ນໍ້າຖ້ວມ ຂ.ຫຼວງພຣະບາງ ຊີວິດ,ຊັບສິນ ເສັຽຫາຍ

ໄມຊູລີ
2018.09.05
F-LP-flood ສະພາບນໍ້າຖ້ວມ ຢູ່ບ້ານນາຕານ ນະຄອນຫຼວງພຣະບາງ
screen captured : https://www.facebook.com/100027492815553/videos/147888206137606/

ອາດມີປະຊາຊົນເສັຍຊີວິດ ຫລາຍກວ່າ 7 ຄົນ ຈາກເຫດພັຍນໍ້າຖ້ວມ ຊຶ່ງກ່ອນໜ້ານີ້ ວິທຍຸເອເຊັຍເສຣີ ໄດ້ຣາຍງານວ່າ ມີຜູ້ເສັຍຊີວິດ 6 ຄົນແລ້ວນັ້ນ, ແລະຫາຍສາບສູນ ອີກຈໍານວນນຶ່ງ ຢູ່ແຂວງຫຼວງພຣະບາງ ແຕ່ດຽວນີ້ຕົວເລກ ຜູ້ເສັຍຊີວິດທັງໝົດ ຍັງບໍ່ທັນຈະແຈ້ງ ເທື່ອ ເນື່ອງຈາກ ຍັງມີຫລາຍພື້ນທີ່ ຍັງບໍ່ສາມາດ ເຂົ້າໄປເກັບກໍາຂໍ້ມູນ ຈາກເຈົ້າໜ້າທີ່ ໄດ້ເທື່ອ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດິການສັງຄົມ ແຂວງຫລວງພຣະບາງ ກ່າວວ່າ:

“ຂໍ້ມູນເບື້ອງຕົ້ນ ກໍມີແຕ່ທາງເມືອງ ຣາຍງານມາເທົ່ານີ້ ແຕ່ວ່າຕົວຈິງມັນຈະບໍ່ກົງປານໃດ ພວກເຮົາກໍາລັງສັງລວມ ຢູ່ດຽວນີ້ນະມັນກະທົບ ເຮືອນຊານ ແລ້ວກໍໄຮ່ນາ ຄົວສວນຈໍານວນນຶ່ງ ຫັ້ນນະ ແລ້ວກໍມີຄົນເສັຍຫັ້ນ ແຕ່ລະເມືອຫັ້ນນະ ກະທົບແຮງ ທີ່ວ່າກະທົບ ກ່ຽວກັບດິນ ເຈື່ອນ ດິນສໄລຫັ້ນ ທັບເຮືອນຫັນກໍມັນຕາຍ ມີຫລາຍໃດ ເພາະວ່າ ພວກເຮົາກໍາລັງສັງລວມ ຢາກເອົາຂໍ້ມູນ ຈາກເມືອງກ່ອນ ຈິ່ງຄ່ອຍ ຣາຍງານ ຣະອຽດ ມັນບໍ່ໄດ້ເຕັມຮ້ອຍ ເພາະວ່າ ບາງເມືອງຍັງບໍ່ເຂົ້າເຖິງ.”

ທ່ານກ່າວຕື່ມວ່າ ຈາກຂໍ້ມູນ ເມື່ອທ້າຍເດືອນສິງຫາ ຜ່ານມາ ທີ່ສາມາດຮິບໂຮມ ໄດ້ ຢູ່ແຂວງຫລວງພຣະບາງ ມີປະຊາຊົນ 916 ຄອບຄົວ ໃນ 58 ບ້ານ ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ ຍ້ອນຝົນຕົກໜັກ ແລະດິນເຈື່ອນ ຖົມເຮືອນປະຊາຊົນເສັຍຫາຍ ຢູ່ 9 ເມືອງ ຄື: ນະຄອນ ຫຼວງພຣະບາງ 35 ຄອບຄົວ ເນື້ອທີ່ການຜລິດ ເສັຍຫາຍ 14 ເຮັກຕ່າ ເສັຍຊີວິດ 1 ຄົນ, ເມືອງຊຽງເງິນ 13 ບ້ານ ເສັຍຊີວິດ 1 ຄົນ, ເມືອງພູຄູນ 8 ບ້ານ ຜົນຜລິດເສັຍຫາຍ 1 ປາຍ ຕື້ກິບ, ເມືອງ ປາກແຊງ ເສັຍຫາຍ 300 ປາຍ ລ້ານກິບ, ເມືອງນໍ້າບາກ ເສັຍຊີວິດ 2 ຄົນ, ເມືອງຈອມເພັດ ເສັຍຫາຍ 157 ປາຍລ້ານ ກິບ, ເມືອງງອຍ ເສັຍຊີວິດ 1 ຄົນ, ເມືອງນານ ຜົນຜລິດແລະຊັບສິນ ຂອງປະຊາຊົນ ເສັຍຫາຍ 100 ປາຍລ້ານກິບ, ເມືອງໂພນໄຊ ເສັຍຊີວິດ 1 ຄົນ ແລະ ຜົລຜລິດ ເສັຍຫາຍ 6 ປາຍຕື້ກິບ.

ໃນມື້ວັນທີ່ 30 ສິງຫາ ຜ່ານມາ ຢູ່ບ້ານ ພູຊ້າງ ເມືອງຊຽງເງິນ ແຂວງຫລວງພຣະບາງ ເກິດຝົນຕົກນັກ ດິນເຈື່ອນໃສ່ ຫ້ວຍສະມຸ່ຍ ຢ່າງກະທັນຫັນ ເຮັດໃຫ້ ຄອບຄົວນຶ່ງ ທີ່ບໍ່ທັນ ຕັ້ງຕົວຫລົບພັຍທັນ ສະມາຊິກຄອບຄົວ ຫາຍສາບສູນ 3 ຄົນ ແລະເຈົ້າໜ້າທີ່ ສາມາດ ຄົ້ນຫາສົບ ໄດ້ແລ້ວ 1 ຄົນ. ຂໍ້ມູນເບື້ອງຕົ້ນ ຣາຍງານວ່າ  ແຂວງຫລວງພຣະບາງ ມີ ຜູ້ເສັຍຊີວິດແລ້ວ 7 ຄົນ ແລະ ຫາຍສາບສູນ ອີກຈໍານວນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.