ປະຊາຊົນບ້ານນາໄຫ ແລະບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຫຼາຍ ຈາກຂີ້ຝຸ່ນທາງດິນແດງ

ຈຳປາທອງ/ເພັດສະຫຍາມ
2024.12.20
ປະຊາຊົນບ້ານນາໄຫ ແລະບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຫຼາຍ ຈາກຂີ້ຝຸ່ນທາງດິນແດງ ຮູບພາບປະກອບ: ຕົວຢ່າງ ບັນຫາຂີ້ຝຸ່ນ ຕາມເສັ້ນທາງສາຍໜຶ່ງ ຢູ່ ສປປ ລາວ ເມື່ອ ປີ 2024
RFA

ປະຊາຊົນບ້ານນາໄຫ ແລະບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຫຼາຍຈາກຂີ້ຝຸ່ນທາງດິນແດງ   ເພັດສະຫຍາມ ລາຍງານ…

ປະຊາຊົນໃນເຂດບ້ານນາໄຫ ແລະບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຈາກບັນຫາຂີ້ຝຸ່ນໄງ່ ຕາມເສັ້ນທາງດິນແດງ ທີ່ຕັດຜ່ານບ້ານ ເນື່ອງຈາກລົດບັນທຸກແກ່ດິນຫຼາຍຄັນແລ່ນຜ່ານດ້ວຍຄວາມໄວ ເຮັດໃຫ້ການໃຊ້ຊີວິດປະຈໍາວັນລໍາບາກ ຍ້ອນຕ້ອງໄດ້ປັດກວດເຮືອນ ຫົດນໍ້າບໍ່ໃຫ້ຂີ້ຝຸ່ນເຂົ້າເຮືອນ ແລະຕ້ອງຄອຍຫຼົບລ່ຽງລົດບັນທຸກທີ່ຂັບໄວ ອີກທັງຍັງສຽງເກີດບັນຫາສຸຂະພາບນໍາດ້ວຍ, ອີງຕາມຄໍາເວົ້າຂອງປະຊາຊົນເຂດບ້ານນາໄຫ-ນາໂນ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ທັນວາ 2024 ນີ້ວ່າ:

“ເປັນດົນແລ້ວ ເພາະວ່າເຂົາເຈົ້າເຮັດບໍ່ດິນ ແລ້ວກໍລົດໃຫຍ່ເຂົາເຈົ້າແກ່ດິນ ຊາວບ້ານກໍພົບກັບບັນຫາເລື່ອງຂີ້ຝຸ່ນນີ້ແຫຼະ ພິລຶກອີ່ຫຼີ ເປັນຫວັດ ເປັນໄອ ເພາະມັນໄງ່ເດ ຫົນທາງກໍເພ ແມ່ນ ຄັນຫົດນໍ້າແລ້ວ ທາງເພ ເປັນຄື້ນ ເປັນຂຸມ ເຂົາເຈົ້າກໍຢ້ານແຫຼະ ລົດໃຫຍ່ຫຼີກຄົນເດ ຄົນໄດ້ຫຼີກລົດເດດຽວນີ້ຫັ້ນນະ.”

ບັນຫາຂີ້ຝຸ່ນໄງ່ ຢູ່ເສັ້ນທາງນາໄຫ-ນາໂນ ເກີດຂຶ້ນມາປະມານ 10 ກວ່າປີແລ້ວ ແຕ່ເລີ່ມຮຸນແຮງຂຶ້ນ ຕັ້ງແຕ່ມີການເປີດຂຸດຄົ້ນດິນ ແລະເປີດໃຫ້ບໍລິສັດເອກກະຊົນ ເຂົ້າມາຈັກດິນໃນເຂດບ້ານ ເຮັດໃຫ້ມີລົດບັນທຸກຂອງບໍລິສັດຮັບເໝົາ ຈົກດິນແລ່ນເຂົ້າ-ອອກໃນເຂດບ້ານເປັນຈໍານວນຫຼາຍ.

ທີ່ຜ່ານມາ ປະຊາຊົນໄດ້ພະຍາຍາມຮ້ອງຮຽນໄປຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ແກ້ໄຂບັນຫາຂີ້ຝຸ່ນໄງ່ ໂດຍໃຫ້ບໍລິສັດເອົານໍ້າມາຫົດຕາມເສັ້ນທາງ ແຕ່ປະຊາຊົນຫຼາຍຄົນກໍເຫັນຍັງວ່າຍັງປະຕິບັດໄດ້ບໍ່ດີ ຍ້ອນຍັງປະເຊີນບັນຫາຂີ້ຝຸ່ນໄງ່ຄືເກົ່າ ດັ່ງຊາວບ້ານທີ່ໄດ້ຮັບຜົນກະທົບອີກນາງຫນຶ່ງກ່າວວ່າ:

“ພວກທີ່ວ່າຮັບ ເໝົາຈົກຫັ້ນນະ ມາເອົານໍ້າມາສາດໃຫ້ນໍ ເຂົາເຈົ້າກະທໍາທ່າຫົດ ຫົດບໍ່ປຽກຊໍ້າ 

ແລ້ວຫຼັງຈາກນັ້ນກໍຂີ້ຝຸ່ນເຕັມ ປະຊາຊົນເຂົາກໍຈົ່ມ ເຂົາເຮັດຫຍັງບໍ່ໄດ້ ມັນບໍ່ໄຫວແລ້ວເລື່ອງຫົດນໍ້າຫັ້ນ ກໍບໍ່ປະຕິເສດວ່າເຂົາຫົດ ແຕ່ຖາມວ່າ ຫົດໄດ້ດີບໍ່ ບໍ່ດີ ຄັນສົມມຸດວ່າ ທາງໂຍທາ ເຂົາເຈົ້າມາຊ່ວຍເຮັດທາງ ບໍ່ຕ້ອງເອົາທາງຄອນກີດກໍໄດ້ ເອົາທາງຢາງທາງຫຍັງກໍໄດ້ ຊິຊ່ວຍໄດ້ຫຼາຍ.”

ກ່ຽວກັບເລື່ອງນີ້ ວິທຍຸເອຶເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງໄຊເສດຖາ ເພື່ອສອບຖາມເຖິງການແກ້ໄຂບັນຫານີ້ ແຕ່ເຈົ້າໜ້າທີ່ຍັງບໍ່ສະດວກໃຫ້ຂໍ້ມູນ.

ຢ່າງໃດກໍຕາມ ເຈົ້າໜ້າທີ່ຢູ່ເມືອງໄຊເສດຖາທ່ານຫນຶ່ງ ກໍກ່າວວ່າ ທີ່ຜ່ານມາ ມີຄວາມພະຍາຍາມ ໃນການປັບປຸງເສັ້ນທາງດັ່ງກ່າວ ແຕ່ກໍເກີດຄວາມຫຼ້າຊ້າມາຫຼາຍປີ ເຮັດໃຫ້ບັນຫາຂີ້ຝຸ່ນໄງ່ ແລະລົດບັນທຸກຂັບໄວ ຍັງເກີດຂຶ້ນຢູ່ເລື້ອຍໆ ດັ່ງທ່ານກ່າວວ່າ:

“ເປັນມາແຕ່ດົນແລ້ວ ເພາະວ່າໂຄງການຂອງຈີນຊິປູໄປຫາ ຫົວບໍ່ ຫົວຊຽງເດ ແລ້ວມັນບໍ່ທັນແລ້ວ ແຕ່ວ່າເພິ່ນກໍຊິເຮັດບໍ່ ແຕ່ວ່າໂຄງການຕົວນີ້ ຈີນບໍ່ຮັບຜິດຊອບ ແຕ່ວ່າລາຍລະອຽດຕ້ອງຖາມ ຍທຂ ເດີ.”

ນີ້ບໍ່ແມ່ນຄັ້ງທໍາອິດ ທີ່ຊາວບ້ານເຂດບ້ານນາໄຫ ແລະບ້ານນາໂນ ເມືອງໄຊເສດຖາ ໄດ້ຮັບຜົນກະທົບ ຈາກຂີ້ຝຸ່ນໄງ່. ໃນເດືອນຕຸລາທີ່ຜ່ານມາ ຊາວບ້ານໄດ້ຮັບຜົນກະທົບໜັກ ຈົນຕ້ອງຖ່າຍຄິບວີດີໂອ ແລະເຜີຍແພ່ໃນສື່ສັງຄົມອອນລາຍ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງການແກ້ໄຂ.

ຢູ່ນະຄອນຫຼວງວຽງຈັນ ຍັງມີອີກຫຼາຍບ້ານ ທີ່ໄດ້ຮັບຜົນກະທົບຈາກຂີ້ຝຸ່ນ ຕາມເສັ້ນທາງດິນແດງ ເປັນຕົ້ນ ຊາວບ້ານ ຢູ່ບ້ານຄຳຮຸ່ງ ແລະບ້ານຫ້ວຍຫົງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈາກບັນຫາເສັ້ນທາງເປ່ເພ ແລະ ຂີ້ຝຸ່ນຕາມເສັ້ນທາງ ເປັນບັນຫາຫນຶ່ງ ທີ່ສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາ ປະຊາຊົນຂັ້ນແຂວງ ມັກຍົກໄປເວົ້າຢູ່ ກອງປະຊຸມ ສະພາແຫ່ງຊາດ ແລະ ກອງປະຊຸມ ສະພາປະຊາຊົນແຂວງ ຢູ່ເລື້ອຍໆ ເພື່ອສ່ອງແສງໃຫ້ມີການແກ້ໄຂ ແລະ ປັບປຸງເສັ້ນທາງຫຼາຍແຫ່ງ ແຕ່ບັນຫາກໍຍັງເກີດຂຶ້ນຢູ່ຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.