ຣັຖບານ ອະນຸມັດໃຫ້ ມີການຂຸດຄົ້ນ ແຮ່ທາດ ຫຼາຍກວ່າ 1,000 ໂຄງການໃນລາວ

ຈຳປາທອງ
2023.09.19
ຣັຖບານ ອະນຸມັດໃຫ້ ມີການຂຸດຄົ້ນ ແຮ່ທາດ ຫຼາຍກວ່າ 1,000 ໂຄງການໃນລາວ ໂຮງງານຂຸດຄົ້ນແຮ່ທອງ ບໍຣິສັດ CNP ສຳຣວດ ແລະ ຂຸດຄົ້ນແຮ່ທາດ ຂອງຈີນ ທີ່ຕັ້ງຢູ່ໃກ້ກັບ ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ.
ນັກຂ່າວ ພົລເມືອງ

ມາເຖິງປັດຈຸບັນ ຣັຖບານ ໄດ້ອະນຸມັດໃຫ້ນັກລົງທຶນຕ່າງປະເທດ ແລະນັກລົງທຶນລາວ ຂຸດຄົ້ນບໍ່ແຮ່ ແລະສ້າງໂຮງງານປຸງແຕ່ງແຮ່ທາດ 1,143 ບໍຣິສັດ ແລະກິຈການປຸງແຕ່ງແຮ່ທາດ 1,336 ໂຄງການ ຢູ່ທົ່ວປະເທດ. ຢູ່ລາວ ມີແຮ່ທາດຕ່າງໆຫລາຍເຖິງ 570 ຈຸດ, ໃນເນື້ອທີ່ 162,104 ກິໂລຕາແມັດ ຫລືເທົ່າກັບ 68.46% ຂອງເນື້ອທີ່ທົ່ວປະເທດ, ອີງຕາມຣາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ໃນເດືອນກັນຍານີ້.

ເຈົ້າໜ້າທີ່ ກະຊວງດັ່ງກ່າວທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ກັນ ຍານີ້ວ່າ ປັດຈຸບັນ ຣັຖບານ ບໍ່ອະນຸມັດໃຫ້ສໍາຣວດ ແລະຂຸດຄົ້ນແຮ່ທາດໃໝ່ ຍ້ອນແຮ່ທາດຫລຸດໜ້ອຍລົງ ແລະເນື້ອທີ່ ທີ່ຈະຂຸດຄົ້ນ ຖືກຈັບຈ່ອງເກືອບໝົດແລ້ວ.

ປັດຈຸບັນນີ້ທາງການ ເພິ່ນກະຊິສັ່ງຫ້າມ ກ່ຽວກັບການຂຍາຍເນາະ ຫລືວ່າ ການອະນຸມັດ ການລົງທຶນທາງດ້ານບໍ່ແຮ່. ທັງໝົດກໍແມ່ນຂຶ້ນກັບທາງ ກະຊວງ ກ່ຽວຂ້ອງ ແລ້ວກໍຣັຖບານ ເປັນຜູ້ພິຈາຣະນາ. ດຽວນີ້ກະ ສໍາລັບແຫລ່ງແຮ່ອິຫຍັງຕ່າງໆ ມັນກໍມີໜ້ອຍ ມັນບໍ່ຫລາຍເນາະ.”

ທ່ານກ່າວຕື່ມວ່າ ລາຍຮັບຈາກຂແນງພະລັງງານ ແລະບໍ່ແຮ່ ແມ່ນໄດ້ຈາກຄ່າສັມປະທານ, ຄ່າຊັພຍາກອນ, ອາກອນກໍາໄລ, ອາກອນເງິນເດືອນ, ອາກອນເງິນປັນຜົລ ແລະເງິນປັນຜົລ ຕາມທີ່ໄດ້ກໍານົດໄວ້ ໃນສັນຍາສັມປະທານ.

ຕັ້ງແຕ່ປີ 2015 ຫາ ປີ 2020, ສປປ ລາວ ເກັບລາຍຮັບຈາກຂແນງບໍ່ແຮ່ ໄດ້ປະມານ 838 ລ້ານໂດລ້າຣ໌ສະຫະຣັຖ. ສະເພາະປີ 2022, ຣັຖບານລາວ ໄດ້ອະນຸມັດໃຫ້ມີການລົງທຶນ ດ້ານບໍ່ແຮ່ 308 ໂຄງການ ແລະເກັບລາຍຮັບເຂົ້າງົບປະມານ ໄດ້ 36 ລ້ານປາຍໂດລ້າຣ໌.

ແຮ່ທາດ ທີ່ຣັຖບານອະນຸມັດໃຫ້ລົງທຶນຫລາຍ ແມ່ນແຮ່ຄໍາ, ທອງ, ເງິນ, ນິ

ແກນ, ກົ່ວ, ຖ່ານຫີນ, ຫີນກາວ, ເຫລັກ, ແກ້ວປະເສີດ, ເກືອກາລີ, ສັງກະສີ, ຫີນປູນ ແລະແຮ່ທາດອື່ນໆ.

ເຣື່ອງການອະນຸມັດ ໃຫ້ບໍຣິສັດຕ່າງປະເທດ ຂຸດຄົ້ນແຮ່ທາດເຫຼົ່ານັ້ນນັ້ນ ປະຊາຊົນລາວ ຫລາຍຄົນ ເຫັນວ່າ ຣັຖບານຄວນພິຈາຣະນາ ແລະທົບທວນຄືນໃໝ່ ເພາະທັງຣັຖບານ ແລະປະຊາຊົນລາວ ບໍ່ໄດ້ຮັບຜົລປໂຍດ ເທົ່າທີ່ຄວນ ແລະຂ້ອນຂ້າງເສັຍປຽບ ໃນຫລາຍໆເຣື່ອງ ຍ້ອນຣັຖບານ ຍົກເວັ້ນການເກັບພາສີ-ອາກອນ, ບໍ່ມີການຈ້າງງານຫລາຍ, ຊາວບ້ານສູນເສັຍທີ່ ແລະຖືກໃຫ້ຍົກຍ້າຍ ໂດຍໄດ້ຮັບຄ່າຕອບແທນ ຄວາມເສັຍຫາຍ ບໍ່ສົມເຫດ ບໍ່ສົມຜົລ ແລະອື່ນໆ, ທັງມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ເປັນຕົ້ນຈາກສານພິດເຄມີ.

ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ລາວເສັຍປຽບ.

ຜ່ານມາໄທເຮົາເສັຽປຽບ ຖືວ່າຣັຖເພິ່ນກະຢາກໂຈະ ແຕ່ວ່າຂອດຈັດຕັ້ງປະຕິບັດ ມັນຊິເປັນແນວໃດ ແມ່ຍັງຕິດຕາມໄປເບິ່ງກ່ອນ. ຍັງບໍ່ພໍ ຍັງສົ່ງຜົນກະທົບ ຕໍ່ສະພາບແວດລ້ອມອີກ.”

ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສະພາປະຊາຊົນ ແຂວງອຸດົມໄຊ, ການສໍາຣວດ, ການຂຸດຄົ້ນ ແລະການປຸງແຕ່ງແຮ່ທາດ ຢູ່ແຂວງພາກເໜືອຂອງລາວ ສ່ວນໃຫຍ່ເປັນຂອງບໍຣິສັດຈີນ ທີ່ມີທັງໂຄງການຂນາດນ້ອຍ ແລະຂນາດໃຫຍ່ ຊຶ່ງສ່ວນຫລາຍ ແມ່ນໄດ້ຮັບການອະນຸມັດ ຈາກທາງຣັຖບານ.

ສະເພາະແຂວງອຸດົມໄຊ ໄດ້ອະນຸມັດໃຫ້ຫລາຍກວ່າ 30 ບໍຣິສັດ ຊຶ່ງສ່ວນໃຫຍ່ແມ່ນຈີນ ສໍາປະທານຂຸດຄົ້ນແລະປຸງແຕ່ງແຮ່ທາດ ເປັນຕົ້ນ ແຮ່ຄໍາ ທອງແດງ, ສັງກະສີ ແຮ່ເຫລັກ ແລະຫີນປູນ ທີ່ກວມເອົາເນື້ອທີ່ເກືອບ 10,000 ເຮັກຕ້າຣ໌.

ພາຍຫລັງທີ່ຣັຖບານ ແລະແຂວງ ອະນຸມັດໃຫ້ມີການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ທີ່ວ່ານັ້ນແລ້ວ ກໍບໍ່ເຫັນບ້ານໃດ ເມືອງໃດ ໄດ້ຮັບການພັທນາໃຫ້ດີຂຶ້ນ ແຕ່ກົງກັນຂ້າມ ເຫັນແຕ່ປະຊາຊົນ ເຮັດໜັງສືຮ້ອງຮຽນ ຂໍຄວາມເປັນທັມ ຍ້ອນໄດ້ຮັບຜົລກະທົບ ຈາກໂຄງການເຫລົ່ານັ້ນ, ອິງຕາມຄໍາເຫັນ ຂອງຊາວບ້ານ.

ເມື່ອເດືອນກຸມພາ 2021 ຜແນກພະລັງງານ ແລະບໍ່ແຮ່ ແຂວງອຸດົມໄຊ ໄດ້ສັ່ງໂຈະຊົ່ວຄາວ 7 ໂຄງການຂຸດຄົ້ນຫີນປູນ ແລະຍົກເລີກ 2 ໂຄງການ ທີ່ລັກຂຸດຄົ້ນ ແລະສົ່ງແຮ່ທາດ ທີ່ບໍ່ໄດ້ປຸງແຕ່ງ ສົ່ງອອກໄປຈີນ.

ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ:

ກໍເປັນຈີນສ່ວນຫລາຍ. ແນວທາງນີ້ພວກເຮົາກະບໍ່ສາມາດ ເວົ້າໄດ້ເນາະ. ມັນເປັນເຣື່ອງຂັ້ນສູນກາງ ເພິ່ນເປັນຜູ້ຄົ້ນຄວ້າ ພິຈາຣະນາ. ກະຄັນຊິເວົ້າ ກະຍັງມີຄວາມຫຍຸ້ງຍາກຢູ່.”

ຢູ່ແຂວງຈໍາປາສັກ ປະຊາຊົນເວົ້າວ່າ ຣັຖບານລາວ ຕ້ອງຫວງແຫນຊັພຍາກອນ ທັມມະຊາຕ ທີ່ຍັງມີເຫລືອຢູ່ໃນປັດຈຸບັນ, ຕ້ອງທົບທວນເຣື່ອງການອະນຸມັດ ໃຫ້ນັກລົງທຶນຈີນ ສໍາຣວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ເພາະມັນບໍ່ໄດ້ຊ່ອຍໃຫ້ປະຊາຊົນລາວ ມີຄຸນນະພາບຊີວິດ ການເປັນຢູ່ດີຂຶ້ນ.

ບາດນີ້ມີແຕ່ຈີນ ຊິເອົາຈີນຫັ້ນກ ບາດຜົລສຸດທ້າຍມາລາວເຮົາ ມັນຊິກຸ້ມຄ່າບໍ່ ແນວນັ້ນນ່າ. ຍັງບໍ່ປົກກະຕິ ຍັງບໍ່ມີການພັທນາພິສັງ. ຄັນເຂົາສັມປະທານດິນນີ້ ມັນຕ້ອງໄດ້ແລ້ວເງິນ. ຈີນມາຫລາຍໆນີ້ ພໍດີໄທເຮົາບໍ່ມີບ່ອນຢູ່ ແລ້ວ ມີແຕ່ດິນຈີນຫັ້ນແລ້ວ.”

ໃນຂະນະດຽວກັນ ປະຊາຊົນຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ ທຸກໂຄງການ ທີ່ຣັຖບານໄດ້ອະນຸມັດໃຫ້ສັມປະທານໄປນັ້ນ ເຖິງຈະມີຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ ແຕ່ບັນຫາໄດ້ຮັບການແກ້ໄຂ ຢ່າງຮີບດ່ວນ ແລະໄລຍະຍາວ ຈະສ້າງລາຍຮັບໃຫ້ຣັຖບານ ແລະພັທນາເສຖກິຈຂອງປະເທດໄດ້ດີ.

ສ່ວນຊາວນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ເວົ້າວ່າ ທຸກໂຄງການທີ່ວ່ານັ້ນ ເຖິງຈະມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ແຕ່ມັນຈະເຮັດໃຫ້ເສຖກິຈດີຂຶ້ນ.

ຄືເພິ່ນເວົ້າຫັ້ນແຫລະເນາະ ຍ້ອນວ່າຍຸທສາດລາວ ກັບຈີນເນາະ. ເພາະມັນຈະເຮັດໃຫ້ລະບົບເສຖກິຈຂນາຍໂຕ ຄຶກຄື້ນ ມັນມີຜົລຫລາຍໆຫັ້ນແຫລະໄປ໋.”

ປັດຈຸບັນ ມີ 287 ບໍຣິສັດ ທີ່ມີ 399 ໂຄງການ ທີ່ກໍາລັງສໍາຣວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ໃນເນື້ອທີ່ປະມານ 72,370 ກິໂລຕາແມັດ ຫລືເທົ່າກັບ 3.27% ຂອງເນື້ອທີ່ທົ່ວປະເທດ. ໃນນັ້ນ 25 ບໍຣິສັດ ທີ່ມີ 25 ໂຄງການ ກໍາລັງຊອກຄົ້ນ, ອີກ 122 ບໍຣິສັດ ທີ່ມີ 138 ໂຄງການ ກໍາລັງສໍາຣວດ ໃນເນື້ອທີ່ 68,818 ກິໂລຕາແມັດ ຫລື 2.95% ຂອງເນື້ອທີ່ທົ່ວປະເທດ. ມີ 32 ບໍຣິສັດ, ທີ່ມີ 51 ໂຄງການ ຢູ່ໃນລະຫວ່າງການສຶກສາ ຄວາມເປັນໄປໄດ້ ທາງດ້ານເສຖກິຈ-ເຕັກນິກ ທີ່ກວມເອົາເນື້ອທີ່ 1,359 ກິໂລຕາແມັດ ເທົ່າກັບ 0.57% ຂອງເນື້ອທີ່ ທົ່ວປະເທດ. ມີ 108 ບໍຣິສັດ, ທີ່ມີ185 ໂຄງການ ລໍາລັງຈະຂຸດຄົ້ນ ແລະປຸງປແຕ່ງແຮ່ທາດ ໃນເນື້ອ ທີ່ 2,538 ກິໂລຕາແມັດ ເທົ່າກັບ 1.07% ຂອງເນື້ອທີ່ ທົ່ວປະເທດ.

ກ່ຽວກັບເຣື່ອງນີ້ ຍານາງ ຫົງຄໍາ ໄຊຍະຄົມ ສະມາຊິກສະພາແຫ່ງຊາຕ ຈາກແຂວງສວັນນະເຂດ ກ່າວໃນກອງປະຊຸມ ສະພາແຫ່ງຊາຕ ເທື່ອລ່າສຸດ ໃນມື້ວັນທີ 30 ມິຖຸນາ ທີ່ຜ່ານມານີ້ວ່າ ຣັຖບານໄດ້ອະນຸມັດໃຫ້ບໍຣິສັດ ທັງພາຍໃນ ແລະຕ່າງປະເທດ ເກືອບ 100 ບໍຣິສັດ ຂຸດຄົ້ນແຮ່ທາດ ແບບທົດລອງ ແລະໄດ້ຮັບສັມປະທານໄປແລ້ວ ແຕ່ມາເບິ່ງສະພາບເສຖກິຈ-ການເງິນ ຂອງລາວ ໃນປັດຈຸບັນ ຄືບໍ່ໄດ້ດີຂຶ້ນ ເປັນຕົ້ນ ຄ່າຄອງຊີບ ແລະການເປັນຢູ່ ຂອງປະຊາຊົນ ຍັງຫຍຸ້ງຍາກ, ໜີ້ສິນຍັງສູງ. ສະນັ້ນແລ້ວ ຣັຖບານ ຕ້ອງໄດ້ທົບທວນ ເຣື່ອງນີ້ຄືນຢ່າງລະອຽດ.

ແລະ ທ່ານ ຄໍາເຈນ ວົງໂພສີ ຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ໄດ້ກ່າວຕໍ່ກອງປະຊຸມນັ້ນ ໃນມື້ວັນທີ 30 ມິຖຸນາທີ່ຜ່ານມາວ່າ ຣັຖບານ ໄດ້ສັ່ງໂຈະ ໂຄງການຂຸດຄົ້ນແຮ່ທາດ ທີ່ເປັນໂຄງການໃໝ່ ເພາະເຫັນວ່າ ຈະໄດ້ຮັບຜົລປໂຍດໜ້ອຍ ບໍ່ຄຸ້ມຄ່າກັບຊັພຍາກອນ ທີ່ຈະສູນເສັຍໄປ. ສ່ວນໂຄງການ ທີ່ໄດ້ຮັບໃຫ້ສັມປະທານຂຸດຄົ້ນ ໄປແລ້ວນັ້ນ ຈະໄດ້ຕິດຕາມ ແລະປະເມີນຜົລ ທີ່ຣັຖບານ ຈະໄດ້ປໂຍດຈາກໂຄງການເຫລົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.