ສວຍໃຊ້ການພັທນາ ໃຫ້ເປັນໂອກາດ


2013.05.29
F-450 ຖນົນ 450 ໃນນະຄອນຫລວງ ວຽງຈັນ ທີ່ພັທນາສ້າງສາ ສໍາເຣັດຮຽບຮ້ອຍ ໄປແລ້ວ
RFA

 

ອຳນາດ ການປົກຄອງ ທ້ອງຖິ່ນ ສວຍໂອກາດ ຈາກ ໂຄງການ ການພັທນາ ຂອງ ຣັຖບານ ໃນການ ຕັດໄມ້.

ການຕັດໄມ້ ໃນແຕ່ລະ ແຂວງ ທີ່ອຳນາດ ການປົກຄອງ ທ້ອງຖິ່ນ ອະນຸຍາດ ໃຫ້ບໍຣິສັດ ເອກຊົນ ຕັດນັ້ນ ສ່ວນຫລາຍແລ້ວ ມັກຈະອ້າງວ່າ ເປັນນະໂຍບາຍ ຂອງໂຄງການ ພັທນາ ຂອງຣັຖບານ ເພື່ອຕົນເອງ ຈະໄດ້ຮັບ ຜົລປະໂຫຍດ ໃນການ ຕັດໄມ້ ແຕ່ເຈົ້າຫນ້າທີ່ ຣັຖບານກາງ ກໍກວດພົບ ເລື້ອຍໆ. ດັ່ງເຈົ້າຫນ້າທີ່ ປ່າໄມ້ ທ່ານນຶ່ງເວົ້າວ່າ:

"ຂອງເມືອງບໍ ຂອງ ອຳນາດ ການປົກຄອງ ທ້ອງຖີ່ນ ເຮັດໃນບາງ ກໍຣະນີ ເຂົາກໍສວຍໂອກາດ ຊື່ໆ ອ້າງວ່າ ເປັນໂຄງການ ໃຫຍ່ໆ ຂອງ ຣັຖບານ ແຕ່ໃນຄວາມ ເປັນຈິງແລ້ວ ມັນບໍ່ແມ່ນ ມັນຈະເປັນ ແນວນັ້ນ ຫລາຍກວ່າ".

ທ່ານກ່າວ ຕໍ່ໄປວ່າ ນະໂຍບາຍ ດ່ັງກ່າວ ທາງຣັຖບານ ມີແຜນການ ແບ່ງໂຄຕາ ໃຫ້ມີການ ຕັດໄມ້ ໃນປ່າຜລິດ ເພື່ອເປັນ ຄ່າໃຊ້ຈ່າຍ ໃນໂຄງການ ພັທນາຕ່າງໆ ຊຶ່ງ ອຳນາດ ການປົກຄອງ ທ້ອງຖິ່ນ ສວຍໃຊ້ ນະໂຍບາຍ ນີ້ ເພື່ອຕັດໄມ້ ໂດຍອ້າງວ່າ ເປັນ ໂຄງການ ທີ່ຣັຖບານ ກຳນົດໃຫ້ ດັ່ງໂຄງການ ສ້າງເສັ້ນທາງ ຈາກ ຕົວເມືອງ ໄປຫາເຂດ ຊົນນະບົດ.

ໂຄງການຕັດໄມ້ ໃນປ່າຜລິດ ເພື່ອໃຊ້ ໃນການພັທນາ ເປັນ ນະໂຍບາຍ ຂອງ ຣັຖບານ ທີ່ອອກມາໃຫມ່, ເຊັ່ນ ກໍຣະນີ ທີ່  ຣັຖບານ ມີໂຄງການ ສ້າງຖນົນ ຫົນທາງ ແລະ ໂຄງຮ່າງພື້ນຖານ ປະເພດຕ່າງໆ ໃນລາວ ຊື່ງຣັຖບານ ຈະໃຫ້ ບໍຣິສັດ ທີ່ໄດ້ຮັບ ສຳປະທານ ໃນລາວ ນຳໃຊ້ໄມ້ ເປັນຄ່າ ຕອບແທນ ແຕ່ຈະມີການ ຄິດປາຣິມານ ໃນ ການຕັດ ແລະ ບໍ່ໃຫ້ຕັດເກີິນ ຈຳນວນ ທີ່ຣັຖບານ ອະນຸມັດໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.