ໂຮງງານອົບໝາກເດືອຍ ສ້າງ ບັນຫາ

ມະນີຈັນ
2017.03.30
F-Oudomxay ເມືອງໄຊ ແຂວງ ອຸດົມໄຊ
Wikipedia

ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງປາກແບງ ແຂວງອຸດົມໄຊ ກຽມໄປກວດກາ ໂຮງງານໝາກ ເດືອຍ ອົບແຫ້ງ ທີ່ເປັນໂຮງງານ ລາວ-ຈີນ ຢູ່ບ້ານຫ້ວຍແຊງຄຳ ຍ້ອນໂຮງງານ ນັ້ນໄດ້ປ່ອຍຝຸ່ນ ແລະ ຄວັນໃສ່ປະຊາຊົນ ແລະທັງຈະ ເຕືອນ ເຈົ້າຂອງໂຮງງານ ເປັນເທື່ອສຸດທ້າຍ ພາຍຫລັງທີ່ໄດ້ຮັບ ຄຳຮ້ອງຮຽນ ຈາກຊາວບ້ານ ທີ່ຢູ່ໃກ້ຄຽງກັບ ໂຮງງານນັ້ນ ຕື່ມອີກ. ດັ່ງ ເຈົ້າໜ້າທີ່ ກ່າວຕໍ່ RFA ໃນວັນທີ 29 ມິນາ ນີ້ວ່າ:

"ໂຕນີ້ຍັງເປັນແຜນຢູ່ ເພາະວ່າໄທເຮົາ ຍັງບໍ່ລົງກວດກາລະອຽດ ເທື່ອຫັ້ນນະ ຄນະຮັບຜິດຊອບທາງເມືອງ ເພິ່ນກະວ່າຄັນຖ້າວ່າ ໄທເຮົາມາ ກວດກາ ຫາກບໍ່ເຮັດແລ້ວ ໄທເຮົາກະສິ ສເນີໄປຂໍຄໍາເຫັນ ນໍາຕາມສາຍຕັ້ງ ກະມີກະທົບ ຈໍານວນນຶ່ງ ເວລາຟ້າລົມ ມາທາງບ້ານ ຂະເຈົ້າ ຫັ້ນນະ ເຣື່ອງຄວັນເຣື່ອງຫຍັງ ກະມີ".

ທ່ານກ່າວວ່າທີ່ຜ່ານມາ ໂຮງງານແຫ່ງນີ້ເຄີຍປ່ອຍຄວັນ ແລະຂີ່ຝຸ່ນໃສ່ປະຊາຊົນ ມາແລ້ວເທື່ອນຶ່ງ ແລະເຈົ້າໜ້າທີ່ ກໍເຄີຍແນະນຳໃຫ້ທາງ ໂຮງງານ ຕໍ່ທໍ່ຣະບາຍອາກາດ ໃຫ້ສູງຂຶ້ນຕື່ມ ແຕ່ທາງໂຮງງານ ບໍ່ປະຕິບັດຕາມ ຈຶ່ງເຮັດໃຫ້ເກີດບັນຫາ ເຮັດໃຫ້ປະຊາຊົນ ບ້ານຫ້ວຍແຊງ -ຄຳ ແລະ ບ້ານສຸກໄຊ ໄດ້ຮັບຜົລກະທົບ. ຖ້າໄປຕັກເຕືອນ ເທື່ອນີ້ອີກ ຍັງບໍ່ຟັງ ກໍອາຈສເນີໃຫ້ ທາງແຂວງ ເພິ່ນໃຊ້ມາດຕະການລົງໂທດ ເຖິງຂັ້ນໃຫ້ປິດໂຮງງານ ກໍເປັນໄດ້.

ທ່ານເວົ້າອີກວ່າ ໂຮງງານແຫ່ງນີ້ ເປັນຂອງຄົນລາວ ຊື່ ທ້າວ ສຸລິວົງ ແຕ່ໃຊ້ຄົນງານຈີນ ເຮັດວຽກໃຫ້ ຮັບຊື້ໝາກເດືອຍ ຈາກປະຊາຊົນ ມາອົບແຫ້ງໃສ່ກະປ໊ອງ ແລ້ວສົ່ງໄປຂາຍ ຢູ່ປະເທດຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.