ລາວ-ໄທຍ ເຊັນສັນຍາ ຊື້ໄຟຟ້າເພີ່ມ ຈາກລາວ

0:00 / 0:00

ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ແລະ ກະຊວງພະລັງງານ ຂອງໄທຍ ຮ່ວມເຊັນສັນຍາ ບັນທຶກຄວາມເຂົ້າໃຈ ຂຍາຍຂອບການຮ່ວມມື ການຮັບຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງລາວ-ໄທຍ ຈາກແຕ່ກ່ອນ 9,000 ເມກະວັຕ ເພີ່ມມາເປັນ 10,500 ເມກະວັຕ ຜ່ານລະບົບອອນລາຍ ໃນມື້ວັນທີ 4 ມີນາ 2022 ທີ່ຜ່ານມານີ້.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ຈຸດປະສົງ ໃນການເຊັນສັນຍາ ການຊື້-ຂາຍ ໄຟຟ້າ ໃນຄັ້ງນີ້ ກໍເພື່ອສົ່ງເສີມການຮ່ວມມື ດ້ານພະລັງງານໄຟຟ້າ ລະຫວ່າງລາວ ກັບໄທຍ ທັງເປັນການສນັບສນູນ ແລະ ໃຫ້ຄວາມສຳຄັນ ກ່ຽວກັບການຊື້-ຂາຍ ພະລັງງານສະອາດ ເພື່ອຫຼຸດຜ່ອນ ຜົລກະທົບ ຕໍ່ສິ່ງແວດລ້ອມ ລວມເຖິງໂອກາດທາງດ້ານການລົງທຶນ ໃນຂແນງພະລັງງານໄຟຟ້າ. ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມີນາ ນີ້ວ່າ:

“ໂຕນີ້ຫັ້ນ ມັນໝາຍເຖິງວ່າ ຫຼັງຈາກເຮົາມີຂອບຄວາມຮ່ວມມື ໂຕນີ້ແລ້ວເນາະ, ແຕ່ວ່າໂຄງການ ຈະເຂົ້າປີໃດຫັ້ນ ມັນແລ້ວແຕ່ ທາງໂຄງການ ໄປປຶກສາຫາລື ໄປເຈຣະຈາ ກັບທາງເບື້ອງຜູ້ຮັບໄຟ ກໍຄືທາງເບື້ອງໄທຍ. ແລ້ວເບື້ອງໄທຍ ກໍຈະກຳນົດເນາະວ່າ ໂຄງການແຕ່ລະໂຄງການ ຈະເຂົ້າປີໃດ ຈັ່ງໃດຫັ້ນນ່າ.”

ທ່ານກ່າວຕື່ມອີກວ່າ ຫຼັງຈາກເຊັນສັນຍາ ຂຍາຍຂອບການຊື້-ຂາຍ ພະລັງງານໄຟຟ້າ ກັນແລ້ວ, ຫຼັງຈາກນີ້ ຈະເປັນໜ້າທີ່ ຂອງບັນດາເຂື່ອນໄຟຟ້າ ແຕ່ລະແຫ່ງໃນລາວ ທີ່ຈະຕ້ອງໄປເຈຣະຈາ ແລະ ເຊັນສັນຍາຊື້-ຂາຍ ໄຟຟ້າ ຫຼື PPA ກັບການໄຟຟ້າ ຝ່າຍຜລິຕ ແຫ່ງປະເທດໄທຍ ຫຼື EGAT ຕໍ່ໄປ.

ປັດຈຸບັນ, ປະເທດລາວ ມີແຫຼ່ງພະລັງງານໄຟຟ້າ ທີ່ຜລິຕໄຟຟ້າ ຂາຍໃຫ້ໄທຍແລ້ວ ປະກອບມີ 7 ເຂື່ອນ 1 ໂຮງໄຟຟ້າ ຄວາມຮ້ອນຖ່ານຫິນ ແລະ ໃນອະນາຄົດ ຈະມີແຫຼ່ງພະລັງງານໄຟຟ້າ ເພີ່ມອີກ ຈາກເຂື່ອນໄຟຟ້ານ້ຳງື່ມ 3, ເຂື່ອນປາກລາຍ, ເຂື່ອນປາກແບງ, ເຂື່ອນຫຼວງພຣະບາງ, ເຂື່ອນຊະນະຄາມ, ແລະ ເຂື່ອນເຊກອງ 4A ແລະ 4B.

ເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ຣັຖບານລາວ ມີຄວາມພະຍາຍາມທີ່ສຸດ ໃນການຊອກຫາຕລາດ ທີ່ຈະຮັບຊື້ໄຟຟ້າ ຈາກລາວ ໂດຍສະເພາະໃນພາກພື້ນອ່າຊ້ຽນ, ແຕ່ກະເປັນສິ່ງທີ່ຫຍຸ້ງຍາກ ແລະ ທ້າທາຍຄືກັນ ເພາະຫຼາຍປະເທດ ກໍມີປະຣິມານ ໄຟຟ້າສຳຮອງ ສູງຢູ່ແລ້ວ. ສະນັ້ນ, ການໄຟຟ້າ ຝ່າຍຜລິຕ ແຫ່ງປະເທດໄທຍ ຈຶ່ງກາຍເປັນຕລາດຊື້-ຂາຍ ໄຟຟ້າ ທີ່ສຳຄັນທີ່ສຸດ ຂອງລາວ.

ແລະ ເຂື່ອນໄຊຍະບູຣີ, ເຊິ່ງເປັນເຂື່ອນຂນາດໃຫຍ່ ກັ້ນແມ່ນ້ຳຂອງ ກໍເປັນເຂື່ອນຕົ້ນແບບ ໃຫ້ກັບຫຼາຍໆໂຄງການ ທີ່ພະຍາຍາມ ຈະຜັກດັນ ໃຫ້ເກີດການກໍ່ສ້າງ ໃຫ້ໄວທີ່ສຸດ ແລະ ຜລິຕໄຟຟ້າຂາຍ ໃຫ້ກັບໄທຍ ໃນອະນາຄົດ. ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ຕາມສຶກສາຂໍ້ມູນເດີມໆ ຫັ້ນນ່າ ມັນກະມີແຕ່ EGAT ນີ້ແຫຼະ ເພາະແຕ່ກີ້ ກະອາສັຍເຂື່ອນໄຊຍະບູຣີ ນີ້ ເປັນເຂື່ອນໂຕແບບ. ເຮົາກະເລີຍວ່າ ເອີ່ ພູມໃຈ ວ່າຊິໄດ້ນຳ EGAT."

ສ່ວນການຂາຍໄຟຟ້າ ໃຫ້ກັບປະເທດອື່ນໆ ໃນພາກພື້ນ ຕາມແຜນພັທນາ ASEAN Power Grid ນັ້ນ, ປັດຈຸບັນ ກໍມີການທົດລອງ ຂາຍໃຫ້ກັບມາເລເຊັຽ ແລະ ກັມພູຊາໄປແລ້ວ ແລະ ຫຼ້າສຸດນີ້ ກໍຢູ່ລະຫວ່າງ ການເຈຣະຈາ ກັບປະເທດສິງກະໂປ.

ທາງດ້ານທ່ານ ວິທູນ ເພີ່ມພົງສາຈະເຣີນ, ຈາກເຄືອຂ່າຍພະລັງງານ ແລະ ນິເວດວິທຍາ ແມ່ນ້ຳຂອງ ຫຼື MEENet ປະເທດໄທຍ ກ່າວວ່າ ການເຊັນສັນຍາ ຂຍາຍຂອບການຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງລາວ-ໄທຍ ໃນຄັ້ງນີ້ ຖືວ່າບໍ່ສົມເຫດສົມຜົລ ແຕ່ຢ່າງໃດ ເນື່ອງຈາກໄທຍ ບໍ່ມີຄວາມຈຳເປັນ ທີ່ຈະຮັບຊື້ໄຟຟ້າ ເພີ່ມຈາກລາວ ເພາະປັດຈຸບັນ ປະຣິມານໄຟຟ້າສຳຮອງ ຂອງໄທຍ ມີສູງເຖິງ 41% ຈາກທີ່ກຳນົດໄວ້ 15% ເທົ່ານັ້ນ ແລະ ເປັນການເອື້ອຜົລປໂຍດ ໃຫ້ກັບກຸ່ມນາຍທຶນ ຈາກປະເທດໄທຍ ເທົ່ານັ້ນ ໂດຍບໍ່ສົນໃຈ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ນັບມື້ ນັບຈະທະວີຄວາມຮຸນແຮງຂຶ້ນ.​ ນອກຈາກນີ້, ການກໍ່ສ້າງເຂື່ອນໄຟຟ້າ ແຫ່ງໃດໆກໍຕາມ ກໍຍັງສົ່ງຜົລກະທົບ ຕໍ່ສະພາບການປ່ຽນແປງ ຂອງດິນຟ້າອາກາດ ເພາະມີການປ່ອຍແກ໊ສມີເທນ ໃນປະຣິມານສູງ. ດັ່ງທ່ານ ວິທູນ ເພີ່ມພົງສາຈະເຣີນ, ຈາກເຄືອຂ່າຍພະລັງງານ ແລະ ນິເວດວິທຍາ ແມ່ນ້ຳຂອງ ຫຼື MEENet ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ທ່ານວ່າ: "ມັນບໍ່ໄດ້ມີຄວາມຊອບທັມ ເຂົາເວົ້າແຕ່ວ່າ ເສຖກິຈຈະຟື້ນໂຕ ຫຼັງໂຄວິດ-19, EV (ຣົຖໄຟຟ້າ) ຈະມາ ເຂົາເອົາອັນນີ້ມາອ້າງ. ຄືລາວ ກະບໍ່ເຄີຍຟັງເລີຍວ່າ ຈະມີຄວາມສ່ຽງ ຫຼືມີດ້ານລົບແບບໃດ? ກະຍັງຄົງຢັ້ງຢືນວ່າ ອັນນີ້ ຄືຄຳຕອບດຽວ ທີ່ລາວຈະພັທນາ, ແຕ່ໃນຄວາມເປັນຈິງກະຄື ກະຂຶ້ນຢູ່ກັບກຸ່ມທຶນໄທຍ ທີ່ເຂົ້າໄປ ເປັນເຣື່ອງຫຼັກ."

ຂະນະທີ່ຕາງໜ້າ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ກໍກ່າວວ່າ ການເຊັນ MOU ຂຍາຍຂອບການຊື້-ຂາຍ ໄຟຟ້າ ລະຫວ່າງລາວ-ໄທຍ ນັ້ນ, ເປັນການເອື້ອຜົລປໂຍດ ໃຫ້ກັບກຸ່ມນາຍທຶນ ຈາກປະເທດໄທຍ ແລະ ເຫັນໄດ້ ຢ່າງຈະແຈ້ງວ່າ ກຸ່ມນາຍທຶນ ທີ່ຈະເຂົ້າໄປພັທນາ ແຫຼ່ງພະລັງງານໄຟຟ້າ ໃນລາວ ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ຫາງສຽງ ຂອງປະຊາຊົນ ແຕ່ຢ່່າງໃດ.

ຫຼັງຈາກນີ້, ກຸ່ມຮັກຊຽງຂອງ ແລະ ເຄືອຂ່າຍລຸ່ມແມ່ນ້ຳຂອງຕ່າງໆ ໃນປະເທດໄທຍ ກໍຢັ້ງຢືນວ່າ ຈະຍຶດຕາມແນວທາງເດີມ ຄືຄັດຄ້ານ ການກໍ່ສ້າງເຂື່ອນໄຟຟ້າ ເພີ່ມຕື່ມ ເພື່ອຄົງໄວ້, ເຊິ່ງຜົລປໂຍດ ຂອງປະຊາຊົນ ແລະ ສັດນ້ຳ-ສັດປ່າ ໃນລຸ່ມແມ່ນ້ຳຂອງ. ດັ່ງຕາງໜ້າ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ທ່ານວ່າ: "ທີ່ນີ້ ມັນຈະບໍ່ຮູ້ເລີຍວ່າ ມັນຈະມາຈາກເຂື່ອນໃດ? ອັນນີ້ກະຄື ການຫຼີກລ່ຽງ ອີກຢ່າງນຶ່ງ ສິ່ງທີ່ເຂົາເຮັດຕລອດ ແລ້ວເງື່ອນໄຂ ມັນກະເປັນໄປແບບນັ້ນ, ມັນກະເອື້ອໃຫ້ກັບ ທາງຜູ້ລົງທຶນເນາະ. ທີ່ຜ່ານມາ ເຮົາກະປະຕິບັດ ແບບນັ້ນຢູ່ແລ້ວ ເຮົາກະບໍ່ເຫັນດີນຳເນາະ, ການຈັດການ ບໍຣິຫານ ທີ່ມັນມີຄວາມເຫຼື່ອມລ້ຳ ເຣື່ອງຜົລປໂຍດ ອີກຫຼວງຫຼາຍ."

ມາຮອດປັດຈຸບັນ, ປະເທດລາວ ສາມາດສົ່ງພະລັງງານໄຟຟ້າ ຂາຍໃຫ້ປະເທດໄທຍ ທັງໝົດ 8 ໂຄງການ ລວມກຳລັງຕິດຕັ້ງ 5,415 ເມກະວັຕ ແລະ ໃນກາງປີ 2022 ນີ້ ຄາດວ່າ ຈະສົ່ງອອກຕື່ມ ອີກ 1 ໂຄງການ ຈຳນວນ 514 ເມກະວັຕ ຄື ເຂື່ອນໄຟຟ້ານ້ຳເທີນ 1 ໃນແຂວງບໍຣິຄຳໄຊ.

ກ່ອນໜ້ານີ້, ຄະນະກັມມະການ ນະໂຍບາຍພະລັງງານ ແຫ່ງຊາດ ຂອງໄທຍ ກໍໄດ້ເປີດເຜີຍ ຕໍ່ສື່ມວນຊົນໄທຍ ໃນມື້ວັນທີ 5 ພຶສຈິກາ 2021 ທີ່ຜ່ານມາວ່າ ຣັຖບານໄທຍ ຈະຊື້ໄຟຟ້າເພີ່ມ ຈາກລາວນັ້ນ ແມ່ນຈະຊື້ຈາກເຂື່ອນໄຟຟ້າ 3 ແຫ່ງ ອັນປະກອບດ້ວຍ ເຂື່ອນນ້ຳງື່ມ 3, ເຂື່ອນໄຟຟ້ານ້ຳຂອງ ປາກລາຍ ແລະ ເຂື່ອນໄຟຟ້ານ້ຳຂອງ ປາກແບງ.

ສ່ວນອີງຕາມການຣາຍງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ກ່ຽວກັບສັນຍາຊື້-ຂາຍ ໄຟຟ້າ ລະຫວ່າງປະເທດລາວ ກັບປະເທດອ້ອມຂ້າງນັ້ນ ກໍປະກອບມີ ສັນຍາ ລະຫວ່າງລາວ-ໄທຍ ຈຳນວນ 10,500 ເມກະວັຕ, ສັນຍາ ລະຫວ່າງລາວ-ກັມພູຊາ ຈຳນວນ 6,000 ເມກະວັຕ, ສັນຍາ ລະຫວ່າງລາວ-ວຽດນາມ ຈຳນວນ 5,000 ເມກະວັຕ, ສັນຍາ ລະຫວ່າງລາວ-ມາເລເຊັຽ ຈຳນວນ 300 ເມກະວັຕ, ສັນຍາ ລະຫວ່າງລາວ-ພະມ້າ ຈຳນວນ 100 ເມກະວັຕ ແລະ ສັນຍາ ລະຫວ່າງລາວ-ສິງກະໂປ ຈຳນວນ 100 ເມກະວັຕ (ທີ່ຍັງຢູ່ລະຫວ່າງ ການເຈຣະຈາ).

ພາຍໃນປີ 2030, ຫາກແຫຼ່ງພະລັງງານໄຟຟ້າ ໃນລາວ ຖືກສ້າງຄົບໝົດທຸກໂຄງການ ປະເທດລາວ ຈະມີພະລັງງານໄຟຟ້າ ສູງເຖິງ 28,000 ເມກະວັຕ, ເຊິ່ງທາງການລາວ ອ້າງວ່າ ຈະເປັນການເສີມຂຍາຍ ຄວາມໝັ້ນຄົງ ທາງດ້ານພະລັງງານ ໃນພາກພື້ນອ່າຊ້ຽນ ຕາມແນວທາງ ຂອງ ASEAN Power Grid ປີ 2020 ແລະ ເປັນສູນກາງ ດ້ານພະລັງງານໄຟຟ້າ ຫຼືແບັຕເຕີ່ຣີ້ ແຫ່ງອ່າຊ້ຽນ.