ໂຄງການ ຄຸ້ມຄອງປ່າ-ສົ່ງເສີມຊີວິດ ການເປັນຢູ່ ຂອງຊາວບ້ານ ເຂດພາກເໜືອ

ຣັຖບານ ເຢັຍຣະມັນ ມອບເງິນຊ່ອຍເຫຼືອ ໃຫ້ຣັຖບານລາວ ໃນໂຄງການ ຄຸ້ມຄອງປ່າໄມ້ ແລະ ສົ່ງເສີມ ຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດພາກເໜືອ ຂອງລາວ ເຊິ່ງປ່າໄມ້ຖືກທຳລາຍຫຼາຍ, ສ່ວນນຶ່ງເກີດຈາກການທີ່ຊາວບ້ານ ຍັງໃຊ້ຊີວິດຕັດພັນ ກັບທັມມະຊາຕ, ແລະ ການທີ່ຊາວບ້ານ ບໍ່ມີອາຊີບທີ່ໝັ້ນ.
ຈຳປາທອງ
2023.06.02
ໂຄງການ ຄຸ້ມຄອງປ່າ-ສົ່ງເສີມຊີວິດ ການເປັນຢູ່ ຂອງຊາວບ້ານ ເຂດພາກເໜືອ ຊາວບ້ານ ທີ່ຕັ້ງເຮືອນຢູ່ແຄມທາງ ແລະ ມີວິຖີວິດ ຕິດພັນກັບທັມມະຊາຕ ໃນແຂວງນຶ່ງ ທາງພາກເໜືອຂອງລາວ. ເດືອນຕຸລາ 2022.
RFA

ປ່າໄມ້ໃນແຂວງພາກເໜືອຂອງລາວ ໄດ້ຖືກທໍາລາຍໄປຫຼາຍແສນເຮັກຕ້າຣ໌ ເປັນຕົ້ນຍ້ອນການລັກຕັດໄມ້ ຈໍານວນຫຼວງຫຼາຍ, ໄຟໄໝ້ປ່າທຸກປີ ທີ່ຈະຕ້ອງໄດ້ໃຊ້ເວລາ ກວ່າຈະຟື້ນຟູໃຫ້ຄືນມາໄດ້ ເຖິງແມ່ນວ່າຣັຖບານລາວ ຈະໄດ້ຮັບເງິນທຶນຊ່ອຍເຫຼືອ ຈາກຣັຖບານປະເທດເຢັຍຣະມັນ 32 ລ້ານຢູໂຣ ຜ່ານໂຄງການຄຸ້ມຄອງປ່າໄມ້ ແລະສົ່ງເສີມຊີວິດການເປັນຢູ່ ຂອງປະຊາຊົນໃນເຂດພາກເໜືອກໍຕາມ ແລະສາເຫດສ່ວນນຶ່ງກໍຍ້ອນຊາວບ້ານຍັງ ໃຊ້ຊີວິດຕິດພັນກັບທັມມະຊາຕ, ຊອກຫາເຄື່ອງປ່າຂອງດົງ ມາເປັນອາຫານ ແລະເມື່ອກ່ອນຈະເຖິງຣະດູການຜລິດ ກໍຖາງປ່າ-ຈູດໄຮ່ ຈູດສວນ ຊຶ່ງກໍເປັນເຣື່ອງຍາກ ທີ່ຈະແກ້ໄຂໄດ້ ເນື່ອງຈາກພວກເຂົາເຈົ້າທຸກຍາກ ບໍ່ມີອາຊີບທີ່ໝັ້ນຄົງ. ຈໍານວນນຶ່ງບໍ່ມີທີ່ດິນທໍາກິນ ເປັນຫລັກແຫລ່ງ ແລະບໍ່ໄດ້ຮັບການຊ່ອຍເຫລືອ ຈາກຣັຖບານຢ່າງທົ່ວເຖິງ, ອີງຕາມຄໍາເວົ້າຂອງຊາວບ້ານ ຢູ່ແຂວງໄຊຍະບູຣີ ຜູ້ນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ພຶສພາທີ່ຜ່ານມາ:

ທາງເຈົ້າໜ້າທີ່ກະສິກັມ ເພິ່ນກະແນະນໍາ ໃຫ້ທາງພໍ່ແມ່ປະຊາຊົນນີ້ ປ້ອງກັນເອົາເນາະເຣື່ອງການຈູດປ່າເຜົາປ່ານີ້ ເຈົ້າໜ້າທີ່ກໍມີແຕ່ແຜນມາແນະນໍາ ບໍ່ໃສ່ວ່າຈະເອົາງົວເອົາຫຍັງມາໃຫ້ລ້ຽງ ອັນຄອບຄົວທຸກຍາກຫັ້ນ ບໍ່ມີ ລົງທຶນກັນເອງ ຊອກຊື້ເອົາເອງ ລ້ອມຮົ້ວ ສິນຄ້າເປັນຕົ້ນວ່າເປັນມັນຕົ້ນ ໝາກເດືອຍ ເຮັດເອົາເອງ.

ທີ່ແຂວງອຸດົມໄຊ ຊາວບ້ານຜູ້ນຶ່ງກໍເວົ້າວ່າ ທີ່ຜ່ານມາ ເຈົ້າໜ້າທີ່ກໍມີການຄຸ້ມຄອງ ປ່າປ້ອງກັນຢູ່ ແຕ່ກໍຍັງບໍ່ສາມາດຄຸ້ມຄອງໄດ້ດີເທື່ອ ເຊັ່ນໃນຣະດູການ ຜລິດ ຊາວບ້ານໃນເຂດຊົນບົດ ຍັງຈູດໄຮ່-ຈູດສວນຢູ່ຄືເກົ່າ ເພາະເຈົ້າໜ້າທີ່ກໍມີແຕ່ບອກໃຫ້ຊາວບ້ານ ຄວບຄຸມເຣື່ອງໄຟໃຫ້ດີໃນເວລາຈູດນັ້ນ ເພື່ອບໍ່ໃຫ້ໄຟລາມ ໄປໄໝ້ປ່າ ແລະເມື່ອມີໄຟໄໝ້ປ່າ ກໍຕ້ອງຊ່ອຍກັນມອດເທົ່ານັ້ນ, ບໍ່ໄດ້ຫ້າມຈູດຢ່າງຈິງຈັງ ຫລືຈັບຜູ້ລະເມີດມາປັບໃໝໃສ່ໂທດ.

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ສ່ວນໃຫຍ່ຊາວບ້ານໃນເຂດຊົນບົດ ແມ່ນທຸກຍາກ, ຈະປູກຝັງ ລ້ຽງສັດ ຮວມທັງເຮັດໄຮ່ແບບເລື່ອນລອຍ ໄປພໍລ້ຽງຊີບ, ຄ້າຂາຍ, ຮັບຈ້າງທົ່ວໄປພໍມີລາຍໄດ້ໃຫ້ຄອບຄົວ, ການລົງທຶນສ່ວນໃຫຍ່ແມ່ນລົງທຶນກັນເອງ, ບໍ່ໄດ້ມີການຊ່ອຍເຫລືອຈາກຣັຖ.

ສ່ວນຫຼາຍທຸກຍາກຢູ່ ກໍແມ່ນຊອກເອງ ຄ້າຂາຍຢູ່ຕາມທ້ອງຕລາດ ປູກຜັກປູກຫຍັງນີ້ແຫຼະ ລ້ຽງສັດນ້ອຍສັດປີກສັດຫຍັງນີ້ກໍມີ ໄປຂາຍ ຄັນວ່າສົ່ງເສີມຈັກເພິ່ນເວົ້າແນວໃດ ໂອ໋ ມັນກໍບໍ່ມີ.

ໃນຂະນະດຽວກັນ ເຈົ້າໜ້າທີ່ຢູ່ແຂວງຫຼວງນໍ້າທາຜູ້ນຶ່ງ ທີ່ຂໍສງວນຊື່ ແລະຕໍາ ແໜ່ງ ກໍເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ທາງການກໍໄດ້ຊ່ອຍເຫລືອຊາວບ້ານ ໃນການສົ່ງເສີມໃຫ້ລ້ຽງງົວ, ປູກຫຍ້າຢູ່ ໂດຍຈະໃຫ້ແນວພັນງົວ ແກ່ຄອບຄົວທີ່ທຸກຍາກໄປລ້ຽງ ແລະເມື່ອງົວອອກລູກມາແລ້ວ ກໍໃຫ້ສົ່ງແມ່ງົວພັນນັ້ນໃຫ້ຣັຖຄືນ ເພື່ອທີ່ຈະໄດ້ເອົາໃຫ້ຄອບຄົວ ອື່ນທີ່ທຸກຍາກໄປລ້ຽງເອົາລູກຕໍ່, ແຕ່ການເຮັດແບບນີ້ ກໍຍັງບໍ່ທົ່ວເຖິງ ຍ້ອນງົບປະມານທີ່ໄດ້ມາກໍບໍ່ຫຼາຍ.

ໂຕນີ້ກໍມີຊ່ວຍເຫລືອ ການລ້ຽງງົວ ລະກະມີເຮົາລົງສັກຢາປ້ອງກັນພະຍາດໃຫ້ ເຮົາຊ່ວຍເຫລືອຄອບຄົວທີ່ທຸກຍາກເນາະ ກະບໍ່ໄດ້ຫຼາຍ ເພາະມັນກະບໍ່ທົ່ວເຖິງປານໃດແຫຼະ ກະຄັນວ່າເຂົາເຈົ້າຕັ້ງໃຈລ້ຽງຊີວິດຄອບຄົວເຂົາເຈົ້າ ຊີວິດຄອບຄົວເຂົາເຈົ້າກະດີຂຶ້ນ.

ພ້ອມກັນນັ້ນ ທ່ານກໍເວົ້າວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ແນະນໍາ ວິທີລ້ຽງ ແລະສັກຢາກັນພະຍາດໃຫ້.

ທີ່ແຂວງອຸດົມໄຊ ເຈົ້າໜ້າທີ່ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວເຖິງເຣື່ອງການຄຸ້ມຄອງ ປົກປັກຮັກສາປ່າໄມ້ ແລະສົ່ງເສີມຊີວິດການເປັນຢູ່ ຂອງປະ ຊາຊົນວ່າ ທີ່ຜ່ານມາ ທາງການ ກໍໄດ້ແນະນໍາທາງດ້ານກົດໝາຍ ໃນການປົກປັກຮັກສາປ່າ ແລະເຣື່ອງການປູກຕົ້ນໄມ້ທົດແທນ ສົ່ງເສີມໃຫ້ປູກຕົ້ນໄມ້ເປັນສິນຄ້າ. ແລະວ່າ ສ່ວນໃຫຍ່ປ່າໄມ້ໃນລາວທີ່ຖືກທໍາລາຍໄປ ກໍແມ່ນເກີດຈາກໄຟໄໝ້ປ່າ ແລະສ່ວນຫຼາຍ ຕົ້ນໄມ້ທີ່ກໍາລັງເກີດໃໝ່ ແລະພືດນາໆພັນຮວມໄປເຖິງສັດນ້ອຍ ຫລື ສັດບາງຊນິດທີ່ໜີໄຟປ່າບໍ່ທັນກໍຖືກທໍາລາຍໄປ ແລະບັນຫາການຟື້ນຟູປ່າ ແລະການສົ່ງເສີມຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ມີຄວາມເປັນຢູ່ທີ່ດີຂຶ້ນ ກໍແມ່ນເປັນເຣື່ອງຫຍຸ້ງຍາກທ້າທາຍ ຫຼາຍ ຍ້ອນຊາວບ້ານຍັງຕິດພັນ ກັບທັມມະຊາຕຢູ່.

ແຕ່ລະປີກໍຈະມີນິຕິກັມອອກ ວໍຣະກໍາຂອງປ່າໄມ້ ການປົກປັກຮັກສາປ່າໄມ້ ວັນທີ 1 ເຮົາຈະເປີດພິທີເປັນທາງການເຣື່ອງຈະລົງປູກແຕ່ລະຈຸດ ເຮົາກໍມີແຜນໝົດແລ້ວ ບາງເທື່ອມັນມີທຸຣະກິຈ ຄືເຂົາເຈົ້າປູກຊາເນາະມີທັງພູທັມຊາດ ແລະທັງປູກກໍຫຼາຍເດ໋ ປີນຶ່ງກໍ ປີນີ້ປ່າສງວນແຫ່ງຊາຕ ກໍໄໝ້ຈໍານວນນຶ່ງ ເນື່ອງຈາກມັນແຫ້ງແລ້ງແດ່ ກັບປະຊາຊົນທໍາການຜລິດ ເພາະວ່າອາຊີບປະຊາຊົນຍັງຕິດພັນກັບປ່າໄມ້ຢູ່ ເວົ້າເຣື່ອງຊອກທໍາມາຫາກິນ ຫາເຄື່ອງປ່າຂອງດົງ.

ຢູ່ແຂວງໄຊຍະບູຣີ ເຈົ້າໜ້າທີ່ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນກໍກ່າວຕໍ່ ວິທຍຸເອ ເຊັຽ ເສຣີ ເຖິງເຣື່ອງການເກີດໄຟໄໝ້ປ່າ ຢູ່ແຂວງໄຊຍະບູຣີໃນປີນີ້ວ່າ ໄໝ້ຫຼາຍສົມຄວນ, ແລະທາງການກໍໄດ້ສົ່ງເສີມໃຫ້ປູກຕົ້ນໄມ້ ທົດແທນທຸກປີ, ໄດ້ໄປກວດກາບ່ອນທີ່ຊາວບ້ານ ໃຊ້ທີ່ດິນເພື່ອທໍາກິນໃນເຂດປ່າສງວນ ຂະນະທີ່ຣັຖບານ ມີເປົ້າໝາຍ ໃຫ້ປ່າໄມ້ປົກຫຸ້ມເນື້ອທີ່ 70%.

ປີນີ້ຖືວ່າໄຟໄໝ້ປ່າ ຫຼາຍສົມຄວນລະຣັຖບານເຮົາ ມຸ້ງເປົ້າໄວ້ວ່າ ສູ້ຊົນໃຫ້ມີປ່າປົກຫຸ້ມ 70% ບາງເມືອງເຮົານີ້ຄັນວ່າ ເມືອງໃດທໍາການກະເສດຫຼາຍ ພື້ນທີ່ປ່າຈະຫລຸດລົງ ປັດຈຸບັນນີ້ເຮົາປູກປ່າ ກໍານົດເຂດປູກແລ້ວກະກໍານົດເຂດອະນຸຮັກ ຕິດພັນກັບການລົງກວດກາ ບໍຣິເວນທີ່ວ່າປະຊາຊົນບຸກລຸກຫັ້ນ ປີນີ້ກໍແກ້ໄຂ ກໍຫຼາຍຕົນພໍສົມຄວນແຫລ້ວ.

ທ່ານກ່າວຕື່ມວ່າ ເຣື່ອງການສົ່ງເສີມ ຊາວບ້ານໃຫ້ມີຊີວິດດີຂຶ້ນນັ້ນ ຍັງເປັນເຣື່ອງທີ່ຍາກຫຼາຍ ຍ້ອນຊາວບ້ານຍັງອາສັຍທັມມະຊາຕ ລ້ຽງຊີບ ແລະເຮັດການປູກ ຝັງ ແຕ່ທາງການກໍໄດ້ໃຫ້ເງິນ ຈໍານວນນຶ່ງແກ່ບ້ານ ເພື່ອເປັນກອງທຶນ ໃນການຈັດກິຈກັມ ປົກປັກຮັກສາ ແລະຄຸ້ມຄອງປ່າໄມ້.

ອີງຕາມການຣາຍງານຂອງທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ເມື່ອວັນທີ 4 ພຶສພາທີ່ຜ່ານມາ ຕໍ່ກອງປະຊຸມຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງປ່າໄມ້, ສະພາບແວດລ້ອມຂອງປ່າແບບພູມີທັດ ແລະສົ່ງເສີມຊີວິດການເປັນຢູ່ ຂອງປະຊາຊົນ, ໃນໄລຍະ 4 ປີຜ່ານມາ ຕັ້ງແຕ່ປີ  2020 ຫາປີ 2023 ຣັຖບານລາວໄດ້ຮັບເງິນທຶນ ຊ່ອຍເຫລືອຈາກຣັຖບານເຢັຍຣະມັນ ຜ່ານກອງທຶນປົກປັກຮັກສາ ສິ່ງແວດລ້ອມ ຫລື EPF ຈໍານວນ 16 ລ້ານກວ່າຢູໂຣ ເພື່ອຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງປ່າໄມ້, ສະພາບແວດລ້ອມຂອງປ່າແບບພູມີທັດ ແລະສົ່ງເສີມຊີວິດການເປັນຢູ່ ຂອງປະຊາຊົນ, ໂດຍ ສະເພາະການຄຸ້ມຄອງປ່າ, ການວາງແຜນນໍາໃຊ້ທີ່ດິນ ແລະການສ້າງກອງທຶນຂັ້ນບ້ານ ໄດ້ຈັດຕັ້ງປະຕິບັດໃນໄລຍະ 1 ຢູ່ແຂວງຫົວພັນ, ຫຼວງພຣະບາງ ແລະແຂວງໄຊຍະບູຣີ, ແຕ່ກໍຍັງບໍ່ສາມາດປະຕິບັດໄດ້ຕາມເປົ້າໝາຍ ທີ່ວ່ານັ້ນເທື່ອ ແລະໄລຍະທີ 2 ໄດ້ຮັບທຶນຈາກອົງການດິນຟ້າ ອາກາດສີຂຽວ ຫລື GCF ເພື່ອຈັດຕັ້ງປະຕິບັດຢູ່ 3 ແຂວງ ຄືແຂວງອຸດົມໄຊ, ຫຼວງນໍ້າທາ ແລະແຂວງບໍ່ແກ້ວ ຈໍານວນ 32 ລ້ານຢູໂຣ. ນອກຈາກນັ້ນ ເພື່ອປະຕິບັດແຜນໄລຍະ 2 ໃຫ້ໄດ້ທັນຕາມກໍານົດເວລາ, ໃນມື້ວັນທີ 3 ເມສາ 2023 ນີ້ ກະຊວງການຮ່ວມມື ທາງດ້ານເສຖກິຈ ແລະການພັທນາ ຂອງເຢັຍຣະມັນ ກໍໄດ້ມອບເງິນທຶນຊ່ອຍເຫລືອ 4 ລ້ານຢູໂຣ ຜ່ານອົງການ GIZ ປະຈໍາລາວ ນັ້ນໃຫ້ ໂດຍມີການເຊັນ ບົດບັນທຶກຄວາມເຂົ້າໃຈກັນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.