ສະພາບດິນເຈື່ອນ ມ.ຍອດອູ

0:00 / 0:00

ເຫດການດິນເຈື່ອນ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ເຮັດໃຫ້ ປະຊາຊົນ ທີ່ອາໃສ ຢູ່ຕາມແຄມນໍ້າອູ ຕ້ອງໃຊ້ຊີວິດ ຢ່າງລຳບາກ ເມື່ອຮອດ ຣະດູນໍ້າຫຼາກ ປີໃດ ດິນກໍເຈື່ອນເຂົ້າມາເລື້ອຍໆ ເຮັດໃຫ້ດິນນາ, ດິນສວນ ຂອງປະຊາຊົນເສັຽຫາຍ ເປັນຈຳນວນຫຼວງຫຼາຍ.

ປະຊາຊົນຈຶ່ງຢາກຮຽກຮ້ອງ ໃຫ້ທາງການ ມາກໍ່ສ້າງຝາກັ້ນຕາຝັ່ງເຈື່ອນ ເພື່ອປ້ອງກັນຄວາມເສັຽຫາຍ ທີ່ເກີດຂຶ້ນໃນແຕ່ລະປີ. ໄຊຍາ ມີບົດສຳພາດ ມາສເນີທ່ານ ເຊີນຮັບຟັງໄດ້....