ແມ່ນໍ້າຂອງຜັນຜວນຂຶ້ນ-ລົງ ຍ້ອນເຂື່ອນຈີນປ່ອຍນໍ້າ

ໄຊຍາ
2024.01.31
ແມ່ນໍ້າຂອງຜັນຜວນຂຶ້ນ-ລົງ ຍ້ອນເຂື່ອນຈີນປ່ອຍນໍ້າ ນ້ຳຂອງ ຂຶ້ນກະທັນຫັນ ຖ້ວມຮ້ານຄ້າຂອງປະຊາຊົນ ທີ່ອາໄສ ຢູ່ແຄມນ້ຳຂອງ. ເດືອນສິງຫາ ປີ 2023.
RFA

ສະຖາບັນ Stimson ຣາຍງານວ່າ ປະມານວັນທີ 15-21 ມົກກະຣາ ມີການປ່ອຍນໍ້າຈາກເຂື່ອນຊາວວ່ານ (Xiaowan) ໃນປະເທດຈີນ ເຊິ່ງຈະສົ່ງຜົນກະທົບ ຢ່າງຫຼວງຫຼາຍ ຕໍ່ປະຊາຊົນລຸ່ມແມ່ນໍ້າຂອງ ໃນສັປດາດັ່ງກ່າວ ລະດັບນໍ້າຢູ່ໜ້າເຂື່ອນ ຊາວວ່ານ ແມ່ນຫຼຸດລົງປະມານ 4.7 ແມັດສົ່ງຜົນໃຫ້ມີການປ່ອຍນໍ້າເກືອບ 1 ຕື້ແມັດກ້ອນ ລົງສູ່ຕອນລຸ່ມຂອງແມ່ ນໍ້າຂອງເຮັດໃຫ້ລະຫວ່າງ ວັນທີ 23-26 ທີ່ຜ່ານມາລະດັບແມ່ນໍ້າຂອງ ເພີ່ມຂຶ້ນ 1 ແມັດ ທີ່ເມືອງຊຽງແສນ ຂອງປະເທດໄທຍ ເຊິ່ງມີໄລຍະປະມານ 700 ກິໂລແມັດ ຈາກເມືອງ ຊາວວ່ານ ແລະ ມີການຄາດການວ່າຫຼາຍເດືອນໃນຕໍ່ໜ້າເຂື່ອນ ຊາວວ່ານຈະປ່ອຍນໍ້າຢູ່ລະຫວ່າງ 5-7 ຕື້ແມັດກ້ອນ ເພື່ອຜລິດກະແສໄຟຟ້າ.

ກ່ຽວກັບເຣື່ອງນີ້ ຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວວ່າເຖິງແມ່ນວ່າປັດຈຸບັນລະດັບນໍ້າຂອງ ໃນຕອນນີ້ຫຼຸດລົງແລ້ວ ແຕ່ກ່ອນໜ້ານີ້ ຈາກການວັດລະດັບແມ່ນໍ້າຂອງ ແລະທຸກມື້ພົບວ່າໂຕເລກມີການຜັນຜວນຫຼາຍ. ນອກຈາກນີ້ເມື່ອວັດຄວາມຂຸ້ນ ຈາກຝຸ່ນຕົມ ໃນແມ່ນໍ້າພົບວ່າ ນໍ້າຂ້ອນຂ້າງຂຸ້ນເຊິ່ງອາດເກີດຈາກ ການທີ່ເຂື່ອນຈີນ ປ່ອຍນໍ້າແລະຝຸ່ນຕົມອອກມາຕອນລຸ່ມ.

ດັ່ງຕາງໜ້າກຸ່ມຮັກຊຽງຂອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ມົກກະຣາ 2024 ນີ້ວ່າ:

“ຊ່ວງນັ້ນ (ວັນທີ 23-26 ມົກກະຣາ) ກໍຄືເພີ່ມຂຶ້ນມາ 1.80 ຊັງຕີແມັດ ຕອນນີ້ເຣີ່ມຫຼຸດລົງແລ້ວ ແລ້ວກໍຫຼຸດໃນຈັງຫວະທີ່ແຮງຫຼາຍເນາະ ວັນນຶ່ງ 17 ເຊັນ ວັນນີ້ 27 ເນາະ ຄວາມຈິງ. ແລ້ວໄລຍະນີ້ມັນບໍ່ມີຝົນລະດັບນໍ້າມັນບໍ່ຄວນຂຶ້ນມາ 60-70 ຊັງຕີແມັດ. ຄວາມຂຸ້ນກໍສູງເນາະໃນໄລຍະຣະດູນີ້ ມັນບໍ່ເປັນແບບນີ້ເພາະວ່າ ມັນບໍ່ມີຝົນເຮົາສັນນິຖານວ່າ ນີ້ແມ່ນການລະບາຍຝຸ່ຕົມນໍ້າ ທີ່ເຂົາປ່ອຍອອກມາຄືດັນໄລ່ຝຸ່ນຕົມເຮັດ. ຄວາມຂຸ້ນຂອງນໍ້າເຫັນໄປເຖິງຫຼວງພຣະບາງເນາະ.”

ຜົນກະທົບຈາກການປ່ອຍນໍ້າ ຂອງເຂື່ອນຊາວວ່ານ ໃນຄັ້ງນີ້ສົ່ງຜົລກະທົບຕໍ່ຊາວບ້ານ ທີ່ມີວິຖີຊີວີ ຕິດພັນກັບແມ່ນໍ້າຂອງ ເປັນຕົ້ນການເກັບໄຄຫີນໃນຣະດູແລ້ງ ທີ່ຫາກນໍ້າຂອງຂຸ້ນໄຄຫີນ ຈະຫຼຸດຊາວບ້ານບໍ່ສາມາດເກັບໄຄຫີນໄດ້, ໄຄຫີນທີ່ຫຼຸດນັ້ນຈະໄຫຼໄປກັບມອງ ຂອງຊາວປະມົງ ເຮັດໃຫ້ຈັບປາໄດ້ໜ້ອຍລົງ.

ດັ່ງຕາງໜ້າກຸ່ມຮັກຊຽງ ຂອງໄດ້ກ່າວຕື່ມວ່າ:

“ມັນກະທົບກັບຄົນຢູ່ຕອນລຸ່ມເຊັ່ນໄຄ ກໍາລັງຈະເຣີນເຕີບໂຕ ເພາະຕ້ອງອາໄສນໍ້າໃສເນາະ. ຊາວບ້ານຈະໄດ້ເກັບພໍ ຕັ້ງແຕ່ວັນທີ 21 ມາໄຄຫີນຫາຍຕອນນີ້ນໍ້າເຣີ່ມໃສ ລະດັບນໍ້າເຣີ່ມຫຼຸດລົງຕອນນີ້ ເປັນໄລຍະຂອງການເກີດໃໝ່ ເຊິ່ງມັນຫາຍໄປເປັນ 10 ວັນແລ້ວ. ຊາວບ້ານກໍເວົ້າເຖິງລາຍໄດ້ແລ້ວ ກໍເຣື່ອງການປະມົງອີກເນາະ ກໍມີບັນຫາໃນໄລຍະຂອງນໍ້າຂຸ້ນນໍ້າຂຶ້ນລົງ ກໍຈັບປາບໍ່ໄດ້ຍ້ອນນໍ້າຂຸ້ນ ຫຼື ນໍ້າຕ່າງລະດັບຂຶ້ນມາໄຄສັງເຄາະແສງ ບໍ່ໄດ້ກໍຫຼຸດໄຄໄປຕິດກັບມອງຂອງຊາວບ້ານ ໄຄຈະໄປຕິດກັບໄຫຼມອງ ເຊິ່ງປາກໍບໍ່ຄ່ອຍຕິດ.”

ຄົນຂັບເຮືອນໍາທ່ຽວເມືອງງາ ແຂວງອຸດົມໄຊ ກ່າວວ່າໃນໄລຍະຕັ້ງແຕ່ເດືອນທັນວາປີ 2023 ຫາຕົ້ນເດືອນມົກກະຣານີ້ນໍ້າຂອງ ຂ້ອນຂ້າງແຫ້ງແລ້ງ ລະດັບນໍ້າຫຼຸດລົງ ແຕ່ປະມານກາງເດືອນລະດັບນໍ້າຂອງເພີ່ມຂຶ້ນທັງໆ ທີ່ໃນເຂດບ້ານຝົນບໍ່ໄດ້ຕົກ. ສ່ວນເຣື່ອງການຫາປານັ້ນແມ່ນໍ້າຂອງ ໃນເຂດບ້ານມີໄຄຫີນຫຼາຍຊາວປະມົງ ຈຶ່ງບໍ່ໄດ້ຫາປາໃນໄລຍະນີ້ ຍ້ອນໄຄຫີນຈະໄປຕິດໄຫຼມອງ.

ດັ່ງທ່ານໄດ້ກ່າວ ໃນມື້ດຽວກັນວ່າ:

“ຫາກາງເດືອນນີ້ມານີ້ແຫຼະ ນໍ້າເພີ່ມຂຶ້ນນີ້ນ່າກາງເດືອນນີ້ ມານີ້ຢູ່ເຂດເຮົາ ຝົນກໍບໍ່ຕົກຄັນບາງເທື່ອ ມັນຈະຕົກເໜືອ ພຸ້ນຂະເຈົ້າຈຶ່ງປ່ອຍມາຝົນເໜືອພຸ້ນຫຼາຍລົ້ນ. ເຂື່ອນຂະເຈົ້າ ຂະເຈົ້າກາປ່ອຍຊ່ວງນີ້ ກໍບໍ່ຄ່ອຍຫາແບບມີໄຄຫຼາຍເນາະ. ໄຄນໍ້າຂອງຫັ້ນນ່າແຖວເໜືອພຸ້ນ ມັນໄຫຼມາມີໄຄມີຫຍັງ ມາຖືກມອງຂະເຈົ້າກ່ອນນີ້ເນາະລະມັນກາເປັນປາມາຖືກ.”

ຊາວບ້ານເມືອງປາກທາ ແຂວງບໍ່ແກ້ວ ກ່າວວ່າໃນໄລຍະຕົ້ນເດືອນຫາກາງ ເດືອນລະດັບນໍ້າ ຂອງໃນເຂດບ້ານມີການຜັນຜວນ ບໍ່ປົກກະຕິແຕ່ປັດຈຸບັນ ລະດັບນໍ້າຂອງ ເຣີ່ມຫຼຸດລົງແລ້ວ.

ດັ່ງຍານາງກ່າວວ່າ:

“ປະມານອາທິດແລ້ວລະດັບນໍ້າ ບໍ່ປົກກະຕິດຽວກໍຂຶ້ນດຽວ ກໍລົງກາງເດືອນຂຶ້ນໜ້ອຍນຶ່ງ. ແລ້ວຫາກໍ່ລົງໄປອາທິດແລ້ວກໍປາຍໆ ເດືອນເດ້. ມັນຢາກຂຶ້ນ ກໍຂຶ້ນມັນຢາກລົງກໍລົງຫັ້ນນ່າ. ມັນບໍ່ປົກກະຕິເຈົ້າທາງບ້ານເອື້ອຍຂຶ້ນໄປ. ຍັງບໍ່ມີເຂື່ອນມີກໍມີພຸ້ນແຫຼະໃກ້ໆ ກັບຈີນພຸ້ນແຫຼະ.”

ເຈົ້າໜ້າທີ່ຂັ້ນບ້ານ ຢູ່ເມືອງຕົ້ນເຜີ້ງແຂວງບໍ່ແກ້ວກ່າວວ່າ ປັດຈຸບັນລະດັບແມ່ນໍ້າ ຂອງໃນເຂດ ເມືອງຕົ້ນເຜິ້ງເຣີ່ມຫຼຸດລົງ ໂດຍລະດັບນໍ້າຢູ່ໃນລະດັບປົກກະຕິ ຄືປີກ່ອນ ແລະການຫາປາ ໃນເຂດບ້ານກໍຍັງໄດ້ປົກກະຕິ.

ດັ່ງ ທ່ານໄດ້ກ່າວວ່າ:

“ຊ່ວງນີ້ກໍຫຼຸດລົງ ຢູ່ບໍ່ຄ່ອຍຫຼາຍນະ ກໍເປັນປົກກະຕິຢູ່ ແຂວງເຮົາປົກກະຕິ ຄືທຸກປີຖ້າມັນປ່ອຍນໍ້າ. ມັນສອງ-ສາມ ມືຶ້. ມັນກໍແຫ້ງໄປ. ສອງ-ສາມ ມື້ມັນກໍນອງມານີ້ແຫຼະ. ບ້ານເຮົາມັນຢູ່ຫົວ ຂອງມັນ. ບໍ່ມີຜົລກະທົບຫຍັງດອກ.”

ສະຖາບັນ Stimson ຣາຍງານຕື່ມວ່າ ລະຫວ່າງວັນທີ 22 ຫາ 28 ມົກກະຣາ ທີ່ຜ່ານມາ ເຂື່ອນມີການປ່ອຍນໍ້າ ໃນປະຣິມານ 800 ຕື້ແມັດກ້ອນ ຈາກທັງໝົດ 15 ເຂື່ອນ. ປະຣິມານ ທີ່ຄາດຄະເນວ່າ ຫຼາຍທີ່ສຸດ ແມ່ນຈາກເຂື່ອນ ຊາວວ່ານ ປະເທດຈີນ 187 ລ້ານແມັດກ້ອນ ແລະ ເຂື່ອນນໍ້າງື່ມ ປະເທດລາວ 170 ລ້ານແມັດກ້ອນ.

ເລື່ອງທີ່ອ່ານຫຼາຍ
ສະພາບແວດລ້ອມ
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.