ບ.ມັນຈິ ທົນທຸກຍ້ອນ ໂຮງງານ ຂອງຈີນ

ໄຊຍາ
2018.09.11
F-Sun-paper ພາຍໃນເຂດໂຮງງານຜລິດເຈັ້ຽ ຂອງບໍຣິສັດຈີນ Sun Paper ທີ່ເມືອງເຊໂປນ ແຂວງສວັນນະເຂດ
Screen captured : https://www.facebook.com/100014901078715/videos/381074079065958/?story_fbid=381075645732468&id=100014901078715

ປະຊາຊົນຫຼາຍຄອບຄົວຢູ່ບ້ານມັນຈິ ເມືອງເຊໂປນແຂວງສວັນະເຂດ ທີ່ຢູ່ໃກ້ໂຮງງານຜລິດເຈັ້ຍຊັນເປເປີ ລາວໂຮນດິ້ງ ໄດ້ຮັບຜົລກະທົບ ເພິ່ມຂຶ້ນທຸກມື້ ຍ້ອນບໍ່ສາມາດໃຊ້ນໍ້າຫ້ວຍ ອາລ້ອງໄດ້ອີກ ເນື່ອງຈາກນໍ້າຫ້ວຍ ດັ່ງກ່າວ ມີຄວາມຮ້ອນສູງເພາະ ນໍ້າເສັຍຈາກໂຮງງານ ໄຫລລົງຫ້ວຍຢູ່ເລື້ອຍໆ ເຮັດໃຫ້ກາຍເປັນນໍ້າເສັຍ ແລະມີກິ່ນເໝັນແຮງຂຶ້ນ, ດັ່ງປະຊາຊົນ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 10 ກັນຍາ ນີ້ວ່າ:

"ຂອບເຂດຫັ້ນຖືວ່າຢູ່ ໃນນໍ້າຫ້ວຍ ຍັງຄ້າງຄານໍ້າຫ້ວຍ ຫ້ວຍອາລ້ອງນະນໍ້າໃຊ້ ບໍ່ໄດ້ ກິນກາບໍ່ໄດ້ ມັນຮ້ອນອຸນຫະພູມປະມານ 40 ນີ້ລະ ເຣື້ອງເໝັນຫັ້ນໝາຍຄວາມວ່າ ລົມມັນຂຶ້ນໄປຫາ ເມືອງເຊໂປນ ຄັນລົມລອງ ນີ້ມີສ່ວນຢູ່."

ທ່ານເວົ້າຕື່ມວ່າ ນອກຈາກນໍ້າຈະໃຊ້ບໍ່ໄດ້ ແລ້ວປາໃນຫ້ວຍກໍ່ຕາຍໝົດ ສ້າງຄວາມເດືອດຮ້ອນ ຫລາຍໃຫ້ແກ່ປະຊາຊົນ ທີ່ມັກຈັບປາກີນ, ບໍ່ພຽງເທົ່ານັ້ນປະຊາຊົນ ທີ່ຍ່າງຂ້າມຫ້ວຍອາລ້ອງ ຍັງຕ້ອງເພີ່ມຄວາມຣະມັດຣະວັງ ເປັນພິເສດບໍ່ໃຫ້ນໍ້າຖືກຕົນໂຕ ຜ່ານມາມີປະຊາຊົນ ຈຳນວນນຶ່ງ ເປັນຕຸ່ມຄັນພາຍຫລັງຈາກສຳພັດ ກັບນໍ້າຫ້ວຍດັ່ງກ່າວ.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຂັ້ນບ້ານໄດ້ຂຽນໃບສເນີໄປຮອດຫ້ອງການປົກຄອງ ເມືອງເຊໂປນ ຫຼາຍເທື່ອແລ້ວແລະເຈົ້າໜ້າທີ່ຈາກຂັ້ນແຂວງ ໄປກວດກາ ພາຍໃນໂຮງງານຢູ່ເລື້ອຍໆ ແຕ່ຍັງບໍ່ເຫັນວ່າ ທາງໂຮງງານໄດ້ປັບປຸງແກ້ໄຂ ຜົລກະທົບໃຫ້ດີຂຶ້ນ ແຕ່ຢ່າງໃດ ເຖິງແມ່ນວ່າ ຈະເກີດຂຶ້ນມາ ຫລາຍເດືອນແລ້ວກໍ່ຕາມ.

ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຫ້ອງການປົກຄອງເມືອງເຊໂປນ ເພື່ອຖາມກ່ຽວກັບ ຄວາມຄືບໜ້າໃນການແກ້ໄຂບັນຫານີ້, ແຕ່ ເຈົ້າໜ້າທີ່ ບໍ່ສະດວກ ໃຫ້ສຳພາດ.

ໂຮງງານດັ່ງກ່າວໄດ້ເລີ້ມການຜລິດ ມາຕັ້ງແຕ່ວັນທີ 21 ເດືອນພຶສພາ 2018 ເມື່ອມາຮອດ ເດືອນມິຖຸນາ 2018 ກໍ່ເລີ້ມສົ່ງກິ່ນເໝັນແຮງ ໃນຣັສມີ 7 ກິໂລແມັດ ກ່ອນໜ້ານັ້ນເຈົ້າຂອງໂຮງງານ ເຄີຍຂໍເວລາ 10 ມື້ ເພື່ອແກ້ໄຂບັນຫານີ້ ແຕ່ກໍ່ບໍ່ສາມາດ ເຮັດໄດ້ຈົນມາຮອດ ປະຈຸບັນ, ນອກຈາກນີ້ ໂຮງງານຜລິດເຈັ້ຍແຫ່ງນີ້ ຍັງມີແຜນການຈະເອົາດິນ ປະຊາຊົນເພີ່ມອີກ 40 ເຮັກຕ້າ ໃນນັ້ນກວມເອົາເຮືອນ 1 ຫລັງ ແຕ່ປະຊາຊົນ ບໍ່ເຫັນດີ ໃຫ້ເອົາດິນເຂົາເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.