ອຸບັດຕິເຫດເດືອນດຽວ ເສັຽຊີວິດ ຮ້ອຍປາຍຄົນ

ອຸ່ນແກ້ວ ສຸກສະຫວັນ
2021.02.19
ອຸບັດຕິເຫດເດືອນດຽວ ເສັຽຊີວິດ ຮ້ອຍປາຍຄົນ ອຸບັດຕິເຫດຕາມທ້ອງຖນົນ ໃນນະຄອນຫຼວງວຽງຈັນ ແລະ ໃນທົ່ວປະເທດ ກາຍເປັນບັນຫາ ທີ່ຕ້ອງໄດ້ແກ້ໄຂຮີບດ່ວນ
ພາບປະກອບ: ນັກຂ່າວພົລເມືອງ

ໃນເດືອນມົກກະຣາ ປີ 2021, ອຸບັດຕິເຫດຕາມທ້ອງຖນົນ ຢູ່ທົ່ວປະເທດເກີດຂຶ້ນທັງໝົດ 713 ກໍຣະນີ ເຮັດໃຫ້ມີຜູ້ເສັຽຊີວິດທັງໝົດ 106 ຄົນ. ຈຳນວນຜູ້ໄດ້ເຮັບບາດເຈັບປະມານ 1 ພັນຄົນ, ພາຫະນະເປ່ເພ 1,200 ຄັນ ແລະ ມູນຄ່າຄວາມເສັຽຫາຍ 11 ຕື້ກີບ ອີງຕາມຂໍ້ມູນຈາກທາງການລາວ.

ອຸບັດຕິເຫດຕາມທ້ອງຖນົນ ສ່ວນຫຼາຍເກີດຈາກ ຄວາມປມາດຂອງຜູ້ຂັບຂີ່ ລວມເຖີງການເມົາແລ້ວຂັບ ຊຶ່ງນັບແຕ່ເດືອນຜ່ານມາ ມີອຸບັດຕິເຫດເກີດຂຶ້ນເລື້ອຍໆ ແລະ ຮຸນແຮງກວ່າ ທີ່ຜ່ານມາ. ເຈົ້າໜ້າທີ່ກູ້ພັຍ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 19 ກຸມພາ ວ່າ:

"ຫຼາຍຂຶ້ນກວ່າປົກກະຕິ ເມົາແລ້ວຂັບ ຄົນບໍ່ມີສະຕິ ຄົນຂາດສະຕິ ປມາດໃນການຂັບຂີ່ ບໍ່ປະຕິບັດຕາມກົດຈະຣາຈອນ ຫຼາຍກວ່າ ແຕ່ຮູ້ສຶກວ່າ ຄົນຕາຍຈະຫຼາຍຂຶ້ນກວ່າເກົ່າ ໃນຂນະ ເດືອນດຽວກັນ ພຸ້ງໄປຮອດ 100 ແລ້ວ ຕຳດຽວນີ້ ຕຳແລ້ວຕາຍຄາທີ່ເລີຍ ໂຫດແຮງ."

ເຈົ້າໜ້າທີ່ກູ້ພັຍທ່ານນີ້ ກ່າວຕື່ມອີກວ່າ ກໍຢາກໃຫ້ປະຊາຊົນຜູ້ຂັບຂີ່ຣົດ ໃຫ້ໃຊ້ສະຕິ ໃນການຂັບຂີ່ຣົດໃຫ້ຫຼາຍກວ່າເກົ່າ ແລະ ຢ່າ ດື່ມສິງມຶນເມົາຖ້າຈະຂັບລົດ. ປະຊາຊົນນະຄອນ ຫຼວງວຽງຈັນ ເວົ້າວ່າເທົ່າທີ່ໄດ້ຍິນມາ ທ່າອ່ຽງຂອງການເກີດອຸບັດຕິເຫດ ຖືວ່າ ຫຼາຍຂຶ້ນກວ່າເກົ່າ ຊຶ່ງສ່ວນຫຼາຍ ອາດເກີດຈາກການຂັບຂີ່ປມາດ ແລະ ການເມົາແລ້ວຂັບ:

"ນັບມື້ ນັບເພີ່ມຂຶ້ນຫຼາຍນະ ຫຼັກມີ 2 ປັດໃຈ ເນາະ ປັດໃຈທາງດ້ານນັກຂັບຂີ່ ກໍຄືວ່າ ສະພາບການດື່ມຂອງມຶນເມົາສ່ວນຫຼາຍ ປມາດ ນັກຂັບຂີ່ປມາດ ປັດໃຈທີສອງ ແມ່ນສະພາບ ແວດລ້ອມ ທາງດ້ານເສັ້ນທາງ ບາງບ່ອນກໍເປັນຫິນ ທີ່ກຳລັງກໍ່ສ້າງ ບາງທີກໍເປັນບ່ອນທີ່ ກໍ່ສ້າງແລ້ວ ແຕ່ນັກຂັບຂີ່ ຈະຂີ່ຣົດໄວ ຖ້າເປັນທາງດີຫັ້ນນະ."

ປະຊາຊົນ ທ່ານນີ້ ກ່າວອີກວ່າ ຕາມທີ່ເຫັນມາສ່ວນຫຼາຍ ອຸບັດຕິເຫດ ເກີດກັບຣົດຈັກ ເປັນສ່ວນຫຼາຍ ແຕ່ເກີດອຸບັດຕິເຫດ ຮຸນແຮງ ສ່ວນຫຼາຍ ເປັນຣົດໃຫຍ່.

ປະຊາຊົນ ອີກທ່ານນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າ ຜ່ານມາອຸບັດຕິເຫດ ມີຄວາມຮຸນແຮງ ຍ້ອນເກີດຈາກ ສະພາບເສັ້ນທາງບໍ່ດີ ແລະ ຜູ້ຂັບຂີປມາດ:

"ມັນຫຼາຍ ມັນກໍຫຼາຍປົກກະຕິ ຕ່າງແຕ່ວ່າ ມັນຜິດປົກກະຕິ ທີ່ວ່າ ຄົນຕາຍຫຼາຍຫັ້ນນະ ມັນຮຸນແຮງຂຶ້ນ ຣົດພິກຂວ້າມຫັ້ນແຫຼະ ແລ້ວກໍຣົດຈັກ ຕຳຣົດໃຫຍ່ຫັ້ນແຫຼະ ຊິເກີດສ່ວນຫຼາຍ ເກີດນຳສະພາບຫົນທາງ ເທັກນິກຣົດ ແລ້ວກໍປມາດ ສ່ວນຫຼາຍແມ່ນສະພາບ ຫົນທາງ."

ເຈົ້າໜ້າທີ່ຕຳຣວດ ຈະຣາຈອນ ທ່ານນຶ່ງກ່າວວ່າ ການເກີດອຸບັດຕິເຫດ ຕາມທ້ອງຖນົນໃນປີນີ້ ຖືວ່າສູງຂຶ້ນ ແລະໜ້າເປັນຫ່ວງ:

"ກໍມີລັກສນະ ໜ້າເປັນຫ່ວງຢູ່ ກໍເພີ່ມຂຶ້ນເລື້ອຍໆ ສ່ວນມາກ ກໍເມົາ ຖ້າບໍ່ເມົາກໍບໍ່ຄ່ອຍ ເປັນຫຍັງດອກ ສ່ວນມາກ ກໍຕົ້ນຕໍຂອງ ບັນຫາ ທີ່ວ່າ ຫັ້ນແຫຼະ ສ່ວນມາກກໍເມົາຫຼາຍ ສາເຫດ ຫຼັກ ນຶ່ງມາ ຂີ່ຣົດເລວ ສອງມາຄຸມສະຕິຕົວເອງບໍ່ຢູ່ ສ່ວນມາກຣົດຈັກ ຫຼາຍກວ່າ."

ອີງຕາມຂໍ້ມູນຈາກທາງການລາວ ໃນປີ 2020 ຜ່ານມາ ທົ່ວປະເທດມີຜູ້ເສັຽຊີວິດ ຈາກ ອຸບັດຕິເຫດປະມານ 1 ພັນຄົນ ສ່ວນວ່າ ປີ 2019 ມີຜູ້ເສັຽຊີວິດ ປະມານ 900 ຄົນ ແລະ ສາເຫດ ເປັນຍ້ອນ ຜູ້ຂັບຂີ່ມຶນເມົາ ແລະ ຂັບຣົດໄວ.

ນອກຈາກນີ້ ຢູ່ ທາງດ່ວນວຽງຈັນ-ວັງວຽງ ກໍເກີດອຸບັດຕິເຫດເລື້ອຍໆ ຍ້ອນວ່າ ສັດລ້ຽງ ປະເພດງົວຄວາຍ ຂອງປະຊາຊົນເຂົ້າໄປ ໃນທາງດ່ວນ ແລະ ຄົນກໍຂີ່ຣົດຕຳສັດ ດັ່ງກ່າວ ເຮັດໃຫ້ມີຄົນເສັຽຊີວິດຫຼາຍຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.