ໃນວັນທີ 06 ພຶສຈິກາ ທີ່ຜ່ານມາອົງການກາແດງ ແຫ່ງຊາຕລາວ ໄດ້ລະດົມທຶນເພື່ອຊ່ອຍເຫຼືອປະຊາຊົນຖືກຜົລກະທົບ ຈາກໄພພິບັດນໍ້າຖ້ວມ ໃນໄລຍະຕົ້ນເດືອນສິງຫາ 2023 ຢູ່ແຂວງບໍຣິຄໍາໄຊ ແລະ ແຂວງຄຳມ່ວນລວມມູນຄ່າ 6,724,700,000 ກີບ. ໃນຈຳນວນດັ່ງກ່າວນີ້ ຖືກນຳໃຊ້ໃນການຊ່ອຍເຫຼືອ ຊາວບ້ານຈຳນວນ 20 ບ້ານ ຢູ່ເມືອງຄູນຄຳ ແລະ ເມືອງນາກາຍ ແຂວງຄຳມ່ວນຈຳນວນ 3,267 ຄອບຄົວ, 15,988 ຄົນ ລວມເປັນເງິນ 5,254,100,000 ກີບ ສ່ວນທີ່ເຫຼືອອີກ 1,470,600,000 ກີບແມ່ນຖືກນໍາໃຊ້ ໃນການຊ່ອຍເຫຼືອຊາວບ້ານ ຈຳນວນ 24 ບ້ານ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊຈຳນວນ 858 ຄອບຄົວ 4,942 ຄົນ.
ກ່ຽວກັບເຣື່ອງນີ້ ຄອບຄົວທີ່ຖືກຜົລກະທົບ ແລະ ໄດ້ຮັບເງິນຊ່ອຍເຫຼືອ ແບ່ງອອກເປັນ 3 ລະດັບຄືຄອບຄົວທີ່ມີສາມະຊິກ ແຕ່ 1-3 ຄົນໄດ້ຮັບເງິນ 1 ລ້ານກີບ/ຄອບຄົວ, ຄອບຄົວທີ່ມີສະມາຊິກແຕ່ 4-6 ຄົນຈະໄດ້ຮັບເງິນ 1.7 ລ້ານກີບ/ຄອບຄົວ ແລະ ຄອບຄົວທີ່ມີສະມາຊິກ 7 ຄົນຂຶ້ນໄປຈະໄດ້ຮັບເງິນ 2.1 ລ້ານກີບ/ຄອບຄົວ. ເຖິງແມ່ນວ່າ ຈະເປັນຈຳ ນວນເງິນບໍ່ຫຼາຍ ແຕ່ກໍຊ່ອຍບັນເທົາທຸກ ໄດ້ໃນເບື້ອງຕົ້ນ.
ດັ່ງຊາວບ້ານຢູ່ ບ້ານທົ່ງຈະເລີນ ເມືອງຄຳເກີດ ແຂວງບໍຣິຄຳໄຊ ຍານາງໜຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ພຶສຈິກາ 2023 ນີ້ວ່າ:
“ເຮືອນປະຊາຊົນແນ່ ແລ້ວກໍໄຮ່ນາແມ່ນຫຍັງສວນຫັ້ນນ່າ. ເອີ ບ້ານອ້ອມຂ້າງແນ່ ແຕ່ວ່າບ້ານທົ່ງຈະເລີນນີ້ ກໍມີບ້ານຫ້ວຍແກ້ວຫວາ ກໍບໍ່ໄກປານໃດມີແຕ່ທາງເມືອງເພິ່ນເດ້ ເອົາລົງມາໃຫ້ຫ້ນນ່າ ອັນເທື່ອກ່ອນຫັ້ນລະເປັນເຄື່ອງຂອງ ແນວກິນນີ້ແຫຼະ ແຕ່ວ່າເທື່ອແລ້ວນີ້ ລະມແມ່ນໂຕນັ້ນ ເອົາເງິນມາໃຫ້ອັນ ເອົາເງິນໃຫ້ນີ້ກໍ 2-3 ມື້ກ່ອນນີ້ແຫຼະ.”
ໃນວັນທີ 09 ພຶສຈິກາ 2023 ອົງການກາແດງແຫ່ງຊາຕລາວ ໄດ້ສືບຕໍ່ລົງແຈກຢາຍເງິນສົດແບບບໍ່ມີເງື່ອນໄຂ ໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກໄພນໍ້າຖ້ວມ ໃນເດືອນສິງຫາທີ່ຜ່ານມາຢູ່ບ້ານທົ່ງຈະເລີນ ແລະບ້ານຫ້ວຍແກ້ວສອງ ເມືອງຄຳເກີດ ແຂວງບໍຣິຄຳໄຊຈຳນວນ 100 ຄອບຄົວ ລວມມູນຄ່າ 178,100,000 ກີບ ແລະ ຊາວບ້ານຢູ່ບ້ານອໍ້ ແລະ ບ້ານກູບ ເມືອງຄູນຄຳ ແຂວງຄຳມ່ວນຈຳນວນ 102 ຄອບຄົວ ລວມມູນຄ່າ 172,700,000 ກີບ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ມີຫຼາຍຢູ່ຫັ້ນແຫຼະ ຂະເຈົ້າກໍກຳລັງລົງຊ່ອຍເຫຼືອຢູ່ ຕອນນີ້ກະດາຍເພິ່ນກຳລັງ ຢູ່ນີ້ແມ່ນກຳລັງລົງປັດຈຸບັນນີ້ ບໍຣິຈາກເງິນເງິນໃຫ້ຂະເຈົ້າ ເປັນເງິນແມ່ນໄລ່ຕາມຄອບຄົວ . ແມ່ນແຫຼະ ສະມາຊິກກໍຄືອົງການ ກາແດງສາກົລ (ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົລ) ເພິ່ນເຮັດໃຫ້ແລ້ວ ເພິ່ນໃຫ້ມາຫັ້ນແຫຼະ. "
ທ່ານກ່າວຕື່ມວ່າ ສໍາລັບການຄິດໄລ່ເງິນຊ່ອຍເຫຼືອ ແຕ່ລະຄອບຄົວດັ່ງກ່າວນີ້ ແມ່ນອີງຕາມມາຕການໃຊ້ຈ່າຍ ຂັ້ນຕໍ່າຂອງອົງການອາຫານໂລກ ໃນປີ 2022 ທີ່ລະບຸວ່າ ຄ່າໃຊ້ຈ່າຍພາຍໃນ 1 ເດືອນ/ຄອບຄົວ ທີ່ມີຈຳນວນສະມາຊິກ ລະຫວ່າງ 3-5 ຄົນ ປະກອບມີອາຫານ, ນໍ້າ, ສຸຂາພິບານ, ສຸຂອະນາໄມ ແລະ ເຄື່ອງທີ່ບໍ່ແມ່ນອາຫານ.
ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໄພພິບັດນໍ້າຖ້ວມ ເກືອບທັງໝົດແມ່ນຖືກນໍ້າຖ້ວມພື້ນທີ່ ການກະເສດເຮັດໃຫ້ສູນເສັຍເງິນລົງທຶນ ແລະ ບໍ່ສາມາດເກັບກ່ຽວຜົລຜລິດໄດ້ ຕາມໄລຍະເວລາ ແລະເຖິງແມ່ນວ່າພາກສ່ວນທີ່ກ່ຽວຂ້ອງ ຈະດຳເນີນການຄິດໄລ່ ເງິນຊ່ອຍເຫຼືອໃຫ້ແກ່ຄອບຄົວ ທີ່ໄດ້ຮັບຜົລກະທົບຈາກໄພພິບັດນໍ້າຖ້ວມ ດັ່ງກ່າວນີ້ແລ້ວ ແຕ່ຜູ້ຖືກຜົລກະທົບບາງສ່ວນ ອາດບໍ່ໄດ້ຮັບເງິນຊ່ອຍເຫຼືອ ດັ່ງກ່າວນີ້.
ດັ່ງຜູ້ທີ່ຮູ້ກ່ຽວກັບ ເຫດການດັ່ງກ່າວນີ້ ກ່າວວ່າ:
"ກໍຄືກັບອັນນັ້ນທົ່ວໄປຫັ້ນແຫຼະເນາະ ມັນກໍມີເຂົ້າສານອາຫານແຫ້ງ ເພື່ອຄວາມເປັນຈຳເປັນເບື້ອງຕົ້ນຫັ້ນນ່າ ກໍຊ່ອຍຕາມທ່າແຮງທີ່ມີຫັ້ນແຫຼະ ມັນກໍຈະມີເປັນກຸ່ມເປັນບຸກຄົນບໍ່ ເປັນບໍຣິສັດເພິ່ນກໍມາຂໍເຂົ້າພື້ນທີ່ພວກເຮົາ ກໍພາເຂົ້າເນາະເພິ່ນກໍຈະໄດ້ເກັບກຳ ຈຳນວນເນາະວ່າມີຫຍັງແນ່ໆ ຈັດຖືກເພາະ ມັນມີຫຼາຍບ້ານເດ້ທີ່ໄດ້ຮັບຜົລກະທົບຫັ້ນນ່າ ອັນນີ້ຂ້ອຍກໍບໍ່ແນ່ໃຈເດ້ເຣື່ອງເງິນ ."
ທີ່ຜ່ານມາທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີການຊ່ອຍເຫຼືອດ້ວຍການມອບ ເຄື່ອງອຸປະໂພກ-ບໍຣິໂພກ ທີ່ຈຳເປັນໃຫ້ແກ່ຜູ້ຖືກຜົລກະທົບ ສະນັ້ນການມອບເງິນຊ່ອຍເຫຼືອ ຈຶ່ງເປັນຄັ້ງທຳອິດ.
ດັ່ງຊາວບ້ານ ຢູ່ເມືອງຄູນຄຳ ແຂວງຄຳມ່ວນກ່າວວ່າ:
“ມັນກໍຊ່ອຍເປັນເຄື່ອງຂອງນີ້ແຫຼະ ເປັນເຄື່ອງຂອງບັນເທົາທຸກ ກໍເປັນເຄື່ອງຂອງເລັກໆ ນ້ອຍໆ ນີ້ແຫຼະ ກໍບໍ່ໄດ້ຫຼວງໄດ້ຫຼາຍປານໃດ ດອກທາງກາແດງ ຂອງພວກເຮົາຫັ້ນນ່າ ປຸກລະດົມທຶນຮອນ ມາຈາກພຣະອາຈານ ຢູ່ພຸ້ນແຫຼະ ຢູ່ສະກົນ (ແຂວງສະກົນນະຄອນຂອງໄທຍ) ເພິ່ນກໍພົວພັນຫາ ຂອງເພິ່ນຫັ້ນນ່າ. ເພິ່ນກໍໄດ້ເອົາເຄື່ອງເປັນນໍ້າດື່ມ ເປັນເຂົ້າສານອາຫານແຫ້ງ.”
ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໄພພິບັດນໍ້າຖ້ວມ ໃນຮອບ 3-4 ເດືອນທີ່ຜ່ານມານີ້ ພັດໄດ້ການຊ່ອຍເຫຼືອ ເປັນເຄື່ອງອຸປະໂພກ-ບໍຣິໂພກ ເບື້ອງຕົ້ນຈາກພາກສ່ວນທີ່ກ່ຽວຂ້ອງ ໃນໄລະຍທຳອິດເທົ່ານັ້ນ ສ່ວນໄລຍະເວລາທີ່ເຫຼືອ ແມ່ນບໍ່ມີພາກສ່ວນໃດ ໃຫ້ການຊ່ອຍເຫຼືອຕື່ມ.
ດັ່ງຊາວບ້ານ ຢູ່ເມືອງຄູນຄຳ ແຂວງຄຳມ່ວນ ອີກທ່ານໜຶ່ງກ່າວວ່າ:
“ຢູ່ບ້ານກໍຢູ່ບ້ານນີ້ແຫຼະ ບ້ານໂພນຕານແລ້ວກໍບ້ານກວນຈັນເດ້ ນໍ້າຖ້ວມບ້ານກວນຈັນ ຊ່ວງນໍ້າຖ້ວມຫັ້ນ ກໍມີກໍມີຄົນມາບໍຣິຈາກ ຢູ່ແຕ່ດຽວນີ້ຊິບໍ່ມີແລ້ວ ບໍ່ມີມີແຕ່ຕອນນໍ້າຖ້ວມຫັ້ນມີ.”
ກ່ອນໜ້ານີ້ ໃນໄລຍະຕົ້ນເດືອນສິງຫາ ທີ່ຜ່ານມາໄດ້ເກີດຝົນຕົກໜັກ ຢູ່ຫຼາຍເມືອງ ແລະ ຫຼາຍແຂວງໃນປະເທດລາວ ໄດ້ເຮັດໃຫ້ລະ ບົບໄຟຟ້າຖືກຕັດຂາດ ໃນຫຼາຍພື້ນທີ່ ເປັນຕົ້ນເສັ້ນທາງເຂດພູໄຮ ເມືອງຄູນຄຳ ແຂວງຄຳມ່ວນເກີດ ເຫດດິນເຈື່ອນສູງ ປະມານ 3-4 ແມັດສົ່ງຜົລໃຫ້ເສົາໄຟຟ້າ ຫັກເສັຍຫາຍເຮັດໃຫ້ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ພາຍໃນເມືອງດັ່ງກ່າວນີ້ ປະມານ 20 ບ້ານບໍ່ສາມາດໃຊ້ໄຟຟ້າໄດ້. ສ່ວນພໍ່ແມ່ປະຊາຊົນ ຢູ່ເມືອງຄໍາເກີດ ແຂວງບໍຣິຄໍາໄຊພາຍໃນ 20 ບ້ານ ກວມເອົາປະມານ 70% ກໍໄດ້ຮັບຜົລກະທົບ ເປັນຕົ້ນກຸ່ມທ່າແສງຢູ່ບ້ານໂພນໄຊ-ບ້ານໃຫຍ່ທົ່ງແສນ ຈໍາເປັນຕ້ອງປິດການສັນຈອນ ຍ້ອນລະດັບນໍ້າເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງຈົນຖ້ວມເນື້ອທີ່ ແລະ ສວນຈຳນວນຫຼາຍ ແລະກຸ່ມທົ່ງແຄະ ຢູ່ບ້ານວັງກໍ້ ແລະ ບ້ານທົ່ງແຄະ ບໍ່ສາມາດສັນຈອນໄດ້ ຍ້ອນທາງຂາດ ເນື່ອງຈາກດິນເຈື່ອນ.