ມ.ຫ້ວຍຊາຍຖນົນເປ່ເພ ຍາມຝົນ

ໄມຊູລີ
2017.05.23
f-huayxai ຖນົນໃນໝູ່ບ້ານນຶ່ງ ຂອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
RFA/PN

ປະຊາຊົນໃນຫລາຍບ້ານ ຢູ່ນອກເຂດເທສບານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຮັບຜົນກະທົບ ຈາກ ສະພາບຖນົນ ຫົນທາງເປ່ເພ ເປັນຕົ້ນ ບ້ານຂອນແກ້ວ ບ້ານນາແຫລ່ ບ້ານວຽງໃໝ່ ແລະບ້ານ ໄຊຈະເຣີນ ໄດ້ ຮັບຜົນກະທົບ ຫລາຍກວ່າ ບ້ານອື່ນໆ ໃນຣະດູຝົນ ຖນົນເປັນຫລຸມໃຫຍ່ ເສັ້ນທາງເປັນຂີ້ຕົມ. ຕາມການເປິດເຜີຍ ຂອງ ເຈົ້າໜ້າທີ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທ່ານນຶ່ງ:

“ມີຫລາຍບ້ານຢູ່ ທາງເປ່ເພ ມັນກໍມີຫລາຍຈຸດ ໜັກແມ່ນຢູ່ບ້ານ ໄຊຈະເຣີນ ກາຍບ້ານທົ່ງ ໄປທາງມັນແຕກ ແຕກແລ້ວ ເຂົາເຈາະເຈົ້າ ແລ້ວເຂົາປູ ເບຕົງໃສ່ ເປັນຫລຸມເບິດ ແມ່ນລໍາບາກຫລາຍ ມັນເປັນຣົຖບັນທຸກ ແມ່ນຫລາຍເນາະ ເຂົາເປັນບ່ອນປ່ຽນ ຖ່າຍສິນຄ້າ ຣົດ ຫັນເຂົ້າອອກເນາະ ເຮັດໃຫ້ທາງ ມັນລະເພໝົດ”.

ທ່ານກ່າວຕໍ່ໄປວ່າ ຈຸດໜັກແມ່ນ ຢູ່ບ້ານ ໄຊຈະເຣີນ  ຖນົນເປັນຫລຸມກວ້າງ ຣະຍະທາງ 1 ກິໂລແມັດ ເນື່ອງຈາກເປັນຈຸດ ທ່າເຮືອ ຂົນສົ່ງສິນຄ້າ ຣະຫວ່າງ ລາວ-ໄທ, ໃນແຕ່ລະມື້ ມີຣົຖບັນທຸກ ຂນາດໃຫຍ່ ປ່ຽນຖ່າຍສິນຄ້າ ບໍຣິເວນ ຖນົນພາຍໃນບ້ານ ໄຊຈະເຣີນ ບໍ່ຕໍ່າກ່ວາ 20 ຄັນ ເຮັດໃຫ້ຖນົນ ເປັນຫລຸມ ແຕ່ບໍ່ເຄີຍ ໄດ້ຮັບການສ້ອມແປງ ຈັກເທື່ອ.

ສ່ວນບ້ານວຽງໃໝ່ ກໍເປັນຈຸດນຶ່ງ ທີ່ປະຊາຊົນ ຮ້ອງຮຽນເຂົ້າມາຫລາຍ ໃຫ້ທາງການ ລົງໄປສ້ອມແປງ ຖນົນຫົນທາງ ພາຍໃນເຂດບ້ານ ໃຫ້ເນື່ອງຈາກ ສະພາບຖນົນ ເປັນດິນແດງ ໃນຣະດູແລ້ງ ຈະເປັນຂີ້ຝຸ່ນ ກະຈາຍໄປ ໃສ່ເຮືອນຊານ ຂອງປະຊາຊົນ ແລະ ໃນຣະດູຝົນ ກໍເປັນຂີ້ຕົມ ຈະໄປມາທາງໃດ ກໍແສນຍາກລໍາບາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.