ອຸບັດຕິເຫດຕາມຖນົນ ໃນລາວ ຍັງໜ້າເປັນຫ່ວງ

ພູວົງສ໌
2021.01.27
ອຸບັດຕິເຫດຕາມຖນົນ ໃນລາວ ຍັງໜ້າເປັນຫ່ວງ ສະພາບຄວາມຮຸນແຮງຂອງອຸບັດຕິເຫດ ທີ່ເກີດຂຶ້ນຕາມທ້ອງຖນົນ ນະຄອນຫຼວງວຽງຈັນ ໃນ ເດືອນມົກກະຣາ ປີ 2021
ພາບປະກອບ: ນັກຂ່າວພົລເມືອງ

ສະພາບການເກີດອຸບັດຕິເຫດ ຕາມທ້ອງຖນົນໃນລາວ ຍັງໜ້າເປັນຫ່ວງຫຼາຍ ເນື່ອງຈາກໃນແຕ່ລະປີ ຍັງສລຸບໄດ້ວ່າມີຜູ້ບາດເຈັບ ແລະ ເສັຽຊີວິຕ ເປັນຈຳນວນຫຼວງຫຼາຍ. ຫຼ້າສຸດນີ້, ກົມຕຳຣວດຈະຣາຈອນ, ກົມໃຫຍ່ຕຳຣວດ, ກະຊວງປ້ອງກັນຄວາມສງົບ ກໍໄດ້ຣາຍງານ ເມື່ອຕົ້ນເດືອນມົກກະຣາ 2021 ນີ້ວ່າ ໃນຮອບປີ 2020 ທີ່ຜ່ານມາ ມີຜູ້ເສັຽຊີວິຕ ຈາກ ອຸບັດຕິເຫດຕາມທ້ອງຖນົນ ໃນທົ່ວປະເທດ ຈຳນວນ 1,031 ຄົນ ຖືວ່າເພີ່ມຂຶ້ນ 89 ຄົນ ຈາກປີ 2019 ແລະ ມີຜູ້ໄດ້ຮັບບາດເຈັບ ເຖິງ 10,027 ຄົນ ຈາກ ການເກີດອຸບັດຕິເຫດ ຈຳນວນ 6,774 ຄັ້ງ.

ຈາກໂຕເລຂຜູ້ເສັຽຊີວິຕນັ້ນ, ອົງການອະນາມັຍໂລກ ຈັດອັນດັບໃຫ້ການເກີດອຸບັດຕິເຫດ ຕາມທ້ອງຖນົນໃນລາວ ຢູ່ໃນຣະດັບທີ່ໜ້າ ເປັນຫ່ວງ ຄືມີຜູ້ເສັຽຊີວິຕ ເກີນຄ່າມາຕຖານ ທີ່ຈຳນວນຜູ້ເສັຽຊີວິຕ ປະມານ 10 ຄົນ ຕໍ່ປະຊາກອນ 100,000 ຄົນ, ແຕ່ໃນລາວ ມີຜູ້ເສັຽຊີວິຕ ຈາກອຸບັດຕິເຫດ ປະມານ 16 ຄົນ ຕໍ່ປະຊາກອນ 100,000 ຄົນ.

ກ່ຽວກັບບັນຫາດັ່ງກ່າວ ຊາວລາວທ່ານນຶ່ງ ກໍໃຫ້ທັສນະ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 25 ມົກກະຣາ ນີ້ວ່າ ສະພາບການເກີດ ອຸບັດຕິເຫດໃນລາວ ຖືວ່າເກີດຂຶ້ນທຸກມື້ ແລະ ສາມາດເຫັນໄດ້ເກືອບຕລອດເວລາ ມີທັງບາດເຈັບໜ້ອຍ, ໄປຫາຫຼາຍ ແລະ ເຖິງຂັ້ນເສັຽຊີວິຕ.

“ຮອບ 2020 ນີ້ກະເຫັນຫຼາຍ, ຖືວ່າເຫັນຫຼາຍເນາະ, ບໍ່ວ່າຈະຢູ່ວຽງຈັນ ຫຼືວ່າທາງໃຕ້ ທາງເໜືອ ກະຖືວ່າມີຫຼາຍເນາະ, ເຫັນເກືອບວ່າ ເກືອບທຸກໆຊົ່ວໂມງເນາະ. ເກີດກະມີເຈັບແດ່ ເລັກໜ້ອຍ, ເຈັບຫຼາຍຫາປານກາງ, ມີຕາຍແດ່ກະມີ. ຄືມື້ວານນີ້ກະ ຢູ່ແຖວບ້ານ ຂ້າພະເຈົ້າ ກະເສັຽຊີວິຕຄາທີ່ທັງ 2 ເນາະ.”

ເຈົ້າໜ້າທີ່ ອາສາກູ້ພັຍ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍຢືນຢັນວ່າ ສະພາບອຸບັດຕິເຫດ ຕາມທ້ອງຖນົນໃນລາວ ຖືວ່າຢູ່ໃນຈັງຫວະ ທີ່ເພີ່ມຂຶ້ນຫຼາຍ ໃນແຕ່ລະມື້ ແລະ ສາເຫດ ສ່ວນໃຫຍ່ ກໍແມ່ນມາຈາກ ການດື່ມສິ່ງມຶນເມົາ ຈົນຂາດສະຕິ ແລ້ວຂັບຣົດ ຈຶ່ງກໍ່ໃຫ້ ເກີດອຸບັດຕິເຫດຮຸນແຮງ.

“ກະມີແຕ່ແບບທີ່ວ່າເມົາ ເມົາລະຂັບເນາະ, ສ່ວນຫຼາຍມີແຕ່ເມົາ ເມົາລະຂັບ. ກະຖືວ່າເພີ່ມຂຶ້ນຢູ່ ປັດຈຸບັນນີ້. ສ່ວນຫຼາຍເຂົາເຈົ້າ ຢາກລະເມີດ, ລະເມີດກົດຈະຣາຈອນ, ສ່ວນຫຼາຍເນາະ. ເປັນຕົ້ນກະຄື ເຣື່ອງປ້າຍຫ້າມຕ່າງໆເນາະ. ລະກະດື່ມບໍ່ໃຫ້ຂັບ ເຂົາເຈົ້າກະຍັງຂັບຢູ່. ສ່ວນຫຼາຍກະຂາດສະຕິ ກະຄືຢາກຫຼັບໃນ, ຈັ່ງຊີ້ຫັ້ນນ່າ.”

ເຊັ່ນດຽວກັນກັບ ເຈົ້າໜ້າທີ່ ອາສາກູ້ພັຍ ນະຄອນພຣະບາງ ທ່ານນຶ່ງ ກໍຢືນຢັນວ່າ ສະພາບອຸບັດຕິເຫດ ຕາມທ້ອງຖນົນ ໃນແຂວງ ຫຼວງພຣະບາງ ຖືວ່າເພີ່ມຂຶ້ນທຸກມື້ ເພາະຊາວໜຸ່ມ ແລະ ຜູ້ຄົນໃນວັຍອອກແຮງງານ ມັກອອກເລາະຫຼິ້ນເລາະທ່ຽວ ເພື່ອດື່ມສິ່ງ ມຶນເມົາຫຼາຍ ຈຶ່ງກໍ່ໃຫ້ເກີດ ອຸບັດຕິເຫດ ແລະ ຈະໃຫ້ຫຼຸດລົງ ກໍຄົງບໍ່ແມ່ນເຣື່ອງງ່າຍ.

“ກະຫຼາຍ, ຫຼາຍຂຶ້ນພໍສົມຄວນ ສຳລັບປີ 2020. ສ່ວນຫຼາຍເປັນກໍຣະນີ ທີ່ເຂົາເຈົ້າກິນເຫຼົ້າກິນເບັຽ ແລ້ວເຂົາເຈົ້າເມົາມາ ເມົາສຸຣາມາ ແລ້ວກະຕຳກັນແດ່, ລົ້ມເອງແດ່. ຈຸດໜັກໆ ແມ່ນຂີ່ລົ້ມເອງ ລະກະຕຳກັນແຫຼະ ຈຸດໜັກໆນ່າ. ເວລາເຂົາເຈົ້າໄປເລາະໄປຫຼິ້ນມາ ກິນເຫຼົ້າກິນເບັຽເມົາມາ ລະເຂົາເຈົ້າມັກຈະຕຳກັນ ຂ້າມເລນຣົດ ລະກະຕຳກັນ ຣົດຈັກສ່ວນຫຼາຍ ປະມານນີ້ແຫຼະ. ແຕ່ລະມື້ນີ້, ຮອດ 1 ໂມງ 2 ໂມງ ບາງຄັ້ງຮອດ 3 ໂມງ ອອກເຫດ. ແຕ່ລະມື້ນີ້ນ່າ, ສຳລັບແຂວງຫຼວງພຣະບາງ ສຳລັບອຸບັດຕິເຫດນີ້ ຢ່າງຈະຕ່ຳສຸດ ແມ່ນ 5 ກໍຣະນີ ຕໍ່ມື້. ແມ່ນແລ້ວ, ຖ້າຈະໃຫ້ມັນຫຼຸດລົງ ມັນຈະບໍ່ງ່າຍ ເພາະວ່າເສັ້ນທາງໃນຫຼວງພຣະບາງ ເປັນເສັ້ນທາງທີ່ຄັບແຄບ ແລະ ຣົດກະຫຼາຍ. ສ່ວນຫຼາຍຈະເປັນກຸ່ມໄວຣຸ້ນນີ້ແຫຼະ, ເປັນພວກກັມມະກອນ. ກັມມະກອນສ່ວນນຶ່ງ ນັກສຶກສາສ່ວນນຶ່ງ, ນີ້ແຫຼະ. ອາຍຸປະມານຫຼັກ 20 ປາຍປີ, 25, 26, 27, 28 ນີ້ແຫຼະ ປະມານນີ້ອາຍຸ.”

ທ່ານ ບຸນຍັງ ວໍລະຈິດ, ອະດີດປະທານປະເທດລາວ ກໍເຄີຍສະແດງຄວາມເປັນຫ່ວງ ຕໍ່ບັນຫາສະພາບອຸບັດຕິເຫດ ຕາມທ້ອງຖນົນ ໃນລາວ ໃນຣະຫວ່າງກອງປະຊຸມຊາວໜຸ່ມ ເມື່ອທ້າຍປີ 2019 ວ່າ ສະພາບອຸບັດຕິເຫດ ຕາມທ້ອງຖນົນໃນລາວ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິຕ ຈຳນວນຫຼາຍນັ້ນ ຖືວ່າໜ້າເປັນຫ່ວງທີ່ສຸດ ເມື່ອທຽບໃສ່ຈຳນວນ ຜູ້ເສັຽຊີວິຕ ໃນປາງສົງຄາມ ກໍຍັງບໍ່ຫຼາຍເທົ່ານີ້.

“ອັນສຳຄັນ ອຸບັດຕິເຫດນີ້ ໜັກສົມຄວນ. ແຕ່ລະເດືອນ ແລ້ວສລຸບກັນ ເຣື່ອງເຈັບ, ເຣື່ອງຕາຍ, ເຣື່ອງອັນນັ້ນອັນນີ້ ລື່ນສົງຄາມ ພຸ້ນໄດ໋ ພວກສະຫາຍ. ພວກເຮົາເຮັດສົງຄາມທໍ່ໃດປີ ບໍ່ໄດ້ເສັຽຫາຍໜັກຄືເກີດອຸບັດຕິເຫດ ຄືຄູ່ມື້ນີ້.”

ເຖິງຢ່າງໃດກໍຕາມ, ຫຼາຍຄົນຍັງເຊື່ອວ່າ ກົລໄກໃນການແກ້ໄຂບັນຫາ ອຸບັດຕິເຫດໃນລາວ ຍັງບໍ່ຖືກຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ເທົ່າທີ່ຄວນ ແລະ ຄົງບໍ່ສາມາດ ແກ້ໄຂບັນນີ້ ໄດ້ງ່າຍ. ດັ່ງຊາວລາວ ທ່ານນຶ່ງ ໄດ້ກ່າວວ່າ:

“ໂອ້, ຄືຊິແກ້ໄຂໄດ້ຍາກຢູ່ ເບິ່ງຕາມໂຕຈິງ. ມັນບໍ່ປະຕິບັດຕາມກົດຈະຣາຈອນ, ເດັກນ້ອຍຄູ່ມື້ນີ້. ກະແກ້ໄຂໄດ້ ຄືຊິໄດ້ຢູ່, ແຕ່ວ່າດົນ. ມັນຢາກຍາກຢູ່ແຫຼະ ເພາະວ່າຄົນເຮົາ ມັນບໍ່ປະຕິບັດຕາມ ກົດຈະຣາຈອນ.”

ໃນຂນະດຽວກັນ, ຊາວລາວອີກທ່ານນຶ່ງ ກໍຄຶດວ່າ ການແກ້ໄຂບັນຫາດັ່ງກ່າວ ຄົງບໍ່ງ່າຍ ແລະ ຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມ ໃນການເຕືອນສະຕິ ປະຊາຊົນ ທີ່ໃຊ້ຣົດໃຊ້ຖນົນ ແລະ ມີມາຕການ ທີ່ເຂັ້ມງວດກວ່າເກົ່າ ເພື່ອຫຼຸດຜ່ອນອຸບັດຕິເຫດ ໃນອະນາຄົດ.

“ສຳລັບໂຕນີ້ ກະຖືວ່າຍັງບໍ່ງ່າຍນ່າເນາະ. ກະຕາມນິສັຍຄົນລາວເນາະ ກະມັກຫຼິ້ນ, ມັກທ່ຽວ, ມັກຂອງມຶນເມົາ ປະເພດນີ້ຢູ່ແລ້ວ ເນາະ ຊາຂ້າພະເຈົ້າທີ່ວ່າ ເບິ່ງມາເນາະ. ຄັນກິນຢູ່ບ່ອນນີ້ ລະເລີກຈາກບ່ອນນີ້ ກະບໍ່ຍອມກັບເຮືອນກັບຊານ ກະຍັງບໍ່ເມົາໄດ້ທີ່ ລົງແຂ່ງລົງຂາ ໄປຕໍ່ 2 ບ່ອນ 3 ບ່ອນ. ກະຢາກໃຫ້ເພີ່ມຈຸດກວດກາ ທີ່ວ່າເຂົາຕັ້ງຈຸດ ວັດແທກທາດເຫຼົ້າເນາະ. ກະຢາກໃຫ້ ປະຕິບັດ ເຮັດແທ້ທຳຈິງຫັ້ນລະ. ຄັນມັນເກີນ, ກະຢາກໃຫ້ຈັບ ຄືປະເທດເພື່ອນບ້ານ, ນີ້ແຫຼະ. ປັບໄໝ ຫຼືວ່າເອົາໄປນອນພັກຜ່ອນ, ສວ່າງເມົາ ລະກະຈຶ່ງໃຫ້ກັບບ້ານ, ຈັ່ງຊີ້. ມັນຈຶ່ງຊິເຮັດໃຫ້ຄົນເຮົາມີສະຕິແດ່ ເວລາກິນເວລາດື່ມ.”

ທັງໝົດນັ້ນ, ແມ່ນບາງສຽງສະທ້ອນ ກ່ຽວກັບສະພາບການເກີດອຸບັດຕິເຫດ ຕາມທ້ອງຖນົນໃນລາວ ທີ່ຍັງບໍ່ມີທ່າທີວ່າ ຈະຫຼຸດໜ້ອຍ ຖອຍລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.