ປຶກສາຫາລືລ່ວງໜ້າ ໂຄງການ ເຂື່ອນຊະນະຄາມ

ຈຳ​ປາ​ທອງ
2021.09.23
ປຶກສາຫາລືລ່ວງໜ້າ ໂຄງການ ເຂື່ອນຊະນະຄາມ ເຈົ້າໜ້າທີ່ ສໍານັກງານ ຊັພຍາກອນນໍ້າ ແຫ່ງປະເທດໄທຍ, ຕອນທີ່ ອອກສໍາຣວດ ເຂດບໍຣິເວນ ໃກ້ບ່ອນສ້າງ ເຂື່ອນຊະນະຄາມ.
Photo: RFA

ຄະນະກັມມາທິການ ແມ່ນໍ້າຂອງ ສາກົລ ຫຼື Mekong River Commission (MRC) ຈະປະຊຸມ ປຶກສາຫາລືລ່ວງໜ້າ ກ່ຽວກັບ ໂຄງການສ້າງເຂື່ອນ ຊະນະຄາມ ຮ່ວມກັບ ຜູ້ມີ ສ່ວນໄດ້-ສ່ວນເສັຽ ຕາມຂະບວນການ ຜ່ານລະບົບທາງໄກ ໂດຍຈະ ໃຊ້ເວລາ 2 ເດືອນ ແຕ່ເດືອນຕຸລາ ຫາ ເດືອນພຶສຈິກາ ທີ່ຈະມາເຖິງນີ້ ກ່ອນຈະສຣຸບຜົລ ຢ່າງເປັນ ທາງການ ໃນມື້ວັນທີ 19 ມົກກະຣາ 2022.

ເຂື່ອນຊະນະຄາມ ເປັນເຂື່ອນແມ່ນໍ້າຂອງ ທີ່ຣັຖບານລາວ ຊຸກຍູ້ ໃຫ້ເກີດຂຶ້ນ ໄວທີ່ສຸດ ແລະ ມີແຜນສ້າງ ຮຽບຮ້ອຍແລ້ວ ດັ່ງເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກັນຍານີ້ວ່າ:

ເຂື່ອນນໍ້າຂອງຫັ້ນ ຂະເຈົ້າ ຈະມີແຜນ ສ້າງຮຽບຮ້ອຍແລ້ວ ແລະ ກໍຜັກດັນ ຈະຂາຍໄຟຟ້າ ໃຫ້ໄທຈົນໝົດ ຣັຖບານ ກໍຈະຜັກດັນ ໃຫ້ມັນເກີດ ເນາະໂຕນີ້ເນາະ. ຜົລກະທົບຫັ້ນ ຫລັກໆນີ້ ໃຫ້ໂຄງການ ມັນເກີດກ່ອນ.

ທ່ານກ່າວຕື່ມອີກວ່າ ເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະ ຜົລກະທົບ ຂ້າມຊາຍແດນ ທີ່ປະເທດສະມາຊິກ ເຂດລຸ່ມແມ່ນໍ້າຂອງ ກັງວົນ ແລະ ສເນີແນວທາງ ເພື່ອໃຫ້ ຣັຖບານລາວ ນໍາໄປ ພິຈາຣະນາ ແກ້ໄຂນັ້ນ ເຫັນວ່າ ຣັຖບານລາວ ແລະ ບໍຣິສັດ ຜູ້ພັທນາໂຄງການ ກໍກຽມພ້ອມ ທີ່ຈະນໍາໃຊ້ ງົບປະມານ ແລະ ເທັກໂນໂລຈີທັນ ສມັຍ ໃນການແກ້ໄຂ ບັນຫາຕ່າງໆ ໃຫ້ມີ ປະສິດທິພາບ ສູງສຸດ ເພື່ອຫລຸດຜ່ອນ ຜົລກະທົບ ທີ່ວ່ານັ້ນ.

ອິງຕາມການປະເມີນ ຜົລກະທົບ ທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ຫຼື Environmental and Social Impact Assessment (ESIA) ຂອງໂຄງການ ເຂື່ອນຊະນະຄາມ ຂນາດ 684 ເມກາວັດ, ມີທັງໝົດ 13 ບ້ານ ທີ່ຈະໄດ້ຮັບ ຜົລກະທົບ. ໃນນັ້ນ ມີ 3 ບ້ານ ຄື: ບ້ານຫ້ວຍລ້າ, ບ້ານແຄ ເມືອງແກ່ນທ້າວ ແຂວງໄຊຍະບູຣີ ແລະ ບ້ານດອນໂຊກ ເມືອງຊະນະຄາມ ແຂວງວຽງຈັນ ຈະສູນເສັຽທີ່ດິນ ແລະ ຖຶກໂຍກຍ້າຍ ທັງໝົດ. ສ່ວນບ້ານອື່ນໆ ຈະສູນເສັຽເຮືອນ ແລະ ທີ່ດິນບາງສ່ວນ.

Sanakham dam-map.jpeg
ແຜນທີ່ ທີ່ຕັ້ງຂອງ ເຂື່ອນ ຊະນະຄາມ ແຂວງວຽງຈັນ

ຊາວບ້ານ ທີ່ຈະໄດ້ຮັບ ຜົລກະທົບ ຈາກໂຄງການ ເຂື່ອນໄຟຟ້ານັ້ນ ກັງວົນໃຈທີ່ສຸດ ຍ້ອນຈະຖືກ ໂຍກຍ້າຍ ອອກຈາກບ້ານເກົ່າ ໄປຢູ່ບ້ານຈັດສັນ ດັ່ງຊາວບ້ານຜູ້ນຶ່ງ ທີ່ຈະໄດ້ຖືກໃຫ້ ໂຍກຍ້າຍ ອອກຈາກບ້ານເກົ່າ ຢູ່ເມືອງແກ່ນທ້າວ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກັນຍານີ້ວ່າ:

ຖ້າວ່າ ເຮົາໄດ້ຍ້າຍເນາະ ຍ້າຍບ້ານຍ້າຍວັດ ຍ້າຍໄປບ່ອນອື່ນເນາະ ແລະ ກະບ່ອນ ສະຖານທີ່ ເຮົາທໍາມາຫາກິນເດ໋ ເຮົາຊິເຮັດໄປສ້າງຢູ່ໃສ ໄຮ່ນາຕາກ້າ ຮົ້ວສວນ ເຮົາເຄີຍມີຢູ່ທີ່ນີ້ ແລ້ວເພິ່ນຊິຊົດເຊີຍ ຄ່າຫຍັງ ໃຫ້ເຮົາໄດ້ບໍ່ ະຄືກັບເຮົາ ຢູ່ບ້ານນີ້ບໍ່ ຊິຄືກັບ ເຮົາຢູ່ ປັດຈຸບັນນີ້ບໍ່ ພັກຊິບໍ່ມາຊໍ້າເຕີມ ຊາວບ້ານເຮົາບໍ່ ແນວນີ້.

ຊາວບ້ານຜູ້ນີ້ ກ່າວຕໍ່ໄປວ່າ ປະຊາຊົນ ເກືອບທຸກຄອບຄົວ ມີອາຊີບ ເຮັດການກະເສດ ເປັນຫລັກ ແລະ ມີອາຊີບເສີມ ຄື ຫາປາ ໃນແມ່ນໍ້າຂອງ, ຫາກເຂື່ອນຊະນະຄາມ ຖືກສ້າງຂຶ້ນມາແທ້ ກໍຈະເຮັດໃຫ້ ວິຖີຊີວິດ, ວັທນະທັມ, ປະເພນີຕ່າງໆ ແລະ ການຫາປາ ກໍຈະບໍ່ມີໃຫ້ ເຫັນຄືເກົ່າ, ທຸກຢ່າງ ຈະປ່ຽນແປງ ໄປໝົດ.

ອິງຕາມຄໍາເວົ້າ ຂອງຊາວບ້ານ ອີກຜູ້ນຶ່ງ ທີ່ຈະຖືກຍ້າຍ ອອກຈາກບ້ານເກົ່າ ຢູ່ເມືອງແກ່ນທ້າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້, ຊາວບ້ານ ຍັງເຫັນວ່າ ການໂຍກຍ້າຍ ຕ້ອງອິງໃສ່ ຄວາມສມັກໃຈ ຂອງຊາວບ້ານ ແລະ ການຊົດເຊີຽ ຄວາມເສັຽຫາຍ ຕ້ອງໃຫ້ເໝາະສົມ:

ຫາງສຽງ ຂອງປະຊາຊົນແທ້ກະ ຊິບໍ່ມີ ບັນຫາຫຍັງດອກເນາະ ຂຶ້ນກັບ ການຕອບແທນ ການໂຍກຍ້າຍ ໄປນີ້ ມັນຕ້ອງ ໄດ້ຕາມໃຈ ສມັກ ຂອງປະຊາຊົນ ຊິໄປຢູ່ໃສ ຕ້ອງເອົາ ຂະເຈົ້າໄປໄວ້ ຫັ້ນເນາະ ແລ້ວກະ ການຕອບແທນ ຫັ້ນກະຕ້ອງ ເໝາະສົມຫັ້ນແຫລະ.

ແລະ ທີ່ ເເມືອງຊະນະຄາມ ແຂວງວຽງຈັນ ຊາວບ້ານຜູ້ນຶ່ງ ທີ່ຈະຖືກໃຫ້ ໂຍກຍ້າຍ ກໍເວົ້າ    ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ກັນຍານີ້ວ່າ ເມື່ອຮູ້ຂ່າວເຣື່ອງ ຈະຖືກໂຍກຍ້າຍ ພວກຊາວບ້ານ ກໍພາກັນ ກັງວົນໃຈຫຼາຍ, ແຕ່ກໍຈໍາເປັນ ຕ້ອງໄດ້ ປະຕິບັດ ຕາມຄໍາສັ່ງ ຂອງເພິ່ນ:

ຈໍາເປັນແລ້ວເນາະ ແຕ່ປະຊາຊົນ ກໍຢາກຂັດໆແດ່ ຄືວ່າ ຫັ້ນແຫລະ ຈໍາເປັນແຫລະ ເຮັດຈັ່ງໃດເນາະ ເອີ໋ ຄັນໄດ້ ສົມເຫດສົມຜົລ ຂະເຈົ້າ ກະຊິ ບໍ່ຂັດຂ້ອງດອກ ເຣື່ອງປະຊາຊົນ ຫັ້ນນ່າ.

ທາງດ້ານອົງການ ພາກປະຊາສັງຄົມໄທຍ ກໍຮຽກຮ້ອງ ໃຫ້ຣັຖບານລາວ ແລະ ປະເທດ ລຸ່ມແມ່ນໍ້າຂອງ ຄໍານຶງເຖິງ ຜົລກະທົບ ທີ່ຈະເກີດຂຶ້ນ ຕໍ່ລະບົບນິເວດ ແມ່ນໍ້າຂອງ ແລະ ຮັບຟັງ ຫາງສຽງ ຂອງປະຊາຊົນ ທີ່ອາສັຍ ແມ່ນໍ້າຂອງ ໃນການຫາຢູ່ຫາກິນ ນໍາດ້ວຍ. ຜູ້ຕາງໜ້າ ກຸ່ມຮັກຊຽງຄານ ແຂວງເລີຍ ຂອງໄທຍ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ກັນຍານີ້ວ່າ:

ຕ້ອງມີ ການສຶກສາ ສຶກສາໂດຍການມີ ສ່ວນຮ່ວມ ຕ້ອງເປັນສ່ວນຮ່ວມ ຢ່າງແທ້ຈິງ ໂດຍມີ ພາກປະຊາຊົນພ້ອມ ຖ້າເປັນ ແບບເຂື່ອນໄຊຍະບູຣີ ທີ່ຜ່ານມາ ມັນຈະສ້າງ ຄວາມຂັດແຍ້ງ ໃຫ້ຕລອດຢູ່ແລ້ວ ຄວາມກັງວົນ ທີ່ເຮົາບອກໄປ ກະຕັ້ງແຕ່ ລະບົບນິເວດ ທັງສັງຄົມ ສິ່ງແວດລ້ອມ ວັທນະທັມເນາະ.

13 ບ້ານ ຢູ່ 3 ເມືອງ ທີ່ຈະໄດ້ຮັບ ຜົລກະທົບ ຈາກໂຄງການ ເຂື່ອນຊະນະຄາມນັ້ນ ມີ 621 ຄອບຄົວ, ເກືອບ 3000 ຄົນ. ໃນນັ້ນ ມີ 3 ບ້ານ 267 ຄອບຄົວ ທີ່ຈະໄດ້ຮັບ ຜົລກະທົບ ທັງໝົດ ຄື: ບ້ານດອນໂຊກ ເມືອງຊະນະຄາມ ແຂວງວຽງຈັນ 36 ຄອບຄົວ, ບ້ານຫ້ວຍລ້າ ເມືອງແກ່ນທ້າວ 81 ຄອບຄົວ ແລະ ບ້ານແຄ ເມືອງແກ່ນທ້າວ 150 ຄອບຄົວ, ອິງຕາມຣາຍງານ ກ່ຽວກັບ ການປະເມີນ ຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມ.

ສ່ວນບ້ານ ທີ່ຈະໄດ້ຮັບ ຜົລກະທົບ ບາງສ່ວນ ໂດຍຈະມີ ບາງຄອບຄົວ ໃນຈໍານວນ 354 ຄອບຄົວ ຈະຖືກໂຍກຍ້າຍ ຫຼື ສູນເສັຽທີ່ດິນ ຄື: ຢູ່ເມືອງຊະນະຄາມ ມີ 4 ບ້ານ, ບ້ານດອນພຸງ 40 ຄອບຄົວ, ບ້ານໄມ່ປາກທູນ 54 ຄອບຄົວ, ບ້ານຫ້ວຍເຕົ່າ 56 ຄອບຄົວ ແລະ ບ້ານຄົກເຂົ້າດໍ 6 ຄອບຄົວ. ຢູ່ເມືອງແກ່ນທ້າວ ມີ 3 ບ້ານ ຄື: ບ້ານດອນເມນ 120 ຄອບຄົວ, ບ້ານນາຄໍາ 19 ຄອບຄົວ, ບ້ານດອນສັ້ງ 17 ຄອບຄົວ ແລະ ຢູ່ເມືອງປາກລາຍ ມີ 3 ບ້ານ ຄື: ບ້ານບຸ່ງມາ 10 ຄອບຄົວ, ບ້ານແກ້ງເສົາ 29 ຄອບຄົວ ແລະ ບ້ານນາສັກ 3 ຄອບຄົວ.

ໂຄງການ ເຂື່ອນຊະນະຄາມ ຂນາດ 684 ເມກາວັດ ເປັນໂຄງການ ຂອງບໍຣິສັດ Datang (Lao) Sanakham Hydropower ຊຶ່ງເປັນ ບໍຣິສັດຍ່ອຍ ຂອງບໍຣິສັດ Datang International Power Generation ຂອງຈີີນ, ຈະມີມູນຄ່າ ກໍ່ສ້າງ ປະມານ 2 ຕື້ໂດລາຣ໌ສະຫະຣັຖ.

ເບື້ອງຕົ້ນ ໂຄງການນີ້ ຈະເຣີ່ມ ເຂົ້າສູ່ ຂະບວນ ການປຶກສາຫາລື ລ່ວງໜ້າ ວັນທີ 9 ກັນຍາ 2019 ແລະ ຈະເຣີ່ມກໍ່ສ້າງ ໃນປີ 2020. ແຕ່ຍ້ອນ ການຣະບາດ ຂອງໂຄວິດ-19 ຈຶ່ງຖືກເລື່ອນ ອອກໄປ. ແຕ່ເຖິງຢ່າງໃດ ກໍຕາມ, ໂຄງການ ເຂື່ອນຊະນະຄາມ ມີກໍານົດ ທີ່ຈະກໍ່ສ້າງ ສໍາເຣັດ ໃນປີ 2028 ເພື່ອຜລິດໄຟຟ້າ ສົ່ງຂາຍ ໃຫ້ປະເທດໄທຍ ເປັນຫລັກ.

ແລະ ເມື່ອວັນທີ 25 ສິງຫາ 2021 ນີ້ ກະຊວງ ພະລັງງານ ຂອງໄທຍ ກໍໄດ້ແຈ້ງການ ຕໍ່ເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ຂອງໄທຍວ່າ ຈະຍັງ ບໍ່ເຊັນສັນຍາ ຊື້-ຂາຍ ໄຟຟ້າ ຈາກເຂື່ອນ ແມ່ນໍ້າຂອງ 4 ແຫ່ງໃນລາວ ຄື: ເຂື່ອນປາກແບງ, ເຂື່ອນປາກລາຍ, ເຂື່ອນຫຼວງພຣະບາງ ແລະ ເຂື່ອນຊະນະຄາມ ຍ້ອນປະຣິມານ ໄຟຟ້າສໍາຮອງ ຂອງໄທຍ ມີສູງເກີນ 50% ແລະ ກໍກັງວົນນໍາ ເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.