ທາງການນໍາປາບພວກລັກ ຕັດໄມ້

ຈໍາປາທອງ
2016.11.06
f-logs ໄມ້ດີຣາຄາແພງ ໃນໂຮງເລື່ອຍ ຢູ່ ສປປລາວ
Citizen Journalist

ນັບຕັ້ງແຕ່ຕົ້ນປີ 2016 ມານີ້ ເຈົ້າໜ້າທີ່ ເມືອງ ວຽງພູຄາ ແຂວງ ຫຼວງນ້ຳທາ ໄດ້ປາບປາມ ພວກລັກຕັດໄມ້ ຕາມເຂດຕ່າງໆ ໄດ້ 34 ຄົນ ແລະ ໄດ້ລົງໂທດ ຕາມຣະບຽບ ກົດໝາຍ ຊຶ່ງ ມີທັງປັບໃໝ ແລະ ສຶກສາອົບຮົມ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ປ່າໄມ້ ເມືອງ ວຽງພູຄາ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 4 ພຶສຈິກາ:

"ເຮົາຈັບໄດ້ມາ ມີແຕ່ ປະຕິບັດ ຕາມ ຂອງນາຍົກ ຣັຖມົນຕຣີ ເລກທີ 005 ເນາະ ເຮົາກະມາ ກວດເບິ່ງ ເອກສານ ໄດ້ ປະຕິບັດ ຕາມ ກົດໝາຍ ປ່າໄມ້ ເນາະ ມາຕຣາ 125 ເນາະ ບາງ ກໍຣະນີ ຖືວ່າເປັນ ຄັ້ງທໍາອິດ ນີ້ ເຮົາຈະປັບໃໝ ແລ້ວ ສຶກສາ ອົບຮົມ ເປັນຄັ້ງທີ 2 ກະສິໄດ້ ກັກໂຕ ແຫຼະເນາະ ຈັບເຂົ້າຄຸກ".

ທ່ານເວົ້າວ່າ ເມື່ອວັນທີ 2 ພຶສຈິກາ ອຳນາດ ການປົກຄອງ ເມືອງ ວຽງພູຄາ ໄດ້ຈັດພີທີ ເຜົາທຳລາຍ ຈັກຕັດໄມ້ 34 ເຄືຶ່ອງ ທີ່ຍຶດໄດ້; ມີການລັກຊື້ ຈັກຕັດໄມ້ ນັ້ນຢູ່ຕາມ ຊາຍແດນຈີນ ທີ່ຣາຄາ ບໍ່ແພງ; ໄມ້ທີ່ຖືກ ລັກຕັດນັ້ນ ສ່ວນໃຫຍ່ ໄປຂາຍໃຫ້ ໂຮງງານ ປຸງແຕ່ງໄມ້ ໃນ ແຂວງຫຼວງນ້ຳທາ ແລະ ແຂວງໃກ້ຄຽງ.

ທ່ານເວົ້າຕື່ມວ່າ ພາຍຫລັງ ນາຍົກ ຣັຖມົນຕຣີ ສັ່ງໃຫ້ ເຂັ້ມງວດ ໃນການ ສະກັດກັ້ນ ການລັກ ຕັດໄມ້ ເຮັດໃຫ້ ເຈົ້າໜ້າທີ່ ກວດກາ ປ່າໄມ້ ເຮັດວຽກ ຫຼາຍຂຶ້ນ ເພື່ອບໍ່ໃຫ້ ມີການລັກ ຕັດໄມ້ ອີກຕໍ່ໄປ.

ສຳລັບ ຢູ່ແຂວງ ພາກໃຕ້ ຂອງລາວ ເຊັ່ນ ສະຫວັນນະເຂດ ເມື່ອ ເດືອນທີ່ແລ້ວ ເຈົ້າໜ້າທີ່ ສາມາດ ຍຶດໄມ້ໄດ້ 6,000 ປາຍທ່ອນໃນເຂດ ໂຮງງານ ປຸງແຕ່ງໄມ້ ຢູ່ບ້ານ ນາປ່າຊາດ ເມືອງ ທ່າປາງທອງ ແຕ່ເຈົ້າຂອງ ໂຮງງານ ປະຕິເສດ ວ່າບໍ່ແມ່ນໄມ້ ຂອງຕົນ ຊຶ່ງ ເຈົ້າໜ້າທີ່ ກໍກຳລັງ ສືບສວນ ສອບສວນ ຊອກຫາ ເຈົ້າຂອງ ໄມ້ນັ້ນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.