ທີ່ດິນໃນລາວ ຍັງຈັດສັນບໍ່ໄດ້
2013.04.08
ຊາວລາວ ໃນເຂດ ຊົນນະບົດ ຕ້ອງໄດ້ປູກ ໄດ້ຝັງ ເພື່ອລ້ຽງປາກ ລ້ຽງທ້ອງ ຕ້ອງຈູດ ຕ້ອງເຜົາ ເອົາພື້ນທີ່ ເຮັດສວນຄົວ ເພື່ອ ຄວາມຢູ່ລອດ
ຄວາມບໍ່ ກະຈ່າງແຈ້ງ ໃນການ ຈັດສັນ ທີ່ດີນ ໃນລາວ ເຮັດໃຫ້ ມີການບຸກລຸກ ປ່າສງວນ ຫລາຍຂື້ນ.
ບັນຫາ ການບຸກລຸກ ພື້ນທີ່ປ່າສງວນ ເພື່ອໃຊ້ ໃນການປູກຝັງ ຂອງ ຊົນເຜົ່າ ໃນລາວ ຖືວ່າ ເປັນບັນຫາ ທີ່ແກ້ໄຂ ໄດ້ຍາກ ເຈົ້າຫນ້າທີ່ ກຳສິກັມ ແລະ ປ່າໄມ້ ທ່ານນຶ່ງ ເວົ້າວ່າ ສາເຫດຫລັກ ແມ່ນຍ້ອນ ການຈັດສັນ ທີ່ດີນ ຂອງ ຣັຖບານ ບໍ່ແຈ່ມແຈ້ງ ແລະ ໃນເວລາ ດຽວກັນ ຣັຖບານລາວ ກໍບໍ່ມີ ເຈົ້າຫນ້າທີ່ ພຽງພໍ ໃນການກວດກາ. ດ່ັງທ່ານ ກ່າວວ່າ:
"ທີ່ຜ່ານມາ 1 ນີ້ຍ້ອນວ່າ ເຮົາບໍ່ໄດ້ ຈັດສັນເນື້ອທີ່ ການຜລິດ ໃຫ້ຂະເຈົ້າ ໂດຍຣະອຽດ ບໍ່ໄດ້ມີ ການກຳນົດ ຣະອຽດວ່າ ເຈົ້າຕ້ອງການ ຜລິດ ຢູ່ບ່ອນໃດ ເພື່ອວ່າຕ້ອງ ມີຂອບ ມີເຂດ ກຳນົດລະອຽດ ໃຫ້ຂະເຈົ້າ ຍັງບໍ່ໄດ້ ອັນທີ 2 ນີ້ ຍ້ອນວ່າ ການຂຍາຍຕົວ ຂອງຜົລເມືອງ ແລ້ວ ກໍມີ ປະຊາຊົນ ຂຍາຍຄອບຄົວ ບາງຄົນ ກໍອອກເຮືອນ ມີຄອບຄົວ ໃຫຍ່ແລ້ວ ແຕກແຍກກັນ ມີຫລາຍຄອບຄົວ ແລ້ວບໍ່ມີ ເນື້ອທີ່ ທຳການຜລິດ ຂະເຈົ້າ ກໍເລີຍ ບຸກລຸກ ເຂົ້າໄປ ໃນເຂດປ່າ ຫັ້ນ".
ທ່ານວ່າ ບັນຫາ ດັ່ງກ່າວ ເກີດຂຶ້ນຫລາຍ ໃນເຂດ ຊົນນະບົດ ຫ່າງໄກ ສອກຫລີກ ຊົນເຜົ່າ ຜູ້ທີ່ອາສັຍ ຢູ່ພູດອຍ ທຸກຄອບຄົວ ກໍພາກັນ ຈູດປ່າ ຖາງໄຮ່ ເພື່ອ ເອົາພື້ນທີ່ ມາປູກຝັງ ຜລິດ ການກະເສດ ໂດຍບໍ່ຮູ້ວ່າ ພື້ນທີ່ ດ່ັງກ່າວ ເປັນປ່າສງວນ. ເຈົ້າຫນ້າທີ່ ອົງການ ສາກົນ ບອກວ່າ ໃນປັດຈຸບັນ ການໃຫ້ ສຳປະທານ ທີ່ດິນ ຂອງ ຣັຖບານ ກໍເພີ້ມຂຶ້ນ ຢ່າງຫລວງຫລາຍ ບາງແຫ່ງ ກໍກວມເອົາ ພື້ນທີ່ປູກຝັງ ຂອງຊາວບ້ານ ຈຶ່ງເຮັດໃຫ້ ພວກຂະເຈົ້າ ບໍ່ມີບ່ອນ ປູກຝັງ ແລະ ທຳມາຫາກິນ ພວກຂະເຈົ້າ ຈຶ່ງເຂົ້າໄປ ບຸກລຸກປ່າສງວນ ປູກຝັງ ລ້ຽງຄອບຄົວ ດ່ັງທີ່ເຮົາເຫັນ ໃນຫລາຍເຂດ ທີ່ດິນ ຂອງຊາວບ້ານ ຖືກຢຶດ ເຊັ່ນ ເມືອງທ່າແຕງ ແຂວງ ເຊກອງ ໂຄງການ ເຂື່ອນ ໄຊຍະບູຣີ ຫລື ໂຄງການ ໄຟຟ້າ ຫົງສາ ລິກໄນ ແລະ ອຶ່ນໆ ທີ່ປະຊາຊົນ ຖືກບີບໃຫ້ ໂຍກຍ້າຍ ຈາກບ່ອນ ທໍາມາຫາກິນ.









