ຄົນງານສວນກ້ວຍອອກຕຸ່ມ ແດງ ຄັນ

ມະນີຈັນ
2015.04.23
F-Banana ສວນປູກກ້ວຍ ຂອງ ນັກລົງທຶນຈີນ ຢູ່ ແຂວງບໍ່ແກ້ວ
RFA

ເຈົ້າໜ້າທີ່ ແຂວງ ບໍ່ແກ້ວ ຜູ້ ບໍ່ປະສົງ ອອກຊື່ ທ່ານນຶ່ງ ໄດ້ ຣາຍງານ ວ່າ ມີ ຊາວບ້ານຢູ່ ແຂວງ ບໍ່ແກ້ວ ຢ່າງ ນ້ອຍ 3 ຄົນ ເປັນຕຸ່ມ ຢູ່ ໜ້າ ແລະ ຫົວ ຫລັງຈາກ ທີ່ ໄປ ເຮັດວຽກ ຢູ່ ສ່ວນກ້ວຍ ທີ່ ເປັນ ຂອງ ຊາວຈີນ. ຊາວບ້ານ ໄດ້ ເວົ້າຕໍ່ ເຈົ້າໜ້າທີ່ ວ່າ ຄົນ ພາຍໃນ ບ້ານ ໄປ ເຮັດວຽກ ຢູ່ ສວນກ້ວຍ ພາກັນ ເປັນ ຕຸ່ມ ໝົດ ທຸກຄົນ:

"ແມ່ນ ແບກກ້ວຍ ນີ້ ແຫລະ ຢູ່ບ້ານ ມີ 3 ຄົນ ເປັນ ທັງສາມ ໝົດ ເຈົ້າຂອງ ສວນ ບໍ່ຊ່ວຍ ຈັກ ກີບ ແຫລະ ໄປ ໂຮງໝໍ ຈີນ ລະໄດ້ 5 ເທື່ອ ເອີ ນະ ໄດ້ 3 ເທື່ອ ໄປ ໂຮງໝໍ ຊຽງຮາຍ 2 ເທື່ອ".

ອີງຕາມ ການ ບອກເລົ່າ ຂອງ ຊາວບ້ານ ອາການ ຂອງ ຜູ້ທີ່ເປັນ ນັ້ນ ຄື ມີຕຸ່ມ ຫລຶື ເປັນຜື່ນ ແດງ ຊໍ້າ ຢູ່ ໜ້າ ແລະ ຫົວ ແລະ ຈະມີ ອາການ ຄັນ. ຊາວບ້ານ ທີ່ ມີອາການ ແບບນີ້ ເຮັດວຽກ ມາໄດ້ ຫລາຍ ເດືອນ ແລ້ວ. ໃນການ ໄປ ປິ່ນປົວ ຊາວບ້ານ ຕ້ອງຈ່າຍ ເອົາເອງ.

ແຕ່ຍັງ ບໍ່ທັນ ມີການ ບົ່ງບອກ ຈາກ ແພດ ວ່າ ອາການ ທີ່ ຊາວບ້ານ ເປັນນັ້ນ ແມ່ນ ສາເຫດ ມາຈາກ ຫຍັງ, ແລະ ນັກ ຂ່າວ ເອເຊັຽ ເສຣີ ກໍ ພຍາຍາມ ຕິດຕໍ່ ສອບຖາມ ໄປຍັງ ເຈົ້າໜ້າທີ່ ສາທາຣະນະສຸກ ແຂວງ ແລະ ໂຮງໝໍ ແຂວງ ຊຽງຣາຍ ຂອງໄທ ແຕ່ກໍຍັງ ບໍ່ ສາມາດ ຕິດຕໍ່ ໄດ້.

ພ້ອມກັນ ນັ້ນ ເຈົ້າໜ້າທີ່ ຍັງ ກ່າວ ອີກວ່າ ກັມມະກອນ ທີ່ ເຮັດວຽກ ໃນ ສວນກ້ວຍ ຢູ່ ແຂວງ ພາກເໜືອ ສ່ວນຫລາຍ ຈະມີ ສະພາບ ເປັນຢູ່ ທີ່ ເປື້ອນເປີ -ຂາດ ຫລັກ ອະນາໄມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.