ນະຄອນຫຼວງວຽງຈັນ ຂາດເຂີນ ນໍ້າໃຊ້

ໄຊຍາ
2018.04.23
F-Water ໂຮງງານນໍ້າປະປາ ດົງໝາກຄາຍ ນະຄອນຫລວງວຽງຈັນ
Screen captured: Lao Post

ນະຄອນຫລວງວຽງຈັນ ຂາດເຂີນນໍ້າໃຊ້ ຍ້ອນນໍ້າປະປາໄຫຼຊ້າ ມາບໍ່ພຽງພໍກັບຄວາມຕ້ອງການ ເປັນຕົ້ນໃນເຂດ ບ້ານໜອງໜ້ຽວ ເມືອງ ສີໂຄດຕະບອງ ທີ່ມີບັນຫາມາແຕ່ກ່ອນບຸນປີໃໝ່ລາວ ຊຶ່ງບາງມື້ ບໍ່ມີຮອດນໍ້າໃຊ້. ດັ່ງຊາວບ້ານໜອງໜ້ຽວ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ ວັນທີ 20 ເມສາ ນີ້ວ່າ:

"ປັນຫາມັນ ເພາະແຕ່ກ່ອນສົງການ ມັນບໍ່ມາເລີຍ ມັນໃຊ້ບໍ່ໄດ້ເລີຍ ປະຊາຊົນຫຼາຍບ່ອນ ຫຼາຍເຂດຂະເຈົ້າກະຈົ່ມຢູ່ ນໍ້າບໍ່ພໍໃຊ້ ບໍ່ແມ່ນແຕ່ ຈຸດດຽວ ແຕ່ມາກໍຄືເປັນນໍ້າຄືກ໊ອກຫັ້ນແຫຼະ ມັນບໍ່ແຮງເນາະ ກໍຄືວ່າຍ້ອຍຈ໊ອກໆຊື່ໆ ມັນບໍ່ໄດ້ມາແຮງ."

ປະຊາຊົນບ້ານໜອງໜ້ຽວ ແລະອີກຫລາຍໆບ້ານ ຢູ່ເມືອງສີໂຄດຕະບອງ ຈົ່ມວ່າພວກເຂົາເຈົ້າຈ່າຍຄ່ານໍ້າປະປາ ໃນອັດຕຣາ 3 ແສນກີບຕໍ່ 6 ພັນລິດ ແຕ່ເວລາໃຊ້ນໍ້າພຽງ 4 ພັນລິດ ກໍຍັງໄດ້ເສັຍໃນຣາຄາ 3 ແສນກີບ ຢູ່ຄືເກົ່າ ບໍ່ໄດ້ເສັຍຕາມປະຣິມານ ນໍ້າທີ່ໄດ້ໃຊ້; ປະຊາຊົນ ຈ່ຶງຢາກຂໍຮ້ອງໃຫ້ທາງການ ກວດສອບເຣຶ່ອງນີ້ດ້ວຍ.

ປັດຈຸບັນ ນະຄອນຫລວງວຽງຈັນ ທີ່ມີປະຊາກອນປະມານ 780,000 ຄົນໃນ 9 ເມືອງ ມີໂຮງງານນໍ້າປະປາ 5 ແຫ່ງ ທີ່ສນອງນໍ້າໄດ້ 280,000 ແມັດກ້ອນຕໍ່ມື້ ຂນະທີ່ຄວາມຕ້ອງການຕົວຈິງ ໃນແຕ່ລະມື້ປະມານ 350,000 ແມັດກ້ອນ ຄື ບໍ່ມີພຽງພໍກັບ ຄວາມຕ້ອງການ; ດັ່ງເຈົ້າໜ້າທີ່ ວິສາຫະກິດນໍ້າປະປາ ນະຄອນຫຼວງ ກ່າວໃນມື້ດຽວກັນນີ້ວ່າ:

"ຄືເຮົາມີໜ່ວຍງານສ່າຍດ່ວນເຮົາ 1169 ເຮົາມີໜ່ວຍງານສ້ອມແປງດ່ວນ, ແຕ່ລະມື້ 2 ແສນ 80 ພັນແມັດກ້ອນຕໍ່ວັນ ໃນ 5 ໂຮງງານ ນີ້ນະ ຄວາມຕ້ອງການ ໃນປັດຈຸບັນມັນ 3 ແສນ ຫາ 3 ແສນຫ້າ ແຕ່ວ່າເຮົາກຳລັງຂຍາຍຢູ່ ເພື່ອຄວາມຕ້ອງການເນາະ ເພິ່ນກໍກຳລັງ ຂຍາຍໂຮງງານ ຢູ່ແສນດິນເບາະ ຢູ່ທ່າເດື່ອ ແຕ່ວ່າຕ້ອງການ ມັນກໍສູງຫັ້ນແຫຼະ ແຕ່ວ່າເຮົາຕອບສນອງໄດ້ ຕາມຄວາມສາມາດໜ້າງານ ປັດຈຸບັນນີ້."

ທ່ານກ່າວຕື່ມອີກວ່າ ຂນະນີ້ ຣັຖວິສາຫະກິດນໍ້າປະປາ ກໍາລັງເລັ່ງຂຍາຍໂຮງງານ ໃນເຂດແສນດິນ, ດົງບັງ ແລະເຂດທ່າເດືຶ່ອເພື່ອຜລິດ ນໍ້າປະປາ ໃຫ້ທົ່ວເຖິງ ແລະພຽງພໍກັບຄວາມຕ້ອງການ ໃນເຂດເມືອງສັງທອງ, ສີໂຄດຕະບອງ, ນາຊາຍທອງ ແລະ ເມືອງໃໝ່ປາກງື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.