ການຖິ້ມຂີ້ເຫຍື້ອຊະຊາຍ ຕາມແຄມທາງ 450 ປີ ບໍ່ໄດ້ຮັບການແກ້ໄຂ
2024.07.23
ມາເຖິງປັດຈຸບັນ ທາງການລາວ ຍັງບໍ່ທັນສາມາດແກ້ໄຂບັນຫາຄົນຖິ້ມຂີ້ເຫຍື້ອຊະຊາຍ ຢູ່ຕາມແຄມທາງ 450 ປີ ເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະສຸຂະພາບຂອງຜູ້ຄົນ ດັ່ງຊາວບ້ານ ທີ່ລ້ຽງງົວຢູ່ໃນເຂດນັ້ນ ຜູ້ໜຶ່ງເວົ້າຕໍ່ວິທະຍຸເອເຊັຍເສຣີ ໃນມື້ວັນທີ 23 ກໍລະກົດນີ້ວ່າ:
“ອາທິດໜຶ່ງກໍໄດ້ຢູ່ ເພາະ ວ່າຂະເຈົ້າຈະມາເອົາເປັນມື້ເດ້ ກໍຄັນດີແທ້ຫັ້ນ ມີໜ່ວຍງານມາແບບວ່າ ມາເອົາຂີ້ເຫຍື້ອຫັ້ນນ່າ ໄປຖິ້ມໆໄວ້ບ່ອນທີ່ວ່າ ຂະເຈົ້າເຮັດຈຸດໄວ້ຫັ້ນນ່າ ກໍຊິດີຄັນມັນໄຫລມານໍ້າ ເພາະວ່າມັນຊິເຮັດໃຫ້ເປັນນໍ້າເສຽ ບໍ່ຮູ້ວ່າເອົາໄປຖິ້ມຢູ່ໃສ ແຕ່ວ່າມັນກໍເປັນລົດທີ່ມາເອົາຂີ້ເຫຍື້ອ.”
ຂີ້ເຫຍື້ອທີ່ວ່ານັ້ນ ຈໍານວນໜຶ່ງ ໄຫຼລົງໃສ່ແຫຼ່ງນໍ້າທໍາມະຊາດ ເຮັດໃຫ້ນໍ້າເໝັນ ແລະຂິວ ກະທົບໃສ່ການເປັນຢູ່ຂອງປະຊາຊົນ ດັ່ງຊາວບ້ານ ທີ່ຮັບຈ້າງມ້ຽນຂີ້ເຫຍື້ອ ຢູ່ບໍລິເວນນັ້ນ ເວົ້າໃນມື້ດຽວກັນນີ້ວ່າ:
“ຂີ້ເຫຍື້ອໃນນະຄອນ ຫລວງບໍ່ ກໍສິແມ່ນເຂດບໍ່ມີຄົນຢູ່ຫັ້ນແຫລະ ຂະເຈົ້າໄປລັກຖິ້ມ ບໍ່ມີ ຫ່າງໄກຈາກຄົນ ເຂົາກໍລັກໄປຖິ້ມ ມັນກໍເໝັນຢູ່ແຕ່ວ່າມັນກໍ ຄວາມສະອາດຫັ້ນແຫລະ.”
ນາງເວົ້າຕື່ມວ່າ ການທີ່ມີການຖິ້ມຂີ້ເຫຍື້ອຊະຊາຍ ຢູ່ຕາມແຄມທາງ 450 ປີທີ່ວ່ານັ້ນ ຍ້ອນວ່າ ຜູ້ທີ່ອາໄສຢູ່ນະຄອນຫຼວງວຽງຈັນ ເປັນຕົ້ນຜູ້ທີ່ຢູ່ແຄມທາງນັ້ນ ຈໍານວນໜຶ່ງ ບໍ່ຢາກເສຍເງິນຄ່າຖິ້ມຂີ້ເຫຍື້ອ ໂດຍສະເພາະ ກໍແມ່ນສິ່ງເສດເຫຼືອຈາກການກໍ່ສ້າງ.
“ໄປເກັບສ່ວນຫລາຍ ແມ່ນອັນນ່າ ເຂດກໍ່ສ້າງຫັ້ນນ່າຜູ້ຮັບເໝົາເພິ່ນຈະຈ້າງ ໄປເກັບເສດປູນຊີ້ນ່າ ຫລືວ່າຕາມໂຮງງານແນວນີ້ ຕາມຮ້ານອາຫານປະມານນີ້ ເສດປູນສ່ວນຫລາຍ. ໂດຍໆ ຮັບຢູ່ ແຕ່ວ່າເສດອາຫານຈະລາຄາແພງກ່ອໜ້ອຍໜຶ່ງ ແມ່ນແຫລະ ເພາະວ່າໄປຖິ້ມແພງເດ້ ແມ່ນແຫລະໄປເອົາຢູ່ສະຖານທີ່ເລີຍ ເລີ້ມຕົ້ນປະມານ 5 ແສນກີບ. ໂຊເຟີ້ ຈະເປັນຄົນອັນນ່າ ຈັດການເບິດເລີຍ. ໂຊນໃດໃກ້ໂຊນໃດກໍຊິໄປໂຊນນັ້ນຊີ້ນ່າ. ມັນໜ້າຈະ 2-3 ໂຊນນີ້ແຫລະ.”
ໃນການແກ້ໄຂບັນຫາດັ່ງກ່າວ ທີ່ຜ່ານມາ ທາງການລາວ ໄດ້ເປີດໃຫ້ເອກະຊົນ ສໍາປະທານ ເກັບມ້ຽນຂີ້ເຫຍື້ອ ຢູ່ຫຼາຍເຂດໃນນະຄອນຫຼວງວຽງຈັນ ແຕ່ກໍຍັງບໍ່ສາມາດແກ້ໄຂບັນຫາທີ່ວ່ານັ້ນໄດ້ ຊຶ່ງສ່ວນໜຶ່ງກໍເປັນຍ້ອນວ່າ ຈ່າຍຄ່າຖິ້ມຂີ້ເຫຍື້ອແພງ ເຮັດໃຫ້ຊາວນະຄອນຫຼວງວຽງຈັນຈໍານວນໜຶ່ງ ເອົາຂີ້ເຫຍື້ອຂອງຕົນ ໄປຖິ້ມຢູ່ບ່ອນຄົນບໍ່ເຫັນ ດັ່ງທີ່ນາຍໜ້າຂາຍດິນ ໃນເຂດທາງ 450 ປີ ເມືອງໄຊທານີຜູ້ໜຶ່ງເວົ້າວ່າ:
“ເອີ ມັນກໍເຊື່ອມຕໍ່ມາຕັ້ງແຕ່ພຸ້ນແຫລະ ຕັ້ງແຕ່ທາງອັນນັ້ນມາ ແລ້ວກໍຊິ້ນຍາວຫັ້ນແຫລະ ຂະເຈົ້າມີອັນນັ້ນມາເກັບ ຂະເຈົ້າມີຜູ້ປະມູນມາເກັບ ແຕ່ລະທິດແລ້ວເດ້ ທິດລະເທື່ອ ຂະເຈົ້າຖິ້ມ ກໍໍຊິລັກມາຖິ້ມຫັ້ນແຫລະ ຂະເຈົ້າຈັບບໍ່ໄດ້ເດ້ ຈັບໄດ້ຂະເຈົ້າກໍໃໝ ຈັບບໍ່ໄດ້ເດ້ ຂະເຈົ້າລັກຖິ້ມ..ກໍຄືອິຫຍັງຫັ້ນແຫລະ.”
ອີງຕາມຂໍ້ມູນ ຂອງຫ້ອງການຄຸ້ມຄອງ ແລະບໍລິຫານໂຕເມືອງ ນະຄອນຫຼວງວຽງຈັນ, ການຖິ້ມຂີ້ເຫຍື້ອຊະຊາຍ ເປັນການທໍາລາຍສິ່ງແວດລ້ອມ, ສ້າງກິ່ນ ເໝັນ, ເປັນພາບບໍ່ງາມຕາ ແລະສ້າງຄວາມບໍ່ສວຍງາມໃຫ້ບ້ານເມືອງ. ຖ້າຫາກຜູ້ໃດພົບເຫັນການຖິ້ມຂີ້ເຫຍື້ອຊະຊາຍ ໃຫ້ແຈ້ງຂໍ້ມູນຂອງຜູ້ກະທໍານັ້ນ ພ້ອມ ພາບຖ່າຍ ເຊັ່ນ ບຸກຄົນ, ປ້າຍທະບຽນລົດ ແລະສະຖານທີ່ລັກຖິ້ມ ໃຫ້ຫ້້ອງການຄຸ້ມຄອງ ແລະບໍລິຫານໂຕເມືອງ, ຜູ້ແຈ້ງຂ່າວຈະໄດ້ຮັບຄ່າຕອບແທນ 30% ຂອງມູນຄ່າປັບໃໝ.
ສໍາລັບຜູ້ທີ່ຈູດຂີ້ເຫື້ອຊະຊາຍ ຈະຖືກລົງໂທດຕາມກົດໝາຍ ຕາມປະມວນກົດໝາຍອາຍາ ມາດຕາ 346 ຊຶ່ງຈະຖືກຈໍາຄຸກ ແຕ 6 ເດືອນ ຫາ 3 ປີ ແລະປັບໃໝ ແຕ່ 5 ລ້ານກີບ ຫາ 50 ລ້ານກີບ.
ເລື່ອງການລັກຖິ້ມຂີ້ເຫຍື້ອຊະຊາຍ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານໜຶ່ງ ເວົ້າວ່າ ເຖິງແມ່ນພາກສ່ວນທີ່ກ່ຽວຂ້ອງ ຈະພະຍາຍາມສະກັດກັ້ນ ບໍ່ໃຫ້ຄົນຖິ້ມຕາມແຄມທາງ 450 ປີ ແຕ່ກໍຍັງບໍ່ສາມາດຢັບຢັ້ງໄດ້.
“ມີຈໍານວນໜຶ່ງ ປະຊາຊົນຈໍານວນໜຶ່ງ ໄປຖິ້ມບາງບ່ອນຊື່ໆ ໃນການເພິ່ນໄປລັກຖິ້ມຫັ້ນນ່າ ສ່ວນຫລາຍແຄມປ່າ ເຂົາໄປລັກ ຖິ້ມກາງຄືນບໍ່ ບ່ອນປອດຄົນຫັ້ນແຫລະໄປ໋ ຄົນມັນບໍ່ດີ ມັນກໍລັກຖິ້ມຕອນທີ່ວ່າບໍ່ເຫັນຄົນ ສ່ວນຫລາຍມັນກໍເປັນເສດສິ່ງກໍ່ສ້າງຫັ້ນນ່າ ລັກໄປຖິ້ມຫັ້ນນ່າ ທາງນີ້ເຂົາກໍມີການຈັບເອົາມານັ້ນ ເອົາມາໄຫມກັນຫັ້ນນ່າ.”
ທ່ານກ່າວຕື່ມວ່າ ເສັ້ນທາງ 450 ປີ ແມ່ນເສັ້ນທາງຜ່ານ 3 ເມືອງໃນນະຄອນ ຫລວງວຽງຈັນ ຄືເມືອງໄຊເສດຖາ, ເມືອງໄຊທານີ ແລະເມືອງຫາດຊາຍຟອງ, ມີຜູ້ຄົນອາໄສຢູ່ຫລາຍ, ເປັນເສັ້ນທາງ ທີ່ເຊື່ອມຕໍ່ກັບຂົວມິດຕະພາບລາວ-ໄທ, ມີສິ່ງປຸກສ້າງຫຼາຍ ທີ່ເຮັດໃຫ້ມີຂີ້ເຫຍື້ອຫຼາຍ.
ອີງຕາມລາຍງານກ່ຽວກັບສິ່ງແວດລ້ອມແຫ່ງຊາດ ໄລຍະ 5 ປີ ລະຫວ່າງປີ 2016-2020, ນະຄອນຫລວງວຽງຈັນ ເປັນພື້ນທີ່ ທີ່ມີການຖິ້ມຂີ້ເຫຍື້ອຫລາຍທີ່ສຸດ ມື້ລະປະມານ 368 ໂຕນ, ຮອງລົງມາກໍແມ່ນຫຼວງນໍ້າທາ 111 ໂຕນ, ສະຫວັນນະເຂດ 102 ໂຕນ ແລະຫຼວງພະບາງ 99 ໂຕນຕໍ່ມື້.
ໃນຂະນະດຽວກັນ ທ່ານ ບຸນປະກອບ ພົມຫາລາດ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະບໍລິຫານໂຕເມືອງ ນະຄອນຫລວງວຽງຈັນ ກໍໄດ້ລາຍງານ ກ່ຽວກັບການບໍລິຫານຈັດການຂີ້ເຫຍື້ອ ຢູ່ນະຄອນຫລວງວຽງຈັນ ໂດຍອີງໃສ່ຜົນວິເຄາະໃນປີ 2014 ວ່າ ໃນປີ 2030 ນະຄອນຫລວງວຽງຈັນ ຈະມີຂີ້ເຫຍື້ອເພີ້ມຂຶ້ນເຖິງ 1.6 ລ້ານໂຕນຕໍ່ປີ, ຂີ້ເຫຍື້ອສ່ວນຫຼາຍ ຈະເປັນຂີ້ເຫຍື້ອ ອອກການິກ 59.12%, ພາດສະຕິກ 11.02%, ແກ້ວ 7.29%, ເຈ້ຽ 7.02%, ໂຟມ 3.32% ແລະຂີ້ເຫຍື້ອປະເພດອື່ນໆ 12.53%.