ຂ.ຊຽງຂວາງ ຂາດຝົນ

0:00 / 0:00

ປະຊາຊົນ ຢູ່ເມືອງຄຳ ແຂວງຊຽງຂວາງ ມີຄວາມກັງວົນ ເຖິງບັນຫາ ຄວາມແຫ້ງແລ້ງ ໃນຊ້ວງຣະດູແລ້ງ ຫລັງຈາກປີນີ້ ມີຝົນຕົກໜ້ອຍ ກວ່າປີ ທີ່ຜ່ານມາ. ດັ່ງປະຊາຊົນ ທ່ານນຶ່ງ ເວົ້າວ່າ:

"ຊຽງຂວາງກໍຢາກແຫ້ງແລ້ງຢູ່ເດ້ ກໍຫາກບໍ່ແລ້ງຫລາຍປານໃດ ແຕ່ວ່າ ກໍຫາກແລ້ງຢູ່ ຮອດເດືອນ 4 ມັນຊິຕົກບໍ່ ຫລືວ່າແນວໃດ ຄັນວ່າ ຮອດເດືອນ 4 ຫັ້ນ ຂັ້ນຖ້າວ່າ ຝົນບໍ່ຕົກ ກໍຫາກມີ ຜົນກະທົບຢູ່ກໍ້ ປີນີ້ຄືຈະແລ້ງ ຫຼາຍກວ່າປີກາຍ ນີ້ນະ ມັນບໍ່ຮອດ ເທື່ອນີ້ນະ".

ປະຊາຊົນກ່າວຕື່ມອີກວ່າ ໃນບາງບ່ອນມີນ້ຳ ຊົລປະທານ ກໍສາມາດເຮັດ ກະສິກັມໄດ້ ແຕ່ບາງບ່ອນນໍ້າ ໃນລະບົບ ຊົລປະທານແຫ້ງ ຍ້ອນວ່າ ທໍ່ສົ່ງນ້່ຳ ແລະ ແມ່ນ້ຳສາຂາ ມີໜ້ອຍ ກໍແລ້ງເຊັ່ນກັນ ໃນປີນີ້.

ຜູ້ປະກອບການເຮືອນພັກ ຢູ່ແຂວງຊຽງຂວາງກ່າວວ່າ ໃນຊ້ວງຣະດູແລ້ງ ນ້ຳປະປາ ຢູ່ແຂວງຊຽງຂວາງ ກໍມາໜ້ອຍເຊັ່ນກັນ ຊຶ່ງໃນຊ້ວງ ເດືອນ 4 ຮອດເດືອນ 5 ຈະເປັນຊ້ວງ ທີ່ຂາດແຄນນ້ຳ ດັ່ງທ່ານ ກ່າວວ່າ:

"ມັນກໍຍັງຄືທຸກປີຢູ່ ມັນກໍຍັງໃຊ້ໄດ້ ຊ່ຳນີ້ແຫລະເນາະ ໃນຊ້ວງຣະດູນີ້ເນາະ ກໍມີໃຊ້ ແຕ່ກໍບໍ່ຫລາຍ ຄືຍາມຝົນ ເນາະດຽວມີເດືອນ 4 ກັບ ເດືອນ 5 ເດືອນ 6 ກໍຈະບໍ່ເປັນແລ້ວ ເດືອນ 4 ກັບ ເດືອນ 5 ທ້າຍ ເດືອນ 5 ກໍຈະບໍ່ເປັນແລ້ວ".

ນາງກ່າວຕື່ມອີກວ່າ ປົກກະຕິຢູ່ແຂວງຊຽງຂວາງ ຈະປະສົບກັບບັນຫາ ນ້ຳປະປາໄຫລຄ່ອຍ ເປັນປະຈຳ ໂດຍສະເພາະ ໃນຊ້ວງຣະດູຝົນ ແຕ່ຖ້າປີໃດ ມີຝົນຕົກ ກໍຈະໄຫລແຮງ ຊຶ່ງທຸກປີ ຝົນຈະຕົກ ໃນຊ້ວງປີໃໝ່ລາວ.

ໃນຣະດູຮ້ອນປີນີ້ ກົມອຸຕຸນິຍົມ ຂອງປະເທດລາວ ໄດ້ປະກາດເຕືອນ ປະຊາຊົນ ໃຫ້ເຝົ້າລະວັງ ພະຍຸຣະດູຮ້ອນ ທີ່ອາດຈະເກີດຂຶ້ນ ແລະ ໃນວັນທີ 17 ມິນາ ທີ່ຜ່ານມາ ກໍເກີດພະຍຸ ແລະ ໝາກເຫັບຕົກ ຢູ່ປະເທດລາວ ສ້າງຄວາມເສັຽຫາຍ ໃຫ້ແກ່ປະຊາຊົນ ໂດຍສະເພາະ ຢູ່ແຂວງ ຫລວງພຣະບາງ ແລະ ນະຄອນຫລວງ ວຽງຈັນ.