ບັນຫາມົລພິດຢູ່ ມ.ວັງວຽງ

ໄມຊູລີ
2018.05.02
F-Cement-vv ໂຮງງານຜລິດຊີມັງ ຢູ່ເມືອງວັງວຽງ ນະຄອນຫຼວງວຽງຈັນ
RFA/PN

ເມືອງວັງວຽງເປັນເມືອງ ທີ່ມີການຂຍາຍຕົວຢ່າງວ່ອງໄວ ໂດຍສະເພາະ ທາງດ້ານການທ່ອງທ່ຽວ ແລະອຸດສາຫະກັມ ສິ່ງເຫຼົ່ານີ້ໄດ້ສົ່ງຜົນ ກະທົບ ຕໍ່ສິ່ງແວດລ້ອມ ແລະຊີວິດການເປັນຢູ່ ຂອງປະຊາຊົນ.

ເມື່ອປີ 2016-2017 ປະຊາຊາຊົນຊາວວັງວຽງ ໄດ້ຮ້ອງຮຽນ ໄປຍັງທາງການໃນຫລາຍບັນຫາ ໂດຍສະເພາະ ບັນຫາເຣື້ອງຂິີ້ເຫຍື້ອ ທີ່ຖິ້ມ ຊະຊາຍ ບໍ່ເປັນຣະບຽບ, ແລະເຣື້ອງມົລພິດ ຈາກຂິ້ຝຸ່ນທີ່ໂຮງງານ ອຸດສາຫະກັມ ຂົນຫີນໄປມາທຸກມື້. ດັ່ງເຈົ້າໜ້າທີ່ ຜແນກພັທນາ ແລະ ບໍຣິຫານຕົວເມືອງ ແຂວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 2 ພຶສພາ ນີ້ວ່າ:

“ຍັງເປັນບັນຫາທີ່ຄ້າງຄາເນາະ ອັນເປັນບັນຫາໃຫຍ່ກວ່າໝູ່ ກໍແມ່ນ ເບື້ອງເສັ້ນທາງນີ້ລະ ເສັ້ນທາງມີຜົນກະທົບຫຼາຍ ນັກທຸຣະກິດ ແລ້ວກໍ ໂຮງງານ ຊີມັງ ແກ່ຫີນ ມັນມີຝຸ່ນລະອອງ ຫລາຍປະຊາຊົນໄດ້ຮັບຜົນກະທົບຫລາຍ.”

ທ່ານອະທິບາຍວ່າ ມີປະຊາຊົນຫລາຍບ້ານ ທີ່ອາສັຍຢູ່ບໍຣິເວນ ໂຮງງານຊີມັງ 1 ແລະໂຮງງານຊີມັງ 2 ທາງຕອນໃຕ້ ຂອງເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບຜົນກະທົບ ຈາກຣົຖຂົນຫີນເຂົ້າອອກ ພາຍໃນໂຮງຊີມັງ ແລະບໍຣິສັດ ເອກກະຊົນກວ່າ 10 ແຫ່ງ ເຮັດໃຫ້ເສັ້ນທາງ 13 ຣະຍະທາງ 6 ຫລັກ ເປ່ເພ ເປັນຂຸມແລະຂິ້ຝຸ່ນ ກະຈາຍໃສ່ເຮືອນຊານຂອງປະຊາຊົນ.

ນອກຈາກນັ້ນ ສນາມຂີ້ເຫຍື້ອ ທີ່ມີເນື້ອທີ່ 3.5 ເຮັກຕ່າ ທີ່ຕັ້ງຢູ່ບ້ານຂັນໝາກ ທາງໃຫຍ່ເຂົ້າໄປປະມານ 100 ປາຍແມັດ ກາຍເປັນສນາມ ຂີ້ເຫຍື້ອປະຈໍາເມືອງວັງວຽງ ແຕ່ລະມື້ຈະມີຂີ້ເຫຍື້ອ ປະມານ 25 ຕັນ ສົ່ງກິ່ນເໝັນ ໄປທົ່ວບໍຣິເວນ ບາງເທື່ອລົມແຮງ ກໍຈະພັດເອົາຂີ້ເຫຍື້ອ ໄປໃສ່ເຮືອນ ຂອງປະຊາຊົນ ກວ່າ 500 ຄອບຄົວ.

ຕໍ່ບັນຫານີ້ ໃນວັນທີ 27 ເມສາ 2018 ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍຍົກຣັຖມົນຕຣີ ໄດ້ລົງສໍາຣວດ ເພື່ອແກ້ໄຂ ບັນຫາ ຜົນກະທົບສິ່ງແວດລ້ອມ ເພື່ອໃຫ້ເມືອງວັງວຽງ ເປັນເມືອງທ່ອງທ່ຽວແບບຍຶນຍົງ ບໍ່ໃຫ້ກະທົບຕໍ່ນັກທ່ອງທ່ຽວ ແລະ ຜົນກະທົບ ຕໍ່ສຸຂພາບ ຂອງປະຊາຊົນ. ຣາຍງານວ່າ ໃນແຕ່ລະປີ ມີນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ເຂົ້າໄປທ່່ຽວເມືອງວັງວຽງ ບໍ່ຕໍ່າກວ່າ 2 ແສນຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.