ເຄມີຂ້າສັດຕູພືດ ຍັງໃຊ້ ແບບບໍ່ ຄຸ້ມຄອງ

ມະນີຈັນ
2018.09.27
F-bokeo ສວນປູກກ້ວຍຂອງ ຈີນ ໃນແຂວງບໍ່ແກ້ວ
RFA/AS

ນັບຕັ້ງແຕ່ຣັຖບານລາວ ໄດ້ອອກຄໍາສັ່ງຍຸຕິ ການໃຫ້ສັມປະທານ ເຮັດສວນກ້ວຍ ຂອງຈີນ ໃນທົ່ວປະເທດ ເມື່ອປີ 2016 ຍ້ອນຈີນ ໃຊ້ສານເຄມີ ທີ່ເປັນອັນຕະຣາຍຮ້າຍແຮງ ເປັນຕົ້ນຢາຂ້າຫຍ້າ, ຢາປາບສັດຕຣູພືດ ແລະສານເຄມີເລັ່ງ ໃຫ້ກ້ວຍໃຫຍ່ໄວ. ປັຈຈຸບັນ ສວນກ້ວຍຈີນ ຢູ່ເມືອງຕົ້ນເຜິ້ງ ແລະເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຫລຸດລົງ ແຕ່ຍັງກວດພົບວ່າ ມີການໃສ່ສານເຄມີ ຫລາຍຢູ່.

ກຸ່ມສຶກສາຂໍ້ມູນ ຂອງໄທກ່ຽວກັບຜົນກະທົບ ຕໍ່ນໍ້າໃນແມ່ນ້ຳຂອງ ຢູ່ເຂດຊາຍແດນຕິດກັບ ແຂວງບໍ່ແກ້ວ ຂອງລາວ ບອກວ່າຈາກການ ສຶກສາ ຄຸນນະພາບນໍ້າ ໃນແມ່ນໍ້າຂອງ ປີ 2017-18 ພົບວ່າຄຸນນະພາບນໍ້າ ຍັງມີສານເຄມີປົນເປື້ອນ ຫລາຍຢູ່ ຍ້ອນ ສວນກ້ວຍ ຂອງຈີນ ຢູ່ຝັ່ງລາວ ທີ່ຍັງເຫລືອ ໃຊ້ສານເຄມີຮຸນແຮງ. ເວລາຝົນຕົກ ສານເຄມີຈະໄຫລລົງສູ່ ແມ່ນໍ້າຂອງ. ດັ່ງທ່ານ ຈີຣະສັກ ອິນທະຍົດ ຜູ້ປະສານງານເຄືອຂ່າຍ ກຸ່ມຮັກຊຽງຂອງ ຂອງໄທ ກ່າວຕໍ່ RFA ໃນມື້ວັນທີ່ 26 ກັນຍາ ນີ້ວ່າ:

"ສວນກ້ວຍ ທາງຝັ່ງລາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຣະຍະປີສອງປີຜ່ານມາ ຣັຖບານລາວ ສັ່ງໃຫ້ຢຸດການປູກກ້ວຍ ເພະວ່າມັນມີ ຜົນກະທົບ ເຣື່ອງສານເຄມີ ເຣື່ອງສຸຂພາບ ຂອງປະຊາຊົນ. ແຕ່ວ່າຕອນນີ້ ເຮົາກໍຍັງພົບເຫັນວ່າ ຍັງມີການໃຊ້ສານເຄມີ ຫລາຍຢູ່ ຍັງມີການປູກກ້ວຍຢູ່ ຍັງມີຂີ້ເຫຍື້ອ ຈາກສວນກ້ວຍ ທີ່ປົນເປື້ອນສານເຄມີຕ່າງໆ ກອງຢູ່ແຄມແມ່ນໍ້າຂອງ ຮວມທັງຖັງສານເຄມີ ນຳດ້ວຍ.”

ທ່ານເວົ້າວ່າ ຈາກການເອົານໍ້າໃນແມ່ນໍ້າຂອງ ມາວັດແທກຄຸນນະພາບ ປີ 2018 ນີ້ ກໍພົບວ່ານໍ້າ ມີ Oxygen ພຽງ 1 ຈຸດ 2 ມິລລີກຣາມຕໍ່ລິດ ຕໍ່າກ່ວາ ເກນມາຕຖານ ທີ່ຕັ້ງໄວ້ຄື 2 ມິລລີກຣາມ ຕໍ່ລິດ, ແຕ່ປີນີ້ ກໍຖືວ່າດີກ່ວາປີ 2016-17 ທີ່ປະຣິມານ Oxygen ໃນນໍ້າມີພຽງ 0 ຈຸດ 08 ມິລລີກຣາມຕໍ່ລິດ ເທົ່ານັ້ນ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ເມືອງຕົ້ນເຜິ້ງ ເວົ້າວ່າທາງການ ກໍກວດກາສວນກ້ວຍຢູ່ເລື່ອຍໆ ແລະໄດ້ພົບສວນກ້ວຍ ບາງແຫ່ງຂອງຈີນ ທີ່ຍັງບໍ່ທັນໝົດ ສັນຍາສັມປະທານນັ້ນ ໃຊ້ສານເຄມີຢູ່:

“ທາງເມືອງເຮົາ ລົງຄຸ້ມຄອງສກັດກັ້ນ ຕາມຣະບຽບຫລັກການ ແລະສວນກ້ວຍຈີນຫັ້ນ ກໍແມ່ນເຂົາເຈົ້າ ກໍເຮັດບໍ່ຖືກຣະບຽບ ຫລັກການ ຈໍານວນນຶ່ງ ເພາະວ່າເຣື້ອງສານເຄມີນີ້ ເຂົາເຈົາຈະໃສ່ເກິນຄາດ ແຫລະ ເນາະ.”

ເຈົ້າໜ້າທີ່ເມືອງຫ້ວຍຊາຍ ກໍເວົ້າຄືກັນວ່າປັຈຈຸບັນ ສວນກ້ວຍຈີນ ໃນເມືອງນີ້ ຫລຸດລົງຫລາຍແລ້ວ ຍັງເຫລືອແຕ່ສວນກ້ວຍ ທີ່ຍັງບໍ່ທັນໝົດ ສັນຍາສັມປະທານ. ສ່ວນດິນ ທີ່ເຄີຍປູກ ກ້ວຍນັ້ນກໍກາຍເປັນດິນ ທີ່ບໍ່ມີຄຸນນະພາບ ຍ້ອນມີການໃສ່ ສານເຄມີ ຫລາຍ:

"ຄັນວ່າຖາມວ່າ ຍັງຫລາຍບໍ ມັນກໍຫລາຍ ແຕ່ວ່າ ແຕ່ກ່ອນມັນແຮງຫລາຍກວ່ານີ້ເນາະ ຖືວ່າມັນຫລຸດຜ່ອນໄປຫລາຍເຕິບ ແຕ່ວ່າກ້ວຍ ຕົວທີ່ມັນຍັງແຜນເຂົາເຊົ່າ ນໍາປະຊາຊົນ ສົມມຸດວ່າ 5 ປີ ແລ້ວ ເຂົາຈ່າຍໄປແລ້ວເນາະ ເຂົາຈະຍັງຄາຕົວ ນັ້ນ ແຕ່ວ່າ ຖ້າໝົດກໍານົດ 5 ປີ ຕົວ ນັ້ນຖືວ່າຍຸຕິແລ້ວ ບໍ່ໃຫ້ປູກແລ້ວ ໃຊ້ສານເຄມີ ເຮົາຈະຫ້າມຂາດຕົວ ນັ້ນ ແຕ່ວ່າເຣື້ອງ ເຮົາວິເຄາະ ເຮົາຈະຟຶ້ນຟູ ເຣື້ອງເຮົາຈະ ຊອກວິຖີທາງ ຕົວນັ້ນເຮົາ ເຮົາບໍ່ທັນໄດ້ເວົ້າ ກັນເທື່ອເນາະ.”

ຕາມຂໍ້ມູນຂອງຜແນກກະສິກັມ ແຂວງບໍ່ແກ້ວ, ຫລາຍປີຜ່ານມາ ທົ່ວແຂວງບໍ່ແກ້ວ ໄດ້ໃຫ້ນັກລົງທຶນຈີນ ເຂົ້າມາສັມປະທານທີ່ດິນ ປູກກ້ວຍໃນເນື້ອທີ່ປະມານ 3 ພັນເຮັກຕາ ຊຶ່ງສ່ວນໃຫຍ່ຢູ່ເມືອງຜາອຸດົມ, ຫ້ວຍຊາຍແລະເມືອງຕົ້ນເຜິ້ງ. ໃນຈຳນວນເນື້ອທີ່ ທີ່ວ່ານັ້ນ ຍັງບໍ່ໄດ້ໄລ່ ເນື້ອທີ່ດິນທີ່ຊາວບ້ານ ໃຫ້ຈີນ ເຊົ່າດິນຂອງຕົນ ດ້ວຍຕົນເອງເຂົ້າໃສ່ນຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.