ຄອນຫຼວງວຽງຈັນ ສ່ຽງຕໍ່ ນໍ້າຖ້ວມ

ສຸພັດຕາ
2018.08.21
F-Nongda ເຂດບ້ານໜອງດາ ນະຄອນຫຼວງວຽງຈັນ
RFA

ນ້ຳຂອງເພີ້ມຣະດັບສູງຂຶ້ນ ໄຫລເຂົ້າຖ້ວມສອງເມືອງ ໃນນະຄອນຫຼວງວຽງຈັນ ເປັນຕົ້ນ ເມືອງສີໂຄດຕະບອງ ແລະເມືອງ ຫາດຊາຍຟອງ. ສະເພາະເມືອງສີໂຄດຕະບອງ ປະຊາຊົນໄດ້ຮັບຜົນກະທົບ ມີບ້ານໜອງດາ, ບ້ານໃໝ່ ບ້ານດ່ານຄຳ, ບ້ານເກົ້າລ້ຽວ ແລະບ້ານໂນນຂີ້ເຫຼັກ ຖືກນໍ້າຖ້ວມ ໃນວັນທີ 19 ສິງຫານີ້. ນອກຈາກປະຊາຊົນ ເມືອງສີໂຄດຕະບອງ ໄດ້ຮັບຜົນກະທົບນໍ້າຖ້ວມແລ້ວ ຍັງມີຫຼາຍບ້ານໃນເຂດ ເມືອງຫາດຊາຍຟອງ ທີ່ໄດ້ຮັບຜົນກະທົບເຊັ່ນກັນ ເປັນຕົ້ນບ້ານຫ້ອມ, ຫາດກັນຊາ, ສີຖານໃຕ້, ແກ້ງປາຢ້າງ, ຫາດດອກແກ້ວ ແລະ ບ້ານນາທາມ ນໍ້າຖ້ວມໃນຕອນເຊົ້າຂອງວັນທີ 20 ສິງຫາ ເຮັດໃຫ້ພື້ນທີ່ການປູກຝັງ ໄດ້ຮັບຄວາມ ເສັຽຫາຍທັງໝົດ.

ກ່ຽວກັບເຣື້ອງນີ້ ທ່ານ ແກ່ນ ວໍຣະສານ, ເຈົ້າເມືອງ ເມືອງຫາດຊາຍຟອງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ່ 21 ສິງຫາ ນີ້ວ່າ ໃນເຂດເມືອງ ຫາດຊາຍຟອງ ລຽບຕາມແມ່ນ້ຳຂອງ ນ້ຳ ໄດ້ໄຫຼເຂົ້າໃສ່ເນື້ອທີ່ ການກະເສດຂອງຊາວບ້ານແດ່ແລ້ວ ຖືເປັນປະເພນີ ຄືໃນແຕ່ລະປີ, ດັ່ງ ທ່ານກ່າວຕອນນຶ່ງວ່າ:

“ນ້ຳຂອງບ່ອນໃດມັນຕ່ຳຫັ້ນນ່າແຄມຂອງ ມັນກະໄຫຼເຂົ້າມາ ບໍ່ແມ່ນມັນຖ້ວມ, ແຕ່ດຽວນີ້ມັນກະລົງແລ້ວ, ກະຄືແຕ່ລະປີຫັ້ນແຫຼະ. ຄູກັນນ້ຳ ຄູປ້ອງກັນນ້ຳຖ້ວມ ມັນມີຈຸດຫຼໍ່ແຫຼມ ມັນຕ່ຳເດ ທໍ່ນັ້ນດອກ ບໍ່ມີຜົລກະທົບຫຍັງດອກ. ຄືແຕ່ລະປີ ມັນປະເພນີ ມັນແຖວນີ້. ຣະດັບນ້ຳຂອງ ກະຍັງບໍ່ທັນຮອດເຂດ ອັນຕະຣາຍ ຍັງເຂດເຕືອນພັຍຢູ່, ສ່ຳນີ້ຫັ້ນນ່າ."

ທ່ານກ່າວຕື່ມວ່າ ເພື່ອຄວາມບໍ່ປະໝາດ ທາງອຳນາດການປົກຄອງ ເມືອງຫາດຊາຍ ກໍມີຄວາມພ້ອມ ແລະມີແຜນປ້ອງກັນນ້ຳຖ້ວມ ທີ່ອາຈ ເກີດຂຶ້ນແລ້ວ, ແຕ່ຈົນມາເຖິງປະຈຸບັນ ກໍເຫັນວ່າຍັງບໍ່ມີຜົລກະທົບ ທີ່ຮ້າຍແຮງເທື່ອ:

“ເອີ່ມີຄວາມພ້ອມ ແລະ ມີແຜນການປ້ອງກັນນ້ຳຖ້ວມແລ້ວໂຕນີ້ຫັ້ນນ່າ. ພໍ່ແມ່ປະຊາຊົນຢູ່ເຂດນັ້ນ ພວກເຮົາກະມີຕຽມພ້ອມແລ້ວໂຕນີ້ນ່າ, ຫາກມັນມີຜົລກະທົບອັນຕະຣາຍຫັ້ນນ່າ. ອັນນີ້ກະພວກເຮົາກະຕິດຕາມຕລອດຢູ່ ທີ່ຖືກຜົລກະທົບຮ້າຍແຮງ ບໍ່ທັນມີດອກ."

ໃນມື້ວານນີ້, ຫ້ອງວ່າການສຳນັກງານ ນາຍົກຣັຖມົນຕຣີ ກໍໄດ້ອອກແຈ້ງການ ສະບັບເລຂທີ 1372 ລົງວັນທີ 20 ສິງຫາ 2018 ເພື່ອ ແຈ້ງເຕືອນໃຫ້ພໍ່ແມ່ ປະຊາຊົນໃນເຂດລ້ອງນ້ຳຕ່າງໆ ໃຫ້ກຽມຮັບມືກັບພັຍນ້ຳຖ້ວມ ທີ່ອາຈເກີດຂຶ້ນໄດ້ທຸກເວລາ ໂດຍສະເພາະແມ່ນ້ຳຂອງ ແລະລ້ອງນ້ຳງື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.