ຕຳແລ້ວໜີ ຄວນຖືກລົງໂທດ

ຈຳປາທອງ
2019.02.22
f-police-car ເມົາແລ້ວ ຂັບຣົດໃຫຍ່ ຕຳຣົດຈັກ ແລະເຮັດໃຫ້ຄົນອື່ນບາດເຈັບ.
ຮູບພາບຈາກ: ນັກຂ່າວພົລເມືອງ

ກໍຣະນີ ພັນໂທ ພັນໄຊ, ອາຍຸ 59 ປີ ເຈົ້າໜ້າທີ່ ຕຳຣວດ ສັງກັດ ກອງບັນຊາການ ປ້ອງກັນເຄື່ອນທີ່ ກະຊວງປ້ອງກັນ ຄວາມສະຫງົບ ສປປລາວ, ດື່ມເຫລົ້າເມົາ ແລ້ວຂັບຣົດ ກະບະ ປ້າຍກະຊວງ ຕຳຣົດຈັກ ຂອງປະຊາຊົນ ທີ່ຂີ່ຊ້ອນກັນ 2 ຄົນ ເຮັດໃຫ້ຄົນ ຕົກອອກຈາກຣົດ ແລ້ວລາກຣົດຈັກ ໄປໄກຫຼາຍຮ້ອຍແມັດ ຢູ່ຖນົນຄູວຽງ ຕໍ່ໜ້າສູນການຄ້າ ວຽງຈັນເຊັນເຕີ ໃນມື້ວັນທີ 20 ກຸມພາ ເວລາບ່າຍ 3:30 ໂມງ. ການກະທຳ ຂອງນາຍຕຳຣວດ ຄົນດັ່ງກ່າວ ເປັນການກະທຳ ທີ່ຂາດຄວາມຮັບຜິດຊອບ ຕໍ່ສັງຄົມ, ຊຶ່ງສົມຄວນ ຖືກລົງໂທດໜັກ,  ອີງຕາມຄຳເວົ້າ ຂອງອາດີດ ເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກຸມພານີ້:

"ຜູ້ກ່ຽວຫັ້ນ ກະເຮັດຜິດຣະບຽບ ຫຼາຍຢ່າງໃດ໋ ເພາະຕົນເອງ ເປັນເຈົ້າໜ້າທີ່ ແລ້ວຫັ້ນນະ ຕຳແລ້ວບໍ່ຢຸດ ຢຸດແລ້ວບໍ່ມອບໂຕ ມັນກະຜິດ ຫຼາຍກະທົງ ຫຼາຍຂໍ້ຫາແຫຼະນໍ ຄວາມໝາຍວ່າ ທ້າທາຍ ກັບຕໍາແໜ່ງໜ້າທີ່ ຂອງໂຕເອງວ່າຊັ້ນ ທັ້ງໆທີ່ໂຕເອງກະເປັນ ເຈົ້າໜ້າທີ່ປາບ ເຄື່ອນທີ່ເດຫັ້ນ ຕ້ອງຫັກເງິນເດືອນຜູ້ກ່ຽວ 24 ເດືອນ ເພື່ອໄປບໍຣິຈາກໃຫ້ສັງຄົມ.”

ທ່ານກ່າວຕື່ມວ່າ ຈາກຂໍ້ມູນເບື້ອງຕົ້ນ ນາຍຕຳຣວດຄົນນີ້ ກຳລັງຈະບຳນານ ໃນເດືອນເມສາປີນີ້ ແລະວ່າ ໃນມື້ຂັບຣົດໃຫຍ່ ຕຳຣົດຈັກນັ້ນ, ຜູ້ກ່ຽວ ຍັງຢູ່ໃນຕຳແໜ່ງໜ້າທີ່ ແລະ ໃສ່ຊຸດຕຳຣວດຢູ່. ຜູ້ກ່ຽວຈະຖືກກົມຕຳຣວດຈະຣາຈອນ ສອບສວນ ໃນໄວ້ໆນີ້. ກ່ຽວກັບ ກໍຣະນີ ທີ່ວ່ານີ້ ຊາວນະຄອນຫຼວງວຽງຈັນທ່ານນຶ່ງ ເວົ້າວ່າ ສັງຄົມໃຫ້ຄວາມສົນໃຈຫຼາຍທີ່ສຸດ ຍ້ອນວ່າ ຜູ້ກ່ຽວເປັນນາຍຕຳຣວດ ຜູ້ຮັກສາກົດໝາຍ ແຕ່ຊ້ຳພັດ ເຮັດຜິດກົດໝາຍເອງ, ຢາກຮຽກຮ້ອງ ໃຫ້ລົງໂທດ ຜູ້ກ່ຽວນີ້ ໜັກກວ່າ ປະຊາຊົນທົ່ວໄປ ດັ່ງທີ່ ທ່ານກ່າວວ່າ:

"ຕຳລະກະຈອດກະໄຄ ອັນນີ້ ຕຳແລ້ວກະລາກໄປ ກະບໍ່ຄັກປານໃດຫັ້ນນະ ມັນກະສິຜິດແດ່ຫັ້ນແຫລະ ລາວເປັນຕໍາຣວດນໍ ເຮົາເປັນປະຊາຊົນ ຕໍາແລ້ວລະກະໜີໄປ ຫັ້ນນະ ກະປັບໃໝ ລະຕິດຄຸກຫັ້ນແຫລະ.”

ກໍຣະນີເມົາ ແລ້ວຂັບຣົດໃຫຍ່ ຕຳຣົດຈັກ ແລະ ເຮັດໃຫ້ຄົນບາດເຈັບນີ້, ພັນໂທ ຢຸດຕະພົງ ສຸວັນນະສິງ, ຮອງຫົວໜ້າ ຫ້ອງຕຳຣວດ ນະຄອນຫຼວງ ຜູ້ຊີ້ນຳວຽກງານ ຈະຣາຈອນ ໄດ້ຖແລງຜ່ານໂທຣະທັດ ປກສ ໃນມື້ວັນທີ 21 ກຸມພານີ້ວ່າ ທາງກົມຕຳຣວດ ຈະຣາຈອນ ກຽມສອບ ສວນພັນໂທ ພັນໄຊ ຕາມຂັ້ນຕອນ ຂອງກົດໝາຍ ຢ່າງເຂັ້ມງວດ; ທ່ານເວົ້າວ່າ ຜູ້ກ່ຽວ ເປັນພະນັກງານບຳນານ. ແຕ່ ພັນໂທ ຢຸດຕະພົງ ບໍ່ສາມາດ ໃຫ້ຣາຍລະອຽດເພີ້ມຕື່ມ ແກ່ວິທຍຸເອເຊັຍເສຣີ.

ສຳລັບ ພັນໂທ ພັນໄຊ ຜູ້ກໍ່ເຫດ ກໍໄດ້ໃຫ້ສຳພາດ ສື່ມວນຊົນທາງການລາວວ່າ ໃນມື້ເກີດເຫດ ຕົນເອງ ຢູ່ໃນອາການມືນເມົາແທ້ ເລີຍບໍ່ຮູ້ ວ່າ ຣົດຂອງຕົນ ໄປຕຳຣົດຜູ້ອື່ນ ແລະ ໄດ້ລາກຣົດຈັກໄປນຳ. ທ່ານຂໍໂທດ ໄປຍັງຜູ້ບາດເຈັບ ແລະ ພ້ອມທີ່ ຈະຊົດໃຊ້ ຄ່າເສັຍຫາຍ ທຸກຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.