ພາຍຸຝົນໝາກເຫັບ ພັດເຂົ້າເມືອງໂພນທອງ ແຂວງຫລວງພຣະບາງ ເມື່ອວັນທີ່ 17 ມິນາ ຜ່ານມາ ເຮັດໃຫ້ມີຜູ້ໄດ້ຮັບ ບາດເຈັບ ສາຫັດ 6 ຄົນ, ສ້າງຄວາມເສັຽຫາຍ ແກ່ຊັພສິນ ບ້ານເຮືອນ ຂອງປະຊາຊົນ ແລະ ຂອງຣັຖ ຄິດເປັນມູນຄ່າ ປະມານ 1 ຕື້ກັບ 200 ລ້ານປາຍກີບ, ປະຊາຊົນ 42 ຄອບຄົວ ທີ່ບ້ານເຮືອນເພພັງ ຕ້ອງໄດ້ໄປອາສັຍ ຢູ່ນໍາຍາດພີ່ນ້ອງ, ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຫ້ອງການ ສວັດດີການ ເມືອງໂພນທອງ:
"ຖືວ່າທັງໝົດຢູ່ 6 ບ້ານນຶ່ງ ວັງຊຽງ, ສອງ ບ້ານປາກອືມ, ສາມ ວັງປ່ານ, ສີ່ ບ້ານກາງ, ຫ້າ ບ້ານປຸງບໍ່, ຫົກ ບ້ານໂດນ. ບ້ານທີ່ຖືກ ຜົນກະທົບ ໜັກມີ 4 ບ້ານ ມີຢູ່ 42 ຄອບຄົວ ທີ່ເອົາບໍ່ໄດ້ ຄື: ບ້ານວັງຊຽງ ບ້ານວັງປ່ານ ບ້ານປຸງບໍ່ ບ້ານໂດນ ມີ 6 ຄົນ ທີ່ນອນ ໂຮງໝໍຢູ່ ຊາຍ 2 ຍິງ 4 ເຈັບສາຫັດໂອ ປະເມີນຄວາມເສັຽຫາຍນີ້ ຖືວ່າເຮົາມາຕີເປັນ ປະເພດທັງໝົດ 1 ຕື້ ກັບ 200 ກວ່າລ້ານ".
ປັດຈຸບັນ ທາງແຂວງຍັງບໍ່ທັນ ໄດ້ໃຫ້ການຊ່ວຍເຫືລອ ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ນັ້ນເທື່ອ, ສ່ວນຄອບຄົວບໍ່ມີ ທີ່ຢູ່ອາໃສ ແມ່ນໄປ ຢູ່ເຮືອນຍາດພີ່ນ້ອງ ທາງເມືອງໂພນທອງ ກໍຢາກຮຽກຮ້ອງ ທາງແຂວງ ຫຼືຂັ້ນເທິງ ມາຊ່ວຍເຫຼືອດ່ວນ ເພື່ອບັນເທົາ ໃຫ້ປະຊາຊົນ ໄດ້ມີ ທີ່ພັກພາອາໃສ:
"ການຮຽກຮ້ອງອັນອື່ນນີ້ ກໍຢາກໃຫ້ຊ່ວຍເລື້ອງ ຊື້ສິ່ງມຸງເຮືອນນີ້ ສໍາລັບພວກທີ່ໄດ້ຮັບ ຜົນກະທົບ 42 ຄອບຄົວ ນີ້ເສັຽກ່ອນ, ຮຽກຮ້ອງໄປ ແຕ່ລະຈຸນັ້ນທັມມະດາ ກ່າແມ່ນວ່າຜູ້ລະ 100ຫຼື200 ປາຍ ດິນກະເບື້ອງ, ສັງກະສີ ແລະຢາກຮຽກຮ້ອງ ໃຫ້ຂັ້ນເທິງ ມາຊ່ວຍແດ່".
ຄວາມເສັຽຫາຍໝັກ ແມ່ນຍ້ອນພາຍຸໝາກເຫັບ ຕົກໃສ່ຫລັງຄາ ຍຸບລົງ ບາງເຮືອນ ກໍ່ຖືກລົມພາຍຸ ອູ້ມເຮືອນໄປ ເປັນຫັລງ, ເຈົ້າໜ້າທີ່ ວ່າ ຄວາມເສັຽຫາຍ ເທື່ອນີ້ແມ່ນໜັກ ກວ່າທຸກໆປີ ທີ່ພາຍຸ ພັດເຂົ້າມາ.
