ປັດຈຸບັນ ປະຊາຊົນ ທີ່ຢູ່ຕາມເຂດຊົນນະບົດຂອງລາວ ກໍາລັງປະເຊີນກັບການຂາດເຂີນນໍ້າກິນ, ນໍ້າໃຊ້ ຍ້ອນອາກາດຮ້ອນ, ແຫ້ງແລ້ງ ຂະນະທີ່ແຫລ່ງນໍ້າທໍາມະຊາດຫລາຍແຫ່ງ ທັງໃນຫ້ວຍ ຮ່ອງ ປົນເປື້ອນໄປດ້ວຍສານພິດເຄມີ ທີ່ພວກນັກລົງທຶນຕ່າງ ປະເທດໃຊ້ ໃນການປູກພືດ ຜັກຕ່າງໆ ເປັນຕົ້ນກໍແມ່ນຈາກສວນກ້ວຍຈີນ ທີ່ໃຊ້ສານພິດເຄມີ ແລະມີຜົນກະທົບຕໍ່ຜູ້ຄົນ, ສັດ ແລະສິ່ງແວດລ້ອມຫລາຍ.
ສາເຫດສໍາຄັນ ທີ່ເຮັດໃຫ້ປະຊາຊົນ ປະເຊີນກັບການຂາດເຂີນນໍ້າກິນ ນໍ້າໃຊ້ຄືທີ່ວ່ານັ້ນ ແມ່ນເປັນຍ້ອນການປ່ຽນແປງ ຂອງສະພາບດິນຟ້າອາກາດ ທີ່ເຮັດໃຫ້ອຸນນະພູມຂອງອາກາດເພີ່ມສູງຂື້ນ ອາກາດຮ້ອນອົບເອົ້າ ແຫ້ງແລ້ງຫລາຍຂື້ນກວ່າເກົ່າ ແລະຝົນກໍບໍ່ຕົກຕາມລະດູການ ຊຶ່ງໃນປີນີ້ ກໍເຮັດໃຫ້ການດໍາລົງຊີວິດຂອງປະ ຊາຊົນ ທັງໃນຕົວເມືອງ ແລະຢູ່ຕາມຊົນນະບົດ ຫຍຸ້ງຍາກ ລໍາບາກ.
ເວົ້າສະເພາະເລື່ອງການປູກຝັງ: ເຮັດນາ ເຮັດສວນ ເຮັດໄຮ່ ເປັນຕົ້ນກໍແມ່ນການເຮັດນານາແຊງ ກໍເຮັດບໍ່ໄດ້ ເພາະບໍ່ມີນໍ້າ ຊຶ່ງທາງການ ກໍບໍ່ສາມາດຊ່ອຍແກ້ໄຂບັນຫາທີ່ວ່ານີ້ໄດ້ ດັ່ງຊາວບ້ານ ຢູ່ເມືອງຈໍາພອນ ແຂວງສະຫວັນນະເຂດ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ພຶດສະພານີ້ວ່າ:
" ແມ່ນ ໂອ້ຍຂາລະດຽວນີ້ ຊ້ວງນີ້ຝົນບໍ່ໄດ້ຕົກຈັກດີ້ເລີຍ ຍ້ອນມັນຮ້ອນຫລາຍນີ້ແຫລະ ນໍ້າກິນກັບນໍ້າໃຊ້ນີ້ ມັນບໍ່ໄດ້ໃຊ້ເພາະວ່າມັນບົກຫລາຍຫັ້ນນ່າ ນໍ້າມັນຂຸ່ນ ຂີ້ງົວຂີ້ຄວາຍຫລາຍ ບາງໝົດກໍໄດ້ຢູ່ບໍ່ຫລາຍ ບາງບ່ອນກໍໝົດ ທ່ານເຈົ້າເມືອງເພິ່ນກໍເຫັນ ເພິ່ນກໍບໍ່ໄດ້ວ່າແນວໃດ ນາງແຊງກໍຈະຫລຸດຫລາຍຄອບຄົວແລ້ວ ເພາະວ່ານໍ້າມັນບໍ່ມີ ຖ້າຝົນເທື່ອດຽວແລ້ວຈັ່ງຈະໄດ້ເຮັດນາ. "
ແລະປະຊາຊົນ ທີ່ຢູ່ເຂດຊົນນະບົດ ຂອງເມືອງບໍ່ເຕັນ ແຂວງຫລວງນໍ້າທາຜູ້ນຶ່ງກໍເວົ້າວ່າ ປະຊາຊົນຫລາຍບ້ານ ໃນເມືອງນີ້ ໂດຍສະເພາະຜູ້ທີ່ຢູ່ຕາມເຂດຊົນ ນະບົດ ຂາດເຂີນນໍ້າໃຊ້ ມາໄດ້ໄລຍະນຶ່ງແລ້ວ ເພາະສ່ວນໃຫຍ່ ປະຊາຊົນຈະໃຊ້ນໍ້າລິນ ແລະນໍ້າຈາກຫ້ວຍ ໜອງ ທີ່ບົກແຫ້ງຂອດລົງ ຍ້ອນອາກາດຮ້ອນຫລາຍ. ຄອບຄົວໃດ ທີ່ມີຖານະນແດ່ ກໍຊື້ນໍ້າເປັນຖັງມາໃຊ້. ເລື້ອງນີ້ ທາງການກໍຮູ້ ແຕ່ບໍ່ເຫັນເພີ່ນໃຫ້ການຊ່ອຍເຫລືອ.
" ເລື້ອງນໍ້ານີ້ ກໍຊົນນະບົດໄດ໋ກໍຂາດເຂີນແທ້ໆເດ້ນໍ້ານີ້ ນໍ້າໃຊ້ເນາະ ບໍ່ພໍໃຊ້ຫັ້ນແຫລະ ມັນກໍແຫ້ງແລ້ງແດ່ ເຂົາໄປຕກມາຂາຍໍມີເດ້ ຖັງນຶ່ງມີ 200 ລິດ ແສນ 2 ແສນກໍໄດ້ຊື້ເອົາ ການເຮັດກະສິກໍາບໍ່ມີນໍ້າຫົດຈະເຮັດແນວໃດເນາະ ສພເໜີກໍສະເໜີຫລາຍບ່ອນແນວນີ້ ເປັນແນວໃດ ບໍ່ເຕ່ນເຂົາບໍ່ຢາກຊ່ວຍເຫລືອບໍ່ເນາະ. "
ນອກຈາກບັນຫາທີ່ວ່ານັ້ນແລ້ວ ປະຊາຊົນກໍຍັງປະເຊີນກັບບັນຫານໍ້າເປິເປື້ອນ ສານພິດເຄມີ ທີ່ພວກນັກລົງທຶນຕ່າງປະເທດ ເຂົ້າມາສໍາປະທານດິນປູກພືດ ຜັກຕ່າງໆ ເປັນຕົ້ນກໍແມ່ນຈາກສວນກ້ວຍຈີນ ໄຫລລົງໃສ່ແຫລ່ງນໍ້າທໍາມະຊາດ ທັງຫ້ວຍ ຮ່ອງ ຄອງ ບຶງ ອັນສົ່ງຜົນກະທົບຫລາຍຕໍ່ຜູ້ຄົນ ແລະສິ່ງແວດລ້ອມ ຮວມທັງຄົນງານໃນສວນກ້ວຍເອງ ກໍໄດ້ຮັບຜົນກະທົບ ດັ່ງຄົນງານ ທີ່ເຄີຍເຮັດວຽກໃນສວນກ້ວຍແຫ່ງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ພຶດສະພານີ້ວ່າ:
" ມີໆໆ ເຂົາປ່ອຍນໍ້າລົງຫັ້ນແຫລະ ນໍ້າເຂົາລ້າງກ້ວຍ ມັນຈະມີສານເຄມີລົງ ໃນພື້ນທີ່ ຄືເປັນຫ້ວຍເປັນຮ່ອງນີ້ ລົງອາບນໍ້າບໍ່ໄດ້ ຄັນລົງອາບມັນຄັນເປັນເປັນຜື່ນເປັນັຍັງ ຄືຈະມີສານເຄມີຫັ້ນແຫລະ ມັນບໍ່ສະອາດ ບໍ່ມີເດໜ່ວຍງານ ເພິ່ນໍບໍ່ເຮັດໃຫ້ດອກ ໃຊ້ຄ່າໃຊ້ຈ່າຍ ສ່ວນຫລາຍເຂົາເຄີຍເຮັດ ເຂົາກໍບໍ່ເຮັດ ມັນສານເຄມີນີ້ແຫລະ ມັນມີຜົ່ນຢາຜົ່ນຫຍັງ ເຂົາກໍໄປໄທ. "
ລາວເວົ້າຕື່ມວ່າ ນໍ້າບໍ່ສະອາດໃນສວນກ້ວຍນີ້ ເຮັດໃຫ້ຄົນງານ ທີ່ເຄີຍເຮັດວຽກ
ໃນສວນກ້ວຍ ບໍ່ຢາກເຂົ້າໄປເຮັດອີກ ຖ້າບໍ່ຈໍາເປັນແທ້ໆ ເພາະໃນສວນນັ້ນ ມັນມີສານພິດເຄມີ ຊຶ່ງຈໍານວນນຶ່ງກໍອອກໄປຊອກຫາເຮັດວຽກຢູ່ຕ່າງປະເທດ ທີ່ໄດ້ຄ່າແຮງງານດີກວ່າ.
ກ່ຽວກັບບັນຫາການຂາດເຂີນນໍ້າກິນ ນໍ້າໃຊ້ ທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫລວງນໍ້າທາ ເວົ້າວ່າ ທາງການເມືອງ ທາງການແຂວງກໍຮູ້ວ່າ ປະຊາຊົນຫລາຍບ້ານຂາດເຂີນນໍ້າ, ບາງເມືອງມີຊົນລະປະທານ ແຕ່ກໍບໍ່ມີນໍ້າພຽງພໍ ເພາະມັນແຫ້ງແລ້ງຫລາຍ ຊຶ່ງທາງການກໍຍັງບໍ່ມີມາດຕະການຊ່ອຍເຫລືອຫຍັງເທື່ອ, ຕ້ອງໄດ້ລໍຖ້າຝົນຕົກຢ່າງດຽວ.
" ມີຫລາຍບ້ານ ເຂດຫ່າງໄກສອກຫລີກ ຂາດແຄນນໍ້ານີ້ ແຕ່ໂຕເມືອງບໍ່ພໍຂາດແຄນປານໃດ ມັນມີທ່າອ່ຽງວ່າມັນຈະແລ້ງ ຖ້າເບິ່ງ ເບິ່ງຫັ້ນນ່າ ເຂົາເຈົ້າກໍເຮັດນໍ້າລິນນໍ້າຫຍັງຫັ້ນນ່າ ນໍ້າຫ້ວຍມັນນ້ອຍເດ້ ເດືອນ 11 ມານີ້ ຝົນໜ້ອຍດຽວ ນອກນັ້ນບໍ່ມີຝົນ ບາງບ່ອນກໍໄດ້ລໍນໍ້າຝົນ ບາງບ່ອນໃນເມືອງແທ້ກໍມີນໍ້າຊົນລະປະທານເນາະ ຊົນລະປະທານກໍບໍ່ພຽງພໍ. "
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫລວງນໍ້າທາ ກ່າວຕື່ມວ່າ ເລື່ອງພວກສານເຄມີ ທີ່ມາກັບນໍ້າບໍ່ສະອາດນັ້ນ ກໍມີ ແຕ່ມີເລັກໜ້ອຍ, ສ່ວນໃຫຍ່ກໍແມ່ນປະຊາຊົນ ທີ່ປູກຝັງ ພາກັນໃຊ້ສານເຄມີ ທີ່ໄຫລລົງຫ້ວຍ ໜອງ ຄອງ ບຶງ ແຕ່ກໍບໍ່ມີຜົນກະທົບຫຍັງຫລາຍ.
ໃນຂະນະດຽວກັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຈໍາປາສັກ ທ່ານນຶ່ງກໍເວົ້າວ່າ ຕາມຊົນນະບົດ ໃນເຂດຫ່າງໄກ ຢູ່ແຂວງນີ້ ກໍມີບັນຫາ ຊາວບ້ານຂາດເຂີນນໍ້າກິນ ນໍ້າໃຊ້ ຍ້ອນຝົນຍັງບໍ່ທັນຕົກເທື່ອ, ມັນກະທົບໃສ່ການປູກຝັງ ເພາະບໍ່ມີນໍ້າ. ຢູ່ເຂດຊົນນະບົດ ຊົນລະປະທານ ກໍບໍ່ມີ ແລະບ່ອນທີ່ມີຊົນລະປະທານ ນໍ້າກໍບົກລົງຫລາຍ ບໍ່ມີນໍ້າພຽງພໍສໍາລັບການປູກຝັງ ແລະວ່າ ທາງການຍັງບໍ່ມີມາດຕະການຊ່ອຍເຫລືອຫຍັງເທື່ອ, ລໍຖ້າໃຫ້ຝົນຕົກລົງມາ ດັ່ງທີ່ທ່ານກ່າວວ່າ:
" ແມ່ນ ຂາດແຄນນໍ້າຫລາຍແຫລະ ມັນຍັງບໍ່ທັນເຮັດຫຍັງໄດ້ ຊ້ວງປູກພືດເຂົາກໍຕຽມເນື້ອທີ່ ໄຖແຕ່ວ່າຍັງຂາດນໍ້າຢູ່ ມັນກໍມີຜົນກະທົບຄືກັນໝົດ ກໍຍັງລໍຖ້າຝົນຄືກັນນີ້ແຫລະ ເພາະວ່າຊົນລະປະທານ ນໍ້າຊົນລະປະທານ ຄືຝາຍນໍ້າລົ້ນ ກໍຍັງວ່ານໍ້າມັນບົກຄືກັນ ນໍ້າຫ້ວຍ. "
ອີງຕາມລາຍງານ ຂອງສໍານັກຂ່າວ The Laotian Times ໃນວັນທີ 30 ເມສາທີ່ຜ່ານມາ, ໃນເຂດຊົນນະບົດຂອງລາວ ກໍາລັງມີບັນຫາເລື່ອງບໍ່ມີນໍ້າສະອາດໃຊ້ ເປັນຕົ້ນຢູ່ບ້ານວັງເຮືອ ແຂວງວຽງຈັນ ທີ່ບໍ່ພຽງແຕ່ໄດ້ຮັບຜົນກະທົບຈາກສະພາບອາກາດຮ້ອນອົບເອົ້າ ແລະແຫ້ງແລ້ງ ທີ່ເຮັດໃຫ້ຂາດເຂີນ ນໍ້າໃຊ້ເທົ່ານັ້ນ ແຕ່ຢູ່ຫລາຍແຫ່ງ ແຫລ່ງນໍ້າທໍາມະຊາດ ຍັງປົນເປື້ອນສານເຄມີຫລາຍຂື້ນ ຊຶ່ງປະຊາຊົນ ຕ້ອງການໃຫ້ທາງການ ຊ່ອຍແກ້ໄຂໂດຍດ່ວນ.
ແຕ່ກ່ອນ ຊາວບ້ານນີ້ ເອົານໍ້າໃນຫ້ວຍ ໃນໜອງ ມາຕົ້ມກິນໄດ້ ແລະສາມາດປູກເຂົ້າໄດ້ປີນຶ່ງ 2 ຄັ້ງ. ແຕ່ໃນປັດຈຸບັນ ບໍ່ສາມາດກິນນໍ້ານັ້ນໄດ້ ຍ້ອນບໍ່ມີຄວາມປອດໄພ ແລະການເຮັດນາ ກໍລໍຖ້າແຕ່ຝົນຕົກລົງມາຢ່າງດຽວ ເພາະບໍ່ມີນໍ້າພຽງພໍ ເຮັດໃຫ້ຊາວບ້ານຫລາຍຄອບຄົວ ຈໍາເປັນຕ້ອງໄດ້ໄປຫາຮັບຈ້າງເຮັດວຽກຢູ່ຕ່າງເມືອງ ຕ່າງແຂວງ ແລະໄປຕ່າງປະເທດ ຍ້ອນບໍ່ສາມາດຫາລ້ຽງຄອບຄົວຢູ່ບ້ານໄດ້.
ເພື່ອແກ້ໄຂບັນຫາດັ່ງກ່າວ ອີງຕາມຄໍາເວົ້າຂອງທ່ານ ວິໄລ ຄໍາໂພສະອາດ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ໃນເດືອນສິງຫາ 2023, ຄືເປົ້າໝາຍຂອງການຈັດຫານໍ້າສະອາດ ທີ່ປອດໄພ ໃຫ້ປະຊາ ຊົນ ໃຫ້ໄດ້ 85% ພາຍໃນປີ 2025 ແລະຈະໃຫ້ໄດ້ເພີ່ມຂື້ນເປັນ 90% ພາຍໃນປີ 2030 ຊຶ່ງເປັນໂຄງການພື້ນຖານທາງດ້ານນໍ້າປະປາ ແລະການບໍລິການດ້ານສຸຂະອະນາໄມ.
ແຕ່ການທີ່ຈະໃຫ້ປະຊາຊົນ ໄດ້ໃຊ້ນໍ້າປະປາ ເປັນເລື່ອງທີ່ທ້າທາຍຫລາຍ ສໍາລັບລັດຖະບານລາວ ເພາະສະພາບອາກາດປ່ຽນແປງຫລາຍ ຮ້ອນອົບເອົ້າແຫ້ງແລ້ງຫລາຍຂື້ນໃນແຕ່ລະປີ ເຮັດໃຫ້ນໍ້າໃນແຫລ່ງນໍ້າທໍາມະຊາດ ຮວມທັງຫ້ວຍ ໜອງ ຄອງ ບຶງ ແຫ້ງຂອດລົງ, ຝົນບໍ່ຕົກຕາມລະດູການ, ປະຊາຊົນຫລາຍພື້ນທີ່ ໄດ້ຮັບຜົນກະທົບໜັກໜ່ວງ ເປັນຕົ້ນໃນເຂດຊົນນະບົດ ທີ່ອາໄສໃຊ້ນໍ້າຫ້ວຍ, ນໍ້າສ້າງ, ນໍ້າບາດານ, ນໍ້າລິນ ກັນຢູ່. ແລະແຫລ່ງນໍ້າທໍາມະຊາດ ຫລາຍແຫ່ງ ກໍປົນເປື້ອນໄປດ້ວຍສານພິດເຄມີ ໃນຂະນະທີ່ລັຖບານລາວ ຍັງບໍ່ສາມາດຊ່ອຍແກ້ໄຂບັນຫາຫຍັງໄດ້.
