ເຫດຜົລຫຍັງ ຊາວບ້ານ ຢູ່ໄຊສົມບູນ ຈຶ່ງບຸກລຸກປ່າ ຫຼາຍຂຶ້ນ

ອຸ່ນແກ້ວ
2023.06.28
ເຫດຜົລຫຍັງ ຊາວບ້ານ ຢູ່ໄຊສົມບູນ ຈຶ່ງບຸກລຸກປ່າ ຫຼາຍຂຶ້ນ ຮ່ອງຮອຍ ການຂຸດຄົ້ນບໍ່ແຮ່ ໃນເຂດພື້ນທີ່ໃກ້ກັບບ້ານ ຂອງປະຊາຊົນ ແຫ່ງນຶ່ງໃນ ແຂວງໄຊສົມບູນ ສແດງໃຫ້ເຫັນເຖິງ ການດຳເນີນກິຈການ ດ້ານບໍ່ແຮ່ ທີ່ກະທົບ ຕໍ່ສິ່ງແວດລ້ວມ ແລະ ວິຖີຊີວິດ ຂອງຊາວບ້ານ ໂດຍສະເພາະເຣື່ອງພື້ນທີ່ດິນທຳກິນ ຂອງຊາວບ້ານ.
RFA

ຊາວບ້ານ ຢູ່ແຂວງໄຊສົມບູນ ເຂົ້າໄປບຸກລຸກປ່າໄມ້ຫຼາຍຂຶ້ນ ຍ້ອນຖືກຍາດແຍ່ງທີ່ດິນໄປເຮັດໂຄງການ ຂນາດໃຫຍ່. ໂຄງການພັດທະນາຂນາດໃຫຍ່ ທີ່ຍາດແຍ່ງທີ່ດິນ ຂອງປະຊາຊົນ ແມ່ນໂຄງການເຂື່ອນໄຟຟ້າ ແລະ ການຂຸດຄົ້ນບໍ່ແຮ່.

ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 28 ມິຖຸນາ ວ່າ:  

“ກະມີຫັ້ນແຫຼະ ຄືບາງບ່ອນ ກະຈົນໄດ້ໄປຮ້ອງຟ້ອງກັນ ກະມີເດ້ ຖືກຈັບໃສ່ຄຸກ ໃສ່ຕະລາງກະມີ ລະເບາະ ບາງຄົນປະຊາຊົນ ເຂົາກະບໍ່ຍອມໃຫ້ດິນຫັ້ນເລີຍເນາະ. ແລ້ວບາງຄົນເຂົາກະຍອມ ຫາກແຕ່ວ່າ ຜູ້ຍອມກະໄດ້ຄ່າ ຊົດເຊີຍຫັ້ນຕໍ່າ, ສໍາຄັນວ່າ ມັນບໍ່ມີພື້ນທີ່ດິນ ທີ່ວ່າ ສາມາດບຸກເບີກເປັນໄຮ່ ເປັນນາໄດ້ຫັ້ນ ແລ້ວເຂົາກະຊິບຸກລຸກປ່າໄປຕລອດຫັ້ນແຫຼະ ບໍ່ເຮັດພັດບໍ່ມີເຂົ້າກິນເດ້.​

ທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາຕ ຈາກແຂວງໄຊສົມບູນ ໄດ້ກ່າວຢູ່ໃນກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຫຼື ກອງປະຊຸມສະພາ ໃນວັນທີ 27 ມິຖຸນາ 2023 ວ່າ ໃຫ້ຣັຖບານລາວ ແກ້ໄຂບັນຫາຊາວບ້ານ ຢູ່ແຂວງໄຊສົມບູນ ບຸກລຸກຖາງປ່າ, ຈູດປ່າ ນັບມື້ນັບເພີ່ມຂຶ້ນ.

ທ່ານກ່າວວ່າ ຢູ່ແຂວງໄຊສົມບູນ ມີ 98 ບ້ານ ໃນນັ້ນ ພົບເຫັນປະຊາຊົນ 56 ບ້ານ ຈຳນວນ 1,200​ ປາຍຄອບຄົວ ໄດ້ເຂົ້າໄປບຸກລຸກຖາງປ່າ ທັງປ່າປ້ອງກັນ, ປ່າຜລິດ ແລະ ປ່າສງວນ ເພື່ອທໍາການກະເສດ ສະເພາະ 6 ເດືອນຕົ້ນປີ 2023 ນີ້ ມີປ່າໄມ້ຖືກທໍາລາຍໄປແລ້ວ ປະມານ 3,600 ເຮັກຕ້າຣ໌.​

ທ່ານ ກ່າວຕື່ມວ່າ ນັບແຕ່ອະດີດ ຈົນມາຮອດປັດຈຸບັນ ຣັຖບານລາວ ແລະ ບໍຣິສັດເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາເວນຄືນທີ່ດິນ ແລະ ປ່ອຍໃຫ້ເຊົ່າ-ສັມປະທານ ເພື່ອພັທນາໂຄງການ ຂນາດໃຫຍ່ ເຮັດໃຫ້ທີ່ດິນທໍາການກະເສດ ຂອງຊາວບ້ານ ທີ່ເປັນທົ່ງພຽງແຄມແມ່ນໍ້າ ສູນເສັຽໃຫ້ໂຄງການຈົນໝົດ.​

ເມື່ອຊາວບ້ານ ຖືກຍົກຍ້າຍ ອອກຈາກພື້ນທີ່ ແລະ ສູນເສັຽທີ່ດິນທໍາການກະເສດ ຈົນບໍ່ມີດິນທໍາມາຫາກິນ ຈຶ່ງເຮັດໃຫ້ຊາວບ້ານເຫຼົ່ານັ້ນ ຈໍາເປັນຕ້ອງເຂົ້າໄປບຸກລຸກຖາງປ່າ, ຈູດປ່າ ຊອກຫາບ່ອນທໍາມາຫາກິນ ເພື່ອເປັນຄວາມຢູ່ລອດຂອງໂຕເອງ ແລະ ຄອບຄົວ.​

ທີ່ດິນທົ່ງພຽງ ດິນປຸກສ້າງ ທີ່ເປັນບ່ອນຢູ່ອາໄສ ແລະ ທໍາມາຫາກິນຂອງຊາວບ້ານ ເຊິ່ງປັດຈຸບັນ ເຣີ່ມຫຼຸດລົງ, ບາງພື້ນທີ່ ບໍ່ເຫຼືອໃຫ້ຊາວບ້ານ ຍ້ອນວ່າ ຣັຖບານໃຊ້ພັດທະນາ ໂຄງການຂນາດໃຫຍ່ ເຊັ່ນ ເຂື່ອນໄຟຟ້າ ແລະ ອ່າງເກັບນໍ້າ ຈຶ່ງເຮັດໃຫ້ຊາວບ້ານ ພາກັນໄປບຸກເບີກ ບ່ອນທໍາມາຫາກິນໃໝ່.

ຊາວບ້ານ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ກ່າວວ່າ:

“ແຕ່ແຄມນໍ້າ ຊິເຮັດສວນຜັກ ກະບໍ່ມີແລ້ວ ປັດຈຸບັນ ຖ້ວມໝົດແລ້ວ ບໍ່ມີແລ້ວ ໄປຫາເອົາຕາມ ທັມມະຊາຕແຫຼະ ຕາມເດີມ ທີ່ເຮົາເຄີຍເຮັດມາຫັ້ນແຫຼະ ກະເຮັດໄປແນວນັ້ນ ບາງບ່ອນກະງາມ ບາງບ່ອນກະບໍ່ງາມ.”

ປະຊາຊົນສ່ວນຫຼາຍອາໄສ ຢູ່ຕາມລໍາແມ່ນໍ້າ ແຕ່ເມື່ອແມ່ນໍ້າແຫ້ງ ຍ້ອນໂຄງການພັທນາ ສ້າງຜົລກະທົບຕໍ່ຊາວບ້ານ.

ຊາວບ້ານ ຢູ່ເມືອງອະນຸວົງ ອີກທ່ານນຶ່ງ ໄດ້ກ່າວວ່າ:

“ແມ່ນຢູ່ທີ່ວ່າ ສ້າງຂຶ້ນມາ ເພື່ອທຸຣະກິຈເນາະ ແຕ່ວ່າ ມັນເວົ້າເຣື່ອງການທໍາລາຍນີ້ກວ່າ ບາງເທື່ອມັນຈະມີສາຍນໍ້າ, ແມ່ນໍ້າ ແຫ້ງແລ້ງ ເພາະວ່າ ສ່ວນຫຼາຍປະຊາຊົນ ກະຢູ່ຕາມລ່ອງແມ່ນໍ້າເດ້.”

ຊາວບ້ານ ທ່ານນີ້ ກ່າວຕື່ມອີກວ່າ ຢາກໃຫ້ຣັຖບານທົບທວນຄືນ ເຣື່ອງແຜນການພັທນາຕ່າງໆ ໂດຍສະເພາະການສ້າງເຂື່ອນໄຟຟ້າ ເຊິ່ງມີຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງຮຸນແຮງ ໂຕຢ່າງ ການສ້າງເຂື່ອນນໍ້າງຽບ 1 ທີ່ມີຊາວບ້ານ ຈໍານວນຫຼາຍຄອບຄົວ ຖືກຍົກຍ້າຍ ແລະ ສູນເສັຽທີ່ິດິນໄປໃຫ້ກັບໂຄງການ, ແຕ່ປັດຈຸບັນ ຊາວບ້ານເຫຼົ່ານັ້ນ ຍັງປະເຊີນກັບຄວາມອຶດຫິວ, ຂາດບ່ອນທໍາມາຫາກິນ ຈົນໄດ້ໄປບຸກເບີກເນື້ອທີ່ປ່າ ເພື່ອຄວາມຢູ່ລອດ.​ ແຕ່ກ່ອນຊາວບ້ານສ່ວນໃຫຍ່ ມີທີ່ດິນເປັນທົ່ງພຽງ, ມີອາຊີບເຮັດນາ ມິລາຍໄດ້ຈາກການຂາຍເຂົ້າ ແລະ ປູກພືດຜັກຕາມຣະດູການ, ສ່ວນໃນປັດຈຸບັນ ທົ່ງພຽງທັງໝົດຖືກນໍ້າຖ້ວມ ຊາວບ້ານ ກໍຫັນໄປເຮັດອາຊີບອື່ນທົດແທນ ເປັນຕົ້ນ ການປູກມັນຕົ້ນ, ສາລີ ແລະ ຢາງພາຣາ ແຕ່ພືດເຫຼົ່ານີ້ ຈໍາເປັນຕ້ອງໃຊ້ພື້ນທີ່ ໃນການປູກ ຈຶ່ງເຮັດໃຫ້ຊາວບ້ານ ພາກັນບຸກລຸກຖາງປ່າ, ຈູດປ່າຫຼາຍຂຶ້ນ ເພື່ອໃຫ້ມີພື້ນທີ່ໃນການປູກ.​

ມີຊາວບ້ານຖືກຍົກຍ້າຍ ແລະ ສູນເສັຽທີ່ດິນ ໃຫ້ແກ່ໂຄງການເຂື່ອນໄຟຟ້າ ນໍ້າງຽບ 1 ແລະ ເຂົ້າໄປບຸກເບີກເນື້ອທີ່ປ່າ ເພື່ອເຮັດໄຮ່ ແລະ ປູກມັນຕົ້ນ.

ເຈົ້າໜ້າທີ່ ຫ້ອງການຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ກ່າວວ່າ:

“ມີຫຼາຍຫັ້ນແຫຼະເນາະ ແມ່ນຢູ່ ປະຊາຊົນຮັບການຊົດເຊີຍໄປແລ້ວ ແຕ່ພື້ນທີ່ທໍາການຜລິດຂອງເຂົາພັດບໍ່ມີແລ້ວເນາະ ປະຊາຊົນຈໍາເປັນຕ້ອງໄດ້ຫັນອາຊີບ ເຂົາກະໄດ້ມີການບຸກລຸກປ່າໄມ້ໂອ້ ຫຼາຍໄດ໋, ອັນນີ້ ຍັງບໍ່ທັນມີໜ່ວຍງານເຂົ້າໄປຄຸ້ມຄອງໂຕນີ້ໄດ໋ ຖືວ່າເຂດໜ້າອ່າງນໍ້າງຽບນີ້ ເກືອບວ່າ ກ້ຽງໝົດແລ້ວດຽວນີ້.”

ທ່ານ ແດງ ປະທຸມທອງ, ສະມາຊິກສະພາແຫ່ງຊາຕ ຈາກແຂວງໄຊສົມບູນ ໄດ້ກ່າວ ໃນກອງປະຊຸມສະພາ ອີກວ່າ ປ່າສງວນ, ປ່າຜລິດ ແລະ ປ່າປ້ອງກັນ ຖືວ່າ ຍັງບໍ່ທັນບັນລຸຕາມເປົ້າໝາຍ ເທົ່າທີ່ຄວນ ເນື່ອງຈາກວ່າ ຍັງມີບາງຂົງເຂດ ເຫັນວ່າ ມີການບຸກລຸກທີ່ດິນປ່າໄມ້ ຂອງປຊະາຊົນ ໃນການປູກຝັງ, ລ້ຽງສັດ ແລະ ການສັມປະທານຂອງບໍຣິສັດຕ່າງໆ ຈຶ່ງບໍ່ສາມາດບັນລຸຕາມແຜນການ ທີ່ໃຫ້ເນື້ອທີ່ປ່າໄມ້ ປົກຫຸ້ມໃຫ້ໄດ້ 70% ຂອງເນື້ອທີ່ປົກຫຸ້ມທົ່ວປະເທດ.​

ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ ກ່າວວ່າ ໄລຍະປີ 2013-2022 ທາງການລາວ ໄດ້ໃຫ້ສັມປະທານ ທີ່ດິນປ່າໄມ້ ທີ່ຜ່ານສະພາແຫ່ງຊາຕ ແລ້ວນັ້ນ ຈໍານວນ 306 ໂຄງການ ກວມເອົາເນື້ອທີ່ ປະມານ 600,000 ເຮັກຕ້າຣ໌.​

ຂໍ້ມູນ ຂອງກະຊວງກະສິກັມ ແລະ ປ່າໄມ້ ໃນປີ 2023 ລະບຸວ່າ ໃນປີ 1940 ການປົກຫຸ້ມ ເນື້ອທີ່ປ່າໄມ້ 70%ຂອງເນື້ອທີ່ປ່າໄມ້ ທົ່ວປະເທດ, ແຕ່ມາຮອດປີ 2018 ເນື້ອທີ່ປ່າໄມ້ ຍັງເຫຼືອພຽງແຕ່ 40%.

ປັດຈຸບັນ ທາງການລາວ ກໍາລັງຕຣຽມສເນີ ຍຸດທະສາດໄມ້ສບັບໃໝ່ ເພື່ອສເນີຕໍ່ສະພາແຫ່ງຊາຕ ຮັບຮອງ ໂດຍມີເປົ້າໝາຍ ຈະເຮັດໃຫ້ເນື້ອທີ່ປ່າໄມ້ ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2035 ຈາກເປົ້າໝາຍເດີມ ທີ່ີຣັຖບານຕັ້ງເປົ້າໄວ້ ໃຫ້ບັນລຸກໃນປີ 2020.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.