ຊາວບ້ານ ທີ່ທຸກຍາກ ໃນເຂດ ຊົນນະບົດ ສູນເສັຍດິນ ປູກຝັງ ແລະ ຖືກຄຸກຄາມ ຈາກ ທຸຣະກິຈ ຢາງພາລາ ແລະ ການຕັດໄມ້ ໂດຍ ນັກລົງທຶນ ປະເທດ ເພື່ອນບ້ານ ທີ່ໄດ້ຮັບ ການຮ່ວມມື ຈາກ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.
ເຖິງແມ່ນວ່າ ສົງຄາມວຽດນາມ ໄດ້ສິ້ນສຸດລົງ ມາໄດ້ເກືອບ 4 ທົສວັດແລ້ວນັ້ນກໍຕາມ, ແຕ່ ຄ້າຍກັບວ່າ ປະຊາຊົນລາວ ຍັງຖືກຮຸກຮານ ອີກເທື່ອໃໝ່ ນັ້ນກໍຄື ສົງຄາມ ຢາງພາລາ. ຊາວບ້ານ ທີ່ໄດ້ຮັບຜົລກະທົບ ກ່າວວ່າ:
"ພວກບໍຣິສັດ ເຂົ້າມານີ໋ ພັດແບບວ່າ ເຂົ້າມາບຸກເລີຍນ໋າ ແບບວ່າ ສັຕຣູ ແຕ່ກີ້ນີ້ ສັຕຣູ ບຸກບ້ານນີ້ ບ້ານນັ້ນ, ແບບເປັນແນວນັ້ນແຫລະ, ບຸກເລີຍ ແຖບທົ່ງນາມຸຂ້ອຍຫັ໋ນ ບໍ່ຈັກຕີ໋ ເຮົານີ້ ກະຢູ່ເຊະເງາະ ຈັ່ງຊີ້ ມີແຕ່ລໍຖ້າຕາຍ ຄັນບໍ່ມ່ີນາເຮັດນີ້ ຊິມີອີ່ສັງກິນ."
ໃນເວລາ ທີ່ໂຄງການ ປູກຢາງພາລາ ແລະ ການຕັດໄມ້ທໍາລາຍປ່າ ໄປຮອດບ່ອນໃດນັ້ນ, ປະຊາຊົນລາວ ຕ້ອງໄດ້ສູນເສັຽ ດິນດອນຕ່ອນຫຍ້າ ຫລື ບ່ອນທໍາມາຫາກິນ ທີ່ຕົກທອດ ມາຈາກ ບັນພະບຸຣຸດ ຂອງຕົນ ໃຫ້ແກ່ ນັກລົງທຶນ ຢ່າງຝືນໃຈ.
ການດໍາຣົງ ຊີວິດ ຂອງປະຊາຊົນລາວ ໃນເຂດຊົນນະບົດ ແມ່ນອາສັຍ ທັມມະຊາດ ເພື່ອການປູກຝັງ ແລະ ຫາເຄື່ອງປ່າຂອງດົງ, ຮວມທັງ ຢາປິ່ນປົວນານາຊນິດ. ຖ້າຈະເວົ້າແລ້ວ, ປ່າໄມ້ ແລະ ດິນປູກຝັງ ແມ່ນຄຽງຄູ່ ກັບວິຖີຊີວິດ ຂອງຊາວລາວ ທີ່ຫາເພິ່ງຕົນເອງ ກຸ້ມຕົນເອງ ແລະ ປ່າໄມ້ ແມ່ນທີ່ມາຂອງທຸກໆສິ່ງ ທີ່ຈໍາເປັນ ຕໍ່ຊີວິດ ຂອງຊາວລາວ.
ເຖິງປານນັ້ນກໍຕາມ, ນະໂຍບາຍ ການສົ່ງເສີມ ການລົງທຶນ ແລະ ການກະເສດ ຂອງ ສປປລາວ ເພື່ອຫລຸດຜ່ອນ ຄວາມທຸກຈົນ ຂອງປະຊາຊົນ, ໂດຍດຶງດູດ ນັກລົງທຶນ ຕ່າງປະເທດ, ແຕ່ກັບເຮັດໃຫ້ ປະຊາຊົນ ໃນເຂດຊົນນະບົດ ທຸກຍາກ ຂຶ້ນຕື່ມ. ເນື່ອງຈາກວ່າ ນະໂຍບາຍ ດັ່ງກ່າວ ປາສຈາກ ການສຶກສາ ຢ່າງຖີ່ຖ້ວນ ແລະ ການປະຕິບັດງານ ຂາດຄວາມ ເປັນທັມ ແລະ ໂປ່ງໃສ.
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ກ່າວຕື່ມວ່າ:
"ຂ້ອຍເອງ ໄປຫັ໋ນ ກະຖາມວ່າ ມຸເຈົ້າ ຢ່າສຸດຸດຕີ໋ ອັນນີ້ ແຖວດິນນາມຸຂ້ອຍຫັ໋ນ. ອັນນີ້ກະ ນາ ຂ້ອຍເອງ ອັນນີ້ກະ ນາ ລູກຂ້ອຍ. ບໍ່ດຸດຈັ່ງໃດ ເພິ່ນວ່າ ຣັຖບານໃຫ້ແລ້ວ, ດິນຕອນນີ້ ຣັຖບານໃຫ້ແລ້ວ ຣັຖບານໃຫ້ມຸຂ້ອຍແລ້ວ ຣັຖບານ ອະນຸມັດແລ້ວ ໃຫ້ໝວດຂ້ອຍດຸດ ເຈົ້າບັງຄັບບໍ່ໄດ້ດອກ ເພິ່ນວ່າ. ເພິ່ນວ່າ ຣັຖບານ ອະນຸມັດ ໃຫ້ເພິ່ນດຸດແລ້ວ. ມຸເຈົ້າ ບໍ່ໃຫ້ດິນຕອນນີ້ນິ໋ ຕໍາຣວດ ມາຈັບ ເພິ່ນຂູ່ວ່າ ແນວນັ້ນເດ. ເຄື່ອງໃຊ້ໄມ້ສອຍ ມັນກໍໝົດ, ຂອງກິນຂອງຢາກ ມັນບໍ່ມີແລ້ວ ດຽວນີ້່, ຫາໜໍ່ໄມ້ໜໍ່ຕອກ ເກັບຜັກຫັກໜໍ່ ມັນບໍ່ມີແລ້ວ ດຽວນີ້. ໃຫ້ບໍຣິສັດ ເພິ່ນຄິດເຫັນແດ່ ເພິ່ນທໍາລາຍ ປະຊາຊົນ, ຄິດເຫັນ ເພິ່ນສ້າງສາ ພັທນາ ພໍ່ບ້ານ ຄື ບໍ່ເບິ່ງບໍ່ແຍງປະຊາຊົນ ໃຫ່້ປະຊາຊົນ ອຶດຢາກໝາກແຄ້ນ, ໃຫ້ປະຊາຊົນ ຕາຍດັບຕາຍວາຍແລ້່ວ ເປັນຈັ່ງຊີ້."
ປາກົດການ ສູນເສັຽ ດິນປູກຝັງ ຂອງຊາວບ້ານ ໃຫ້ແກ່ ນັກລົງທຶນນັ້ນ ມີມາແຕ່ ກາງຊຸມປີ 2000, ໂດຍການບອກຕໍ່ກັນມາ ຈາກຜູ້ຄົນທີ່ໄດ້ໄປພົບເຫັນ, ຈາກອົງການຊ່ອຍເຫລືອ ຕ່າງໆ ແລະ ຈາກສື່ມວນຊົນ ຕ່າງປະເທດ, ແຕ່ຈະບໍ່ມີຂ່າວ ຣາຍງານ ໃນສື່ມວນຊົນລາວ ພໍເທົ່າໃດ.
ກ່ຽວກັບ ການບຸກລຸກ ດິນປູກຝັງ ຂອງຊາວບ້ານ, ເຈົ້າໜ້າທີ່ ແຜນການ ແລະ ການລົງທຶນ ແຂວງອັຕປື ກ່າວວ່າ ວ່າ:
"ຄື ຮູ້ນີ້ ກະມີສ່ວນຢູ່ ເຈົ້າເວົ້າມານີ້ ກະມີສ່ວນຢູ່. ບັດນີ້ ດ້ານນິຕິກັມ ເຂົາມີເດ ເຂົາຈັ່ງເຮັດ ຄັນຊິວ່າ ບໍຣິສັດຜິດ ເຂົາມີເອກສານ ຄົບຖ້ວນ ເຂົາຈຶ່ງເຮັດ. ແຕ່ວ່າ ຄືເຈົ້າເວົ້ານີ້ ມັນຖືກຢູ່ ແບບວ່າ ຖືກດິນປະຊາຊົນ ຫັ໋ນນາ, ແຕ່ວ່າເຂົາເສັຽຫາຍໃຫ້ເຈົ້າແບບວ່າ ຄັນຊິເວົ້າ ກະຄື ເຈົ້າເວົ້າຫັ໋ນລະ ແບບວ່າ ບໍ່ພໍໃຈນ໋າ ຢາກໃຫ້ໜ້ອຍນ໋າ ຖືວ່າ ຖືກດິນປະຊາຊົນ ຫັ໋ນນາ ເວລາ ບຸກເບີກນ໋າ ເພາະວ່າ ທາງຄະນະກັມມະການ ຂອງຂັ້ນແຂວງ ເພິ່ນກະລົງໄປ ສົມທົບກັບບ້ານຢູ່, ປຶກສາຫາລື ແບບວ່າ ເວົ້າວຽກການເມືອງຫັ້ນນາ ໃຫ້ປະຊາຊົນ ຮັບຮູ້ນໍາ. ບັດນີ້ ທາງເຈົ້າເມືອງ ຫລືວ່າ ທາງຄະນະ ກັມມະກາ ນຂອງແຂວງນີ້ເນາະ ເພິ່ນກະລົງໄປແນະນໍາ ແບບວ່າ ເນາະ. ບັດນີ້ ອະນຸຍາດ ນີ້ ບໍ່ແມ່ນແຂວງເດ, ສູນກາງ ພຸ້ນເດ ເປັນຜູ້ອະນຸຍາດ, ຄືວ່າ ໃຫ້ເພິ່ນ 10 ພັນເນາະ, ແຂວງມີສິດ ໃຫ້ແຕ່ 150 ເຮັກຕາຣ ນ໋າ. ບັດນີ້ ເອກສານ ເຂົາເອົາມາແຕ່ເທິງ ເຮັດກະຂັດບໍ່ໄດ້. ບຸກເບີກ ບັດນີ້ ເຂົາກະຕ້ອງ ໄປຫາທີ່ດິນ"
ຂ່າວການຍຶດດິນໄຮ່ດິນນາ ຂອງຊາວບ້ານ ໃນເຂດພາກໃຕ້ ຂອງລາວ ໄດ້ກາຍເປັນຂ່າວ ໂດງດັງ ພາດຫົວຂໍ້ ໃນຫລາຍໆສື່ມວນຊົນ ຂອງຕ່າງປະເທດ, ພາຍຫລັງ ທີ່ອົງການ ກໂລໂບລ໌ ວິດແນັດສ໌ (global witness) ທີ່ເຮັດວຽກ ຮັກສາສິ່ງແວດລ້ອມ ແລະ ດ້ານສິທທິມະນຸສ ໄດ້ອອກຣາຍງານ ເມື່ອວັນທີ 13 ເດືອນພຶສພາ ນີ້, ໂດຍໄດ້ເປີດເຜີຍ ບໍຣິສັດ ຍັກໃຫຍ່ ຂອງວຽດນາມ ຄື ຮ໋ວງ ອັນ ຢ໋າ ລ໋າຍ ແລະ ກຸ່ມ ຢາງພາລາ ວຽດນາມ. ຣາຽງານ ເວົ້າວ່າ ບໍຣິສັດດັ່ງກ່າວ ໄດ້ດໍາເນີນ ທຸຣະກິຈ ຢ່າງພາລາວ ໃນລາວ ແລະ ກັມພູຊາ ຢ່າງຜິດກົດໝາຍ ແລະ ຂາດຄວາມໂປ່ງໃສ, ໂດຍໄດ້ຮັບການຮ່ວມມື ຈາກເຈົ້າໜ້າທີ່ ສໍ້ຣາສບັງຫລວງ ເພື່ອຈັດສັນດິນໃຫ້ ບໍຣິສັດ. ນອກຈາກນັ້ນ, ບໍຣິສັດ ດັ່ງກ່າວ ຍັງໄດ້ຮັບການສນັບສນູນ ດ້ານການເງິນ ຈາກ ສະຖາບັນການເງິນ ນານາຊາຕ ແລະ ທະນາຄານ ດ໋ອຍຈ໌ ຂອງເຢັຽຣະມັນ.
ຍາງນາງ ເມກັ໋ນ ແມັກອິນແນັດສ໌, ຫົວໜ້າ ທິມງານ ສຳຣວດດິນ ຂອງ ກໂລໂບລ໌ ວິດແນັສ ກ່າວວ່າ:
“ໃນເວລາ ທີ່ພວກເຮົາ ໄດ້ລົມກັບ ບໍຣິສັດ ຮ໋ວງ ອັ໋ນ ຢາ ລ໋າຍ, ຊຶ່ງພວກເຮົາ ຄຶດວ່າ ບໍຣິສັດ ດັ່ງກ່າວ ໄດ້ສັມປະທານ ດິນ ໃນເຂດພາກໃຕ້ ຂອງລາວ ປະມານ 35 ພັນເຮັກຕາ. ໃນເວລາ ທີ່ພວກເຮົາ ເອົາຫລັກຖານ ໃຫ້ຂະເຈົ້າ ເບິ່ງ ວ່າ ພວກຂະເຈົ້າ ປະຕິບັດງານ ແບບຜິດກົດໝາຍ ຢູ່ລາວ ຮວມທັງ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ, ພວກຂະເຈົ້າ ປະຕິເສດ ການມີສ່ວນຮ່ວມ ໃນການປະຕິບັດງານ ທີ່ຜິດກົດໝາຍ. ພວກຂະເຈົ້າ ບອກວ່າ ຣັຖບານລາວ ໃຫ້ສັມປະທານ ດິນ ແກ່ພວກຂະເຈົ້າ ຢ່າງຖືກຕ້ອງ ຕາມກົດໝາຍ".
ພາຍຫລັງ ທີ່ຣາຍງານ ຂອງ ກໂລໂບລ໌ ວິດແນັດສ໌ ອອກມາ ບໍ່ເທົ່າໃດມື້, ທ່ານ ດວນ ຫງຽນ ດຶກ, ປະທານ ບໍຣິສັດ ຮວງ ອັນ ຢ໋າ ລ໋າຍ, ກໍໄດ້ອອກມາຕອບໂຕ ວ່າ: ບໍຣິສັດ ຂອງທ່ານ ມີຊື່ຢູ່ໃນ ຕລາດຫຸ້ນ. ທ່ານ ຄຶດວ່າ ຣາຍງານ ຂອງ ກໂລໂບລ໌ ວິດແນັດສ໌ ບໍ່ຖືກຕ້ອງ ແລະ ຫວັງຈະທໍາລາຍ ບໍຣິສັດ ຂອງທ່ານ, ແລະ ກັມມະມອນ ຫລາຍໆຄົນ ຈະບໍ່ມີວຽກເຮັດ.
"ພວກເຮົາ ເຮັດທຸກສິ່ງທຸກຢ່າງ ທີ່ເປັນໄປໄດ້. ທໍາອິດ, ພວກເຮົາ ມີຄວາມຈິງໃຈ ແລະ ໂປງໃສ. ຂ້າພະເຈົ້າ ຄຶດວ່າ ສະຖານະການ ໃນກັມພູຊາ ແມ່ນສັບສົນຫລາຍ. ຝ່າຍກົງກັນຂ້າມ ຜັກດັນ ກຸ່ມດັ່ງກ່າວ, ຄຶື ກໂລໂບລ໌ ວິດແນັດສ໌ ໃຫ້ເຮັດເຊັ່ນນັ້ນ. ພວກຂະເຈົ້າ ສເນີ ພົບພໍ້ກັບພວກເຮົາ, ແລະ ພວກເຮົາ ກໍໄດ້ສເນີ ຈັດການເດີນທາງ ເພື່ອສືບສວນ ອັນມີ ສື່ມວນຊົນ, ກໂລໂບ ວິດແນັດສ໌ ແລະ ຮວງ ອັ໋ນ ຢ໋າ ລ໋າຍ ໂດຍການອຸປຖັມ ຂອງ ບໍຣິສັດ ພວກເຮົາເອງ. ຫລັງຈາກນັ້ນ ຈຶ່ງຈະຮູ້ ຖ້າຫາກວ່າ ພວກເຮົາ ທໍາລາຍ ປ່າໄມ້ ຫລືບໍ່. ແຕ່ວ່າ ພວກຂະເຈົ້າ ຕ້ອງການ ພົບກັບພວກເຮົາ ຢູ່ວຽດນາມ. ພວກເຮົາ ສາມາດ ເຮັດຫຍັງໄດ້ແດ່ ຢູ່ວຽດນາມ?"
ຍາງນາງ ເມກັ໋ນ ແມັກອິນແນັດສ໌ ກ່າວຕື່ມວ່າ:
“ພວກເຮົາ ບໍ່ຄຶດວ່າ ເປັນສິ່ງທີ່ຮັບໄດ້ ທີ່ບໍຣິສັດ ຍັກໃຫຍ່ ຄື ຮ໋ວງ ອັ໋ນ ຢາ ລ໋າຍ ຈະບໍ່ມີຄວາມຮັບຜິດຊອບ ກ່ຽວກັບ ການດໍາເນີນ ກິຈການ ຂອງຕົນ ທີ່ລະເມີດກົດໝາຍ. ພວກເຮົາ ຄຶດວ່າ ມັນສຳຄັນຫລາຍ ທີ່ບໍຣິສັດ ດຳເນີນທຸຣະກິຈ ຕາມກົດໝາຍ, ແລະ ພວກເຮົາ ກໍຄຶດວ່າ ມັນສຳຄັນ ເຊັ່ນດຽວກັນ ທີ່ຣັຖບານລາວ ແລະ ກັມພູຊາ ສືບສວນ ແລະ ລົງໂທດ ໃນຂໍ້ຫາ ດຳເນີນງານ ທີ່ຜິດກົດໝາຍ".
ເຖິງຢ່າງໃດ ກໍຕາມ, ຊາວບ້ານ ທີ່ໄດ້ຮັບຜົລກະທົບນັ້ນ ຢາກຈະທໍາມາຫາກິນແບບດັ່ງເດີມ ແລະ ຫາກິນ ແບບອິສຣະ ໂດຍທີ່ບໍ່ຕ້ອງ ເພິ່ງພາ ນາຍທຶນຕ່າງໆ.
"ບໍ່ຢາກ ເປັນຂ້ອຍບໍຣິສັດ ຢາກຊອກຢູ່ຫາກິນເອງ ຕາມເຮັດໄດ້ເຮັດກິນ ພາຍຫລັງ ນີ້ລະ ເຮັດໄຮ່ເຮັດນາ. ບໍ່ໄດ້ຊົດເຊີຍບາງຕອນ ໄຮ່ນາປະຊາຊົນ ເພິ່ນວ່າ ຣັຖບານ ຕົກລົງ ໃຫ້ບໍຣິສັດໝົດ. ດຽວນີ້່ ບໍຣິສັດ ລະຕ້ອງດຸດ ບໍ່ໃຫ້ປະຊາຊົນເຮັດນາ. ຂົນເມືອຫວຽດ,ໂດຍເປັນ 5 ຖ້ຽວຄັນຣົຖ ກໍມີ ເອີມື້ນຶ່ງ.ຄັນແມ່ນຍາມເພິ່ນເອົາໄປ ກະໂອ້ຍ ກາງຄືນກະເອົາໄປ ກາງເວັນ ກະເອົາໄປລະ ພວກນີ້."
ການລົງທຶນ ໃນທຸຣະກິຈ ຢາງພາລາງ ໃນປະເທດລາວ ໄດ້ເພີ້ມຂຶ້ນ ຢ່າງກ້ວາງ ຕັ້ງແຕ່ ກາງຊຸມປີ 2000 ເປັນຕົ້ນມາ ແລະ ການປູກພືດ ດັ່ງກ່າວ ມີຢູ່ໃນທົ່ວປະເທດ. ທາງພາກເໜືອ ແມ່ນບໍຣິສັດຈີນ ເປັນຜູ້ລົງທຶນ. ສໍາລັບ ບໍຣິສັດ ວຽດນາມ ແມ່ນຢູ່ທາງພາກໃຕ້ ເປັນຕົ້ນແມ່ນ ແຂວງເຊກອງ, ອັຕປື, ຈໍາປາສັກ ແລະ ສາລະວັນ. ການຂະຍາຍເນື້ອທີ່ຢາງພາລາ ໄປຍັງເຂດຊົນນະບົດ ບໍ່ໄດ້ຖາມ ຄວາມຄິດເຫັນ ຂອງປະຊາຊົນ ແຕ່ຢ່າງໃດ ດັ່ງນັ້ນ ຈຶ່ງເຮັດໃຫ້ ເກີດຄວາມຂັດແຍ່ງ ຣະຫວ່າງ ປະຊາຊົນ ແລະ ນັກລົງທຶນ ຕາມມາ ຢູ່ເລື້ອຍໆ.
