ສູນບັນເທົາທຸກຊົ່ວຄາວ ຂອງຜູ້ ປະສົພພັຍ
2018.07.26

ໃນວັນທີ 25 ກໍຣະກະດາ ປະມານ 17:00 ໂມງແລງ ຕາມເວລາທ້ອງຖິ່ນໃນລາວ, ເຈົ້າໜ້າທີ່ຄນະຮັບຜິດຊອບ ຊ່ອຍເຫຼືອຜູ້ປະສົພພັຍ ນ້ຳຖ້ວມ ທີ່ເຂດເມືອງສນາມໄຊ, ແຂວງອັດຕະປື ໄດ້ຊ່ອຍເຫຼືອປະຊາຊົນ ປະມານ 800 ປາຍຄົນ ໃນ 172 ຄອບຄົວ ໃຫ້ມາອາສັຍ ຢູ່ສູນບັນເທົາທຸກຊົ່ວຄາວ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາຍຫຼັງທີ່ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເມື່ອວັນທີ 23 ກໍຣະກະດາ ຜ່ານມາ. ມີປະຊາຊົນຈາກ 3 ບ້ານ ໃນເຂດເມືອງສນາມໄຊ, ແຂວງອັດຕະປື ທີ່ມາຢູ່ສູນແຫ່ງນີ້. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ກ່າວຕໍ່ ເອເຊັຽເສຣີ ຕອນນຶ່ງວ່າ:
“3 ບ້ານ, ບ້ານຫີນລາດ, ບ້ານໄຊດອນໂຂງ ລະກະ ບ້ານໜອງຫີນ ຂຶ້ນກັບເມືອງອັດຕະປື ເມືອງສນາມໄຊ. ດຽວນີ້ມາຢູ່ມັນມີ 3 ຈຸດ, ຈຸດ 1 ມັນຢູ່ໄທ່ຮົ່ວ, ຈຸດ 1 ຢູ່ດາວເຮືອງ ລະຈຸດ 1 ມັນຢູູ່ປາກປ້ອງ, ສາງດາວເຮືອງໂລດໄດ໋ນິ໋. ດຽວນີ້ຈຳນວນພົລນີ້ ປະສານໄດ້, ແຕ່ວ່າແຍກ ຍັງບໍ່ທັນໄດ້ ເຮົາຍັງໄດ້ 800 ຄົນດຽວນີ້. 800 ຄົນມັນຖືກຢູ່ 172 ຄອບຄົວ."
ໃນຂນະດຽວກັນ, ນາງແພດພາກສນາມ ທີ່ສູນບັນເທົາທຸກຊົ່ວຄາວ ນາງນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເຊັ່ນດຽວກັນວ່າ ພາຍໃນສູນ ມີເດັກນ້ອຍ ທີ່ຂາດສານອາຫານ ຈຳນວນຫຼາຍ ທີ່ພໍ່ແມ່ໄດ້ພາມາອາສັຍ ຢູ່ສູນບັນເທົາທຸກ ຊົ່ວຄາວນີ້ ມີທັງເດັກອ່ອນ ແລະ ແມ່ລູກອ່ອນ, ເຊິ່ງທາງສູນ ມີຄວາມຕ້ອງການນົມ ເພື່ອຈະບຳລຸງທັງແມ່ແລະລູກນ້ອຍ:
“ແມ່ນ; ເດັກນ້ອຍທີ່ວ່າເຂົາອົພຍົບມາຊິຂາດ ແບບບ້ານນອກມັນຊິຂາດສານອາຫານ ຈັ່ງຊີ້ນ່າ. ຢາກໄດ້ແບບເປັນນົມ ທີ່ວ່າບຳລຸງແມ່ແນ່ ລະກະລູກແດ່, ຊີ້ນ່າ. ເດັກນ້ອຍຊໍ່າຣະດັບວ່າ 2 ປີຂຶ້ນໄປນີ້ກະຫຼາຍ."
ນາງ ກ່າວຕື່ມວ່າ ເດັກອ່ອນບາງຄົນ ຫາກໍ່ເກີດໄດ້ພຽງແຕ່ 2-3 ມື້ ບໍ່ທັນຮອດ 1 ສັປດາກໍມີ ແລະທີ່ໂຊກຮ້າຍໄປກວ່ານັ້ນມີເດັກນ້ອຍຜູ້ນຶ່ງ ອາຍຸພຽງ 8 ເດືອນ ທີ່ພໍ່ແມ່ຂອງນາງໄດ້ຖືກນ້ຳພັດໄປ, ດຽວນີ້ປະຊາຊົນພາຍໃນບ້ານ ເປັນຜູ້ຊ່ອຍກັນເບິ່ງແຍງ ໃນເບື້ອງຕົ້ນ.
ປັດຈຸບັນ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍຍັງສືບຕໍ່ກູ້ພັຍ ແລະ ຊ່ອຍເຫຼືອຊາວບ້ານ ທີ່ຍັງຕິດຄ້າງຕາມ ສະຖານທີ່ຕ່າງໆ ເຂົ້າມາຢູ່ເຂດປອດພັຍ ທີ່ສູນບັນເທົາທຸກ ຊົ່ວຄາວຕລອດເວລາ ແລະ ກໍທະຍອຍມາເລື້ອຍໆ.