ແມ່ນໍ້າຂອງ ປະເຊີນຜົລກະທົບ ຈາກເຂື່ອນ-ການປ່ຽນແປງ ດິນຟ້າອາກາດ
2024.02.06

ສະຖາບັນຄົ້ນຄ້ວາ “The Stimson Center” ຂອງສະຫະຣັຖອາເມຣິກາ ຈັດງານເສວະນາ ນໍ້າຢູ່ໃສ ຣະດູແລ້ງ ຂອງແມ່ນໍ້າຂອງ ປີ 2024 (Where’s the Water, Mekong Dry Season 2024). ໃນງານເສວະນານີ້ ຜູ້ຊ່ຽວຊານດ້ານແມ່ນໍ້າຂອງ ຫຼາຍທ່ານໄດ້ຣາຍງານ ເຖິງສະຖານະການ ແມ່ນໍ້າຂອງໃນໄລຍະຣະດູຝົນ ທີ່ຜ່ານມາພ້ອມຄາດຄະເນ ສະຖານະການແມ່ນໍ້າຂອງ ໃນຣະດູແລ້ງທີ່ຈະເຖິງ.
ເປັນທີ່ຮູ້ກັນດີວ່າ ເຂື່ອນນັ້ນສົ່ງຜົລກະທົບ ຕໍ່ແມ່ນໍ້າຂອງຢ່າງຫຼວງຫຼາຍ ແຕ່ມາຮອດປັດຈຸບັນການປ່ຽນແປງ ຂອງດິນຟ້າອາກາດ ເຣີ່ມສົ່ງຜົລຕໍ່ແມ່ນໍ້າຂອງເຊັ່ນກັນ ເຊິ່ງຜົລກະທົບຂອງດິນຟ້າອາກາດ ນັ້ນຖືກຜົລກະທົບ ຂອງເຂື່ອນປົກປິດ.
ນັບຕັ້ງແຕ່ມິຖຸນາ ຫາ ເດືອນທັນວາປີ 2023 ມາຮອດປັດຈຸບັນ ໃນເດືອນມົກກະຣາປີ 2024, ອຸນຫະພູມ ພື້ນຜີວສະເລັ່ຍຂອງລຸ່ມແມ່ນໍ້າຂອງ ຕອນເທິງຈົນເຖິງແມ່ນໍ້າຂອງຕອນລຸ່ມ ຢູ່ໃນລະດັບອົບອຸ່ນກ່ວາປົກກະຕິ ເຊິ່ງສົ່ງຜົລກະທົບຕໍ່ຄວາມປຽກຊຸ່ມ (Wetness) ໃນລຸ່ມແມ່ນໍ້າຂອງ ໃນໄລຍະດຽວກັນ.
ໃນເດືອນກໍຣະກະດາປີ 2023 ເຊິ່ງເປັນໄລຍະຕົ້ນຣະດູຝົນ ຄວາມຊຸ່ມຂອງລຸ່ມແມ່ນໍ້າຂອງ ຍັງຕໍ່າກ່ວາຄ່າສະເລັ່ຍ ແລະເຖິງແມ່ນວ່າໃນເດືອນສິງຫາ ຈະມີຝົນຕົກໃນພາກເໜືອ ຂອງລາວ ມາເພີ່ມຄວາມຊຸ່ມແຕ່ເມື່ອຮອດທ້າຍຣະດູຝົນ ໃນໄລຍະເດືອນກັນຍາ ຄວາມຊຸ່ມຂອງລຸ່ມນໍ້າຂອງ ຍັງຕົກຕໍ່າຄືເກົ່າ ນັ້ນສະແດງໃຫ້ເຫັນວ່າ ປີ 2023 ຝົນຕົກບໍ່ຫຼາຍເທົ່າປີກ່ອນໆ. ຕໍ່ມາໃນເດືອນພຶສຈິກາປີ 2023 ຫາເດືອນມົກກະຣາ ປີ 2024 ເຊິ່ງເຂົ້າສູ່ຣະດູແລ້ງ ລຸ່ມນໍ້າຂອງກັບມີຄວາມຊຸ່ມຊື່ນ ຫຼາຍກ່ວາປົກກະຕິ ທັງໆ ທີ່ວ່າຄວນເປັນໄລຍະທີ່ລຸ່ມແມ່ນໍ້າຂອງ ເຣີ່ມແຫ້ງລົງ. ອຸນຫະພູມທີ່ອົບອຸ່ນຂຶ້ນ ສົ່ງຜົລກະທົບໃຫ້ຄວາມຊຸ່ມ ຂອງລຸ່ມນໍ້າຂອງຜັນຜວນ ບໍ່ກົງຕາມຣະດູການ ນີ້ອາດເປັນຜົລກະທົບ ຈາກການປ່ຽນແປງ ດິນຟ້າອາກາດ ເຊິ່ງຍັງຕ້ອງມີການສຶກສາ ເພີ່ມຕື່ມ ເພື່ອເບິ່ງວ່າທ່າອ່ຽງນີ້ຈະຂຶ້ນຕໍ່ເນື່ອງ ຫຼືບໍ່.
ດັ່ງທ່ານ Alan Basist, ປະທານອົງການ Eye On Earth ທີ່ດຳເນີນເຣື່ອງ ການສຳຣວດພູມສາດ ກ່າວຕອນນຶ່ງ ໃນງານເສວະນາວ່າ:
“ປະຣິມານນໍ້າຝົນໃນໄລຍະຣະດູຝົນ ອາດບໍ່ເຖິງກັບແຫ້ງແລ້ງ ແຕ່ກໍຕໍ່າກ່ວາຄ່າສະເລັ່ຍ ຢູ່ຫຼາຍແລະຣະດູຝົນ ຄືຈະມາຊ້າກ່ວາປົກກະຕິ ແລະຄວາມຊຸ່ມ ບໍ່ສະສົມ ຈົນກ່ວາຈະເຖິງເດືອນສິງຫາ ແລະກັນຍາ ແລະສືບຕໍ່ໄປຈົນເຖິງປາຍຣະດູຝົນ ຫາຕົ້ນຣະດູແລ້ງ. ເຮົາເຫັນຄວາມຊຸ່ມຫຼາຍຂຶ້ນ ໃນເດືອນພຶສຈິກາ, ທັນວາ ແລະ ມົກກະຣາ. ນີ້ອາດເປັນສັນຍານ ຂອງການປ່ຽນແປງ ດິນຟ້າອາກາດ.”
ໃນໄລຍະຣະດູຝົນ ການຕັນນໍ້າ ຂອງເຂື່ອນທີ່ໃຫຍ່ທີ່ສຸດ ໃນແມ່ນໍ້າຂອງ ຢ່າງເຂື່ອນ ນູໂອຊາດູ ກັກນໍ້າໄວ້ພຽງ 50% ຂອງປະຣິມານນໍ້າ ທີ່ເກັບໄດ້ເທົ່ານັ້ນ ແລະເປັນເວລາປະມານ 5 ປີແລ້ວ ທີ່ເຂື່ອນບໍ່ໄດ້ກັກນໍ້າໄວ້ເກືອບ 100% ຍ້ອນປະຣິມານນໍ້າຝົນ ທີ່ຫຼຸດລົງ. ການກັກນໍ້າທີ່ຫຼຸດລົງ ເຮັດໃຫ້ຜົລກະທົບຈາກການປ່ຽນແປງ ລະດັບນໍ້າຂອງ ຕອນລຸ່ມ ຫຼຸດລົງນໍາ, ສ່ວນເຂື່ອນ ອື່ນໆ ໃນລຸ່ມແມ່ນໍ້າຂອງນັ້ນ ຍັງກັກນໍ້າໄວ້ທີ່ປະຣິມານເທົ່າເດີມ ຂອງປີທີແລ້ວ. ໃນຣະດູແລ້ງທີ່ຈະເຖິງນີ້ ຈຶ່ງຄາດຄະເນວ່າ ການໄຫຼຂອງແມ່ນໍ້າ ຈະໃກ້ຄຽງກັບລະດັບປົກກະຕິ.
ດັ່ງທ່ານ Brian Eyler, ຜູ້ອຳນວຍການ ໂຄງການເອເຊັຽຕາເວັນອອກ ສຽງໃຕ້ ຈາກສະຖາບັນ ວິໄຈຄົ້ນຄວ້າ “The Stimson Center” ກ່າວຕອນນຶ່ງວ່າ:
“ໃນປີນີ້ນໍ້າໃນອ່າງເກັບນໍ້າຂອງ ເຂື່ອນຕ່າງໆ ມີປະຣິມານເທົ່າກັນ ກັບປະຣິມານນໍ້າທີ່ກັກເກັບໄວ້ ໃນປີທີ່ແລ້ວ. ເຮົາຈຶ່ງຄາດການວ່າສິ່ງທີ່ເກີດຂຶ້ນ ໃນປີທີ່ແລ້ວອາດເກີດຂຶ້ນໃນປີນີ້ ແລະການກັກນໍ້າ ຂອງເຂື່ອນຈີນ ໃນປີນີ້ຫຼຸດລົງກ່ວາປົກກະຕິ. ນີ້ຈະສົ່ງຜົລໃຫ້ການໄຫຼ ຂອງແມ່ນໍ້າຂອງ ທີ່ສະຖານີວັດນໍ້າຊຽງແສນ ແລະສາມຫຼ່ຽມຄຳ ຢູ່ໃນລະດັບໃກ້ຄຽງປົກກະຕິ.”
ທ່ານ Brian ກ່າວຕື່ມວ່າ ການທີ່ລະດັບນໍ້າຂອງ ສູງຂຶ້ນຫຼາຍກ່ວາຄ່າສະເລັ່ຍ ໃນໄລຍະຣະດູແລ້ງນັ້ນຖືເປັນເຣື່ອງຜິດປົກກະຕິ ແລະບໍ່ຕ້ອງການໃຫ້ເກີດຂຶ້ນ ຍ້ອນລະດັບນໍ້າທີ່ສູງຂຶ້ນ ສົ່ງຜົລກະທົບຕໍ່ວິຖີຊີວິດຂອງປະຊາຊົນ ທີ່ໃຊ້ປໂຍດຈາກນໍ້າຂອງ ໃນການເຮັດກະສິກັມ ແລະການສ້າງສັນ ປະເພນີ ແລະເຮັດໃຫ້ການເຄື່ອນຍ້າຍ ປາບໍ່ປົກກະຕິ.
ນອກຈາກການປ່ຽນແປງ ຂອງດິນຟ້າອາກາດ ທີ່ເກີດຂຶ້ນຢູ່ແລ້ວ ໃນປີນີ້ຍັງມີປະກົດການ ເອວລ໌ນິໂຍ (EL Nino) ທີ່ເກີດຂຶ້ນມາຕັ້ງແຕ່ປີ 2023 ທີ່ເຮັດໃຫ້ສະພາບດິນຟ້າອາກາດ ຮຸນແຮງຂຶ້ນຈາກການຄາດການ ປະກົດການແອວລ໌ນີໂຍ ຮຸນແຮງທີ່ສຸດ ແລະຄາດການວ່າ ແອວລ໌ນີໂຍ ຄັ້ງນີ້ ຈະຮຸນແຮງນ້ອຍກວ່າ ໃນປີ 2015-2016 ເຊິ່ງຖືວ່າເປັນປີທີ່ ແອວລ໌ນີໂຍ ຮຸນແຮງທີ່ສຸດ ແລະຄາດການວ່າແອວລ໌ນີໂຍ ປີນີ້ ຈະສິ້ນສຸດ ລະຫວ່າງເດືອນມີນາປີ 2024 ດັ່ງທ່ານ Ngueyen Ngoc Huy ທີ່ປຶກສາ ຂອງອົງການ ISET International ກ່າວໃນງານເສວະນາວ່າ:
“ປະກົດການແອວລ໌ນີໂຍທີ່ເກີດຂຶ້ນ ຈະຈົບລົງໃນໄລຍະເດືອນມີນາປີ 2024 ແລະ ຈະເຂົ້າສູ່ພາວະ ENSO ເປັນໄລຍະເວລາ 1-2 ເດືອນ. ຫຼັງຈາກນັ້ນຈະເຂົ້າສູ່ພາວະ ລານີຍາ (La Nina) ເຊິ່ງຈະເຮັດໃຫ້ເກີດຝົນຕົກໜັກ ໃນພູມມິພາກ ລວມເຖິງພື້ນທີ່ຕອນເທິງ ແລະຕອນລຸ່ມ ຂອງບໍຣິເວນສາມຫຼ່ຽມ ປາກແມ່ນໍ້າຂອງ ດັ່ງນັ້ນຫາກໃນເດືອນຕໍ່ໄປ ເກີດໄພແຫ້ງແລ້ງ ກໍຈະເກີດບໍ່ດົນ.”
ຊາວບ້ານຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ ໃນໄລຍະ 4-5 ປີຜ່ານມານັ້ນ ເຂື່ອນຈີນປ່ອຍນໍ້າ ບໍ່ຫຼາຍເທົ່າແຕ່ກ່ອນ ນອກຈາກນີ້ຣະດູຝົນ ປີກາຍ ຝົນຕົກສະເພາະຣະດູເຮັດນາເທົ່ານັ້ນ ແລະຕັ້ງເດືອນຕຸລາຈົນຮອດປັດຈຸບັນ ຝົນບໍ່ຕົກ ຖ້າຕົກກໍຕົກບໍ່ຫຼາຍ ລະດັບນໍ້າຂອງ ບໍຣິເວນເມືອງຕົ້ນເຜິ້ງຈິ່ງຫຼຸດລົງໃນລະດັບປົກກະຕິ ບໍ່ໄດ້ບົກແຫ້ງ.
ດັ່ງທ່ານກ່າວວ່າ:
“ມັນກໍປ່ອຍມາກໍບໍ່ຫຼາຍປານໃດ ເພາະວ່າມັນກໍຢູ່ໃນລະດັບບໍ່ຄືຫຼາຍປີຜ່ານມາ ມັນສູງມັນກໍ່ສູງເກີນ ແຕ່ວ່າມາເບິ່ງ 4-5 ປີມານີ້ກໍບໍ່ຫຼາຍປານໃດ ຊ່ວງນີ້ຫັ້ນນ່າປີນີ້ມັນກໍຢູ່ລະດັບ ບໍ່ຂຶ້ນບໍ່ລົງ ກໍລະດັບປົກກະຕິ ບໍ່ຮູ້ວ່າເຂົາປ່ອຍຫຼືບໍ່ປ່ອຍຫັ້ນນ່າ. ບໍ່ແຫ້ງເຈົ້າຄືເມື່ອກ່ອນ ບາງປີແຫ້ງແທ້ໆ ປີນີ້ກໍບໍ່ແຫ້ງ. ເຈົ້າ! ມາຮອດລະແລ້ງປີ້ນີ້ ກໍບໍ່ແຫ້ງ.”
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ ປັດຈຸບັນນໍ້າຫຼຸດລົງຫຼາຍ ສ່ວນນຶ່ງຍ້ອນຝົນຕົກໜ້ອຍ ແລະເຂື່ອນຈີນອາດກັກນໍ້າໄວ້ ບາງສ່ວນ ເຮັດໃຫ້ລະດັບນໍ້າຂອງ ເຣີ່ມແຫ້ງມາຕັ້ງແຕ່ເດືອນ ຕຸລາ.
ດັ່ງທ່ານກ່າວວ່າ:
“ເອີ! ນໍ້ານີ້ມັນຫຼຸດລົງມັນຫຼຸດລົງ. ໂອ້! ມັນຫຼຸດລົງຫຼາຍຢູ່ມັນໆ ຢາກແຫ້ງໝົດແລ້ວນ່າ. ມັນແຫ່ງແລ້ວໄດ໋. ມັນຂຶ້ນດອນໝົດເນາະ. ຝົນບໍ່ຕົກຫັ້ນນ່າ ເພາະວ່າ ມັນເຂື່ອນເຂົາກໍຕັນນໍ້າຕລອດເນາະ. ນໍ້າມັນກໍແຫ້ງຕລອດ ດຽວນີ້ຫັ້ນນ່າ. ມັນແຫ້ງຕັ້ງແຕ່ເດືອນ 10 ລົງມານີ້.”
ກ່ອນໜ້ານີ້ສະຖາບັນ “The Stimson Center” ຣາຍງານວ່າ ປະມານວັນທີ 15 ມົກກະຣາ ມີການປ່ອຍນໍ້າຈາກ ເຂື່ອນ ຊາວວ່ານ (Xiaowan) ໃນປະເທດຈີນ ເຊິ່ງສົ່ງຜົລກະທົບ ຢ່າງຫຼວງຫຼາຍຕໍ່ປະຊາຊົນລຸ່ມແມ່ນໍ້າຂອງ. ໃນສັປດາດັ່ງກ່າວ ລະດັບນ້ຳຢູ່ໜ້າເຂື່ອນ Xiaowan ແມ່ນ ຫລຸດລົງປະມານ 4.7 ແມັດ ສົ່ງຜົລໃຫ້ ມີການປ່ອຍນ້ຳເກືອບ 1 ຕື້ແມັດກ້ອນລົງສູ່ຕອນລຸ່ມ ຂອງແມ່ນ້ຳຂອງ ເຮັດໃຫ້ລະຫວ່າງວັນທີ 23-26 ທີ່ຜ່ານມາ ລະດັບແມ່ນໍ້າຂອງ ເພີ່ມຂຶ້ນ 1 ແມັດ ທີ່ ເມືອງຊຽງແສນ ຂອງ ປະເທດໄທຍ ເຊິ່ງມິີໄລຍະ ປະມານ 700 ກິໂລແມັດ ຈາກເມືອງ Xiaowan ແລະມີການຄາດຄະເນວ່າຫລາຍເດືອນໃນຕໍ່ໜ້າ ເຂື່ອນ Xiaowan ຈະປ່ອຍນ້ຳ ຢູ່ໃນລະຫວ່າງ 5 ຫາ 7 ຕື້ແມັດກ້ອນ ເພື່ອຜະລິດກະແສໄຟຟ້າ.