ໂຄງການ ຂຸດຄົ້ນບໍ່ແຮ່ ສ້າງຜົລກະທົບ ຫຼາຍດ້ານ

0:00 / 0:00

ການ​ຂຸດ​ຄົ້ນ​ບໍ່​ແຮ່​ໃນ​ປະ​ເທດ​ລາວ ໄດ້​ສ້າງ​ຜົ​ລ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ຊຸມ​ຊົນໃກ້​ຄຽງ. ຫຼັງ​ຈາກ​ທີ່​ມີ​ການ​ຂຸດ​ຄົ້ນ​ແລ້ວ, ບໍ​ຣິສັດຂຸດ​ຄົ້ນ ສ່ວນ​ຫຼາຍ ບໍ່​ມີ​ການ​ຟື້ນ​ຟູ​ສ​ພາບ​ແວດ​ລ້ອມທີ່​ເສັຽ​ໄປນັ້ນ, ໄດ້​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ການ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ.

ເຈົ້າ​ໜ້າ​ທີ່ ​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ທ່ານ​ນຶ່ງ ຜູ້​ທີ່​ເຮັດ​ວຽກ​ດ້ານ​ສິ່ງ​ແວດ​ລ້ອມ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ທຳ ​ລາຍ​ຊັ​ພ​ຍາ​ກອນ​ທັມ​ຊາດ​ເນາະ ຫຼັງ​ຈາກ​ເຮັດ​ແລ້ວ, ກະ​ບໍ່​ມີ​ການ​ປັບ​ປຸງ, ບໍ່​ມີ​ການ​ບຸຣະ​ນະ​ຮັກ​ສາ​ຄືນ ອັນ​ທີ​ນຶ່ງ​ຫັ້ນ​ນະ, ອັນ​ທີ​ສອງ​ລະ​ແມ່ນ ຜົ​ລ​ກະ​ທົບ​ຕໍ່​ສັດ​ນ້ຳ​ສັດ​ປ່າ ແລະ ກະ​ປະ​ຊາ​ຊົນ. ປະ​ຊາ​ຊົນ ມັນ​ກະ​ແຕະ​ຕ້ອງ​ ການ​ທຳມາ​ຫາ​ກິນ​ຂອງ​ເຂົາ​ຫັ້ນ​ລະ."

ເຂດ​ພື້ນ​ທີ່​ສັມ​ປະ​ທານ​ຂຸດ​ຄົ້ນ​ບໍ່​ແຮ່ ໄປ​ກວມ​ເອົາ​ເນື້ອ​ທີ່​ດິນ​ທຳກິນ ແລະ ເຮັດ​ໃຫ້​ຊາວ​ບ້ານ​ບໍ່​ສາ​ມາດຜ​ລິດ​ກະ​ສິ​ກັມເພື່ອ​ລ້ຽງ​ຊີບ​ໄດ້.

ເຈົ້າ​ໜ້າ​ທີ່ ອົງ​ການພາ​ກ​ປະ​ຊາ​ສັງ​ຄົມ ທ່ານ​ນີ້ ກ່າວ​ຕື່​ອີກວ່າ:

" ໜໍ່ ​ໄມ້​ເຂົາ​ກະ​ຫາຍ ເນື້ອ​ທີ່​ທຳ​ການ​ຜ​ລິດ​ເຂົາ​ກະ​ຫາຍ ນ້ຳ​ເຂົາ​ກະ​ເປັນ​ພິດ ຂີ້​ຫີນ ຂີ້​ຫຍັງ​ກະ​ໄຫຼ​ລົງ​ມາ​ໃສ່​ໄຮ່​ນາ​ຕາ​ກ້າ​ເຂົ້າ​ໝົດ ແຕ່​ວ່າ ຕາມ​ເຂົາ​ວ່າ ເຂົາ​ເຮັດ​ແລ້ວ​ຊິ​ບຸຣະ​ນະ​ຫຍັງ​ໃຫ້ຫັ້ນເຂົາ​ເວົ້າ​ຊື່ໆ ເຂົາ​ບໍ່​ເຮັດ​ດອກ​ອັນ​ນັ້ນ​ນະ. ເອົາ​ໄປ, ເອົາ​ມາ ກະ​ແມ່ນ​ປະ​ຊາ​ຊົນ​ຫັ້ນ​ ຫຍຸ້ງ​ຍາກ​, ສັບ​ສົນ​ຫຼາຍ, ເຣື່ອງ​ຜົ​ລ​ກະ​ທົບ​ອັນ​ນີ້​ຫັ້ນ."

ຢູ່​ເມືອງ​ກະ​ລຶມ​ ແລະ ເມືອງ​ດາກ​ຈຶງ ແຂວງ​ເຊກອງ ທີ່​ມີ​ການ​ຂຸດ​ຄົ້ນ​ຖ່ານ​ຫີນ ແລະ ຂຸດ​ຄົ້ນ​ຄຳ ໄດ້​ໄປ​ກວມ​ເອົາ​ທີ່​ດິນນາ​ຂອງ​ຊາວ​ບ້ານ ແລະ ມີ​ການ​ຍົກ​ຍ້າຍ​ປະ​ຊາ​ຊົນ ​ອອກ​ຈາກ​ພື້ນ​ທີ່​ສັມ​ປະ​ທານ.

ເຈົ້າ​ໜ້າ​ທີ່ ​ອົງ​ການພາກ​ປະ​ຊາ​ສັງ​ຄົມ ຜູ້​ດຽວ​ກັນ​ນີ້ ໄດ້​ກ່າວ​ວ່າ:

" ຢູ່ ​ກະ​ລຶມ, ດາກ​ຈຶງ. ມີ​ແທ້​ແນວນີ້​ນະ ຊາວ​ບ້ານ​ທີ່​ມີ​ໄຮ່​, ມີ​ນາ​ ເຂົ້າ​ອຸ​ດົມ​ສົມ​ບູນ ຖືກ​ເຂົາ​ມາ​ປະ​ມູນ​ເອົາ​ໝົດ. ໄຮ່​ນາ​ຕາ​ກ້າ ຂຸດ​ຄົ້ນ​ບໍ່​ແຮ່, ດຽວນີ້ ມັນ​ມີ​ແຕ່​ຂີ້​ຫີນ​ພູ​ຢູ່​ຕົ່ວ​ຫັ້ນ."

ຢູ່​ບາງ​ແຂວງ ການ​ຂຸດ​ຄົ້ນ​ບໍ່​ແຮ່ ໄດ້​ປ່ອຍນ້ຳ​ເສັຽ​ອອກ​ຈາກ​ອ່າງ​ເກັບ​ນ້ຳ ລົງ​ມາ​ໃສ່​ເນື້ອ​ທີ່​ນາ​ ຂອງ​ຊາວ​ບ້ານ ແລະ ໜອງ​ນ້ຳທັມມະ​ຊາດ.

ເຈົ້າ​ໜ້າ​ທີ່ ​ອົງ​ການພາກ​ປະ​ຊາ​ສັງ​ຄົມ ທ່ານ​ດຽວ​ກັນ​ນີ້ ກ່າວ​ວ່າ:

" ມັນ ​ຊິ​ມີ​ທັງ​ນ້ຳ​ເສັຽ, ມັນ​ຊິ​ມີ​ທັງ​ທໍາລາຍ​ເນື້ອ​ທີ່​ທັມ​ຊາດ, ມັນ​ຊິ​ມີ​ທັງ​ບ່ອນ​ທຳມາ​ຫາ​ກິນ​ ຂອງ​ປະ​ຊາ​ຊົນ. ອັນ Negative Impact (ຜົລກະທົບທາງລົບ) ຫັ້ນ​ນ່າ. ເຣື່ອງ​ຂຸດ​ຄົ້ນ​ບໍ່​ແຮ່ ຜົ​ລ​ກະ​ທົບ​ຫຼາຍ​ໃດ ຜົ​ລ​ກະ​ທົບ​ໃສ່​ລາຍ​ໄດ້​ຂອງ​ຊາວ​ໄຮ່, ຊາວນ​ນາ ກະ​ພໍ​ແຮງ​ແລ້ວ."

ຕົວ​ຢ່າງ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ເຫຼັກ ແລະ ຊືນ ທີ່​ເປັນ​ຂອງ​ບໍ​ຣິ​ສັດ​ຈີນ ຢູ່​ເຂດ​ເມືອງ​ຫີນ​ບູນ ແຂວງ​ຄຳ​ມ່ວນ ໄດ້​ປ່ອຍນ້ຳ​ເສັຽ​ລົງ​ມາໃສ່​ໜອງ​ນໍ້າທັມ​ມະຊາດ.

ປະ​ຊາ​ຊົນ ເມືອງ​ຫີນ​ບູນ ຜູ້​ທີ່​ຢູ່​ໃກ້​ກັບ​ເຂດ​ຂຸດ​ຄົ້ນ​ບໍ່​ແຮ່ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ເອີ ​ກະ​ທົບ​ກະ​ໃນ​ປ່າ​. ປ່າ​ໄມ້ຫັ້ນ​ແຫຼ ໃນ​ອ່າງເປັນ​ໃນ​ອ່າງ, ອ່າງ​ນ້ຳ​ເສັຽ​ເຂົາ​ເຈົ້າ ບາງ​ເທື່ອ​ກະ​ມັນ​ດີ, ບາງ​ເທື່ອ​ມັນ​ກະ​ບໍ່​ດີ ມັນ​ລົ້ນ​ມາ ບາງ​ເທື່ອ​ມັນ​ກະ​ລົ້ນ​ເນາະ ມັນ​ກະ​ພາ​ໃຫ້​ນ້ຳ​ຫັ້ນ ມັນ​ອ່າງ​ເກັບ​ນ້ຳ​ຫັ້ນ​ ບໍ່​ໄດ້​ວ່າ​ຊັ້ນ​ຊາ."

ການ​ມາ​ຂຸດບໍ່​ແຮ່​ຢູ່​ແຂວງ​ຄຳ​ມ່ວນ ສ່ວນ​ຫຼາຍ​ມີ​ແຕ່​ບໍ​ຣິ​ສັດ​ຈີນ ເຂົ້າ​ມາ​ສັມ​ປະ​ທານ​ຂຸດ​ຄົ້ນ.

ຊາວ​ເມືອງ​ຫີນ​ບູນ ທ່ານນີ້ ກ່າວ​ຕື່ມວ່າ:

" ມີ ​ແຕ່​ຄົນ​ຈີນ​ໝົດ​ນ່າ, ທາງ​​ຈີນ​ໝົດ. ກະ​ຂຸດ​ຄົນ​ບໍ່​ແຮ່, ແຮ່​ກົ່ວ, ປົວ​ແປງ​ເລັກໆ ໜ້ອຍໆ."

ນອກ​ຈາກນີ້ ການ​ຂຸດ​ຄົນບໍ່​ແຮ່​ຢູ່​ແຂວງ ໄຊ​ສົມ​ບູນ ໄດ້​ສ້າງ​ມົ​ລ​ພິດ​ທາງ​ສຽງ-ທາງ​ອາ​ກາດ ແລະ ເຮັດ​ໃຫ້​ເສັ້ນ​ທາງ​ເປ່​ເພ.

ເຈົ້າ​ໜ້າ​ທີ່ ແຂວ​ງ​ໄຊ​ສົມ​ບູນ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

" ອັນນຶ່ງແມ່ນເກີດມີພື້ນທີ່ທັບຊ້ອນ ລະຫວ່າງບໍລິສັດ , ອັນສອງແມ່ນການສ້າງມົລພິດ ທາງອາກາດ (ຂີ້ຝຸ່ນ) ແລະ ມົລພິດທາງສຽງຂອງລົດ, ອັນສາມ ເຮັດໃຫ້ເສັ້ນທາງເປ່ເພ ໄປມາຫຍຸ້ງຍາກໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດ ໃຊ້ຖ​ນົນ ຍ້ອນເສັ້ນທາງເປ່ເພ."

ເຈົ້າ​ໜ້າ​ທີ່ແຂວ​ງ​ໄຊ​ສົມ​ບູນ ຍັງ​ກ່າວ​ວ່າ:

“ຍາມແລ້ງມີຂີ້ຝຸ່ນ, ຍາມຝົນທາງເປັນບວກເປັນຕົມ, ການສັນຈອນໄປມາຫຍຸ້ງຍາກ ຕິດຂັດເພາະລົດແກ່ແຮ່ໃຫຍ່ຍາວ. ແຕ່ເສັ້ນທາງຄັບແຄບ, ຄົດຄ້ຽວ, ຄ້ອຍຊັນ ເຫລົ່ານີ້ເປັນຕົ້ນ.”

ບາງ​ແຂວງ​ກໍ​ເດັດ​ຂາດ​ກັບບໍ​ຣິ​ສັດ ແຕ່ບາງ​ແຂວງບໍໍ່​ເດັດ​ຂາດ ​ກັບ​ບໍ​ຣິ​ສັດ​ລົງ​ທຶນ ໃນ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ.

ເຈົ້າ​ໜ້າ​ທີ່ແຂວ​ງ​ໄຊ​ສົມ​ບູນ ກ່າວ​ຕື່ມ​ອີກວ່າ:

“ທາງກະຊວງ, ທາງແຂວງ ແລະ ບໍລິສັດ ກະໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຊອກທາງອອກຊ່ວຍກັນຫລາຍໆ ຄັ້ງ, ແຕ່ເບື້ອງບໍຣິສັດ, ບາງບໍລິສັດກະບໍ່ຢາກເອົາໃຈໃສ່ ໃຫ້ຄວາມຮ່ວມມື ບາງເທື່ອທາງເບື້ອງຣັຖ ໂດຍສະເພາະທາງແຂວງ ກໍໄດ້ໃຊ້ມາດຕະການຢ່າງໜັກໜ່ວງຂ້ຽວຂາດ ບໍ​ຣິ​ສັດ​ຈຶ່ງຍ້ອມ​ເຮັດ​ຕາມ.”

ການ​ຂຸດ​ຄົ້ນ​ບໍ່​ແຮ່ ສ່ວນ​ຫຼາຍ​ ກະ​ທົບ​ຕໍ່​ປ່າ​ໄມ້ທີ່​ຖືກ​ຕັດ ແລະ ບຸກ​ເບີກ​ເນື້ອ​ທີ່​ດິນ ລວມ​ທັງ​ພູ ທີ່​ຖືກຂຸດ​ເຈະ ຫຼື ຣະ​ເບີດ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ.

" ໂຕ ​ຈິງ​ກະ​ແມ່ນ ຊັ​ພ​ຍາ​ກອນ​ປ່າ​ໄມ້​ຫັ້ນ​ແຫຼ ໂຕ​ຈິງ​ແທ້ໆ​ ແຫຼະ. ກະ​ທົບ​ແທ້ໆ​ ແຫຼະ ກັບ​ໜ່ວຍ​ພູ​ເນາະ ພູນີ້​ເປັນ​ໜ່ວຍ​, ເຂົາ​ຈົກ​ລົງ​ໝົ​ດໂລດ​ໃດ ກະ​ທົບ​ແທ້ໆ ແຕ່​ວ່າ​ຈົກ​ລົງ ຈົກ​ລົງ ເປັນ​ພູ​ໂລດ​ນະ ພູ​ສູງໆ​ນີ້ ບໍ່​ມີ​ຍັງ​ໂລດ ເຂົາ​ເຮັດ ຕົ້ນ​ໄມ້​ຕົນ​ຕອກນີ້ ບໍ່​ໄດ້​ເຫຼືອ​ໂລດ​ນະ."

ສ່ວນ​ຫຼາຍ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ບໍ່​ມີ​ການຟື້ນ​ສະ​ພາບ​ແວດ​ລ້ອມ ໄລ​ຍະ​ຍາວ ຫຼັງ​ຈາກ​ທີ່​ມີ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ແລ້ວ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ ທ່ານ​ດຽວ​ກັນ​ນີ້ ໄດ້ກ່າວຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

" ໂອ້ຍບໍ່ ​ມີ​ດອກ ເຂົ້າ​ເວົ້າ​ຊື່ໆ ອັນ​ນັ້ນ ຢູ່​ໃນ​ສັນ​ຍາ​ການ​ສັມ​ປະ​ທານ ຂຸດບໍ່​ຂຸດ​ຫຍັງ​ນີ້ເອີ ຈາກ​ຈົກ​ແລ້ວ​ເນາະ ຄືບໍ່​ຖ່ານ​ຫີນ, ບໍ່​ເຫຼັກ, ບໍ່​ທອງ, ບໍ່​ຄຳ ບໍ່​ມີ​ຈັກ​ເທື່ອ​ວ່າ​ເຂົາ​ຊິ​ຖົມ​ຄືນ​ໃຫ້​ຄື​ເກົ່າ ມີ​ແຕ່​ເຂົາ​ປະ​ເລີຍ ເວົ້າ​ລ້າໆໂຕ​ນັ້ນ​ນ່າ ບໍ່​ມີ."

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ຕື່ມ​ອີກວ່າ ​ທາງ​ການບໍ່​ບັງ​ຄັບ​ໃຊ້​ກົດ​ໝາຍ ສ່ວນ​ຫຼາຍ​ຈະ​ເຂົ້າ​ທາງ​ຝ່າຍ​ບໍ​ຣິ​ຫານ ເຂົ້າ​ຫາ​ເຈົ້າ​ແຂວງ​ເຈົ້າ​ເມືອງ​ແລ້ວ ກໍປ່ອຍ​ໄປ​ເລີຍ.

ປັດ​ຈຸ​ບັນ ນັກ​ລົງ​ທຶນ​ຈີນ ນິ​ຍົມ​ກັນ​​ເຂົ້າ​ມາ​ສໍ​ຣວດ ແລະ ຂຸດ​ຄົ້ນ​ແຮ່​ເຫຼັກ ໂດຍ​ສະ​ເພາະ ແຂວງ​​ທີ່​ໃກ້ກັບ​ຊາຍ​ແດນ.

​ບຸກ​ຄົນທີ່​ເຮັດ​ວຽກ​ຂຸດ​ຄົ້ນ​ແຮ່​ເຫຼັກ ທ່ານນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ແຮ່ ​ເຫຼັກ​ນີ້ ມັນ​ຂຸດ​ຄົ້ນ​ທຸກ​ແຂວງ ອຸ​ດົມ​ໄຊ ບໍ່,​ ຊຽງ​ຂວາງ ເຂດ​ໃດ​ໃກ້​ຊາຍ​ແດນ​ລະ​ມີ​ໝົດ​ນະ ເຂົາ​ແກ່​ອອກ​ໄປ​ໝົດ​ທຸກ​ເສັ້ນ. ທາງ​ເໜືອ​, ທາງ​ໃຕ້​ນະ ທາງ​ຊຽງ​ຂວາງ​ມີ​ໝົດ ແກ່​ອອກ​ໄປ​ທາງບໍ່​ເຕັນ ​ນີ້ກະ​ບໍ່​ແມ່ນ​ໜ້ອຍໆ ຫຼາຍ​ນະ ແຮ່​ເຫຼັກ​ນີ້ ອອກ​ໄປ​ທຸກ​ເສັ້ນ​ທາງນະຢູ່​ບ້ານ​ເຮົາ."

ບຸກ​ຄົນ​ທ່ານນີ້ ຍັງ​ກ່າວ​ຕື່ມ​ວ່າ:

“ບໍ​ຣິ​ສັດ​ຈີນ ທີ່​ມາ​ສັມ​ປະ​ທານ​ຂຸດ​ຄົ້ນ​ແຮ່​ເຫຼັກ ຈະ​ເຊົ່າ​ຣົ​ຖ​ຈົ​ກ ຫຼື ກົນ​ຈັກ ຄັນ​ລະ 4,000 ໂດ​ລາ ຕໍ່​ເດືອນ ຖ້າ​ເຊົ່າ 10 ຄັນ ກໍ​ເປັນ 40,000 ຕໍ່​ເດືອນ ເຊິ່ງ​ບໍ​ຣິ​ສັດ ທີ່​ມາ​ສັມ​ປະ​ທານຂຸດ​ຄົ້ນ ຍິ່ງ​​ຫາ​ເງິນໄດ້​ຫຼາຍເທົ່າ.”

ແຕ່​ໃນ​ສ່ວນ​ຂອງ​ຣັ​ຖ​ບານ​ເຫັນ​ວ່າ ການ​ໃຫ້​ສັມ​ປະ​ທານ​ຂຸດ​ຄົ້ນ​ບໍ່​ແຮ່ ໄດ້​ສ້າງ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານຫຼາຍ ລ້ານ​ໂດ​ລາຣ໌.

ໃນ​ວັນ​ທີ 4 ເມ​ສາ 2022, ​ສຳນັກ​ຂ່າວ Lao Youth Radio ໄດ້​ຣາຍ​ງານ ໂດຍ ອ້າງ​ຂໍ້​ມູນ​ຈາກ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ວ່າ: ປັດ​ຈຸ​ບັນ ຣັ​ຖ​ບານ​ໄດ້​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ ອະ​ນຸ​ຍາດ​ການ​ລົງ​ທຶນດ້ານ​ແຮ່​ທາດ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ຈຳ​ນວນ 308 ໂຄງ​ການ ປະ​ກອບ​ມີ ໂຄງ​ການ​ປົກ​ຕິ 262 ໂຄງ​ກາ​ນ, ໂຄງ​ການ​ແຮ່​ຫາ​ຍາກ 8 ໂຄງ​ການ ແລະ ໂຄງ​ການ​ທົດ​ລອງ 38 ໂຄງ​ການ.

ສະ​ເພາະ ​ການ​ຂຸດ​ຄົ້ນ​ແຮ່​ເຫຼັກ ສ້າງລາຍ​ຮັບ​ເຂົ້າ​ງົບ​ປະ​ມານ​ຫຼາຍ​ລ້ານ​ໂດ​ລາ. Lao Youth Radio ຍັງ​ຣາຍ​ງານຕື່​ມ​ອີກວ່າ: ໃນ​ນັ້ນ​ມີ​ແຫ່​ເຫຼັກ 31 ໂຄງ​ການ ສາມ​າດ​ສ້າງ​ລາຍ​ຮັບມອບ​ເຂົ້າ​ງົ​ປ​ມານ 36 ລ້ານ ໂດ​ລາຣ໌, ຫິນ​ອ່ອນ​ມາ​ໂບ້ 2 ໂຄງ​ການ, ຄຳ​ເຄົ້າ 4 ໂຄງ​ການ, ຄຳ​ຕົກ​ຂ້ອນ 1 ໂຄງ​ການ.

ອີ​ງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ, ກໍ​ລະ​ນີທີ່​ຊາວ​ບ້ານ​ ໄດ້​ຮັບ​ຜົ​ລ​ກະ​ທົບ ຈາກ​ໂຄງ​ການ​ຂຸດ​ຄົ້ນ​ແຮ່​ທາດ ມີ​ດັ່ງ​ນີ້:

  • ໃນ​ປີ 2020, ໂຄງການຂຸດຄົ້ນແຮ່ທາດ ລາວກະລຶມ ແຂວງ​ເຊກອງ ຂອງນັກລົງທຶນຈີນ ໄດ້ດຳເນີນການທົດລອງ ຂຸດຄົ້ນປຸງແຕ່ງຄຳ ແລ້ວປ່ອຍນ້ຳເສັຽ, ສິ່ງເສດເຫຼືອ ລົງສູ່ນ້ຳຫ້ວຍ ເຂດບ້ານຕະລ່ອງ, ບ້ານກະອວງ ແລະ ບ້ານອາແຕັງ ເມືອງກະລຶມ ແຂວງເຊກອງ.
  • ໃນ​ປີ 2020, ຊາວບ້ານ ເກືອບ 100 ຄອບຄົວ ໃນ 3 ບ້ານ ຢູ່ ເມືອງປາກແບງ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນ ແລະປຸງແຕ່ງ ແຮ່ຄໍາຂອງບໍຣິສັດຈີນ.
  • ໃນ​ປີ 2021, ມີ​ຣາຍ​ງານ​ວ່າ ໂຄງການຂຸດຄົ້ນ-ສຳຣວດບໍ່ແຮ່ ໃນແຂວງໄຊສົມບູນ ໄດ້ທໍາລາຍທັມມະຊາດ ແລະສິ່ງແວດລ້ອມ ເຂດທີ່ຢູ່ໃກ້ຄຽງກັບບໍ່ແຮ່ ທີ່ກຳລັງຂຸດຄົ້ນ ແລະ ສຳຣວດຢູ່ ເປັນ​ອັນ​ຕະ​ຣາຍ ຕໍ່ການດຳລົງຊີວິດ ຂອງຊາວບ້ານ ໂດຍ​ສະ​ເພາະ ຊາວ​ບ້ານ ໄດ້ສູດດົມເອົາຝຸ່ນເຂົ້າໄປໂດຍບໍ່ຮູ້ໂຕ.
  • ໃນ​ປີ 2021, ໂຮງງານຂຸດຄົ້ນແຮ່ທອງ ບໍຣິສັດ CNP ສຳຣວດ ແລະ ຂຸດຄົ້ນແຮ່ທາດ ຂອງຈີນ ທີ່ຕັ້ງຢູ່ໃກ້ກັບ ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ສົ່ງຜົລກະທົບຕໍ່ຊາວບ້ານ. ລຳນໍ້າປາກເປັນ​ຂີ້​ຕົມ ຍ້ອນໂຮງງານໄດ້ປ່ອຍນໍ້າເສັຽ​ທີ່​ມີ​ສານ​ເຄ​ມີ ລົງ​ໃສ່​ນ້ຳປາກ.
  • ໃນ​ທ້າຍປີ 2021, ໂຄງການຂຸດຄົ້ນແຮ່ປູນ ຂອງບໍຣິສັດເອກຊົນ ເຊິ່ງເປັນເຄືອຂ່າຍຂອງບໍຣິສັດ ລ້ານຊ້າງ ມິເນໂຣ ລິມິເຕັດ ຢູ່ບ້ານໜອງກະແດ້ງ ເມືອງວິລະບູຣີ ແຂວງສວັນນະເຂດ ເຮັດໃຫ້ດິນນາຂອງຊາວບ້ານຍຸບເປັນຂຸມຫຼາຍຂຸມ ຈົນວ່າຊາວ​ບ້ານບໍ່ສາມາດເຮັດນາໄດ້.