ສະພາບອາກາດຜັນແປ ກະທົບລາວບໍ່ໜ້ອຍ

0:00 / 0:00

ສປປ ລາວ ໄດ້ຮັບ ຜົລກະທົບ ຈາກ ສະພາບອາກາດ ປ່ຽນແປງ ຫລາຍ ພໍສົມຄວນ.

ທະນາຄານ ພັທນາເອເຊັຽ ຣາຍງານວ່າ ສປປ ລາວ ບໍ່ແມ່ນ ປະເທດທີ່ ສ້າງມົລພິດ ລາຍໃຫຍ່ ແຕ່ໄດ້ຮັບ ຜົລກະທົບ ຈາກ ສະພາບອາກາດ ປ່ຽນແປງ ຫລາຍ ພໍສົມຄວນ. ສປປ ລາວ ຖືວ່າ ເປັນປະເທດ ທີ່ໄດ້ຮັບ ຜົລກະທົບ ຈາກ ອາກາດປ່ຽນແປງ ປານກາງ ຖ້າທຽບໃສ່ ປະເທດ ເພື່ອນບ້ານ.

ທາງການລາວ ຄາດການວ່າ ການເພີ້ມຂຶ້ນ ຂອງ ສະພາບອາກາດ ປ່ຽນແປງ ອາຈສົ່ງ ຜົລກະທົບ ຣາຍໃຫຍ່ ຕໍ່ການກະເສດ, ການ ບໍຣິການ ນ້ຳ ແກ່ ປະຊາຊົນ ຄວາມປອດພັຍ ທາງອາຫານ ແລະ ການຣະບາດ ຂອງ ເຊື້ອໂຣຄ ຕ່າງໆ ໃນລາວ ໂດຍສະເພາະ ໃນເຂດ ຊົນນະບົດ.

ສະພາບອາກາດ ປ່ຽນແປງ ໃນ ປັດຈຸບັນ ໄດ້ສົ່ງ ຜົລກະທົບ ຕໍ່ ສະພາບແວດລ້ອມ ແລະ ການພັທນາ ເສຖກິດ ແລະສັງຄົມ ໃນລາວ ເຊັ່ນ ນ້ຳຖ້ວມ ຫຼື ແຫ້ງແລ້ງ ແລະ ດີນເຈື່ອນ. ເຫດການ ດັ່ງກ່າວ ສົ່ງຜົລກະທົບ ຕໍ່ ແຫລ່ງນ້ຳ ທັມມະຊາດ ປ່າໄມ້ ການກະເສດ ທີ່ ອາສັຍນ້ຳ ຈາກ ແຫລ່ງນ້ຳ ທັມມະຊາດ ການປະມົງ ແລະ ຄວາມປອດພັຍ ທາງດ້ານ ອາຫານການກິນ ພາຍໃນ ປະເທດ.

ຣັຖບານລາວ ມີຄວາມເປັນຫ່ວງ ກ່ຽວກັບ ຜົລກະທົບ ຈາກອາກາດ ປ່ຽນແປງ ຕໍ່ ການພັທນາ ເສຖກິດ ແລະສັງຄົມ ໃນລາວ ຕໍ່ໂຄງການ ຫລຸດຜ່ອນ ຄວາມທຸກຍາກ ແລະ ການພັທນາ ທີ່ຍືນຍົງ ແລະ ໂຄງການຕ່າງໆ ໃນລາວ. ໃນປີຫລັງໆ ມານີ້ ສະພາບອາກາດ ປ່ຽນແປງ ຫລາຍ ໃນຂົງເຂດ ດ່ັງມີ ລົມພະຍຸແຮງ ນ້ຳຖ້ວມຫລາຍ ແລະ ພັຍແຫ້ງແລ້ງ ແບບບໍ່ເຄີຍ ມີມາກອ່ນ ໃນອະດີດ.