ເງິນຟື້ນຟູ ຄຸນນະພາບຊີວິດ ຫຼາຍກວ່າ 81 ຕື້ກີບ ບໍ່ເປັນໄປຕາມແຜນ ຊົດເຊີຍ

ສຸພັດຕາ
2023.11.14
ເງິນຟື້ນຟູ ຄຸນນະພາບຊີວິດ ຫຼາຍກວ່າ 81 ຕື້ກີບ ບໍ່ເປັນໄປຕາມແຜນ ຊົດເຊີຍ ຊີວິດການເປັນຢູ່ ຂອງຊາວບ້ານ ຜູ້ຮັບເຄາະເຂື່ອນແຕກ ຢູ່ ເມືອງສນາມໄຊ.
RFA

ອົງການກວດກາແຫ່ງຣັຖ ກວດພົບເຫັນ ການຈ່າຍເງິນບໍ່ເປັນໄປຕາມແຜນການຊົດເຊີຍ ແລະແຜນການຟື້ນຟູຄຸນນະພາບຊີວິດ ຫຼາຍກວ່າ 81 ຕື້ີກີບ ໃນແຜນການຊົດເຊີຍ ໂຄງການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ເຊິ່ງຣັຖບານລາວ ຕ້ອງໄດ້ເອົາໃຈໃສ່ ສືບຕໍ່ຕິດຕາມ-ກວດກາຢ່າງລະອຽດ ເພື່ອເຮັດໃຫ້ແຜນການຊົດເຊີຍ ແລະແຜນການຟື້ນຟູຄຸນນະພາບຊີວິດ ຂອງຊາວບ້ານຢູ່ເມືອງສນາມໄຊ ກັບມາໃຊ້ຊີວິດໄດ້ຕາມປົກກະຕິ ໂດຍບໍ່ມີຂໍ້ຄົງຄ້າງໃດໆ.

ດັ່ງທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໄດ້ຣາຍງານຕໍ່ກອງປະຊຸມສໄມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 7 ພຶສຈິກາ ທີ່ຜ່ານມາ ໃນຕອນນຶ່ງວ່າ:

“ການກວດກາ ການຊົດເຊີຍປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ກວດກາເຫັນ ລາຍຈ່າຍ ທີ່ບໍ່ຕິດພັນ ກັບການຊົດເຊີຍ ຫຼືວ່າ ບໍ່ຖືກກັບລະບຽບການ ຈໍານວນ 81.22 ຕື້ປາຍກີບ ແລ້ວບໍ່ມີຣາຍລະອຽດການຈ່າຍ 1.81 ຕື້ກີບ.”

ທ່ານກ່າວຕື່ມວ່າ ແຜນການຊົດເຊີຍ ແລະແຜນການຟື້ນຟູຄຸນນະພາບຊີວິດ ຂອງຊາວບ້ານ ທີ່ຖືກຜົລກະທົບ ຈາກໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງສນາມໄຊ ແມ່ນມີລາຍຮັບ ທັງໝົດ 1,032.7 ຕື້ກີບ ກັບອີກ 32.46 ລ້ານໂດລ້າຣ໌ສະຫະຣັຖ ໂດຍແຍກເປັນຣາຍລະອຽດດັ່ງນີ້.

  • ລາຍຮັບຈາກສູນກາງ ແລະທ້ອງຖິ່ນ ຈໍານວນ 245.35 ຕື້ກີບ,
  • ຈາກການຊົດເຊີຍຂອງບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຫຼື PNPC ແລະ ບໍຣິສັດ SK Engineering and Construction ຫຼື SK ຈໍານວນ 786.72 ຕື້ກີບ ກັບອີກ 32.46 ລ້ານໂດລ້າຣ໌ສະຫະຣັຖ.

ມາຮອດປັດຈຸບັນ ນໍາໃຊ້ຈ່າຍໄປແລ້ວ ຈໍານວນ 1,022.08 ຕື້ກີບ ກັບອີກ 32.25 ລ້ານໂດລ້າຣ໌ສະຫະຣັຖ ຍັງມີຍອດຄົງເຫຼືອຢູ່ ຈໍານວນ 12.12 ຕື້ີກີບ ກັບອີກ 208,138 ໂດລ້າຣ໌ສະຫະຣັຖ ສ່ວນການຊົດເຊີຍ ທີ່ຍັງຄົງຄ້າງຢູ່ໃນຣາຍການທີ 6 ເປັນຈໍານວນເງິນປະມານ 697.53 ຕື້ກີບ ຍັງບໍ່ທັນເຣີ່ມຈ່າຍເທື່ອ ຍ້ອນການເກັບກໍາຂໍ້ມູນ ຜົລກະທົບ-ຄວາມເສັຍຫາຍ ບໍ່ລະອຽດຄົບຖ້ວນສົມບູນ.

ດັ່ງ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ກ່າວຣາຍງານໃນຕອນນຶ່ງວ່າ:

“ການຊົດເຊີຍ ທີ່ຍັງຄ້າງຈ່າຍ ຈໍານວນ 697.53 ຕື້ກີບ ຍ້ອນເຫດຜົລ ການເກັບຂໍ້ມູນບໍ່ລະອຽດ ຊັດເຈນ ເຊັ່ນ ຊັບສິນມີຄ່າ, ຜົລປູກ ກົກໄມ້ໃຫ້ໝາກ, ໄມ້ອຸດສາຫະກັມ ແລະອື່ນໆ ເຊິ່ງມີການເກັບກັມໂຕຈິງ ມັນບໍ່ທັນກົງກັນ ຂໍ້ມູນບໍ່ທັນເອກກະພາບ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຣັຖກອນທ່ານນຶ່ງ ຢູ່ແຂວງອັດຕະປື ກ່າວວ່າ ການຈ່າຍເງິນບໍ່ເປັນໄປຕາມແຜນການຊົດເຊີຍ ແລະແຜນການຟື້ນຟູຄຸນນະພາບຊີວິດ ຫຼາຍກວ່າ 81 ຕື້ກີບນັ້ນ ບໍ່ສາມາດໃຫ້ຣາຍລະອຽດໄດ້ ເນື່ອງຈາກ ການເບີກ-ຈ່າຍເງິນ ແມ່ນຕິດພັນກັບຫຼາຍພາກສ່ວນ ເປັນຕົ້ນ ຜແນກໂຍທາທິການ ແລະຂົນສົ່ງ, ຜແນກກະສິກັມ ແລະປ່າໄມ້, ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ, ຜແນກແຮງງານ ແລະສວັດດີການສັງຄົມ ແລະຜແນກການເງິນ.

ໂດຍໃນແຕ່ລະຜແນກ ຕ່າງກໍມີສ່ວນທີ່ຈະເຮັດໃຫ້ເງິນຮົ່ວໄຫຼໄດ້ໝົດ ເພາະໄດ້ເອົາເງິນທີ່ຢູ່ໃນແຜນການ ໄປພັທນາໂຄງການຕ່າງໆ ເພື່ອຟື້ນຟູຄຸນນະພາບຊີວິດ ຂອງຊາວບ້ານທີ່ຖືກຜົລກະທົບ.

ສ່ວນການຊົດເຊີຍເງິນ ໃຫ້ກັບຊາວບ້ານ ໃນຣາຍການທີ 6 ນັ້ນ ປັດຈຸບັນ ກໍຍັງບໍ່ທັນສໍາເຣັດເທື່ອ ເພາະການເກັບກໍາຂໍ້ມູນບໍ່ລະອຽດ ຈະແຈ້ງຄົບຖ້ວນ ເຊິ່ງການປະເມີນມູນຄ່າຊັບສິນ ຈະຕ້ອງຖືກຕ້ອງ, ໂປ່ງໃສ, ຄົບຖ້ວນ ແລະມີຄວາມສົມເຫດສົມຜົລ ເຖິງຈະໄດ້ຮັບການອະນຸມັດ ໃຫ້ຈ່າຍເງິນຊົດເຊີຍໄດ້.

ດັ່ງເຈົ້າໜ້າທີ່ແຂວງອັດຕະປື ທ່ານນີ້ ກ່່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ພຶສຈິກາ ນີ້ວ່າ:

“ຊິຍັງຣາຍການທີ 6 ຫັ້ນແລ້ວ ຍັງກວດຄືນຢູ່ ທາງທະນາຄານລົງມາກວດເນາະ. ສະພາບການປຸກເຮືອນໃຫ້ 700 ຫຼັງຫັ້ນ ໃຫ້ມັນແລ້ວໝົດບໍ່ ຕາມບົດຣາຍງານ, ທະນາຄານ ເຂົາກະເວົ້າຢູ່ດອກ ວ່າ ໂຕໃດທີ່ມັນແລ້ວຫັ້ນນ່າ ກະຈ່າຍໄປກ່ອນ. ໂຕໃດມັນຍັງຄົງຄ້າງ ຄື ເຮົາບໍ່ສາມາດປະເມີນໄດ້ ປະໄວ້ກ່ອນ ພາຍຫຼັງທີ່ເພິ່ນປະເມີນໂຕນີ້ຂຶ້ນເມືອ ແລ້ວເພິ່ນຊິປະຊຸມກັນອີກບາດນຶ່ງ.”

ໃນຂະນະທີ່ ຊາວບ້ານຜູ້ນຶ່ງ ຢູ່ເມືອງສນາມໄຊ ແຂວງອັດຕະປື ກ່າວວ່າ ທາງການລາວ ລົງມາເກັບຂໍ້ມູນ ແລະປະເມີນມູນຄ່າຊັບສິນ ຂອງຊາວບ້ານໄປແລ້ວຫຼາຍເທື່ອ ແຕ່ກະບໍ່ຮູ້ວ່າ ຈະໄດ້ຮັບເງິນຊົດເຊີຍມື້ໃດແທ້ ພໍຊາວບ້ານທວງຖາມໄປຫາທາງການ ແຂວງອັດຕະປື ກໍອ້າງແຕ່ວ່າ ຂໍ້ມູນຍັງບໍ່ທັນລະອຽດ ໃຫ້ລໍຖ້າໄປກ່ອນ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມັນບໍ່ຊົດເຊີຍໃຫ້ເຮົາ ຈັ່ງຊີ້ນີ້ຕິ ຂໍ້ມູນກະສນອງແລ້ວ ພິສັງກະສນອງແລ້ວ ເພິ່ນກະບໍ່ໃຫ້ເງິນໃຫ້ທອງ ຈັກຊິເຮັດຈັ່ງໃດ ພໍ່ແມ່ປະຊາຊົນນີ້ ກະວົນກະວາຍ ຍ້ອນເງິນຍ້ອນທອງ ວຸ້ນວາຍແລ້ວດຽວນີ້ ບໍ່ເຫັນແມ່ນໃຜ ມາຫາ ປະຊາຊົນເລີຍນ່າ ດຽວນີ້.”

ຊາວບ້ານອີກຜູ້ນຶ່ງ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວວ່າ ບໍ່ມີຄວາມຄືບໜ້າ ເຣື່ອງການຈ່າຍເງິນຊົດເຊີຍ ຣາຍການທີ 6 ເລີຍ ແລະທາງການແຂວງອັດຕະປື ກໍບໍ່ໄດ້ແຈ້ງຂໍ້ມູນ ແລະຂ່າວສານແນວໃດ ໃຫ້ກັບຊາວບ້ານໄດ້ຮັບຮູ້ນໍາດ້ວຍ ການຈ່າຍເງິນຄ່າຊົດເຊີຍທີ່ຊັກຊ້າ ເຮັດໃຫ້ຊາວບ້ານສ່ວນໃຫຍ່ພາກັນໃຊ້ຊີວິດລໍາບາກ, ບໍ່ມີເງິນທຶນພຽງພໍ ທີ່ຈະໄປຊື້ໄຮ່​, ຊື້ນາ ແລະຊື້ສັດມາລ້ຽງ ຫຼື ດໍາເນີນທຸຣະກິຈອື່ນໆ ຈຶ່ງຢາກຮຽກຮ້ອງໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານຢ່າງຮີບດ່ວນ.

ດັ່ງຊາວບ້ານ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ໄດ້ຍິນເລີຍ ບໍ່ມີໃຜຖາມຫາເລີຍ ແນວໄດ້ເງິນມາ ເອົາໄປເຮັດແນວອື່ນໝົດ ເພິ່ນມາຊຸກຍູ້ ອຸດໝູນເງິນຈັກເລັກຈັກໜ້ອຍບໍ່ມີ. ປະຊາຊົນດຽວນີ້ທຸກຫຼາຍແລ້ວ ຜູ້ບໍ່ມີກິນກະມີແລ້ວແນວນີ້ ຈ່າຍໄປມັນແລ້ວໄປ ໝົດແລ້ວກະແລ້ວ ຄືຕົ້ນໄມ້ອຸດສາຫະກັມ, ຕົ້ນໄມ້ກິນໝາກເຮົານີ້ ຖ້າກະສິກັມລົງມາເກັບ. ບາດສຸດທ້າຍມາ ບໍ່ມີໃຜລົງມາເກັບບາດນີ້ ມັນຊິເປັນບໍ.”

ອີງຕາມແຜນການຟື້ນຟູ ຜົລກທະທົບ ແລະຄຸນນະພາບຊີວິດ ຂອງຜູ້ປະສົບໄພ ເມືອງສນາມໄຊ ທີ່ໄດ້ຣາຍງານ ເມື່ອເດືອນກໍຣະກະດາ ປີ 2023 ທີ່ຜ່ານມາ ວ່າ ທາງການແຂວງອັດຕະປື ໄດ້ກໍ່ສ້າງເຮືອນຢູ່ຖາວອນ ແລະມອບຮັບໝົດແລ້ວ ແລະພາຍໃນປີ 2025 ທຸກໂຄງການພັທນາ ຕ້ອງສໍາເຣັດທັງໝົດ 100% ແລະຜູ້ປະສົບໄພທຸກຄົນ ຕ້ອງມີຊີວິດການເປັນຢູ່ທີ່ດີຂຶ້ນ.

ສໍາລັບເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແມ່ນເກີດຂຶ້ນ ໃນມື້ວັນທີ 23 ກໍຣະກະດາ ປີ 2018 ເຮັດໃຫ້ຊາວບ້ານກ້ອງເຂື່ອນ ທີ່ອາໄສຢູ່ໃນເມືອງສນາມໄຊ ແຂວງອັດຕະປື ຈໍານວນ 18 ບ້ານ ມີປະຊາຊົນ 13,000 ປາຍຄົນ ໄດ້ຮັບຜົລກະທົບຢ່າງໜັກ ໃນນີ້ ເກີດຄວາມເສັຍຫາຍແບບ 100% ຈໍານວນ 6 ບ້ານ ທີ່ອາສັຍຢູ່ຕາມສາຍນໍ້າເຊປຽນ ຄື ບ້ານທ່າແສງຈັນ, ບ້ານຫິນລາດ, ບ້ານທ່າຫິນ, ບ້ານໃໝ່, ບ້ານສມອງໃຕ້ ແລະບ້ານໃຫຍ່ແທ ເຊິ່ງເຮັດໃຫ້ທັງເດັກນ້ອຍ ແລະຜູ້ໃຫຍ່ ເສັຍຊີວິດລວມກັນແລ້ວ 71 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.