ຜົນກະທົບ ການຣະເບີດ ແກ້ງຫີນ

ສິດນີ
2019.01.15
ແກ້ງຫີນ ໃນແມ່ນໍ້າຂອງ
RFA/TP

ຈີນ ມີແຜນການຣະເບີດແກ້ງຫີນ ຕາມລຳແມ່ນ້ຳຂອງມາແຕ່ປີ 2001 ເພື່ອເປັນເສັ້ນທາງເດີນເຮືອສິນຄ້າຂນາດໃຫຍ່ ຕາມລຳແມ່ນ້ຳຂອງ ຂອງຈີນ ຈາກແຂວງຢູນນານ ລົງມາຮອດ ແຂວງຊຽງຮາຍ ຂອງໄທ ແລະຕໍ່ໄປຍັງ ແຂວງຫຼວງພຣະບາງ, ແຕ່ໄດ້ຢຸດສງັກ ຊົ່ວຣະຍະນຶ່ງ ຍ້ອນມີການ ປະທ້ວງຈາກ ປະຊາຊົນທ້ອງຖິ່ນ ເປັນຕົ້ນທີ່ ປະເທດໄທ.

ຣັຖບານໄທ ແລະລາວ ໄດ້ອະນຸມັດ ການຣະເບີດ ແກ້ງຫີນອີກໃຫມ່ ໃຫ້ເລິກແລະກວ້າງກວ່າເກົ່າ ເພື່ອໃຫ້ເຮືອສິນຄ້າ ຂນາດ 5 ແສນ ກິໂລ ຂອງຈີນ ສາມາດຜ່ານໄດ້. ຕາມແຜນການຄວາມຮ່ວມມື ແມ່ນ້ຳຂອງ ແລະແມ່ນ້ຳ ລ້ານຊ້າງ ລາວ ໄທ ພະມ້າ ແລະຈີນ ໄດ້ຕົກລົງ ກັນ ຂຍາຍການຣະເບີດ ແກ້ງຫີນ ຕາມລຳແມ່ນ້ຳຂອງ ໃຫ້ຍາວເຖິງ 630 ກິໂລແມັດ ຈາກແຂວງຢູນານ ເຖິງແຂວງ ຫລວງພຣະບາງ ພາຍໃນປີ 2025.

ທ່ານ ນິວັດ ຣອຍແກ້ວ ຫົວຫນ້າ ກຸ່ມອະນຸຮັກຊຽງຂອງ ຊືຶ່ງເປັນກຸ່ມຕໍ່ຕ້ານການຣະເບີດ ແກ້ງຫີນຕາມລຳແມ່ນ້ຳຂອງ ຈີນ ກ່າວວ່າ ປະຊາຊົນ ທ້ອງຖິ່ນບໍ່ວ່າ ຈາກຝັ່ງລາວ ແລະໄທ ຈະບໍ່ໄດ້ ຜົລປໂຍດຫຍັງຫມົດ ຈາກການຣະເບີດ ແກ້ງຫີນຕາມລຳ ແມ່ນ້ຳຂອງ ຂອງຈີນ, ຮ້າຍໄປກວ່ານັ້ນ ແຮ່ງຈະສ້າງຄວາມເສັຽຫາຍ ຕໍ່ຣາຍໄດ້ຂອງປະຊາຊົນທ້ອງຖິ່ນ ເປັນຕົ້ນຊາວປະມົງ ແລະການກະເສດ ຕາມລຳແມ່ນ້ຳຂອງ.

ຜູ້ທີ່ໄດ້ຜົລປໂຍດຫລາຍກວ່າຫມູ່ ແມ່ນພໍ່ຄ້າຈີນ ທີ່ຈະສົ່ງສິນຄ້າ ຣາຄາຖືກໆຈາກຈີນ ລົງມາຖ້ວມຕລາດ ປະເທດໄທ ລາວ ພະມ້າ ແລະ ວຽດນາມ ແລະ ບໍຣິສັດທ້ອງຖິ່ນກໍບໍ່ສາມາດ ແຂ່ງຂັນກັບຈີນໄດ້, ໃນທີ່ສຸດກໍລົ້ມລະລາຍ. ຣັຖບານປະເທດລຸ່ມ ແມ່ນ້ຳຂອງ ຄວນພິຈາຣະນາ ກ່ຽວກັບບັນຫາດັ່ງກ່າວນີ້ໃຫມ່, ດັ່ງທ່ານ ກ່າວໃນຕອນນື່ງວ່າ:

"ການຣະເບີດແກ້ງຫີນ ກໍຄືການຣະເບີດທັມມະຊາດ ຢ່າຄິດວ່າ ເປັນເຣື້ອງເລັກນ້ອຍ ໃນກນາຣະບີດແກ້ງຫີນ ມັນສົ່ງຜົລກະທົບໄປທຸກດ້ານ."

ທ່ານວ່າ ຜ່ານມາການຣະເບີດແກ້ງຫີນ ຂອງຈີນໄດ້ດຳເນີນການມາແລ້ວ ຈາກແຂວງຢູນານ ມາຮອດເຂດພາກເຫນືອ ຂອງແຂວງຊຽງຮາຍ ຊາຍແດນ ເຊື່ອມຕໍ່ຣະຫວ່າງ ລາວກັບພະມ້າ, ຊາວປະມົງເວົ້າວ່າ ພວກຂະເຈົ້າ ໄດ້ພົບເຫັນຜົລກະທົບ ຈາກ ການຣະເບີດແກ້ງຫີນ ຢ່າງໃຫຍ່ໃນການຫາປາ ຂອງພວກຂະເຈົ້າ ກະແສນ້ຳຂອງ ຈະໄຫລແຮງກວ່າເກົ່າ ແລະຝຸງປາ ກໍຍ້າຍຖິ່ນໄປຢູ່ບ່ອນອື່ນ ຫລືກະຈ່າຍກັນຢູ່ ຍ້ອນວ່າບ່ອນຢູ່ອາສັຍ ຫລືວັງນ້ຳເລິກ ຖືກທຳລາຍ ຈາກການຣະເບີດ ແກ້ງຫີນ.

ສະພາບຕະລິ່ງ ເຈື່ອນຕາມແຄມຂອງ ກໍເພີ້ມຂຶ້ນ ໃນຫລາຍເຂດ. ດັ່ງຊາວປະມົງ ທ່ານນື່ງເວົ້າວ່າ:

"ມື້ວານນີ້ ບໍ່ໄດ້ຈັກໂຕ ແລະມື້ນີ້ກໍບໍ່ມີໃຜໄດ້ຈັກໂຕ ປານ້ຳຂອງຫາຍາກຂຶ້ນໃນເວລານີ້ ຍິ່ງຈະມີການຣະເບີດແກ້ງຫີນ ແຮ່ງຈະຍາກຂຶ້ນ ຫລາຍຄົນປ່ຽນອາຊີບໃຫມ່ ກະທົບທັງຝັ່ງ ໄທແລະລາວ.

ເຈົ້າຫນ້າທີ່ເມືອງຕົ້ນເຜີ້ງ ທ່ານນຶ່ງເວົ້າວ່າ ການຣະເບີດແກ້ງຫີນ ຕາມລຳແມ່ນ້ຳຂອງ ຈະສົ່ງຜົລກະທົບຣາຍໃຫຍ່ ຕໍ່ຊິວິດການເປັນຢູ່ ຂອງປະຊາຊົນ ຕາມລຳແມ່ນ້ຳຂອງ ເພາະມັນຈະທຳລາຍ ຊັພຍາກອນທັມມະຊາດ ແຫລ່ງພັກໄຂ່ ຂອງຝຸງປາ ທີ່ ປະຊາຊົນອາສັຍ ເປັນອາຫານ ແລະຣາຍໄດ້ປະຈຳວັນ ສຳລັບລ້ຽງຄອບຄົວ ແຕ່ຈະສ້າງຜົລປໂຍດແກ່ການເດີນເຮືອສິນຄ້າ ແລະລາຍໄດ້ສຳລັບທ້ອງຖິ່ນ, ດັ່ງທ່ານເວົ້າວ່າ ເຣື້ອງປະມົງ ທາງເຮົາກໍບໍ່ມີຫຍັງຫລາຍ ແຕ່ເຮື້ອງຜົລກະທົບນັ້ນຕິ ມັນຫລາຍ ຄວາມສະດວກສະບາຍ ກໍມີຢູ່ ເປັນຕົ້ນການຂົນສົ່ງສິນຄ້າ ແລະ ການເດີນເຮືອ.

ໃນຂນະດຽວກັນປະຊາຊົນລາວ ທ່ານນຶ່ງເວົ້າວ່າ ການຣະເບີດແກ້ງຫີນ ຈະເຮັດໃຫ້ປະຊາຊົນທ້ອງຖິ່ນເສັຽຜົລປໂຍດຫລາຍກວ່າໄດ້ ຍ້ອນວ່າ ມັນຈະທຳລາຍ ບ່ອນທຳມາຫາກິນຂອງພວກຂະເຈົ້າ ແລະຫລາຍຄົນກໍຈະຍ້າຍໄປຊອກຫາ ວຽກເຮັດງານທຳ ຫລືໄປຮັບຈ້າງໃນແຂວງອຶ່ນ ຫລືບ່ອນອຶ່ນ ຍ້ອນບໍ່ມີຣາຍໄດ້ມາລ້ຽງຄອບຄົວ ສະພາບຄອບຄົວທີ່ອຸດົມສົມບູນ ຂອງພວກຂະເຈົ້າມາແຕ່ດຶກດຳບັນ ກໍຈະເສັຽຫາຍໄປຫມົດ, ດັ່ງທ່ານກ່າວໃນຕອນນຶ່ງວ່າ:

"ໂອຍ ກະທົບຫລາຍ ນ້ຳຂອງກໍໄຫລໄວຂຶ້ນ ປະຊາຊົນເຂົາກໍບໍ່ເຫັນພ້ອມຫັ້ນແຫລະ ຕັ້ງແຕ່ເຫນືອຕຣອດໃຕ້ນ້ຳມັນຈະໄຫລໄວ ບໍ່ເປັນ ທັມມະຊາດ ມັນທຳລາຍແກ້ງ ບ່ອນຕື້ນໆ ກໍຈະທຳລາຍຫມົດ."

ແຕ່ເຖິງຢ່າງໃດກໍຕາມ ນັກວິເຄາະເວົ້າວ່າ ຈີນ ຈະໄດ້ຜົລປໂຍດຫລາຍກວ່າ ປະເທດຕ່າງໆ ຕາມລຳແມ່ນ້ຳຂອງ ຍ້ອນວ່າ ຈີນ ມີສັກກະຍະພາບ ການຜລິດສິນຄ້າສູງ ແລະມີທ່າແຮງ ທາງດ້ານການເງິນ, ນັກວິຊາການ ແລະ ຊັພຍາກອນມະນຸດ ໃນການ ແຂ່ງຂັນ.

ທ່ານວ່າ ຜົລປໂຍດທີ່ຈີນຈະໄດ້ຮັບ ຈາກການຣະເບີດແກ້ງຫີນ ແລະການຂຍາຍ ເສັ້ນທາງເດີນເຮືອສິນຄ້າ ຂອງຈີນນັ້ນ ບໍ່ແມ່ນແຕ່ສະເພາະ ການຄ້າຢ່າງດຽວ ຮວມທັງການເຊື່ອມອຳນາດ ທາງດ້ານການເມືອງ ແລະເສຖກິດຂອງຈີນ ມາໃນຂົງເຂດນຳອີກ ພ້ອມທັງການເສັຽ ອະທິປະຕັຍ ຂອງປະເທດ ລຸ່ມແມ່ນ້ຳຂອງ ໃນການເຂົ້າອອກປະເທດ ຂອງເຮື ຂົນສົ່ງສີນຄ້າຈີນ.

ຈີນຈະເຂົ້າມາມີອຳນາດໃນເຂດລຸ່ມແມ່ນ້ຳຂອງຫລາຍຂຶ້ນ ແລະມີສິດໃນການໃຊ້ເສັ້ນທາງເດີນເຮືອ ຕາມລຳແມ່ນ້ຳຂອງ ໃນການເຂົ້າອອກນ່ານນ້ຳ ຂອງປະເທດເຫລົ່ານີ້ ປາສຈາກ ໃບອະນຸຍາດ ຈີນອາດຈະຂົນສິ່ງທີ່ຕ້ອງຫ້າມ ໃນເຮືອສິນຄ້າຈີນ ເຂົ້າມາ ຂົງເຂດປະເທດລຸ່ມແມ່ນ້ຳຂອງ ກໍເປັນໄປໄດ້ ຍ້ອນບໍ່ມີການກວດກາ ຫລືຖ້າມີກໍຈະມີການຊື້ຈ້າງ ຈອບອອຍກັນເພີ້ມຂຶ້ນ.

ສຳລັບປະເທດລຸ່ມແມ່ນ້ຳຂອງ ເປັນຕົ້ນ ສປປລາວ ໄທແລະພະມ້າ ຈະເປັນຝ່າຍເສັຽປຽບຫລາຍກວ່າ ຍ້ອນບໍ່ມີອຸດສາຫະກັມການຜລິດ ຫລາຍເທົ່າກັບຈີນ ພໍທີ່ຈະສົ່ງສິນຄ້າໄປຂາຍໃຫ້ຈີນ ຫຫຼືຂາຍໃນປະເທດເພື່ອນບ້ານ ແລະກຸ່ມການຄ້າ ຫຼືອຸດສາຫະກັມ ການຜລິດ ໃນປະເທດເຫລົ່ານີ້ ກໍຈະບໍ່ສາມາດແຂ່ງຂັນກັບຈີນໄດ້ ຍ້ອນຈີນມີຕົນທຶນການຜລິດສູງ ແລະ ຈະສົ່ງສິນຄ້າຣາຄາຖືກໆມາຖ້ວມ ຕລາດປະເທດເຫລົ່ານີ້ ໃນທີ່ສຸດບັນດາຮ້ານຄ້າ ແລະກຸ່ມຜລິດສິນຄ້າ ໃນປະເທດເຫລົ່ານີ້ ກໍຈະລົ້ມລະລາຍ ຍ້ອນແຂ່ງຈີນບໍ່ໄດ້.

ທ່ານວ່າ ການຣະເບີດແກ້ງຫີນ ນອກຈາກຈະສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ວິຖິຊິວີດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນແລ້ວ ແລະການຄ້າໃນຂົງເຂດແລ້ວ ຍັງຈະສົ່ງຜົລກະທົບຕໍ່ການແບ່ງປັນ ເຂດແດນທາງນ້ຳຣະຫວ່າງ ລາວກັບໄທ ນຳອີກ ຍ້ອນວ່າ ຕາມສັນຍາ ຝຣັ່ງເສດ-ສຍາມ ຣະບຸວ່າເສັ້ນເຂດແດນ ທາງນ້ຳຣະຫວ່າງ ລາວກັບໄທ ເກາະດອນຕ່າງໆ ຕາມລຳແມ່ນ້ຳຂອງ ແລະແປວນ້ຳລຶກ ເປັນຂອງລາວ ຈະຢູ່ໃກ້ຝັ່ງໄທ ກໍຕາມ ແຕ່ເມື່ອມີການຣະເບີດແກ້ງຫີນ ສິ່ງດັ່ງກ່າວຈະສູນຫາຍໄປຫມົດ, ໄທ ຈະໄດ້ປຽບ ແລະລາວກໍຈະເສັຽປຽບ ໃນການແບ່ງປັນເຂດແດນກັນໃຫມ່ ຊຶ່ງໃນປັດຈຸບັນ ການແບ່ງປັນເຂດນແດນທາງນ້ຳ ຣະຫວ່າງ ລາວກັບໄທ ຍັງບໍ່ສຳເຣັດເທື່ອ ຍັງມີຂໍ້ຂັດແຍ່ງກັນ ໃນຫລາຍຈຸດຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.