ປະຊາຊົນ ໃນເຂດຊົນນະບົດ ບໍ່ມີຄວາມໝັ້ນຄົງທາງນໍ້າ

ໄຊຍາ
2024.08.12
ປະຊາຊົນ ໃນເຂດຊົນນະບົດ ບໍ່ມີຄວາມໝັ້ນຄົງທາງນໍ້າ ແຫຼ່ງນ້ຳໃນເຂດຊົນນະບົດ ທີ່ແຂວງອຸດົມໄຊ (TS). ວັນທີ 16 ກັນຍາ 2022.
RFA

ປະຊາຊົນຢູ່ຕາມເຂດຊົນນະບົດຂອງປະເທດລາວບໍ່ມີຄວາມໝັ້ນຄົງທາງດ້ານຊັບພະຍາ ກອນນໍ້າຍ້ອນຍັງບໍ່ສາມາດເຂົ້າເຖີງນໍ້າສະອາດໄດ້ຢ່າງທົ່ວເຖີງ. ບາງເຂດບໍ່ມີນໍ້າກີນ ນໍ້າໃຊ້ ລວມເຖີງນໍ້າໃນການເຮັດການຜະລິດ. ສ່ວນໜຶ່ງເປັນຜົນກະທົບຈາກການປ່ຽນແປງດິນຟ້າອາກາດທີ່ເຮັດໃຫ້ມີຄວາມແຫ້ງແລ້ງຂື້ນ ແລະ ຂາດເຂີນລະບົບນໍ້າປະປາ. ສ່ວນແຫຼ່ງນໍ້າໃຫຍ່ຕາມທຳມະຊາດຢ່າງແມ່ນໍ້າບາງແຫ່ງກໍ່ໄດ້ຮັບຜົນກະທົບຈາກການປົນເປື້ອນຂອງໂຄງການຂຸດຄົ້ນບໍ່ແຮ່. ດັ່ງຊາວບ້ານ ເມືອງພູກູດ ແຂວງຊຽງຂວາງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 12 ສິງຫາ 2024 ວ່າ.

“ ໃຊ້ເປັນນໍ້າລີນນໍ້າປະປາບໍ່ໄດ້ໃຊ້ບໍ່ເຄີຍໃຊ້ຈັກເທື່ອນໍ້າປະປານໍ້າກໍ່ບໍ່ພຽງພໍປານໃດພໍແຕ່ວ່າຊໍາຊາແລ້ວຍາມເດືອນ 12 ເດືອນນັ້ນໄປນໍ້າກໍ່ຈະແຫ້ງແລ້ວບໍ່ມີນໍ້າໃຊ້ແລ້ວ. ນໍ້າລິນນໍ້າຫ້ວຍຫາຍກໍ່ໃຊ້ນໍ້າຄານເຈົ້າຍັງມີແຫຼ່ງນໍ້າໃຫຍ່ຢູ່ໃຊ້ນໍ້າຄານແຕ່ນໍ້າຄານມັນບໍ່ສະອາດເນາະມັນນໍ້າເປື້ອນກໍ່ຈຳເປັນກໍ່ໄດ້ໃຊ້ຫັ້ນແຫຼະບໍ່ມີນໍ້າຫ້ວຍເດ້ ຄໍາບໍ່ ເຮັດວຽກເຮັດຫຍັງຢູ່ເຂດທາງຫົວນໍ້າຫັ້ນນ່າຜູ້ຢູ່ທາງລຸ່ມນີ້ເປື້ອນຫຼາຍ”

ສ່ວນຢູ່ ເມືອງສາລາວັນ ແຂວງສາລະວັນ ລະບົບນໍ້າປະປາຍັງບໍ່ທົ່ວເຖີງຖ້າອອກໄປນອກເທດສະບານເມືອງສາລະວັນປະມານ 30 ຫຼັກກໍ່ຍັງບໍ່ມີນໍ້າປະປາໃຊ້ເທື່ອຊາວບ້ານຕ້ອງໄດ້ຂຸດເຈາະນໍ້າ. ດັ່ງຊາວບ້ານນາງກ່າວວ່າ.

“ ເຮົາຢູ່ໃນເມືອງມັນມີນໍ້າປະປາແລ້ວແຕ່ເຂດ 30 ກິໂລອອກໄປ 10 ກິໂລຄືຢູ່ສວນຂ້ອຍຫັ້ນກໍ່ຍັງບໍ່ທັນມີມີແຕ່ໃຊ້ນໍ້າໂປ່ມນໍ້າແບບເຮົາຂຸດເອີນໍ້າສ້າງ”

 ສະເພາະຢູ່ເມືອງຮ້ຽມ ແຂວງຫົວພັນ ທົ່ວເມືອງມີ 35 ບ້ານ. ທຸກບ້ານບໍ່ມີລະບົບນໍ້າປະປາເຂົ້າເຖີງຊາວບ້ານສ່ວນຫຼາຍຍັງໃຊ້ລະບົບນໍ້າລິນທີ່ຕໍ່ທໍ່ມາຈາກນໍ້າຫ້ວຍທີ່ຢູ່ເທີງຂອງແຕ່ລະບ້ານ ແລະ ບາງບ້ານກໍ່ບໍ່ມີນໍ້າພໍໃຊ້. ຂະນະທີ່ບາງຄອບຄົວທີ່ພໍມີຖານະກໍ່ອາດຂຸດນໍ້າບາດານໃຊ້. ດັ່ງເຈົ້າໜ້າທີ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ຢູ່ເມືອງຮ້ຽມ ແຂວງຫົວພັນ ທ່ານນາງ ກ່າວວ່າ

“ ຄັນວ່າສິວ່າໝົດເມືອງນິຕີ້ເທດສະບານເມືອງເຮົາຍັງບໍ່ມີນໍ້າໃຊ້ປົກກະຕິຫັ້ນນ່າເພາະວ່າໃຊ້ແຕ່ນໍ້າລິນບໍ່ໄດ້ໃຊ້ນໍ້າປະປາໃດຕົວນັ້ນມັນເປັນບ້ານໃຜບ້ານມັນເຂົາກໍ່ຕໍ່ຈາກຮ່ອງຫ້ວຍບ້ານໃຜບ້ານມັນຫັ້ນນ່າມີແຕ່ 5-6 ບ້ານເທດສະບານມັນບໍ່ມີບໍ່ບໍ່ມີພໍໃຊ້ຫັ້ນນ່າ”

 ເຈົ້າໜ້າທີກ່າວຕື່ມວ່າກ່ອນໜ້ານີ້ພາກລັດກໍ່ໄດ້ລົງທືນໃນການກໍ່ສ້າງໂຄງຮ່າງພື້ນຖານນໍ້າລິນໃນເມືອງຢູ່. ແຕ່ໃນເມືອງເກີດໄພພິບັດດິນເຈື່ອນ ແລະ ນໍ້າຖ້ວມເຮັດໃຫ້ການກໍ່ສ້າງທໍ່ນໍ້າລິນໄດ້ຮັບຄວາມເສັຍຫາຍທໍ່ແຕກ. ປັດຈຸບັນຍັງບໍ່ສາມາດສ້ອມແປງໂຄງຮ່າງພື້ນຖານ ນີ້ໄດ້ເທື່ອຍ້ອນພາກສ່ວນທີ່ກ່ຽວຂ້ອງຂາດເຂີນງົບປະມານ.

 ເມືອງຈໍາພອນ ແຂວງສະຫວັນນະເຂດ ປະຊາຊົນສ່ວນຫຼາຍຍັງບໍ່ມີນໍ້າພຽງພໍເຖີງແມ່ນວ່າຈະມີນໍ້າບາດານໃຊ້ບາງບ້ານແຕ່ໃນຍາມແລ້ງຕ້ອງຂຸດເຈາະດິນເພື່ອນໍ້າໃຊ້ນໍ້າສ້າງ. ຂະນະທີ່ຊາວບ້ານອີກສ່ວນກໍ່ຍັງຕ້ອງໃຊ້ນໍ້າຝົນໃນການກິນດື່ມເຊີ່ງກໍ່ຖືວ່າບໍ່ຖືກສຸຂະອານາໄມ.

 ສ່ວນລະບົບນໍ້າລິນໃນເຂດເມືອງຈໍາພອນນັ້ນບໍ່ສາມາດເຮັດໄດ້ຍ້ອນເປັນພື້ນທີ່ທົ່ງພຽງ ບໍ່ມີທີ່ສູງ ແລະ ລະບົບອ່າງເກບນໍ້າກໍ່ຢູ່ໄກຈາກເຂດບ້ານເຮັດໃຫ້ຊາວບ້ານຕ້ອງໃຊ້ແຕ່ນໍ້າສ້າງເທົ່ານັ້ນ. ດັ່ງເຈົ້າໜ້າທີ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ເມືອງຈຳພອນ ກ່າວຕໍວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ.

“ ເຂດນັ້ນມັນກໍ່ເຂົາເປັນຄົນເສດຖະກິດບໍ່ທັນດີປານໃດຫັ້ນນ່າສິເອົານໍ້າສ້າງມາກິນນໍ້າອອກບໍ່ຫັ້ນນ່າແຕ່ວ່າຍາມຝົນຟ້າບໍ່ດີເຂົາກິນນໍ້າສ້າງຂຸດເອົາຫັ້ນນ່າກາລົງໄປກັບສາທາຢູ່ວ່າງແລ້ວນີ້ເນາະມີແຕ່ສອງບ້ານໃນສິບບ້ານນີ້ເນາະທີ່ວ່າກິນນໍ້າຝົນກັບນໍ້າຂຸດເອົານໍ້າສ້າງນໍ້າຫຍັງຂຸດເອົານໍ້າສ້າງໜອງຫ້ວຍນ້ອຍ ໆ ຫັ້ນແຫຼະກໍ່ສິບໍ່ສະອາດປານໃດຫັ້ນແຫຼະ”

 ກ່ອນໜ້ານີ້ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ສປປ ລາວ ຮ່ວມກັບ ກົມແຜນການ ແລະ ການເງິນ,ກົມຊັບພະຍາກອນນໍ້າຂອງກະຊວງຊັບພະ

ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ເຜີຍແຜ່ຜົນການຄົ້ນຄວ້າໃໝ່ກ່ຽວກັບຄວາມ

ບອບບາງ ແລະ ການປັບຕົວຕໍ່ກັບຄວາມບໍ່ໝັ້ນຄົງຂອງນ້ຳໃນຊຸມຊົນຢູ່ເຂດຊົນນະບົດ

ຂອງ ສປປ ລາວ.

 ສາເຫດທີ່ເຮັດໃຫ້ລາວມີຄວາມບໍ່ໝັ້ນຄົງດ້ານນໍ້າກໍ່ຍ້ອນວ່າກົດໝາຍດ້ານຊັບພະຍາກອນ ນໍ້າຍັງບໍ່ເຂັ້ມງວດຂາດການປະສານງານໃນຂະແໜງການຕ່າງ ໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງຊັບພະຍາກອນນໍ້າຕັ້ງແຕ່ຂັ້ນສູນກາງຈົນເຖີງຂັ້ນທ້ອງຖີ່ນໂຄງຮ່າງພື້ນຖານທີ່ຍັງອ່ອນດ້ອຍ ແລະ ງົບປະມານທີ່ມີຈຳກັດການຄຸ້ມຄອງນໍ້າໃນລະດັບທ້ອງຖີ່ນ. ຜົນຂອງການຄົ້ນຄ້ວາຄັ້ງນີ້ສະເໜີວ່າລັດຖະບານຕ້ອງສ້າງແຜນທີ່ພູມສັນຖານວ່າເຂດໃດທີ່ມີຄວາມສ່ຽງດ້ານຊັບພະຍາກອນນໍ້າ, ປັບປຸງຍຸດທະສາດ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງນໍ້າ ແລະ ແຫຼ່ງນໍ້າລວມເຖີງເຝົ້າລະວັງຕິດຕາມປະລິມານ ແລະ ຄຸນນະພາບນໍ້າ. ສ່ວນໃນຂັ້ນເມືອງ ແລະ ຂັ້ນທ້ອງຖີ່ນ ກໍ່ຕ້ອງສ້າງຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງຂອງນໍ້າການພັດທະນາໂຄງຮ່າງພື້ນຖານດ້ານນໍ້າລວມເຖີງຕ້ອງມີການຕິດຕາມ ແລະ ຊຸກຍູ້ການປະ

ຕິບັດການຄຸ້ມຄອງນໍ້າແບບຍືນຍົງຄວບຄູ່ນໍາກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.