ເຂື່ອນນໍ້າອູກະທົບການ ກະເສດ
2017.04.11
ເຈົ້າໜ້າທີ່ກະສິກັມເມືອງຂົວ ແຂວງຜົ້ງສາລີ ເປິດເຜີຍຕໍ່ ວິທຍຸເອເຊັຽເສຣີວ່າ, ເຂື່ອນນໍ້າອູ ທີ່ສ້າງຂຶ້ນຢູ່ ເມືອງງອຍ ແຂວງຫຼວງພຣະບາງ ແລະເມືອງຂົວ ແຂວງຜົ້າສາລີ ຈະເຮັດໃຫ້ພື້ນທີ່ ກະສິກັມ ຂອງປະຊາຊົນ ທີ່ຢູ່ຕາມແຄມ ນໍ້າອູ ໄດ້ຮັບຜົນກະທົບ. ດັ່ງທ່ານກ່າວວ່າ:
“ມັນກໍດຽວນີ້ນັ້ນ ແຕ່ກີ້ບໍ່ເຄີຍມີ ດຽວນີ້ເຂົາເຈົ້າເຮັດເຂື່ອນ ມີຜົນກະທົບ ດຽວນີ້ເຮົາຊິຮັບມື ກັບເຂື່ອນ ນໍ້າອູນັ້ນ ສ່ວນຫຼາຍແມ່ນ ພຶດຜັກ ກັບອັນນັ້ນນະ ກໍຫາກມີ ຜົລປູກ ສວນໝາກແນງບໍ ກັບສວນໄມ້ສັກ”.
ທ່ານວ່າພື້ນທີ່ກະສິກັມ ແລະທີ່ຢູ່ອາສັຍ ຂອງປະຊາຊົນ ຢູ່ເມືອງຂົວແຂວງຜົ້ງສາລີ ນັ້ນຈະໄດ້ຮັບ ຜົນກະທົບ 7 ບ້ານແລະ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ຈະໄດ້ຮັບ ຜົນກະທົບ 4 ບ້ານ ເຮັດໃຫ້ ປະຊາຊົນ ຕ້ອງໂຍກຍ້າຍ ແລະຕ້ອງຊອກຫາ ພື້ນທີ່ປູກຝັງໃໝ່, ຕາມ ປົກກະຕິ ຢູ່ເມືອງຂົວ ແຂວງຜົ້ງສາລີ ຈະບໍ່ມີບັນຫາ ເຣືອງນໍ້າ ສໍາລັບ ການປູກຝັງ ແມ່ນແຕ່ໃນ ຣະດູແລ້ງ ກໍມີນໍ້າໃຊ້:
“ເພາະວ່າອັນຕົວປົກກະຕິນີ້ ເຮົາບໍ່ຂາດນໍ້າ ກ່ອນເຮົາຈະເຈີ ເຂື່ອນໄຟຟ້າ ນະ ແບບເຂົາເຈົ້າ ຈະຕັນເຂື່ອນ ຢູ່ເມືອງງອຍ ແລ້ວນໍ້າມັນ ຈະຕ້ອງຍື່ງມາຖ້ວມ ເຮົານີ້ແລ້ວ ມັນຖ້ວມສວນ ພຶດພັກຂອງຊາວບ້ານ”.
ເມືອງອຍ ແຂວງຫຼວງພຣະບາງ ແລະ ເມືອງຂົວ ແຂວງຜົ້ງສາລີ ກໍາລັງຢູໃນ ການກໍ່ສ້າງ ເຂື່ອນ ນໍ້າອູ 3 ແລະ 4 ໂດຍມີການຕັນນໍ້າ ໃນຣະຫວ່າງ ເມືອງງອຍ ຫາ ເມືອງຂົວ, ປັຈຈຸບັນ ລໍານໍ້າອູ ທີ່ຢູ່ເມືອງຂົວ ແຂວງຜົ້ງສາລີ ແຫ້ງແລ້ງ ເຮັດໃຫ້ ປະຊາຊົນ ບໍ່ສາມາດ ລົງເຮືອ ໃນການສັນຈອນ ໄປມາຫາສູ່ກັນ.