ມ.ຮຸນ ມ.ແບງ ແຫ້ງແລ້ງ ຂາດນໍ້າໃຊ້

ໄມຊູລີ
2020.02.25
F-Nam-Beng ປະຊາຊົນ ພາກັນລົງ ໄປອາບໄປໃຊ້ ນໍ້າແບງ ທີ່ຕົກຢູ່ໃນສະພາບ ທີ່ ແຫ້ງຂ້ອນພື້ນ ຈາກ ທີ່ເຄີຍອຸດົມສົມສົມບູນ ຫຼາກຫຼາຍ ທັງນໍ້າ ແລະປາ
ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນເມືອງຮຸນ ແລະເມືອງແບງ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກນໍ້າແບງບົກແຫ້ງ ຈົນບາງບ່ອນສາມາດຍ່າງ ຂ້າມໄປມາໄດ້ ຍ້ອນພັຍແຫ້ງແລ້ງປີນີ້ ຮ້າຍແຮງກວ່າທຸກປີທີ່ຜ່ານມາ ໂດຍສະເພາະ ໃນເຂດບ້ານດັ່ງກ່າວຍັງບໍ່ມີນໍ້າປະປາ ປະຊາຊົນ ຕ້ອງຣະດົມກັນ ຂຸດບໍ່ນໍ້າບາດານ ເພື່ອນໍາໄປໃຊ້, ດັ່ງປະຊາຊົນ ເມືອງຮຸນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 25 ກູມພາ ນີ້ວ່າ:

“ກໍຜົນກະທົບໝົດນະ ແຫ້ງໝົດນະ ນໍ້າຫ້ວຍນໍ້າແບງ ເຮົາກໍແຫ້ງ ໄດ້ຂຸດນໍ້າບໍ່ໃຊ້ ຕັກເອົາຢູ່ຫັ້ນລະ ນໍ້າປະປາມັນ ບໍ່ຮດອບ້ານເຮົາເນາະ ເພາະວ່າປີນີ້ ມັນກໍແຫ້ງແລ້ງເນາະ.”

ເຈົ້າໜ້າທີ່ ເມືອງຮຸນ ທ່ານນຶ່ງກ່າວວ່າປັຈຈຸບັນ ສາຂາສາຍນໍ້າແບງບົກແຫ້ງຫລາຍ ປະຊາຊົນຫລາຍບ້ານ ໄດ້ຮັບຜົນກະທົບ ເປັນຕົ້ນຢູ່ ເຂດນໍ້າຕໍ່າ, ເຂດພູວຽງໄຊ, ເຂດນໍ້າພູນ, ແລະເຂດພຽງຮໍ່ ບາງຄອບຄົວ ເຮັດນາກໍບໍ່ໄດ້ຜົນຜລິດ ຍ້ອນພັຍແຫ້ງແລ້ງ ຝົນບໍ່ຕົກສໍາລັບ ບ້ານໃດທີ່ມີນໍ້າປະປາ ກໍຕ້ອງແບ່ງກັນໃຊ້ ຄືເປິດໃຫ້ ບ້ານນຶ່ງມື້ນື່ງ ເພື່ອປະຍັດນໍ້າ ສ່ວນຢູ່ເຂດພູດອຍ ຫລາຍບ້ານ ປັຈຈຸບັນ ທາງເຈົ້າ ໜ້າທີ່ຍັງບໍ່ມີຊ່ອງທາງ ສາມາດຈະແກ້ໄຂໄດ້ ເທື່ອ:

“ປີນີ້ຂນາດຢູ່ໃນເມືອງ ນໍ້າໃຫຍ່ ກໍຍັງແຫ້ງ ແລ້ວດຽວນີ້ ພູດອຍ ນໍ້ານ້ອຍ ແຮ່ງບໍ່ມີເລີຍດຽວນີ້ ນີ້ນະ ຂນາດນໍ້າປະປາ ຢູ່ນີ້ ກໍແບ່ງກັນໃຊ້ ມື້ນີ້ເປິດໃຊ້ ບ້ານນີ້ ມື້ອື່ນ ເປິດໃຊ້ບ້ານນັ້ນ ໃຊ້ແນວນັ້ນ ນໍ້າກໍຍັງບໍ່ພໍ ໂອຍ ຍົກຄອຍ ຍັງຄິດຍາກຢູ່ ຈັກຈະເຮັດວິທີໃດ ໄປຊ່ວຍເຂົາເຈົ້າ ປີຜ່ານມາ ບໍ່ເຄີຍເປັນ ແບບນີ້ຈັກເທື່ອ”

ໃນຂນະດຽວກັນ ປະຊາຊົນ ເມືອງແບງ ທ່ານນຶ່ງເວົ້າວ່າ ສະພາບນໍ້າ ຢູ່ຕາມຫ້ວຍຕ່າງໆ ໃນແຕ່ລະບ້ານກໍບົກແຫ້ງ ຄືກັນເປັນຕົ້ນ: ຢູ່ເຂດ ບ້ານດອນ ບ້ານຈັນໃໝ່ ເຂົ້ານາຕາກ້າ ຂອງປະຊາຊົນ ກໍຕາຍໝົດ ເກັບກ່ຽວບໍ່ໄດ້ ຍ້ອນພັຍແຫ້ງແລ້ງ:

“ຄວາມເດຶອດຮ້ອນ ຂອງນໍ້າກໍແຫ້ງແລ້ງຫັ້ນແຫຼະ ຜູ້ຊົມໃຊ້ກໍບໍ່ພຽງພໍ ແຫ້ງບົກຫລາຍ ໂອ ບໍ່ພໍໃຊ້ ນໍ້ານາກໍແຫ້ງໝົດ ເຂົ້ານາກໍຕາຍໝົດ ນໍ້າຫ້ວຍ ນໍ້າຮ່ອງກໍຂາດ ນໍ້າຊົມໃຊ້ ບາງຄົນຢູ່ມໍ່ຫ້ວຍ ຢູ່ຫ້ວຍນ້ອຍ ເຂົາກໍຄຸດເຮັດນໍ້າສ້າ ຫັ້ນແຫລະ ຊົມໃຊ້ນະ.”

ຕໍ່ບັນຫານີ້ ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ເມືອງແບງ ກ່າວວ່າບັນຫາດັ່ງກ່າວນີ້ ແມ່ນເກິດຈາກພັຍທັມມະຊາດ ກໍບໍ່ຮູ້ວ່າ ຈະເຂົ້າໄປ ຊ່ວຍເຫລືອເຂົາເຈົ້າໄດ້ແນວໃດ ເພາະແຕ່ລະບ່ອນ ກໍບົກແຫ້ງຄືກັນໝົດ, ເບື້ອງຕົ້ນ ຂອງການຊ່ວຍເຫລືອກໍຄົງຈະແມ່ນ ເຣື້ອງອາຫານ ແຫ້ງ,ແລະນໍ້າດື່ມ:

“ເມືອງແບງ ກໍຫລາຍເດ ປະຊາຊົນຢູ່ແຖວບ້ານດອຍ ບາງບ້ານກໍເກືອບໍ່ມີນໍ້າກິນ ນໍ້າໃສ່ນາ ກໍບໍ່ມີ ໂຕນີ້ໄທເຮົາກໍບໍ່ຮູ້ວ່າ ຈະຊ່ວຍເຫລືອ ແນວໃດ ກໍຫຍຸ້ງຍາກແດ່ ຄິດວ່າເປັນແນວນີ້ ເດືອນສີ່ ເດືອນຫ້າ ບາງບ້ານອຶດເຂົ້າ ອຶດນໍ້າ ມີແຕ່ຊໍທາງຂັ້ນເທິງ ຊ່ວຍເຂົ້າ ຊ່ວຍນໍ້າ ແຄ່ນີ້ດອກ.”

ຢ່າງໃດກໍຕາມ ເຈົ້າໜ້າທີ່ ແຂວງອຸດົມໄຊ ຄາດວ່າບັນຫາເຣື້ອງນໍ້າແບງ ບົກແຫ້ງນີ້ຍັງຈະແກ່ຍາວ ໄປຫາເດືອນມິນາ ແລະ ເດືອນເມສາ ແຕ່ ທາງເຈົ້າໜ້າທີ່ ກໍ່ໄດ້ ອອກແຈ້ງການ ເຕືອນ ໃຫ້ປະຊາຊົນ ຕຽມພ້ອມຮັບມື ກ່ຽວກັບພັຍແຫ້ງແລ້ງ ທີ່ພວມເກິດ ຂື້ນຢູ່ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.