່າ ເພາະວ່າບ້ານເຂົາມັນກະຢູ່ໃກ້ປ່າເນາະ. ຈໍານວນນຶ່ງກະໄດ້ຂາຍຫັ້ນນ່າ. ແມ່ນຢູ່ດອກ ລະບຽບກົດໝາຍວ່າ ເຜີຍແຜ່ໃຫ້ເຂົາຮັບຊາບແນວນີ້ ແຕ່ວ່າເຂົາກະປະຊາຊົນ ກະທຸກຍາກຢູ່ຫັ້ນນ່າ ຢູ່ຊົນບົດກະດາຍ.

20221016_095430.jpg
ໂຄງການພັທນາແຫ່ງນຶ່ງ ຢູ່ກາງປ່າ ທາງພາກເໜືອຂອງລາວ. ວັນທີ 16 ຕຸລາ ປີ 2022. ຮູບພາບ: RFA

ເວົ້າເຣື່ອງການບຸກລຸກປ່າໄມ້ຢູ່ລາວ ເຈົ້າໜ້າທີ່ອົງການສະຫະປະຊາຊາຕ ເພື່ອສິ່ງແວດລ້ອມ UNEP ກ່າວວ່າ ບໍ່ວ່າ ຈະເປັນປ່າໄມ້ປະເພດໃດກໍຕາມ ສາເຫດບໍ່ແມ່ນມາຈາກປະຊາຊົນພຽງຝ່າຍດຽວ, ຣັຖບານກໍມີສ່ວນສໍາຄັນ ທີ່ເຮັດໃຫ້ປ່າໄມ້ ຖືກທໍາລາຍ ແລະສັດປ່າຫລາຍຊະນິດມີຄວາມສ່ຽງ ທີ່ຈະສູນພັນ ເພາະປ່າໄມ້ຫລຸດໜ້ອຍລົງ ແລະແຫລ່ງ ອາໄສຂອງພວກມັນ ເກີດການປ່ຽງແປງ, ແຕ່ສາເຫດສໍາຄັນ ທີ່ເຮັດໃຫ້ປ່າໄມ້ ຖືກທໍາລາຍ ແລະສັດປ່າສ່ຽງຈະສູນພັນ ແມ່ນມາຈາກການໃຫ້ສັມປະທານພື້ນທີ່ປ່າໄມ້ ເພື່ອພັທນາໂຄງການຂນາດໃຫຍ່ ທັງເຂື່ອນໄຟຟ້າ, ການຂຸດຄົ້ນບໍ່ແຮ່, ການສ້າງເສັ້ນທາງ, ສ້າງທາງຣົຖໄຟ ແລະເຂດເສຖກິຈພິເສດ ທີ່ເປັນການທໍາລາຍປ່າໄມ້ ຢ່າງຫລວງຫລາຍ. ດັ່ງທີ່ທ່ານກ່າວໃນມື້ວັນມີ 21 ມິຖຸນາ 2023 ວ່າ:

ຣັຖບານອິສຣະ ໃນການລົງທຶນອິຫຍັງ ມັນສິທໍາລາຍໄປຫລາຍ. ປ່າສງວນ ກະຄຶງໄວ້ແດ່ ຖ້າປ່ອຍຫລາຍມັນກະເສັຽໝົດ. ມັນໝາຍເຖິງອະນາຄົດ ຂອງປະເທດ.

ອີງຕາມຂໍ້ມູນຈາກກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ຂອງລາວ, ໄລຍະ 8 ປີທີ່ຜ່ານມາ ຄື ປີ 2014-2022 ມີປ່າໄມ້ຖືກທໍາລາຍ ຫລາຍກວ່າ 320,000 ເຮັກຕ້າຣ໌ ຍ້ອນຖືກໄຟໄໝ້ ຈາກການຈູດໄຮ່, ຖາງປ່າເຮັດໄຮ່ ແລະການບຸກເບີກພື້ນທີ່ປ່າໄມ້ ເພື່ອເຮັດການກະເສດ ແລະຍ້ອນການພັທນາໂຄງການ ຂນາດໃຫຍ່ຕ່າງໆ. ແຂວງທີ່ມີເນື້ອທີ່ປ່າໄມ້ ຖືກທໍາລາຍໜັກທີ່ສຸດ ຄືແຂວງອຸດົມໄຊ, ຫລວງນໍ້າທາ, ແຂວງຫລວງພຣະບາງ.

ຢູ່ປະເທດລາວ ການລ່າສັດ ແລະຄ້າຂາຍສັດປ່າ ເພື່ອການບໍຣິໂພກ ພາຍໃນຄອບຄົວ ແມ່ນອະນຸຍາດ ໃຫ້ຫາກິນໄດ້ ແຕ່ຈະຕ້ອງໃຊ້ວິທີການຫາແບບຍືນຍົງ ແລະປະຕິບັດຕາມກົດໝາຍ ວ່າດ້ວຍສັດນໍ້າ ແລະສັດປ່າ, ບໍ່ອະນຸຍາດໃຫ້ລ່າສັດ ປະເພດສັດຫວງຫ້າມ ແລະສັດສງວນທຸກຊະນິດ. ໃນແຕ່ລະປີ ສັດລ້ຽງລູກດ້ວຍນົມ ປະມານ 10,000 ໂຕ, (ສັດປີກ) ນົກ 7,000 ໂຕ ແລະສັດເລືອຄານ 4,000 ໂຕ ຖືກຂາຍຕາມຕລາດ ໃນທົ່ວປະເທດ ສ້າງຄາມເສັຍຫາຍ ຢ່າງໜັກໜ່ວງ ຕໍ່ລະບົບນິເວດ. ສ່ວນສັດປ່າມີຄວາມສ່ຽງ ຈະສູນພັນ ທີ່ສຸດຢູ່ລາວ ແມ່ນ ແຮດນໍດຽວ, ງົວບາ, ຊ້າງ ແລະເສືອໂຄ່ງ. ເພື່ອປົກປັກຮັກສາປ່າສງວນ ບໍ່ໃຫ້ຖືກທໍາລາຍ ແລະຄຸ້ມຄອງສັດປ່າ ຮວມທັງການບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະສັດປ່າ ເພື່ອບໍ່ໃຫ້ສັດປ່າມີຄວາມສ່ຽງ ຕໍ່ການທີ່ຈະສູນພັນ ແລະການປະເມີນສິ່ງແວດລ້ອມ ຣັຖບານລາວ ໄດ້ກູ້ຢືມເງິນຈາກທະນາຄານໂລກ ແລະອົງການສິ່ງແວດລ້ອມ ຈໍານວນ 38.83 ລ້ານໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.