ຂ.ອຸດົມໄຊຈະກວດກາ ສານເຄມີ ຕົກຄ້າງ

ມະນີຈັນ
2017.05.17
F-Banana ສວນປູກກ້ວຍ ຂອງນັກລົງທຶນຈີນ ເມືອງລອງ ແຂວງຫຼວງນໍ້າທາ
RFA/VD

ທາງການແຂວງອຸດົມໄຊ ກໍາລັງຕຽມກວດກາ ສານເຄມີ ທີ່ຕົກຄ້າງ ໃນສວນກ້ວຍ ຂອງນັກລົງທຶນຈີນ ພາຍຫລັງ ທີ່ມີຫາງສຽງ ຈາກພາກ ສ່ວນຕ່າງໆ ທີ່ອ້າງເຖິງ ການຕົກຄ້າງ ຂອງສານເຄມີ ທີ່ໃຊ້ໃນສວນກ້ວຍ ຂອງຈີນ, ໂດຍຈະສົ່ງ ນັກວິຊາການ ຂອງແຂວງ ທີ່ໄປສຶກສາ ຜົລກະທົບ ຂອງສານເຄມີ ທີ່ປະເທດຈີນ ນັ້ນ ອອກກວດກາ, ດັ່ງເຈົ້າໜ້າທີ່ ແຂວງ ໄດ້ກ່າວຕໍ່ RFA ໃນວັນທີ 17 ພຶສພາ ນີ້ວ່າ:

"ເຂົາກໍາລັງມີຄນະນຶ່ງເນາະ ທີ່ໄປທັສນະຢູ່ຈີນເນາະ ຈະມາວິເຄາະເຣື່ອງ ຜົລກະທົບ ທາງດ້ານ ທີ່ດິນນີ້ ຫລັງຈາກຜ່ານມາ ມີຫາງສຽງວ່າ ປູກກ້ວຍ ນີ້ເນາະ ມີສານ ຕົກຄ້າງຫຼາຍ ມີແຕ່ຫາງສຽງ ມີແຕ່ການເວົ້າ ພາກຣັຖ ເຮົານີ້ແຫລະ ຈະລົງໄປກວດ ຕົວຈິງເລີຍ ເບິ່ງວ່າມີ ສານຕົກຄ້າງ ຫລາຍປານໃດນະ ຫລັງຈາກ ປູກກ້ວຍແລ້ວ ດິນຕົວນີ້ ຍັງໃຊ້ໄດ້ບໍ່ ຈະໄປວິເຄາະ ເບິ່ງຄືນ".

ທ່ານເວົ້າວ່າ ການເຂົ້າມາລົງທຶນ ເຮັດສວນກ້ວຍນັ້ນ ມີຂໍ້ຕົກລົງວ່າ ນັກລົງທຶນຈີນ ຕ້ອງວາງເງິນປະກັນ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຕ້ອງປັບປຸງ ທີ່ດິນ ໃຫ້ທາງແຂວງ ແລະ ປະຊາຊົນ ຫລັງຈາກ ທີ່ໝົດສັນຍາ ແຕ່ມາເຖິງ ປັດຈຸບັນ ຍັງບໍ່ມີການປັບປຸງ ຫລື ກວດກາຜົລ ກະທົບ ຈາກການປູກກ້ວຍ ຢ່າງຈິງຈັງເທື່ອ:

"ຕົວນີ້ເຮົາມີໃນສັນຍາເນາະ ເຮົາມີເງິນກອງທຶນ ຂອງບໍຣິສັດເນາະ ມັນຈະມີເງິນກອງທຶນ ຟື້ນຟູ ສິ່ງແວດລ້ອມນັ້ນ ແລ້ວເງິນປະກັນ ຫລັງຈາກທີ່ ບໍຣິສັດ ຟື້ນຟູແລ້ວ ເນາະ ເຮົາຈະສົ່ງເງິນປະກັນ ໃຫ້ບໍຣິສັດ ນັ້ນຄືນນະ".

ປັດຈຸບັນ ຢູ່ແຂວງອຸດົມໄຊ ໄດ້ມີຄໍາສັ່ງ ໃຫ້ໂຈະສັນຍາ ການປູກກ້ວຍ ຂອງນັກລົງທຶນຣາຍໃໝ່. ສໍາລັບ ນັກລົງທຶນຣາຍເກົ່າ ກໍລໍຖ້າໝົດ ສັນຍາ ຊຶ່ງຄາດວ່າ ພາຍໃນປີ 2020 ຈະສາມາດໂຈະ ການປູກກ້ວຍ ທີ່ມີຢູ່ຫລາຍພັນ ເຮັກຕາ ໃນແຂວງນີ້ ໄດ້ທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.