ພັຍແຫ້ງແລ້ງແມ່ນໍ້າຂອງ ຕອນລຸ່ມ

ໄຊຍາ
2020.04.21
F-MK-Drought ສະພາບແມ່ນໍ້າຂອງ ໃນປະຈຸບັນ ຢູ່ເຂດເມືອງໝື່ນ ແຂວງວຽງຈັນ ກົງກັນຂ້າມກັບ ເມືອງສັງຄົມ ແຂວງໜອງຄາຍ (ຮູບຖ່າຍ ວັນທີ 5 ມິນາ 2020)
ຮູບຈາກ : ນັກຂ່າວພົລເມືອງ

ສະຖາບັນວິຈັຍ  Eye on Earth ປະເທດສະຫະຣັຖ ອາເມຣິກາ ພົບຫລັກຖານທາງດາວທຽມ ເມື່ອບໍ່ດົນມານີ້ວ່າ ເຂື່ອນແມ່ນໍ້າຂອງ ໃນ ປະເທດຈີນກັກນໍ້າໄວ້ ຈຳນວນຫລາຍເປັນສາເຫດເຮັດໃຫ້ແມ່ນໍ້າຂອງ ຕອນລຸ່ມບົກແຫ້ງ ແລະເກີດພັຍແຫ້ງແລ້ງຢ່າງຮຸນແຮງໃນລາວ, ໄທ, ກັມພູຊາ ແລະ ວຽດນາມ.

ຕໍ່ກໍຣະນີດັ່ງກ່າວເຈົ້າໜ້າທີ່ດ້ານສີ່ງແວດລ້ອມໃນນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 20 ເມສາ ວ່າໃນໄລຍະນີ້ມີ ບາງແຂວງໃນພາກເໜືອ ຄືແຂວງຫຼວງນໍ້າທາ, ອຸດົມໄຊ, ໄຊຍະບູລີ, ຜົງສາລີ ແລະ ຫຼວງພຣະບາງ ເກີດພັຍແລ້ງຍ້ອນຣະດັບນໍ້າຂອງ ແລະ ແມ່ນໍ້າສາຂາບົກແຫ້ງ. ສ່ວນວ່າຈະເກີດຈາກການ ບໍຣິຫານຈັດການນໍ້າ ກໍຄືການສ້າງເຂື່ອນ ຫລື ເກີດຈາກການປ່ຽນແປງດິນຟ້າ ອາກາດ ຍັງສະຫລຸບບໍ່ທັນໄດ້ຣັຖບານລາວຕ້ອງໄດ້ສຶກສາ ເພີ່ມຕື່ມ.

"ມີແຕ່ພວກເຮົາກາໄດ້ເຮັດວຽກກັບແຂວງກັບເມືອງຫັ້ນແຫລະ ແຕ່ກາມີບາງບ່ອນກາແຫ້ງແລ້ງ ແທ້ໃດເວົ້າເຣື່ອງການບໍຣິຫານຈັດການເຮົາແນ່ ເວົ້າເຣື່ອງ Climate Change ເຂົ້າມາແນ່ຄິດວ່າມັນຕ້ອງສຶກສາ ຣະອຽດແຫລະ ກາເຫັນທາງ MRC ເພີ່ນເຮັດເຣື່ອງ ປຶກສາຫາລື ຢູ່ໃດ໋ ກາບໍ່ຮູ້ວ່າຄືບໜ້າຮອດໃສເນາະ ເພາະວ່າຊ່ວງ ຣະບາດນີ້ຊ່ວງ ລອກດາວລະເພີ່ນ ບໍ່ໃຫ້ເຂົ້າຫ້ອງການ."

ທ່ານໄດ້ກ່າວຕື່ມວ່າເມື່ອຕົ້ນປີ 2020 ຜ່ານມາຄນະກັມມາທິການແມ່ນໍ້າຂອງ ສາກົລໄດ້ເຮັດໜັງສືໄປຍັງທາງການຈີນ ເພື່ອຣາຍງານກ່ຽວກັບ ສະພາບແມ່ນໍ້າຂອງ ຕອນລຸ່ມທີ່ກຳລັງ ປະເຊີນກັບປັນຫາພັຍແລ້ງ ແລະສເນີນໃຫ້ຈີນເຂົ້າ ຮ່ວມປືກສາຫາລື ກັບຄນະກັມມາທິການແມ່ນໍ້າ ສາກົລ ເພື່ອຫາແນວທາງແກ້ໄຂຮ່ວມກັນ ແຕ່ຍັງບໍ່ມີຄວາມຄືບໜ້າ.

ທ່ານ ອະນຸລັກ ກິດຕິດຄຸນ ຫົວໜ້າຝ່າຍຍຸຸທສາດ ແລະຫຸ້ນສ່ວນຄນະກັມມາທິການແມ່ນໍ້າຂອງສາກົລ ກ່ອນໜ້ານັ້ນໄດ້ໃຫ້ສຳພາດຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 07 ກຸມພາ 2020 ຜ່ານມາ ປັນຫາພັຍແລ້ງທີ່ ເກີດຂື້ນໃນແມ່ນໍ້າຂອງຕອນລຸ່ມ ໃນປີ 2019-2020 ແມ່ນປະເຊີນ ກັບບັນຫາ ພັຍແລ້ງຢ່າງຮຸນແຮງ ສົ່ງຜົລກະທົບຕໍ່ປະຊາຊົນທັງລາວ, ໄທ, ກັມພູຊາ ແລະ ວຽດນາມ.

ເພື່ອແກ້ໄຂບັນຫາໃນໄລຍະຍາວ ຄນະກັມມາທິການແມ່ນໍ້າຂອງສາກົລ ກຳລັງຮ່າງຍຸທສາດພັທນາແມ່ນໍ້າຂອງ ຕອນລຸ່ມແບບຍືນຍົງ ໂດຍ ໃຫ້ 4 ປະເທດສະມາຊິກ ແມ່ນໍ້າຂອງ ແບ່ງປັນຂໍ້ມູນ ໃນການບໍຣິຫານ ຈັດການນໍ້າຮ່ວມກັນ ເພື່ອແກ້ໄຂບັນຫາເຣື່ອງ ສີ່ງແວດລ້ອມ, ການຕ້ານປັນຫາ ພັຍແລ້ງ ແລະ ນໍ້າຖ້ວມ.

"ດຽວນີ້ເຮົາກຳລັງວາງຂຽນຮ່າງຍຸທສາດ ອອກມາແລ້ວຖ້າວ່າ 4 ປະເທດຕົກລົງກັນ ກ່າຊິເປັນການດີເນາະເຣື່ອງປົກປັກຮັກສາ ສິ່ງແວດ ລ້ອມເຣື່ອງແບ່ງປັນຂໍ້ມູນ ເຣື່ອງຕ້ານພັຍແລ້ງ-ນໍ້າຖ້ວມອັນນີ້ເປັນບັນຫາ ໃຫຍ່ທີ່ວ່າອ່າງໂຕ່ງ ແມ່ນໍ້າຂອງເຮົາກຳລັງປະເຊີນຢູ່."

ປະຊາຊົນຜູ່ທີ່ອາສັຍຢູ່ກ້ອງເຂື່ອນໄຊຍະບູລີ ໃນເມືອງປາກລາຍ ແຂວງໄຊຍະບູລີ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 20 ເມສາ ວ່າປີນີ້ ນໍ້າຂອງບົກແຫ້ງຫລາຍ ບໍ່ມີນໍ້າເພື່ອເຮັດສວນ.

"ປີນີ້ຄັນເວົ້າແທ້ແລ້ວ ກາບໍ່ມີນໍ້າດຽວນີ້ບໍ່ມີນໍ້າ, ຖາມເພີ່ນເບີ່ງເນາະເພີ່ນສິເຮັດແນວໃດ ວ່າດຽວນີ້ແຫ້ງແລ້ງແລ້ວປະຊາຊົນ ກາຈົ່ມວ່າບໍ່ມີ ນໍ້າແຫ້ງແລ້ງ ແຫ້ງແລ້ງຫລາຍ."

ປະຊາຊົນທີ່ມີອາຊີບຫາປາໃນແຂວງຈຳປາສັກ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ການຂຶ້ນລົງຂອງນໍ້າຂອງ ເຮັດໃຫ້ເຣີ້ມ ຫາປາຍາກຂຶ້ນບໍ່ຄື ແຕ່ເກົ່າ.

"ເວົ້າເຣື່ອງການປະມົງນໍ້າຂອງ ແຕ່ກ່ອນລະເຄີຍໄດ້ຫລາຍ ກາຍາກດຽວນີ້ ສາຍນໍ້າບໍ່ປົກກະຕິ ນໍ້າມັນຫລຸດລົງບາງເທື່ອ ມັນກາຂຶ້ນຜິດ ປົກກະຕິ ຫັ້ນນ່າ ຈີນ ປ່ອຍເຂື່ອນເບາະ ແມ່ນຫຍັງໄປຊັ້ນລະວ້າ."

ກ່ຽວກັບເຣື່ອງນີ້ ຍານາງ ພຽນພອນ ດີເທສ ຈາກອົງການແມ່ນໍ້າສາກົນ ປະເທດໄທໄດ້ໃຫ້ສຳພາດ ໂດຍສົ່ງຜ່ານ ຂໍ້ຄວາມທາງອີເມລ ໃນວັນທີ 20 ເມສາວ່າ: ຕລອດໄລຍະເວລາ 25 ປີ ທີ່ຈີນເຣີ້ມກໍ່ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ເຊີ່ງປັດຈຸບັນສ້າງໄປແລ້ວ 11 ແຫ່ງ ແລະ ຍັງບໍ່ຢຸດທີ່ຈະສ້າງເພີ່ມ ເຮັດໃຫ້ຣະດັບນໍ້າແມ່ນໍ້າຂອງ ຂື້ນ-ລົງ ຜິດປົກກະຕິ ໂດຍຕລອດສາເຫດມາຈາກ ການຄວບຄຸມຣະດັບນໍ້າຂອງ ເຂື່ອນ ແລະ ໜັກໄປກ່ວານັ້ນຍັງມີເຂື່ອນໄຊຍະບູລີ ດອນສະໂຮງ ເຊີ່ງເຫັນເປັນຮູບປະທັມ ທີ່ສຸດເຖີງຜົລກະທົບ ແລະ ການປ່ຽນແປງທີ່ ເກີດຂຶ້ນຢູ່ທ້າຍເຂື່ອນ ທັງເຣື່ອງພັນປາ ການປະມົງ ແຫລ່ງນໍ້າເພື່ອການປຸກຝັງ ການຜລິດ ນໍ້າປະປາ ແລະ ຕາຝັ່ງເຈື່ອນ.

ປັນຫາພັຍແລ້ງໃນແມ່ນໍ້າຂອງຕອນລຸ່ມນັບມື້ຈະທະວີຄວາມຮຸນແຮງຂຶ້ນ ດັ່ງປະກົດເຫັນໃນປັດຈຸບັນ ດັ່ງນັ້ນຣັຖບານ ທັງ 4 ປະເທດຕ້ອງ ຍອມຮັບຮູ້ເຖິງບັນຫາ ແລະ ຫາທາງອອກຊ່ອຍກັນ ເພື່ອບໍຣິຫານຈັດການ ແມ່ນໍ້າຂອງໃຫ້ ເປັນຮູປທັມ ແລະມີຄວາມຍືນຍົງ.

ເມື່ອເດືອນມົກຣາທີ່ຜ່ານມາຣັຖບານໄທ ເດີນທາງໄປຢາມປະເທດຈີນ ເພື່ອຂໍໃຫ້ຈີນປ່ອຍນໍ້າ ຈາກ ເຂື່ອນແມ່ນໍ້າຂອງ ຕອນເທີງເພື່ອຫລຸດ ຄວາມແຫ້ງແລ້ງໃນແມ່ນໍ້າຂອງຕອນລຸ່ມ ເຊິ່ງຈີນໄດ້ຕອບວ່າ ຈະປ່ອຍນໍ້າເພີ່ມ 150 ແມັດກ້ອນຕໍ່ວິນາທີ ຈາກເດີມປ່ອຍ 850 ແມັດກ້ອນ ຕໍ່ວິນາທີເປັນ 1,000 ແມັດກ້ອນ ຕໍ່ວິນາທີໃນປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.