ບັນຫາການປົກປ້ອງສັດປ່າ ໃນເຂດອຸທະຍານ ແຫ່ງຊາຕ ນ້ຳແອດ-ພູເລີຍ
2023.05.25

ຣັຖບານ ໄດ້ຍົກລະດັບ ປ່າສງວນແຫ່ງຊາຕ ນໍ້າແອດ-ພູເລີຍ ອັນກວ້າງໃຫຍ່ ກວມເອົາເນື້ອທີ່ປະມານ 410,720 ເຮັກຕ້າຣ໌ ຂຶ້ນເປັນອຸທະຍານ ແຫ່ງຊາຕ ມາແຕ່ປີ 2019 ເພື່ອປົກປ້ອງສັດປ່າ, ປ່າໄມ້ ແລະພືດພັນ ຕ່າງໆ, ຮັກສາຊັພຍາກອນທັມມະຊາຕ ໃຫ້ຍືນຍົງ ແລະດຶງດູດນັກທ່ອງທ່ຽວ, ແຕ່ເຣື່ອງການປົກປັກຮັກສາ ອຸທະຍານແຫ່ງນີ້ ມີຄວາມຫຍຸ້ງຍາກຫລາຍຢ່າງ ທັງເຣື່ອງການລາດຕະເວນ, ຕິດຕາມກວດກາ ແລະສະກັດກັ້ນການລັກລອບລ່າສັດປ່າ ແລະການລັກຕັດໄມ້ ຍ້ອນມີເຈົ້າໜ້າທີ່ປ່າໄມ້ໜ້ອຍ ຄືມີພຽງປະມານ 30-40 ຄົນເທົ່ານັ້ນ ແລະງົບປະມານໃຊ້ຈ່າຍໃນການຄຸ້ມຄອງ ອຸທຍານແຫ່ງຊາຕນີ້ ກໍມີບໍ່ພຽງພໍ.
ດັ່ງເຈົ້າໜ້າທີ່ ປ່າໄມ້ນໍ້າແອດ-ພູເລີຍ ຜູ້ຂໍສງວນຊື່ ແລະຕໍາຕໍາແໜ່ງ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ພຶສພານີ້ວ່າ:
“ເຣື່ອງງົບປະມານນີ້ກະໃນປັດຈຸບັນ ພວກເຮົາກະຍັງບໍ່ທັນທົ່ວເຖິງ ຄັນວ່ານໍ ການຄຸ້ມຄອງພື້ນທີ່ກະຍັງບໍ່ເໝາະສົມ ບໍ່ພໍ ແຕ່ວ່າມັນກໍບໍ່ທົ່ວເຖິງ ຄືວ່າແຫລະ ຄັນທົ່ວເຖິງແທ້ ພື້້ນທີ່ ສີ່ຫ້າແສນ ພະນັກງານຕ້ອງເປັນ 200-300-400 ອັນນີ້ພະນັກງານເຮົາມີແຕ່ 30-40.”
ທ່ານກ່າວຕື່ມວ່າ ສັດທີ່ໃກ້ຈະສູນພັນ ກໍມີແຕ່ສັດທີ່ຫາຍາກ ເປັນຕົ້ນຕະກູນເສືອ ເຊັ່ນເສືອດາວ, ເສືຶອດໍາ, ເສືອໂຄ່ງ. ສໍາລັບເສືອໂຄ່ງ ເຈົ້າໜ້າທີ່ບໍ່ພົບເຫັນມາຕັ້ງແຕ່ປີ 2015 ຊຶ່ງຄາດວ່າມັນຈະອາຈໄປອາໄສຢູ່ປ່າເລິກ ບ່ອນທີ່ເຂົ້າໄປບໍ່ເຖິງ ເພາະເສືອນີ້ ຈະບໍ່ເຂົ້າໄປໃກ້ບ້ານຄົນ ຖ້າຫາກມີປ່າ ອຸດົມສົມບູນ. ສ່ວນສັດປະເພດອື່ນໆ ເຊັ່ນກວາງ, ເໝັ້ນ, ໝາໄນ, ໝີ ແລະນົກທີ່ຫາຍາກ ຍັງພົບເຫັນຢູ່ເປັນບາງເທື່ອ ໃນເວລານັກທ່ອງທ່ຽວ ມາທ່ຽວທັມມະຊາຕ, ສໍາລັບເສືອດາວ ທີ່ເປັນສັດຫາຍາກ ລະດັບນຶ່ງນັ້ນ ແມ່ນດົນໆຈຶ່ງເຫັນເທື່ອນຶ່ງ.
ດັ່ງທີ່ທ່ານກ່າວວ່າ:
“ເສືອໂຄ່ງ ຜ່ານມາປີ 2015 ຄືນຫລັງນີ້ເຮົາເຫັນນໍ ແຕ່ວ່າປັດຈຸບັນນີ້ ເຮົາດັກກ້ອງບໍ່ເຫັນເທື່ອ ຄືວ່າມັນອາຈຢູ່ໄກຈາກເຂດທ່ອງທ່ຽວພວກເຮົານໍ ເສືອດາວ ເສືອລາຍເມກ ເຮົາເຫັນປົກກະຕິ ໂດຍສະເພາະກວາງ ເໝັ້ນ ໝາໄນ ກະຄືວ່າເຮົາຈະເຫັນໝົດນີ້ ບໍ່ຟັນທົງໄດ້ນໍ.”
ກ່ຽວກັບເຣື່ອງນີ້ ປະຊາຊົນຢູ່ແຂວງຫົວພັນຜູ້ນຶ່ງເວົ້າວ່າ ໃນເຂດອຸທະຍານແຫ່ງຊາຕນໍ້າແອດ-ພູເລີຍ ທີ່ມີພື້ນທີ່ຫລາຍແສນເຮັກຕ້າຣ໌ນີ້ ເຈົ້າໜ້າທີ່ເບິ່ງບໍ່ທົ່ວເຖິງ, ແນ່ນອນວ່າມັນຕ້ອງມີຄົນ ເຂົ້າໄປລັກລ່າສັດປ່າ, ໄປຫາເຄື່ອງປ່າ ຂອງດົງ ມາລ້ຽງຊີບ ຍ້ອນຄວາມທຸກຍາກ, ເຂົ້າໄປເຮັດໄຮ່ ເຮັດສວນ.
“ເຂົາເຮັດໄຮ່, ເຮັດສວນຫລາຍ ກະມີຄົນຫາກິນນີ້ ມັນຫລາຍ ກໍມີເລັກໆໜ້ອຍໆ ຕະກີ້ເຮົາກໍເຄີຍຫາກິນ ເຮົາຈະໄປຫາອັນອື່ນ ມັນກໍບໍ່ມີນໍ ລາຍຮັບນີ້ມັນໜ້ອຍ ມັນເປັນມາແຕ່ເຫິງພຸ້ນ ມີພະນັກງານ ມີຕໍາຣວດ ມີທະຫານ ຫາກິນຢູ່ກັບບ້ານ ກັບຖິ່ນເຮົານີ້ແລ້ວ.”
ຊາວບ້ານຢູ່ແຂວງນີ້ ອີກຜູ້ນຶ່ງກໍເວົ້າວ່າ ທີ່ຜ່ານມາ ທາງການກໍໄດ້ເຜີຍແພ່ ກົດໝາຍຫ້າມລ່າສັດ ໃນເຂດອຸທະຍານແຫ່ງຊາຕ ນີ້ຢູ່, ແຕ່ກໍຍັງມີຊາວບ້ານ ຈໍານວນນຶ່ງລັກລ່າສັດ ແລະຫາເຄື່ອງປ່າ ຂອງດົງ ຕາມທັມມະຊາຕ ຢູ່ ແຕ່ກໍເປັນພຽງເລັກໆໜ້ອຍໆ ແລະເມື່ອເຈົ້າໜ້າທີ່ພົບເຫັນ ກໍປັບໃໝໃສ່ໂທດ.
“ມີໆ ເລັກໆໜ້ອຍໆດອກ ລັກລອບໄປຫາເຄື່ອງປ່າ ຂອງດົງ ເທົ່ານັ້ນດອກ ເປັນປ່າທມມະຊາຕແທ້ໆໃດ໋ ປັດຈຸບັນນີ້ ຖ້າເຈົ້າໜ້າທີ່ເຂົາຈັບໄດ້ ພາກຣັຖປັບໃໝ ໃສ່ຄຸກ ພຸ້ນແລ້ວ.”
ປັດຈຸບັນ ອຸທະຍານແຫ່ງຊາຕ ນໍ້າແອດ-ພູເລີຍ ມີນັກທ່ອງທ່ຽວ ຕ່າງປະເທດໄປສຶກສາ ຮຽນຮູ້ ທັມມະຊາຕ ກັນຫລາຍສົມຄວນ, ແຕ່ການເດີນທາງໄປ ມີີຄວາມຫຍຸ້ງຍາກ, ຖ້າໄປທາງຍົນກໍຕ້ອງໄດ້ໄປລົງແຂວງຊຽງຂວາງ ແລ້ວຂີ່ຣົຖໂດຍສານ ທີ່ບໍ່ມີຕລອດນັ້ນໄປຕໍ່. ຖ້າໄປຈາກ ນະຄອນຫຼວງວຽງຈັນ ກໍຕ້ອງໃຊ້ເວລາ ປະມານ 2 ມື້, ແຕ່ເມື່ອມີສນາມບິນ ໜອງຄ້າງຄືດຽວນີ້ ແລ້ວ ການເດີນທາງ ໄປກໍອາດສະດວກຂຶ້ນ. ນັກທ່ອງທ່ຽວລາວຜູ້ນຶ່ງ ທີ່ເຄີຍໄປແຂວງຫົວພັນ ແຕ່ບໍ່ໄດ້ໄປເຖິງອຸທະຍານແຫ່ງ
ຊາຕ ນັ້ນ ເພາະມັນຢູ່ໄກ ເວົ້າວ່າ ການເດີນທາງໄປ ແຂວງຫົວພັນ ໄປໄດ້ 2 ທາງ ຄືໄປທາງຣົຖ ແລະໄປທາງຍົນ ຈາກນະຄອນຫຼວງວຽງຈັນ ໄປລົງແຂວງຊຽງຂວາງ ແລ້ວຂີ່ຣົຖໂດຍສານໄປຕໍ່ ແຕ່ເສັ້ນທາງຫຍຸ້ງຍາກ, ທາງຄົດໂຄ້ງຫລາຍ.
“ບໍ່ເຄີຍເຂົ້າໄປປ່າຫັ້ນນະ ມີແຕ່ວ່ານໍ້າແອດ-ພູເລີຍຫັ້ນນະ ມັນຈະມີຢູ່ສອງທາງ ຈະເລືອກໄດ້ວ່າ ຈະຂີ່ຍົນໄປບໍ່ ຫລືວ່າຈະຂີ່ຣົຖໄປ ຂີ່ຣົຖທາງມັນຈະຍາກ ມັນຈະຄົດຄ້ຽວນະ ຂຶ້ນເຂົາຂຶ້ນຫຍັງຊິນະ ມັນມີພູຫລາຍ.”
ເວົ້າເຖິງເຣື່ອງການລັກລ່າສັດປ່າ ໃນເຂດອຸທະຍານແຫ່ງຊາຕນີ້ ແຕ່ປີ 2020 ຫາປີ 2021 ເຈົ້າໜ້າທີ່ໄດ້ພົບເຫັນການລະເມີດ ຫລາຍກວ່າ 40 ຄັ້ງ ຊຶ່ງສ່ວນໃຫຍ່ ແມ່ນຊາວບ້ານ ທີ່ຢູ່ໃກ້ເຂດນັ້ນ ແລະກໍມີເຈົ້າໜ້າທີ່ຣັຖ ແລະຄົນຕ່າງປະເທດ ຈໍານວນນຶ່ງກະທໍາຜິດນໍາດ້ວຍ.
ເຂດອຸທະຍານແຫ່ງນີ້ ກວມເອົາ 10 ເມືອງ ຂອງ 3 ແຂວງ ຄື 5 ເມືອງຂອງ ແຂວງຫົວພັນ ເຊັ່ນເມືອງຮ້ຽມ, ເມືອງຊ່ອນ, ເມືອງແອດ, ເມືອງຫົວເມືອງ ແລະເມືອງຊໍາເໜືອ; 4 ເມືອງຂອງແຂວງຫຼວງພຣະບາງ ເຊັ່ນເມືອງວຽງຄໍາ, ເມືອງປາກແຊງ, ເມືອງໂພນທອງ ແລະໂພນໄຊ ແລະ ອີກ 1 ເມືອງຂອງແຂວງຊຽງຂວາງ ຄືເມືອງພູກູດ, ມີບ້ານທີ່ຕັ້ງຢູ່ໃກ້ 129 ບ້ານ.
ກອງຄຸ້ມຄອງ ອຸທະຍານແຫ່ງຊາຕ ນໍ້າແອດ-ພູເລີຍ ໄດ້ຮ່ວມມືກັບອົງການ ອະນຸຮັກສັດປ່າ (WCS) ເພື່ອສົ່ງເສີມ ໃຫ້ປະຊາຊົນ ໃນເຂດນັ້ນ ມີລາຍໄດ້ ແທນການລັກລ່າສັດປ່າ, ການລັກຕັດໄມ້ ແລະໃຊ້ທີ່ດິນໃນເຂດອຸທະຍານ ເປັນຕົ້ນຊຸກຍູ້ໃຫ້ເຂົ້າເປັນອາສາສມັກ ລາດຕະເວນ ກວດກາເຂດອຸທະຍານ, ເປັນຄົນນໍາທ່ຽວ ແລະອື່ນໆ ຮວມທັງການປູກກາເຟ ເປັນສິນຄ້ານໍາດ້ວຍ.