ທາງການຢືນຢັນເຂື່ອນ ນ້ຳເອົ້າ ຈ່າຍຊົດເຊີຍ

ຈໍາປາທອງ
2019.10.10
F-Nam-Ao ນໍ້າດິນຕົມ ທີ່ໄຫລເຂົ້າສູ່ບ້ານເຮືອນ ຂອງປະຊາຊົນ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ
Screen captured citizen video

ເຈົ້າໜ້າທີ່ເມືອງທ່າໂທມ ແຂວງໄຊສົມບູນ ຢືນຢັນວ່າ ບໍຣິສັດບໍ່ທອງ ອິນເຕີ ກຣຸບ ທີ່ເປັນເຈົ້າຂອງເຂື່ອນນ້ຳເອົ້າ ຈະໃຫ້ຄ່າຊົດເຊີຍຄວາມ ເສັຽຫາຍຍ້ອນເຂື່ອນແຕກ ທີ່ຍັງບໍ່ທັນໄດ້ຄິດໄລ່ມູນຄ່າແລ້ວນັ້ນ ໃຫ້ປະຊາຊົນເມືອງທ່າໂທມ ຢ່າງແນ່ນອນນັບແຕ່ ທ້າຍປີນີ້ເປັນຕົ້ນໄປ ພາຍຫລັງທີ່ ຄນະກຳມະການ ຂັ້ນຣັຖບານ ໄດ້ເຮັດບົດບັນທຶກ ອີກເທື່ອນຶ່ງ ກັບທາງບໍຣິສັດ ດັ່ງກ່າວ ເມື່ອບໍ່ດົນມານີ້. ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ຕຸລາ ນີ້ວ່າ:

"ແລ້ວແລ້ວໝົດແລ້ວ ເພິ່ນສັງລວມໝົດແລ້ວ ມີແຕ່ວ່າແມ່ນຂັ້ນຕອນຂອງບໍຣິສັດ ຕ້ອງໄດ້ຊົດເຊີຍຕາມບົດບັນທຶກ ກັບຣັຖບານ ໂຕໃດທີ່ ມັນລະອຽດແລ້ວ ເພິ່ນກະຮັບປາກ ຈະຊົດເຊີຍ ກໍວ່າທ້າຍປີ 2019 ນີ້ເລີ່ມຕົ້ນໃນການສໍາຣະ."

ທ່ານກ່າວວ່າ ສຳລັບການຊົດເຊີຍ ຄວາມເສັຍຫາຍ ແມ່ນພາລະ ຂອງບໍຣິສັດບໍ່ທອງ ແຕ່ມູນຄ່າການຊົດເຊີຍໃຫ້ ປະຊາຊົນນັ້ນ ຍັງບໍ່ທັນ ເປັນເອກກະພາບກັນເທື່ອ ຍ້ອນຍັງມີຂໍ້ມູນບາງຢ່າງ ທີ່ຈະຕ້ອງໄດ້ດັດແກ້ ເພື່ອເຮັດໃຫ້ການຊົດເຊີຍນັ້ນ ສົມເຫດສົມຜົນ ຊຶ່ງຄາດວ່າການ ຄິດໄລ່ມູນຄ່າ ທັງໝົດນັ້ນ ຈະສຳເຣັດໃນໄວໆນີ້.

ທ່ານເວົ້າຕື່ມວ່າ ພາຍຫລັງບໍຣິສັດ​ບໍ່ທອງ ໄດ້ເຮັດບົດບັນທຶກກັບທາງຣັຖບານ ແລ້ວ ທາງບໍຣິສັດກໍຊອກຫາ ງົບປະມານເພື່ອມາຊົດເຊີຍ ໃຫ້ແກ່ປະຊາຊົນ ແຕ່ຍັງບໍ່ຮູ້ວ່າ ຈັກປີ ທີ່ ທາງບໍຣິສັດ ຈະສາມາດຈ່າຍຄ່າຊົດເຊີຍ ໃຫ້ທັງໝົດນັ້ນໄດ້.

ປະຊາຊົນ 8 ບ້ານຢູ່ເມືອງທ່າໂທມ ທີ່ລໍຖ້າການຊົດເຊີຍ ຈາກທາງບໍຣິສັດ ຍ້ອນຖືກຂີ້ຕົມຖົມນາ ແລະຊັບສິນເສັຍຫາຍ ເປັນຕົ້ນເຮືອນ, ພາຫະນະ, ເຄຶ່ອງໃຊ້ ຂອງສອຍ ທີ່ໄດ້ຮັບຄວາມເສັຽຫາຍປະມານ 60% ຂອງຈຳນວນທັງໝົດນັ້ນ ມີຈຳນວນ 60 ຄອບຄົວ.

ທາງບໍຣິສັດນີ້ ໄດ້ຊົດເຊີຍຄວາມເສັຍຫາຍ ແບບບໍ່ເປີດເຜີຍມູນຄ່າ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບທັງໝົດ 100% ນັ້ນໄປແລ້ວປະມານ 30 ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.