ເຂື່ອນນ້ຳຄານ 3 ຂາດນໍ້າ

0:00 / 0:00

ເຂື່ອນນ້ຳຄານ 3 ທີ່ເມືອງຊຽງເງິນ ແຂວງຫລວງພຣະບາງ ທີ່ສ້າງສຳເຣັດ ໃນກາງປີ 2016 ແລະ ໄດ້ເລີ້ມເປີດ ການທົດລອງ ປັ່ນ ກະແສໄຟຟ້າ ວ່າງທ້າຍປີ ຜ່ານມາ, ແຕ່ ຣະດູແລ້ງປີນີ້ ຈະບໍ່ສາມາດ ຜລິດກະແສໄຟຟ້າ ໄດ້ເຕັມກຳລັງ 2 ເຄື່ອງຈັກ ຍ້ອນຄວາມ ແຫ້ງແລ້ງ. ດັ່ງເຈົ້າຫນ້າທີ່ ໂຄງການ ເຂື່ອນນ້ຳຄານ 3 ທ່ານນຶ່ງ ກ່າວວ່າ:

"ກໍຄືເຮົາໄດ້ປັ່ນໄຟໄປຕລອດ ຂະເຈົ້າກໍເຫັນແລ້ວວ່າ ຊ່ວງທີ່ເຮົາ ທົດລອງນັ້ນ ບໍ່ມີບັນຫາ ທາງດ້ານນີ້ ດຽວນີ້ເຮົາກໍເລີຍ ປັ່ນໄຟແລ້ວ ມັນຕິດບ່ອນວ່າ ຣະດັບນ້ຳເຮົາມັນ ນ້ອຍດຽວນີ້ ໃນຊ່ວງຍາມ ແລ້ງຕ່າງໆ ຄືວ່າໄດ້ປັ່ນແຕ່ ເຄື່ອງດຽວ".

ທ່ານກ່າວຕື່ມວ່າຜ່ານມາ ເຂື່ອນນ້ຳຄານ 3 ສາມາດປັ່ນໄຟຟ້າໄດ້ ທັງສອງເຄື່ອງຈັກ ໂດຍມີກຳລັງຜລິດ ປະມານ 60 ເມກາວັດ ຕໍ່ວັນ ແຕ່ພໍມາຮອດ ເດືອນສາມປີນີ້ ກຳລັງການຜລິດ ກໍຫລຸດລົງ ເຫລືອພຽງແຕ່ ເຄື່ອງຈັກດຽວ ຍ້ອນຣະດັບນ້ຳ ໃນນ້ຳຄານ ນ້ອຍເກີນໄປ.

ໃນປັດຈຸບັນ ເຂື່ອນນ້ຳຄານ 3 ກຳລັງ ຢູ່ໃນການກວດສອບ ໂຄງການ ແລະຂັ້ນຕອນ ການຮັບມອບເຂື່ອນ ຣະຫວ່າງ ຜູ້ສ້າງ ແລະ ຜູ້ລົງທຶນ ຄາດວ່າ ພາຍໃນ ກາງປີນີ້ ຈະມີການຮັບມອບ ຢ່າງເປັນ ທາງການ:

"ປົກກະຕິເຮົາດຽວນີ້ເຮົາສຳເຣັດ 100 ເປີເຊັນແລ້ວ ຍັງແຕ່ສະເພາະຮັບ ກໍຄືອັນຜູ້ຮັບເຫມົາ ກວດຄືນ ເກັບເບັ້ຽຫຍັງ ຕ່າງໆແລ້ວນຳມາ ມອບໃຫ້ ອີດີແອວ ດຽວນີ້ ກຳລັງລໍຟູ່ ກໍຄິດວ່າ ໃນກາງປີນີ້".

ເຂື່ອນໄຟຟ້ານ້ຳຄານ 3 ຈະຜລິດກະແສໄຟຟ້າ ໃຊ້ໃນແຂວງຫລວງພຣະບາງ ແລະບາງສ່ວນ ກໍສົ່ງໄປຂາຍ ໃຫ້ໄທ ໂດຍບໍຣິສັດ ຊີໂນ ໄຮດໂຣ ຂອງຈີນ ເປັນຜູ້ຮັບເຫມົາ ກໍ່ສ້າງ. ໂຄງການ ເຂື່ອນ ນ້ຳຄານ 3 ປະຊາຊົນ 655 ຄອບຄົວ ຖືກໂຍກຍ້າຍ ແລະ ນ້ຳຖ້ວມ ໃນ ພື້ນທີ່ 1,500 ກິໂລແມັດມົນທົນ.