ຕີນໝີ-ຊີ້ນເສືອ ມີຂາຍຢູ່ລາວ

0:00 / 0:00

ສປປລາວ ກາຍເປັນ ສູນກາງ ການຄ້າ ສັດປ່າ ທີ່ ໃກ້ຈະສູນ ພັນ ໃຫ້ ນັກ ທ່ອງທ່ຽວ ປະເທສ ເພື່ອນບ້ານ ຊາວຈີນ ທີ່ ມີຄວາມ ຕ້ອງການ ສັດປ່າ ທີ່ ຜິດ ກົດໝາຍ ນັ້ນ. ຕາມຄໍາເວົ້າ ຂອງ ອົງການ ສືບສວນ ສິ່ງ ແວດລ້ອມ EIA ຊຶ່ງ ອົງການ ຂ່າວ ເອແອັຟພີ ຣາຍງານ ໃນ ວັນທີ 19 ມິນາ.

ຊາວຈີນ ສ່ວນຫລາຍ ເຊື່ອວ່າ ຊີ້ນສັດປ່າ ທີ່ ຫາຍາກ ແລະ ຊິ້ນສ່ວນ ຕ່າງໆ ຂອງມັນ ເປັນຢາ ບໍາຣຸງ ກໍາລັງ ທີ່ ມີຄຸນຄ່າ ສໍາລັບ ສຸຂພາບ ແລະ ຮ່າງກາຍ.

ອົງການ ສືບສວນ ສິ່ງ ແວດລ້ອມ ຮຽກຮ້ອງ ໃຫ້ ສປປລາວ ຈັດຕັ້ງ ທິມງານ ຂຶ້ນ ໃນທັນທີ ເພື່ອ ແກ້ໄຂ ບັນຫາ ການຄ້າ ສັດປ່າ ທີ່ ຜິດ ກົດໝາຍ ແລະ ຍຶດ ຊິ້ນສ່ວນ ຂອງ ສັດປ່າ ທັງໝົດ ທີ່ ຖືກນໍາມາ ຂາຍ ຢູ່ ໃນເຂດ ເສຖກິດ ພິເສດ ສາມ ຫລ່ຽມຄໍາ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ເຂດ ຊາຍແດນ ລາວ ກັບ ພະມ້າ ແລະ ໄທ.

ອົງການ ສືບສວນ ສິ່ງ ແວດລ້ອມ ຣາຍງານ ອີກວ່າ ເຂດ ເສຖກິດ ພິເສດ ທີ່ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຄືກັບວ່າ ເປັນ ດິນແດນ ຕອນນຶ່ງ ຂອງຈີນ ເພາະ ໃຊ້ແຕ່ ພາສາ ຈີນ, ປ້າຍ ຮ້ານຄ້າ ກໍເປັນ ພາສາ ຈີນ ທັງໝົດ, ໃຊ້ ເວລາ ໂມງ ດຽວກັນ ກັບ ນະຄອນ ຫລວງ ປັກກິ່ງ ແລະ ຄົນງານ ກໍ ແມ່ນຄົນຈີນ.

ເຂດ ເສຖກິດ ພິເສດ ຢູ່ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ທີ່ວ່ານັ້ນ ເປັນທັງ ແຫຼ່ງ ຫລິ້ນ ການ ພະນັນ ໃຫຍ່ ແລະ ເປັນທັງ ສູນກາງ ການຄ້າ ສັດປ່າ ຮວມທັງ ເສືອ ແລະ ໝີ ທີ່ ຫາຍາກ ແລະ ໃກ້ຈະສູນ ພັນ ນໍາດ້ວຍ.