ຄົນງານລາວຖືກຊ່ອຍຈາກເຮືອ ຫາປາ
2015.04.22
ຍານາງ ປະຕິມາ ຕັ້ງປະຣິຊາກຸລ ຈາກ ມູລນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຫລື LPN ຂອງ ໄທ ເປີດເຜີຍ ໃນ ວັນທີ 21 ເມສາ 2015 ວ່າ ຂນະນີ້ ມູລນິທິ ຂອງ ຍານາງ ໄດ້ ຊ່ອຍເຫລືອ ຄົນງານ ລາວ ທີ່ ຖືກ ຫລອກໄປ ເປັນ ລູກຈ້າງ ເຮືອ ປະມົງ ຂອງໄທ ໃນ ປະເທດ ອິນໂດເນເຊັຽ ໄດ້ 6 ຄົນ. ໃນມື້ ວັນທີ 22 ເມສາ ນີ້ ຈະໄດ້ ເອົາ ຍາດພີ່ນ້ອງ ຂອງ ເຂົາເຈົ້າ ໄປ ສະຖານທູດ ລາວ ທີ່ ບາງກອກ ເພື່ອ ຂໍ ຄວາມ ຊ່ວຍເຫລືອ ໃນການ ຈັດສົ່ງ ເຂົາເຈົ້າ ກັບຄືນ ປະເທດ ລາວ. ຍານາງກ່າວວ່າ:
"ຄົນລາວ ທີ່ ເກາະ ອໍາບົນ ພົບ ທັງໝົດ 6 ຄົນ ຍັງ ບໍ່ເຄີຍ ມີການ ສົ່ງ ຄົນງານ ລາວ ທີ່ ເປັນ ຊາວ ປະມົງ ຈາກ ອິນໂດເນເຊັຽ ກັບມາ ເລີຍ ກ່ອນໜ້າ ນີ້ ເພາະມັນ ຍັງບໍ່ມີ ແນວທາງ ປະຕິບັດ ຫລື ວ່າກົລໄກ ທີ່ ຈະພາ ພວກເຂົາ ກັບ ບ້ານ. ໃນ ຈຳນວນ 6 ຄົນ ນີ້ມີ 2 ຄົນ ທີ່ ມີ ພີ່ນ້ອງ ມາຫາ ແລ້ວ".
ຍານາງ ເວົ້າວ່າ ທີ່ ຜ່ານມາ ອົງການ ຂອງ ຍານາງ ໄດ້ ປະສານງານ ກັບ ອົງການ ຈັດຕັ້ງ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຫລື NGO ດ້ານ ສິດທິ ມະນຸດ ໃນ ປະເທດ ລາວ ບາງ ອົງການ ເພື່ອ ຕິດຕາມ ຫາຍາດ ພີ່ນ້ອງ ຂອງ ລູກເຮືອ ທີ່ ຕົກເປັນ ເຫຍື່ອ ຂອງ ຂະບວນການ ຄ້າມະນຸດ ຄັ້ງນີ້. ແລະ ຂນະ ດຽວກັນ ກໍກໍາລັງ ພຍາຍາມ ຊ່ອຍ ຄົນງານ ລາວ ທີ່ ຍັງ ຕົກຄ້າງ ຢູ່ ໃນ ເຮືອ ປະມົງ ອີກ ຫລາຍ ຄົນ.
ຄົນງານ ທີ່ ຖືກ ຫລອກລວງ ໄປ ເຮັດວຽກ ໃນ ເຮືອ ປະມົງ ໄທ ທີ່ ຫາປາ ໃນ ເຂດນໍ້າ ຂອງ ອິນໂດເນເຊັຽ ປະກອບ ດ້ວຍ ຄົນງານ ຈາກ 4 ປະເທດ ຄື ລາວ ພະມ້າ ກັມພູຊາ ແລະ ໄທ. ເຈົ້າໜ້າທີ່ NGO ຄາດວ່າ ຍັງມີ ຄົນງານ ທີ່ ລໍຖ້າ ການ ຊ່ວຍເຫລືອ ຢູ່ ເຖິງ 3 ພັນ ຄົນ. ໃນນັ້ນ ຄົນງານ ລາວ ອາຈ ມີ ຮອດ 7 ຫາ 8 ຮ້ອຍ ຄົນ.
ການນເອົາ ຄົນງານ ໄປ ເຮັດວຽກ ໃນ ເຮືອນັ້ນ ມີ 2 ຮູບແບບ ຄື: 1.ສມັກໃຈ ໄປ ແຕ່ທົນ ຕໍ່ ສະພາບ ເຮັດວຽກ ໃນ ເຮືອ ບໍ່ໄຫວ ກໍຢາກ ກັບ ບ້ານ ແຕ່ ກັບ ບໍ່ໄດ້ ແລະ 2.ຖືກ ລັກພາ ຕົວໄປ ໂດຍທີ່ ພວກເຂົາ ບໍ່ ຍິນຍອມ ແຕ່ ກໍບໍ່ ສາມາດ ຫລົບໜີ ກັບມາ ໄດ້.
ຍານາງ ປະຕິມາ ກ່າວຕື່ມ ອີກວ່າ ໃນ ອະນາຄົດ ອາຈມີການ ຂໍທຶນ ເພື່ອ ເປັນຄ່າ ໃຊ້ຈ່າຍ ໃນການ ເອົາ ຄົນງານ ລາວ ທີ່ ຕົກເປັນ ຜູ້ເຄາະຮ້າຍ ນັ້ນ ກັບ ຄືນ ປະເທດ ແລະ ຢາກໃຫ້ ສື່ມວນຊົນ ໃນລາວ ແລະ ຕ່າງ ປະເທດ ຊ່ວຍກັນ ກະຈາຍ ຂ່າວ ອອກໄປ.