ສາຣເຄມີຮົ່ວ ຈາກບໍ່ພູຄຳ

0:00 / 0:00

ອຳນາດ ການປົກຄອງ ຢູ່ ແຂວງວຽງຈັນ ປິດບັງຂ່າວ ກ່ຽວກັບ ສາຣເຄມີ ທີ່ ຮົ່ວໄຫລ ຈາກ ບໍ່ພູຄຳ.

ສາຣໄຊນາຍ ຈາກ ບໍ່ພູຄຳ ທີ່ຕັ້ງຢູ່ ຣະຫວ່າງ ບ້ານນ້ຳໂມ ແລະ ບ້ານນ້ຳຍອມ ເມືອງ ໄຊສົມບູນ ແຂວງວຽງຈັນ ໄດ້ຮົ່ວໄຫລ ອອກ ຈາກອ່າງ ບຳບັດນ້ຳເສັຽ ລົງໄປສູ່ ນ້ຳໂມ ບັນຫາແບບນີ້ ເກີດຂຶ້ນ ຫລາຍເທື່ອແລ້ວ ໂດຍສະເພາະ ໃນ ຣະດູຝົນ ຍ້ອນນ້ຳລົ້ນອ່າງ ທາງການ ແຂວງ ບໍ່ຢາກໃຫ້ ປະຊາຊົນ ຮູ້ນໍາ. ດັ່ງເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ:

"ກ່ຽວກັບ ເຣື້ອງສາຣເຄມີ ຕົກຄ້າງ ທີ່ຂະເຈົ້າ ປ່ອຍນ້ຳເສັຽ ອອກ ຈາກ ອ່າງຈິງໆແລ້ວ ມັນກໍເຣື້ອງ ບັນດາຂໍ້ມູນ ເພີ່ນກໍບໍ່ຢາກ ໃຫ້ ປ່ອຍຂ່າວ ກ່ຽວກັບ ບັນຫານີ້ ບັນຫາ ກ່ຽວກັບ ເຣື້ອງຣະຫວ່າງ ບໍຣິີສັດ ກັບທາງເບື້ອງ ປະຊາຊົນ ແລະ ກັບເບື້ອງ ຣັຖບານ ເພີ່ນ ກໍບໍ່ຢາກໃຫ້ ຈິງໆແລ້ວ ຂໍ້ມູນເຮົາ ບໍ່ສາມາດ ເວົ້າໄດ້ ຊັດເຈນ".

ທ່ານກ່າວ ຕໍ່ໄປວ່າ ຕໍ່ບັນຫານີ້ ທາງ ບໍຣິສັດ ໄດ້ແກ້ໄຂ ບາງຄັ້ງບາງຄາວ ຖ້າມີບັນຫາ ເຣື້່ອງນ້ຳເກີດຂຶ້ນ ແຕ່ບໍ່ຍອມ ແກ້ໄຂ ໃຫ້ບັນຫາ ຈົບລົງ ແລະ ການຂຸດຄຳ ໃນບໍ່ແຫ່ງນີ້ ກໍຈະຂຸດ ໄປເລື້ອຍໆ ຢ່າງນ້ອຍ ບໍ່ຫລຸດ 10 ປີ. ໃນເວລານີ້ ນ້ຳຫລາຍສາຍ ໃນເຂດ ອ້ອມແອ້ມ ກໍສະສົມ ໄປດ້ວຍ ສາຣເຄມີ ທີ່ເປັນ ອັນຕຣາຍ ຕໍ່ ປະຊາຊົນ ແລະ ສັດສາວາສິ່ງ. ແຕ່ເຈົ້າຫນ້າທີ່ ຈາກຫ້ອງການ ບໍ່ແຮ່ພັດ ເວົ້າວ່າ ປະຊາຊົນ ຜູ້ທີ່ ອາສັຍຢູ່ ໃນ ບໍຣິເວນ ບໍ່ແຮ່ພູຄຳ ຮູ້ຈັກວິທີ ປ້ອງກັນ ໂຕເອງດີ ຍ້ອນເປັນ ຄົນງານ ຢູ່ທີ່ນັ້ນ:

"ບໍຣິສັດ ເຂົາກໍໄດ້ ຈັດເກັບ ຣະອຽດແລ້ວ ຣະດູຝົນ ມັນກໍມີບັນຫາ ເຣື້ອງນ້ຳ ເພາະວ່າ ປາຣິມານ ນ້ຳ ມັນຈະຫລາຍ ອ່າງເກັບ ມັນກໍບໍ່ຢາກ ພຽງພໍປານໃດ ປະຊາຊົນ ຢູ່ແຖວນັ້ນ ເຂົາກໍຮູ້ ຂະເຈົ້າ ຊິນແລ້ວ ສ່ວນຫລາຍ ກໍປະຊາຊົນ ຢູ່ແຖວນັ້ນ ທີ່ເປັນ ພະນັກງານ ຢູ່ ບໍຣິສັດ ເຮັດວຽກ ຢູ່ໃນບໍ່".

ການຂຸດຄົ້ນ ແຮ່ທາດ ໃນລາວ ສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ຣັຖບານລາວ ກໍມີກົດຫມາຍ ບັງຄັບ ແຕ່ ບາງບໍຣິສັດ ບໍ່ປະຕິບັດ ຕາມ ຍ້ອນເປືອງ ຄ່າໃຊ້ຈ່າຍ ຂອງ ບໍຣິສັດ.